bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Nehemiah 5
Nehemiah 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 6 →
1
ແລ້ວມີຫລາຍຄົນ ທັງຊາຍແລະຍິງໄດ້ເລີ່ມຈົ່ມຮ້າຍຕໍ່ພີ່ນ້ອງຊາວຢິວດ້ວຍກັນ.
2
ບາງຄົນເວົ້າວ່າ, “ພວກເຮົາມີຄອບຄົວໃຫຍ່ ຈຶ່ງຕ້ອງການເຂົ້າກິນ ເພື່ອໃຫ້ມີຊີວິດຢູ່ຕໍ່ໄປ.”
3
ຄົນອື່ນອີກເວົ້າວ່າ, “ພວກເຮົາຕ້ອງເອົາໄຮ່ນາພ້ອມທັງສວນໝາກອະງຸ່ນ ແລະເຮືອນຂອງພວກເຮົາໄປຈຳນຳ ເພື່ອຈະມີເຂົ້າກິນພໍບໍ່ໃຫ້ອຶດຕາຍ.”
4
ຍັງມີຄົນອື່ນອີກເວົ້າວ່າ, “ພວກເຮົາຈຳເປັນຕ້ອງໄປຢືມເງິນ ເພື່ອມາເສຍພາສີໄຮ່ນາ ແລະສວນອະງຸ່ນໃຫ້ແກ່ກະສັດ.
5
ພວກເຮົາກໍເປັນພີ່ນ້ອງຊາວຢິວເຊື້ອຊາດດຽວກັນ. ລູກຫລານຂອງພວກເຮົາກໍດີສໍ່າໆກັບລູກຫລານຂອງພວກເຂົາບໍ່ແມ່ນບໍ? ແຕ່ພວກເຮົາຕ້ອງໃຫ້ລູກຫລານເປັນທາດຮັບໃຊ້. ມີລູກສາວຂອງພວກເຮົາບາງຄົນໄດ້ຖືກຂາຍໄປເປັນທາດຮັບໃຊ້ແລ້ວ. ພວກເຮົາຈຶ່ງໝົດຫວັງ ເພາະໄຮ່ນາ ແລະສວນອະງຸ່ນຂອງພວກເຮົາໄດ້ຖືກຢຶດໄປຈົນໝົດ.”
6
ເມື່ອຂ້າພະເຈົ້າໄດ້ຍິນຄຳຈົ່ມທຸກຂອງພວກເຂົາ ຂ້າພະເຈົ້າກໍຄຽດແຄ້ນຢ່າງຮ້າຍແຮງ
7
ແລະໄດ້ຕັດສິນໃຈເຮັດຢ່າງໃດຢ່າງໜຶ່ງລົງໄປ. ຂ້າພະເຈົ້າໄດ້ປະນາມພວກຜູ້ນຳ ແລະບັນດາເຈົ້າໜ້າທີ່ຂອງປະຊາຊົນ ແລະບອກພວກເຂົາວ່າ, “ພວກທ່ານພວມຂົ່ມເຫັງພີ່ນ້ອງຂອງພວກທ່ານເອງ.” ຂ້າພະເຈົ້າໄດ້ເອີ້ນປະຊຸມເພື່ອແກ້ໄຂບັນຫານີ້
8
ແລະກ່າວວ່າ, “ຕາບໃດທີ່ພວກເຮົາຍັງເຮັດໄດ້ ພວກເຮົາຕ້ອງຊື້ພີ່ນ້ອງຊາວຢິວຂອງພວກເຮົາ ທີ່ໄດ້ຖືກຂາຍໃຫ້ແກ່ຊາວຕ່າງຊາດນັ້ນກັບຄືນມາ. ບັດນີ້ ພວກທ່ານກຳລັງຂາຍພີ່ນ້ອງຂອງພວກທ່ານເອງ ພຽງແຕ່ເພື່ອພວກເຂົາຈະໄດ້ຖືກຂາຍກັບຄືນມາໃຫ້ແກ່ພວກເຮົາ.” ພວກຜູ້ນຳພາກັນມິດຢູ່ ແລະບໍ່ຮູ້ວ່າຈະຕອບແນວໃດ.
9
ແລ້ວຂ້າພະເຈົ້າກໍເວົ້າວ່າ, “ສິ່ງທີ່ພວກທ່ານເຮັດໄປນັ້ນບໍ່ຖືກຕ້ອງ ພວກທ່ານຕ້ອງຢຳເກງພຣະເຈົ້າຂອງພວກເຮົາ ແລະເຮັດໃນສິ່ງທີ່ຖືກຕ້ອງ. ແລ້ວຄົນຕ່າງຊາດທີ່ເປັນສັດຕູຂອງພວກເຮົາ ກໍຈະບໍ່ໄດ້ຫົວເຍາະເຍີ້ຍພວກເຮົາ.
10
ຂ້າພະເຈົ້າໃຫ້ປະຊາຊົນກູ້ຢືມເງິນ ແລະເຂົ້າຈາກຂ້າພະເຈົ້າໄດ້. ເໝືອນກັນກັບເພື່ອນຝູງຂອງຂ້າພະເຈົ້າ ແລະຄົນທີ່ເຮັດວຽກໃຫ້ຂ້າພະເຈົ້າ. ບັດນີ້ ຈົ່ງເລີກໜີ້ທັງໝົດຂອງພວກເຮົານັ້ນເສຍ.
11
ຈົ່ງຍົກໜີ້ທັງໝົດ ທີ່ພວກເຂົາກູ້ຢືມພວກທ່ານນັ້ນເສຍ ເຊັ່ນ: ເປັນເງິນ ຫລືເຂົ້າ ຫລືເຫຼົ້າອະງຸ່ນ ຫລືນໍ້າມັນໝາກກອກເທດ ແລະຈົ່ງສົ່ງໄຮ່ນາ, ສວນອະງຸ່ນ, ສວນໝາກກອກເທດ ແລະເຮືອນຂອງພວກເຂົາດຽວນີ້ສາ.”
12
ພວກຜູ້ນຳຈຶ່ງຕອບວ່າ, “ພວກເຮົາຈະເຮັດຕາມສິ່ງທີ່ທ່ານໄດ້ເວົ້າມາ. ພວກເຮົາຈະສົ່ງຊັບສິນຄືນໃຫ້ພວກເຂົາ ທັງຈະບໍ່ພະຍາຍາມຖາມເອົາໜີ້ສິນອີກດ້ວຍ.” ຂ້າພະເຈົ້າໄດ້ເອີ້ນພວກເຂົາໃຫ້ເຂົ້າໄປຫາປະໂຣຫິດ ແລະໃຫ້ພວກຜູ້ນຳສາບານຕໍ່ໜ້າປະໂຣຫິດວ່າ ພວກເຂົາຈະປະຕິບັດຕາມຄຳສັນຍາທີ່ພວກຕົນໄດ້ເຮັດນັ້ນ.
13
ແລ້ວຂ້າພະເຈົ້າກໍແກ້ຜ້າຄຽນແອວ ອອກສັ່ນໄປມາ. ຂ້າພະເຈົ້າໄດ້ເວົ້າວ່າ, “ພຣະເຈົ້າຈະສັ່ນພວກທ່ານ ຜູ້ທີ່ບໍ່ຮັກສາຄຳສັນຍາຂອງຕົນດັ່ງນີ້ແຫລະ. ພຣະອົງຈະເອົາເຮືອນກັບທຸກໆສິ່ງ ທີ່ພວກທ່ານມີນັ້ນໜີໄປໝົດ ໂດຍບໍ່ໃຫ້ເຫຼືອຫຍັງໄວ້ເລີຍ.” ທຸກຄົນທີ່ມີໜ້າຢູ່ໃນທີ່ນັ້ນຕ່າງກໍເວົ້າວ່າ, “ອາແມນ” ແລະພວກເຂົາໄດ້ພາກັນສັນລະເສີນພຣະເຈົ້າຢາເວ. ແລ້ວພວກຜູ້ນຳກໍໄດ້ຮັກສາຄຳສັນຍາທີ່ພວກຕົນໄດ້ເຮັດໄວ້ນັ້ນ.
14
ໃນລະຫວ່າງສິບສອງປີ ທີ່ຂ້າພະເຈົ້າໄດ້ເປັນຜູ້ປົກຄອງດິນແດນຢູດາຍນັ້ນ ຄືຕັ້ງແຕ່ຣາຊການທີຊາວ ຈົນເຖິງຣາຊການທີສາມສິບສອງ ຂອງກະສັດອາກຕາເຊເຊັດ; ຍາດຕິພີ່ນ້ອງຂອງຂ້າພະເຈົ້າ ແລະແມ່ນແຕ່ຂ້າພະເຈົ້າເອງ ບໍ່ມີຜູ້ໃດໄດ້ກິນອັດຕາອາຫານ ທີ່ຖືກມອບໃຫ້ຂ້າພະເຈົ້າໃນຖານະທີ່ເປັນຜູ້ປົກຄອງ.
15
ຜູ້ປົກຄອງທຸກຄົນ ທີ່ມາຮັບໜ້າທີ່ກ່ອນຂ້າພະເຈົ້ານັ້ນ ລ້ວນແຕ່ວາງພາລະໜັກໃຫ້ແກ່ປະຊາຊົນ ໂດຍຮຽກຮ້ອງເອົາເງິນສີ່ສິບຫລຽນຕໍ່ວັນ ເປັນຄ່າອາຫານແລະຄ່າເຫຼົ້າອະງຸ່ນ. ແມ່ນແຕ່ຄົນຮັບໃຊ້ຂອງພວກເຂົາກໍໄດ້ບີບບີ້ປະຊາຊົນ. ແຕ່ຂ້າພະເຈົ້າປະຕິບັດແຕກຕ່າງນັ້ນ ເພາະຂ້າພະເຈົ້າຢຳເກງຢຳເກງພຣະເຈົ້າ.
16
ຂ້າພະເຈົ້າໄດ້ທຸ້ມເທເຫື່ອແຮງທັງໝົດຂອງຂ້າພະເຈົ້າ ໃສ່ໃນການກໍ່ສ້າງກຳແພງເມືອງຂຶ້ນໃໝ່ ແລະບໍ່ຢາກໄດ້ຊັບສິນໃດໆເລີຍ. ທຸກຄົນທີ່ເຮັດວຽກໃຫ້ຂ້າພະເຈົ້າ ກໍຮ່ວມໃນການສ້າງກຳແພງເມືອງຂຶ້ນໃໝ່.
17
ຂ້າພະເຈົ້າໄດ້ໃຫ້ຊາວຢິວໜຶ່ງຮ້ອຍຫ້າສິບຄົນ ແລະບັນດາຜູ້ນຳຂອງພວກເຂົາກິນລ້ຽງຮ່ວມໂຕະກັບຂ້າພະເຈົ້າສະເໝີ; ນອກນີ້ກໍຍັງມີຊົນຊາດທີ່ຢູ່ອ້ອມແອ້ມນັ້ນ ມາຫາຂ້າພະເຈົ້າດ້ວຍ.
18
ທຸກໆມື້ໃດ ຂ້າພະເຈົ້າໃຊ້ງົວໜຶ່ງໂຕ, ແກະທີ່ຕຸ້ຍພີຫົກໂຕ ແລະໄກ່ຈຳນວນຫລວງຫລາຍແຕ່ງອາຫານ ແລະທຸກໆສິບມື້ໃດ ຂ້າພະເຈົ້າໄດ້ຈັດຫາເຫຼົ້າອະງຸ່ນສົດມາໃຫ້. ແຕ່ຂ້າພະເຈົ້າຮູ້ພາລະໜັກທີ່ປະຊາຊົນແບກຫາບ; ສະນັ້ນ ຂ້າພະເຈົ້າຈຶ່ງບໍ່ຮຽກຮ້ອງເອົາສ່ວນທີ່ຜູ້ປົກຄອງຄວນຈະໄດ້ຮັບນັ້ນ.
19
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍພາວັນນາອະທິຖານຂໍໃຫ້ພຣະອົງຈົດຈຳທຸກໆສິ່ງທີ່ຂ້ານ້ອຍໄດ້ເຮັດ ເພື່ອປະຊາຊົນເຫຼົ່ານີ້ດ້ວຍເຖີດ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13