bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Nehemiah 7
Nehemiah 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 8 →
1
ມາບັດນີ້ ກຳແພງທີ່ໄດ້ຖືກສ້າງຂຶ້ນໃໝ່ກໍສຳເລັດແລ້ວ ປະຕູທັງໝົດໄດ້ຖືກຕັ້ງຂຶ້ນຕາມບ່ອນຂອງມັນ ແລະຜູ້ເຝົ້າຍາມພຣະວິຫານ, ສະມາຊິກຂອງກຸ່ມຮ້ອງເພງສັນລະເສີນ ແລະຊາວເລວີອື່ນໆກໍໄດ້ຮັບມອບໝາຍໜ້າວຽກຂອງພວກຕົນ.
2
ຂ້າພະເຈົ້າໄດ້ມອບໝາຍໃຫ້ສອງຄົນເປັນຜູ້ຮັບຜິດຊອບໃນການປົກຄອງນະຄອນເຢຣູຊາເລັມຄື: ຮານານີນ້ອງຊາຍຂອງຂ້າພະເຈົ້າ ແລະຮານານີຢາຜູ້ບັນຊາການປ້ອມຂອງເມືອງ. ຮານານີຢາເປັນຄົນທີ່ໄວ້ວາງໃຈໄດ້ ແລະຢຳເກງພຣະເຈົ້າຢ່າງບໍ່ມີຜູ້ໃດທໍ່.
3
ຂ້າພະເຈົ້າບອກພວກເຂົາບໍ່ໃຫ້ໄຂປະຕູຂອງນະຄອນເຢຣູຊາເລັມໃນຕອນເຊົ້າ ຈົນກວ່າຕາເວັນຂຶ້ນແລ້ວ ແລະອັດປະຕູໃສ່ໄລໄວ້ກ່ອນຄົນເຝົ້າຍາມຫວິດໜ້າທີ່ໃນຍາມຕາເວັນຕົກດິນ. ຂ້າພະເຈົ້າໄດ້ບອກພວກເຂົາໃຫ້ແຕ່ງຕັ້ງຜູ້ເຝົ້າຍາມຈາກປະຊາຊົນ ທີ່ຢູ່ໃນນະຄອນເຢຣູຊາເລັມ ແລະມອບໝາຍໜ້າທີ່ໂດຍສະເພາະໃຫ້ພວກເຂົາບາງຄົນ; ແລະສ່ວນຄົນອື່ນໆໃຫ້ຢູ່ຍາມຕາມບໍລິເວນບ້ານເຮືອນຂອງຕົນ.
4
ນະຄອນເຢຣູຊາເລັມເປັນເມືອງໃຫຍ່ເມືອງໜຶ່ງ ແຕ່ບໍ່ມີຫລາຍຄົນຢູ່ອາໄສ ແລະເຮືອນທີ່ປຸກຂຶ້ນໃໝ່ກໍບໍ່ມີຫລາຍຫລັງເທື່ອ.
5
ພຣະເຈົ້າໄດ້ບັນດານໃຈຂ້າພະເຈົ້າໃຫ້ເອີ້ນປະຊຸມປະຊາຊົນ ແລະພວກຜູ້ນຳຂອງພວກເຂົາ ພ້ອມທັງເຈົ້າໜ້າທີ່ຕ່າງໆ ເພື່ອກວດເບິ່ງບັນຊີລາຍຊື່ຂອງປະຊາຊົນ. ຂ້າພະເຈົ້າໄດ້ພົບບັນຊີລາຍຊື່ຂອງພວກທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນໝວດທຳອິດ ຊຶ່ງລາຍລະອຽດມີດັ່ງນີ້:
6
ມີຊະເລີຍຫລາຍຄົນໄດ້ອອກຈາກແຂວງ ແລະກັບຄືນມາສູ່ນະຄອນເຢຣູຊາເລັມແລະຢູດາຍ; ແຕ່ລະຄົນກັບຄືນໄປສູ່ບ້ານເກີດເມືອງນອນຂອງໃຜລາວ. ຄອບຄົວຂອງພວກເຂົາໄດ້ອາໄສຢູ່ຕ່າງຖິ່ນທີ່ນະຄອນບາບີໂລນ ຕັ້ງແຕ່ສະໄໝຂອງກະສັດເນບູກາດເນັດຊາ ໄດ້ຈັບພວກເຂົາໄປເປັນຊະເລີຍ.
7
ບັນດາຜູ້ນຳຂອງພວກເຂົາມີດັ່ງນີ້: ເສຣຸບບາເບັນ, ເຢຊູອາ, ເນເຫມີຢາ, ອາຊາຣີຢາ, ຣາອາມີຢາ, ນາຮາມານີ, ມໍເດໄກ, ບິນຊານ, ມີຊະເປເຣດ, ບິກໄຫວ, ເນຮຸມ ແລະບາອານາ.
8
ຕໍ່ໄປນີ້ແມ່ນລາຍຊື່ຂອງຕະກຸນຕ່າງໆຂອງຊາດອິດສະຣາເອນ ພ້ອມທັງຈຳນວນຄົນຂອງແຕ່ລະຕະກຸນທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ: ປາຣົດ - 2.172 ຄົນ
9
ເຊຟາຕີຢາ - 372 ຄົນ
10
ອາຣາ - 652 ຄົນ
11
ປາຮາດໂມອາບ (ເຊື້ອສາຍຂອງເຢຊູອາ ແລະໂຢອາບ) - 2.818 ຄົນ
12
ເອລາມ - 1.254 ຄົນ
13
ຊັດຕຸ - 845 ຄົນ
14
ຊັກກາຍ - 760 ຄົນ
15
ບິນນູອີ - 648 ຄົນ
16
ເບບາຍ - 628 ຄົນ
17
ອາຊະກາດ - 2.322 ຄົນ
18
ອາໂດນີກຳ - 667 ຄົນ
19
ບິກໄຫວ - 2.067 ຄົນ
20
ອາດິນ - 655 ຄົນ
21
ອາເຕ (ມີຊື່ອີກວ່າເຮເຊກີຢາ) - 98 ຄົນ
22
ຮາຊຸມ - 328 ຄົນ
23
ເບໄຊ - 324 ຄົນ
24
ຮາຣິບ - 112 ຄົນ
25
ກີເບໂອນ - 95 ຄົນ
26
ຄົນທີ່ບັນພະບຸລຸດໄດ້ອາໄສຢູ່ຕາມເມືອງດັ່ງຕໍ່ໄປນີ້ ກໍໄດ້ກັບຄືນມາຄືກັນ: ເບັດເລເຮັມແລະເນໂຕຟາ - 188 ຄົນ
27
ອານາທົດ - 128 ຄົນ
28
ເບັດອາຊະມາເວດ - 42 ຄົນ
29
ກີຣີອາດເຢອາຣີມ, ເກຟີຣາ ແລະເບເອໂຣດ - 743 ຄົນ
30
ຣາມາແລະເກບາ - 621 ຄົນ
31
ມິກມາດ - 122 ຄົນ
32
ເບັດເອນແລະອາອີ - 123 ຄົນ
33
ເນໂບ ອີກແຫ່ງອື່ນ - 52 ຄົນ
34
ເອລາມ ອີກແຫ່ງອື່ນ - 1.254 ຄົນ
35
ຮາຣິມ - 320 ຄົນ
36
ເຢຣິໂກ - 345 ຄົນ
37
ໂລດ, ຮາດິດ ແລະໂອໂນ - 721 ຄົນ
38
ເສນາຢາ - 3.930 ຄົນ
39
ຕໍ່ໄປນີ້ແມ່ນບັນຊີລາຍຊື່ຂອງຕະກຸນຂອງປະໂຣຫິດ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ເຢດາອີຢາ (ເຊື້ອສາຍຂອງເຢຊູອາ) - 973 ຄົນ
40
ອີມເມ - 1.052 ຄົນ
41
ປັດຊູ - 1.247 ຄົນ
42
ຮາຣິມ - 1.017 ຄົນ
43
ຕະກຸນຕ່າງໆຂອງຊາວເລວີ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ເຢຊູອາແລະກາດມີເອນ (ເຊື້ອສາຍຂອງໂຮດາວີຢາ) - 74 ຄົນ
44
ນັກດົນຕຼີປະຈຳພຣະວິຫານ (ເຊື້ອສາຍຂອງອາສັບ) - 148 ຄົນ
45
ຄົນເຝົ້າຍາມປະຈຳພຣະວິຫານ (ເຊື້ອສາຍຂອງຊານລູມ, ອາເຕ, ຕານໂມນ, ອັກກຸບ, ຮາຕີຕາ ແລະໂຊບາຍ) - 138 ຄົນ
46
ຕະກຸນຕ່າງໆຂອງຄົນເຮັດວຽກປະຈຳພຣະວິຫານ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ຊີຮາ, ຮາສູຟາ, ຕັບບາອົດ,
47
ເກໂຣ, ສີອາ, ປາໂດນ,
48
ເລບານາ, ຮາກາບາ, ຊານໄມ,
49
ຮານານ, ກິດເດນ, ກາຮາ,
50
ເຣອາອີຢາ, ເຣຊິນ, ເນໂກດາ,
51
ກັດຊຳ, ອຸດຊາ, ປາເສຢາ,
52
ເບສາຍ, ເມອູນິມ, ເນຟູເຊສິມ,
53
ບັກບຸກ, ຮາກູຟາ, ຮັກຮູຣະ,
54
ບາຊະລິດ, ເມຮີດາ, ຮັກຊາ,
55
ບາກໂກ, ສີເສຣາ, ເຕມາ,
56
ເນຊີຢາ ແລະຮາຕີຟາ.
57
ຕະກຸນຕ່າງໆຂອງຄົນຮັບໃຊ້ຂອງກະສັດໂຊໂລໂມນ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ໂສໄຕ, ໂສເຟເຣັດ, ເປຣີດາ,
58
ຢາອາລາ, ດາກໂກນ, ກິດເດນ,
59
ເຊຟາຕີຢາ, ຮັດຕິນ, ໂປເກເຣດຮັດເຊບາອິມ ແລະອາໂມນ.
60
ຈຳນວນທັງໝົດຂອງເຊື້ອສາຍຂອງຄົນເຮັດວຽກໃນພຣະວິຫານ ແລະຄົນຮັບໃຊ້ຂອງກະສັດໂຊໂລໂມນທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນມີທັງໝົດ 392 ຄົນ.
61
ໃນຕະກຸນຂອງເດລາອີຢາ, ໂຕບີຢາ ແລະເນໂກດາ ທີ່ໄດ້ກັບຄືນມາຈາກເມືອງເຕັນເມລາ, ເຕັນຮັກຊາ, ເຄຣຸບ, ອັດໂດນ ແລະອິມເມ, ແຕ່ພວກເຂົາພິສູດບໍ່ໄດ້ວ່າ ພວກຕົນເປັນເຊື້ອສາຍຂອງຊາວອິດສະຣາເອນ ມີ 642 ຄົນ.
63
ຕະກຸນຕ່າງໆຕໍ່ໄປນີ້ແມ່ນປະໂຣຫິດທີ່ບໍ່ມີເອກະສານ ເພື່ອພິສູດເຖິງບັນພະບຸລຸດຂອງຕົນມີດັ່ງນີ້: ໂຮບາອີຢາ, ຮັກກົດ ແລະບາກຊິນໄລ. (ບັນພະບຸລຸດຂອງຕະກຸນບາກຊິນໄລທີ່ເປັນປະໂຣຫິດ ໄດ້ແຕ່ງງານກັບຍິງຜູ້ໜຶ່ງຈາກຕະກຸນບາກຊິນໄລແຫ່ງກີເລອາດ ແລະໄດ້ໃສ່ຊື່ຕາມຕະກຸນຂອງພໍ່ເຖົ້າຂອງຕົນ.) ເນື່ອງຈາກຄົນເຫຼົ່ານີ້ພິສູດບໍ່ໄດ້ວ່າ ແມ່ນຜູ້ໃດທີ່ເປັນບັນພະບຸລຸດຂອງຕົນ. ດັ່ງນັ້ນ ພວກເຂົາຈຶ່ງບໍ່ໄດ້ຮັບໃຊ້ເປັນປະໂຣຫິດ.
65
ຜູ້ປົກຄອງຊາວຢິວໄດ້ສັ່ງບໍ່ໃຫ້ພວກເຂົາກິນອາຫານທີ່ໄດ້ຖວາຍແກ່ພຣະເຈົ້າ ຈົນກວ່າຈະມີປະໂຣຫິດທີ່ສາມາດໃຊ້ອູຣິມ ແລະທູມມິມ.
66
ພວກທີ່ເປັນຊະເລີຍໃນຕ່າງຖິ່ນທີ່ກັບຄືນມາສູ່ປະເທດທັງໝົດມີ - 42.360 ຄົນ.
67
ຜູ້ຮັບໃຊ້ຊາຍຍິງຂອງພວກເຂົາມີ - 7.337 ຄົນ; ນັກດົນຕຼີຊາຍຍິງມີ - 245 ຄົນ.
68
ພວກເຂົາມີມ້າ - 736 ໂຕ; ມີໂຕລໍ - 245 ໂຕ
69
ມີໂຕອູດ - 435 ໂຕ; ແລະມີໂຕລາ - 6.720 ໂຕ
70
ປະຊາຊົນຫລາຍຄົນໄດ້ຊ່ວຍຈ່າຍຄ່າສ້ອມແປງພຣະວິຫານ ມີດັ່ງນີ້: ຜູ້ປົກຄອງ: ຄຳ - 8 ກິໂລກຼາມ, ຊາມສຳລັບພິທີການ - 50 ໃບ, ເສື້ອຄຸມປະໂຣຫິດ - 530 ຜືນ
71
ພວກຫົວໜ້າຕະກຸນຕ່າງໆ: ຄຳ - 168 ກິໂລກຼາມ, ເງິນ - 1.250 ກິໂລກຼາມ
72
ຄົນອື່ນໆ: ຄຳ - 168 ກິໂລກຼາມ, ເງິນ - 140 ກິໂລກຼາມ, ເສື້ອຄຸມສຳລັບປະໂຣຫິດ - 67 ຜືນ
73
ບັນດາປະໂຣຫິດຊາວເລວີ, ຄົນເຝົ້າຍາມພຣະວິຫານ, ນັກດົນຕຼີ ແລະຄົນທຳມະດາຫລາຍຄົນ ຄືປະຊາຊົນອິດສະຣາເອນທັງໝົດ ໄດ້ມາຕັ້ງຖິ່ນຖານຢູ່ຕາມບ້ານ ແລະເມືອງຕ່າງໆຂອງຢູດາຍ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13