bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Nehemiah 4
Nehemiah 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 5 →
1
ເມື່ອສານບັນລັດໄດ້ຍິນວ່າ ພວກເຮົາຊາວຢິວໄດ້ຕັ້ງຕົ້ນສ້າງກຳແພງເມືອງຂຶ້ນໃໝ່ ລາວກໍໂມໂຫ ແລະເວົ້າເຍາະເຍີ້ຍພວກເຮົາ.
2
ລາວເວົ້າຕໍ່ໜ້າໝູ່ເພື່ອນ ແລະທະຫານຊາວຊາມາເຣຍວ່າ, “ຊາວຢິວທີ່ໜ້າສົມເພດເວດທະນາພວກນີ້ ຄິດຢ່າງໃດຈຶ່ງເຮັດເຊັ່ນນີ້? ພວກເຂົາຕັ້ງໃຈຈະສ້າງເມືອງຂຶ້ນໃໝ່ຊັ້ນບໍ? ພວກເຂົາຄິດວ່າ ການນຳເຄື່ອງມາເຜົາບູຊານັ້ນ ຈະພາໃຫ້ພວກເຂົາເຮັດວຽກແລ້ວໃນມື້ດຽວຊັ້ນບໍ? ພວກເຂົາຈະເອົາເສດຫີນກຳແພງແຕກກໍ່ສ້າງຂຶ້ນໃໝ່ໄດ້ຊັ້ນບໍ?”
3
ໂຕບີຢາຊາວອຳໂມນຜູ້ທີ່ຢືນຢູ່ໃກ້ກັບລາວໃນທີ່ນັ້ນເວົ້າຂຶ້ນວ່າ, “ພວກເຂົາສ້າງກຳແພງຂຶ້ນແບບໃດກັນ? ແມ່ນແຕ່ໝາແລ່ນຕຳກໍຍັງຊິລົ້ມ.”
4
ຂ້າພະເຈົ້າພາວັນນາອະທິຖານວ່າ, “ໂອ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ໂຜດຟັງຖ້ອຍຄຳທີ່ພວກເຂົາເວົ້າດູໝິ່ນຂ້ານ້ອຍແດ່ທ້ອນ. ຂໍໃຫ້ຄຳເຍາະເຍີ້ຍນັ້ນຕົກຖືກພວກເຂົາເອງ. ຂໍໃຫ້ທຸກໆສິ່ງທີ່ພວກເຂົາມີຢູ່ຖືກປຸ້ນໄປຈົນໝົດສິ້ນ ແລະໃຫ້ພວກເຂົາຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນດ້ວຍ.
5
ຂໍຢ່າໄດ້ຍົກໂທດຄວາມຊົ່ວຊ້າທີ່ພວກເຂົາໄດ້ເຮັດ ແລະຂໍຢ່າລືມການບາບຂອງພວກເຂົາ; ເພາະພວກເຂົາໄດ້ໝິ່ນປະໝາດພວກຂ້ານ້ອຍ ຜູ້ທີ່ກຳລັງສ້າງເມືອງນີ້ຂຶ້ນໃໝ່.”
6
ສະນັ້ນ ພວກເຮົາຈຶ່ງສ້າງກຳແພງເມືອງຕໍ່ໄປ ແລະບໍ່ທັນເທົ່າໃດກຳແພງເມືອງກໍສູງຂຶ້ນໄດ້ຕັ້ງເຄິ່ງໜຶ່ງ ຍ້ອນວ່າປະຊາຊົນພາກັນຮ້ອນຮົນເຮັດວຽກ.
7
ສານບັນລັດ, ໂຕບີຢາ ແລະປະຊາຊົນຊາວອາຣັບ, ຊາວອຳໂມນ ແລະຊາວອາຊະໂດດ ເມື່ອໄດ້ຍິນວ່າພວກເຮົາສ້າງກຳແພງນະຄອນເຢຣູຊາເລັມຄືບໜ້າ ແລະທັງຮູ້ວ່າປ່ອງທີ່ແຕກນັ້ນກໍໄດ້ອັດໝົດແລ້ວ ພວກເຂົາກໍເກີດຄຽດແຄ້ນຫລາຍທີ່ສຸດ.
8
ສະນັ້ນ ພວກເຂົາຈຶ່ງຮ່ວມກັນວາງແຜນ ເພື່ອຈະມາໂຈມຕີນະຄອນເຢຣູຊາເລັມ ແລະທັງສ້າງຄວາມປັ່ນປ່ວນຂຶ້ນ;
9
ແຕ່ພວກເຮົາພາກັນພາວັນນາອະທິຖານຕໍ່ພຣະເຈົ້າຂອງພວກເຮົາ ແລະທັງຈັດຄົນເຝົ້າຍາມຕະຫລອດທັງກາງເວັນແລະກາງຄືນ.
10
ຊາວຢູດາມັກຮ້ອງເພງບົດໜຶ່ງຊຶ່ງມີຖ້ອຍຄຳດັ່ງນີ້: “ເຫື່ອແຮງພວກເຮົາເກືອບຈະໝົດສິ້ນໄປ ຍ້ອນພາລະໜັກທີ່ພວກເຮົາພວມແບກ ຫີນແຕກຫາມໄປຖິ້ມມີຫລາຍເຫລືອລົ້ນ ວັນນີ້ພວກເຮົາຈະສ້າງກຳແພງເມືອງໄດ້ຢ່າງໃດ?”
11
ສັດຕູຂອງພວກເຮົາຄິດວ່າ ພວກເຮົາບໍ່ອາດເຫັນພວກເຂົາໄດ້ ຫລືບໍ່ຮູ້ວ່າສິ່ງໃດທີ່ກຳລັງເກີດຂຶ້ນ ຈົນກວ່າພວກເຂົາເຂົ້າມາຫາ ເພື່ອຈະຂ້າພວກເຮົາ ແລະເຮັດໃຫ້ວຽກງານຂອງພວກເຮົາຢຸດສະງັກ.
12
ແຕ່ຊາວຢິວທີ່ຢູ່ນຳພວກສັດຕູກໍມາເຕືອນພວກເຮົາທຸກໄລຍະ ເຖິງແຜນການທີ່ພວກເຂົາກຳລັງວາງຕໍ່ສູ້ພວກເຮົາ.
13
ສະນັ້ນ ຂ້າພະເຈົ້າຈຶ່ງເອົາຫອກ, ດາບ ແລະໜ້າທະນູໃຫ້ປະຊາຊົນ ພ້ອມທັງໃຫ້ພວກເຂົາເຂົ້າປະຈຳໜ້າທີ່ຢູ່ທາງເບື້ອງຫລັງຂອງກຳແພງເມືອງເປັນຕະກຸນ ໃນທຸກບ່ອນທີ່ຍັງສ້າງບໍ່ທັນແລ້ວ.
14
ຂ້າພະເຈົ້າເຫັນວ່າປະຊາຊົນວຸ້ນວາຍໃຈ; ສະນັ້ນ ຂ້າພະເຈົ້າຈຶ່ງເວົ້າກັບພວກເຂົາ ພ້ອມທັງພວກຜູ້ນຳ ແລະພວກຂ້າຣາຊການວ່າ, “ບໍ່ຕ້ອງຢ້ານພວກສັດຕູດອກ. ຈົ່ງຈົດຈຳໄວ້ວ່າພຣະເຈົ້າຢາເວຂອງພວກເຮົາຍິ່ງໃຫຍ່ ແລະເປັນທີ່ເກງກົວຫລາຍສໍ່າໃດ ແລະຈົ່ງສູ້ຮົບເພື່ອເພື່ອນຮ່ວມຊາດ, ລູກ, ເມຍ ແລະເຮືອນຂອງພວກທ່ານ.”
15
ເມື່ອສັດຕູຮູ້ວ່າພວກເຮົາຮູ້ຈັກແຜນການຂອງພວກເຂົາແລ້ວ ພວກເຂົາຈຶ່ງຮັບຮູ້ວ່າ ພຣະເຈົ້າໄດ້ເຮັດໃຫ້ແຜນການຂອງພວກເຂົາຫລົ້ມເຫລວ. ແລ້ວພວກເຮົາທັງໝົດກໍກັບຄືນມາສ້າງກຳແພງຂຶ້ນໃໝ່ຕໍ່.
16
ຕັ້ງແຕ່ນັ້ນມາ ປະຊາຊົນຂອງຂ້າພະເຈົ້າເຄິ່ງໜຶ່ງກໍພາກັນເຮັດວຽກ ແລະອີກເຄິ່ງໜຶ່ງພາກັນຢືນຍາມໂດຍໃສ່ເຄື່ອງນຸ່ງຫຸ້ມເກາະ ແລະມີອາວຸດຄົບມືດ້ວຍ ເຊັ່ນ: ຫອກ, ໂລ້ ແລະໜ້າທະນູ;
17
ແລະພວກຜູ້ນຳກໍສະໜັບສະໜູນປະຊາຊົນທີ່ສ້າງກຳແພງເມືອງຂຶ້ນໃໝ່ນັ້ນຢ່າງເຕັມກຳລັງ. ແມ່ນແຕ່ຜູ້ທີ່ຫາມວັດຖຸກໍ່ສ້າງກໍໃຊ້ມືໜຶ່ງເຮັດວຽກ ແລະອີກມືໜຶ່ງຖືອາວຸດ
18
ແລະແຕ່ລະຄົນທີ່ກຳລັງເຮັດກໍ່ສ້າງ ຕ່າງກໍພາຍດາບຂອງຕົນໄວ້ທຸກຄົນໃນເວລາເຮັດວຽກ. ສ່ວນຄົນທີ່ເປົ່າແກສັນຍານບອກເຫດການ ກໍຢູ່ກັບຂ້າພະເຈົ້າສະເໝີ.
19
ຂ້າພະເຈົ້າບອກປະຊາຊົນບັນດາຂ້າຣາຊການ ແລະພວກຜູ້ນຳອີກວ່າ, “ວຽກງານຂອງພວກເຮົາຄືບໜ້າອອກໄປໄກເຕັມທີ ຊຶ່ງເຮັດໃຫ້ພວກເຮົາຕ້ອງຢາຍຫ່າງກັນຢູ່ເທິງກຳແພງ.
20
ຖ້າພວກເຈົ້າໄດ້ຍິນສຽງສັນຍານບອກເຫດການ ຈົ່ງຮີບພາກັນມາເຕົ້າໂຮມອ້ອມຮອບຂ້າພະເຈົ້າ. ພຣະເຈົ້າຂອງພວກເຮົາຈະຕໍ່ສູ້ເພື່ອພວກເຮົາ.”
21
ສະນັ້ນ ທຸກມື້ຕັ້ງແຕ່ເຊົ້າມືດຈົນເຖິງດາວອອກໃນເວລາກາງຄືນ ເຄິ່ງໜຶ່ງໃນພວກເຮົາເຮັດວຽກເທິງກຳແພງ ແລະໃນຂະນະດຽວກັນ ອີກເຄິ່ງໜຶ່ງກໍຖືຫອກຢືນຍາມ.
22
ໃນເວລານັ້ນ ຂ້າພະເຈົ້າໄດ້ບອກຜູ້ຮັບຜິດຊອບວຽກງານວ່າ, “ພວກເຈົ້າກັບຜູ້ຊ່ວຍວຽກທຸກຄົນຕ້ອງຢູ່ໃນນະຄອນເຢຣູຊາເລັມຕອນກາງຄືນ ເພື່ອວ່າພວກເຮົາຈະໄດ້ເຝົ້າຍາມເມືອງທັງກາງຄືນ ແລະທັງກາງເວັນ ໃນຍາມເຮັດວຽກດ້ວຍ.”
23
ຂ້າພະເຈົ້າບໍ່ໄດ້ຖອດເຄື່ອງນຸ່ງອອກແມ່ນແຕ່ຍາມກາງຄືນ ບໍ່ວ່າແຕ່ໝູ່ເພື່ອນ, ຄົນຮັບໃຊ້ ແລະຜູ້ປ້ອງກັນຕົວຂອງຂ້າພະເຈົ້າ. ພວກເຮົາທຸກຄົນຖືອາວຸດຢູ່ໃນມືສະເໝີ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13