bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Nehemiah 10
Nehemiah 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 11 →
1
ຜູ້ທຳອິດທີ່ເຊັນຂໍ້ຕົກລົງນີ້ແມ່ນຜູ້ປົກຄອງເນເຫມີຢາ ລູກຊາຍຂອງຮາກາລີຢາ ແລະຕໍ່ມາ ແມ່ນເຊເດກີຢາ. ບຸກຄົນດັ່ງຕໍ່ໄປນີ້ກໍໄດ້ເຊັນຄືກັນ:
2
ປະໂຣຫິດ: ເສຣາອີຢາ, ອາຊາຣີຢາ, ເຢເຣມີຢາ,
3
ປັດຊູ, ອາມາຣີຢາ, ມັນກີຢາ,
4
ຮັດຕຸຊະ, ເຊບານີຢາ, ມັນລຸກ,
5
ຮາຣິມ, ເມເຣໂມດ, ໂອບາດີຢາ,
6
ດານີເອນ, ຄີນເນໂທນ, ບາຣຸກ,
7
ເມຊຸນລຳ, ອາບີຢາ, ມີຢາມິນ,
8
ມາອາຊີຢາ, ບິນກາຍ ແລະເຊມາອີຢາ.
9
ຊາວເລວີ: ເຢຊູອາລູກຊາຍຂອງອາຊານີຢາ, ບິນນູອີຄົນໃນຕະກຸນຂອງເຮນາດາດ, ກາດມີເອນ,
10
ເຊບານີຢາ, ໂຮດີຢາ, ເກລີຕາ, ເປລາອີຢາ, ຮານານ,
11
ມີກາ, ເຣໂຮບ, ຮາຊາບີຢາ,
12
ຊັກກູເຣ, ເຊເຣບີຢາ, ເຊບານີຢາ,
13
ໂຮດີຢາ, ບານີ ແລະເບນີນູ.
14
ຜູ້ນຳປະຊາຊົນ: ປາຣົດ, ປາຮາດໂມອາບ, ເອລາມ, ຊັດຕຸ, ບານີ,
15
ບັນນີ, ອາຊະກາດ, ເບບາຍ,
16
ອາໂດນີຢາ, ບິກໄຫວ, ອາດິນ,
17
ອາເຕ, ເຮເຊກີຢາ, ອັດຊູຣະ,
18
ໂຮດີຢາ, ຮາຊຸມ, ເບໄຊ,
19
ຮາຣິບ, ອານາທົດ, ເນບາຍ,
20
ມາກປີອັດຊະ, ເມຊຸນລຳ, ເຮຊີຣະ,
21
ເມເຊຊາເບນ, ຊາດົກ, ຢັດດູອາ,
22
ເປລາຕີຢາ, ຮານານ, ອານາອີຢາ,
23
ໂຮເຊຢາ, ຮານານີຢາ, ຮັດຊຸບ,
24
ຮັນໂລເຮັດ, ປິນຮາ, ໂຊເບັກ,
25
ເຣຮຸມ, ຮາຊັບນາ, ມາອາເສອີຢາ,
26
ອາຮີຢາ, ຮານານ, ອານານ,
27
ມັນລຸກ, ຮາຣິມ ແລະບາອານາ.
28
“ພວກຂ້ານ້ອຍ ປະຊາຊົນອິດສະຣາເອນ ຄືພວກປະໂຣຫິດຊາວເລວີ ແລະພວກເຝົ້າຍາມ, ບັນດານັກຮ້ອງ, ຜູ້ຮັບໃຊ້ປະຈຳພຣະວິຫານ ແລະທຸກຄົນທີ່ເຊື່ອຟັງກົດບັນຍັດຂອງພຣະເຈົ້າ ໄດ້ແຍກຕົນເອງອອກຈາກຊາວຕ່າງຊາດທີ່ອາໄສຢູ່ໃນດິນແດນຂອງພວກຂ້ານ້ອຍ. ພວກຂ້ານ້ອຍພ້ອມດ້ວຍລູກເມຍຂອງພວກຂ້ານ້ອຍທຸກຄົນເຕີບໃຫຍ່ພໍທີ່ຈະເຂົ້າໃຈໄດ້
29
ຂໍຮ່ວມກັບບັນດາຜູ້ນຳຂອງພວກຂ້ານ້ອຍໃນທີ່ນີ້ ພາຍໃຕ້ຄຳສາບແຊ່ງອັນມີໂທດຮ້າຍແຮງ ຖ້າພວກຂ້ານ້ອຍຝ່າຝືນຂໍ້ຕົກລົງນີ້ ຂໍສາບານວ່າພວກຂ້ານ້ອຍຈະດຳເນີນຊີວິດຕາມກົດບັນຍັດ ຊຶ່ງພຣະເຈົ້າໄດ້ມອບໃຫ້ຜ່ານທາງໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າ; ວ່າພວກຂ້ານ້ອຍຈະກະທຳຕາມສິ່ງທັງໝົດທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍໄດ້ສັ່ງ; ແລະວ່າພວກຂ້ານ້ອຍຈະຢຶດຖືກົດບັນຍັດ ແລະຂໍ້ກຳນົດຕ່າງໆຂອງພຣະອົງ.
30
ພວກຂ້ານ້ອຍຈະບໍ່ແຕ່ງງານກັບຊາວຕ່າງຊາດທີ່ອາໄສຢູ່ໃນດິນແດນຂອງພວກຂ້ານ້ອຍນີ້.
31
ຖ້າຄົນຕ່າງຊາດນຳເຂົ້າ ຫລືສິ່ງຂອງໃດໆ ມາຂາຍໃຫ້ພວກຂ້ານ້ອຍໃນວັນຊະບາໂຕ ຫລືໃນວັນສັກສິດອື່ນໆ ພວກຂ້ານ້ອຍກໍຈະບໍ່ຊື້ນຳພວກເຂົາ. ທຸກໆເຈັດປີໃດພວກຂ້ານ້ອຍຈະບໍ່ເຮັດໄຮ່ໄຖນາ ແລະຈະຍົກໜີ້ທັງໝົດໃຫ້ແກ່ຜູ້ທີ່ກູ້ຢືມ.
32
ທຸກໆປີໃດ ພວກຂ້ານ້ອຍຈະບໍລິຈາກເງິນຈຳນວນຫ້າກຼາມ ສຳລັບການຮັບໃຊ້ໃນວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ.
33
ພວກຂ້ານ້ອຍຈະຈັດຫາໄວ້ສຳລັບການນະມັດສະການໃນພຣະວິຫານ ດັ່ງນີ້: ເຂົ້າຈີ່ສັກສິດ, ພືດຜົນເປັນເມັດທີ່ຖວາຍປະຈຳວັນ, ສັດຫລາຍໂຕທີ່ຕ້ອງເຜົາບູຊາແຕ່ລະວັນ, ເຄື່ອງຖວາຍບູຊາສັກສິດສຳລັບວັນຊະບາໂຕ, ສຳລັບວັນເດືອນຂຶ້ນໃໝ່ ແລະສຳລັບວັນອື່ນໆ, ເຄື່ອງຖວາຍບູຊາສັກສິດອື່ນໆ, ເຄື່ອງຖວາຍບູຊາເພື່ອລຶບລ້າງບາບຂອງຊາດອິດສະຣາເອນ ແລະສິ່ງອື່ນໆອີກ ທີ່ຈຳເປັນສຳລັບພຣະວິຫານ.
34
ພວກຂ້ານ້ອຍ, ປະຊາຊົນ, ບັນດາປະໂຣຫິດ ແລະຊາວເລວີ ຈະໃຊ້ສະຫລາກແຕ່ລະປີ ເພື່ອຕັດສິນຊີ້ຂາດຢ່າງຄັກແນ່ວ່າ ຕະກຸນໃດຈະເປັນຜູ້ຈັດຫາຟືນມາທີ່ວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ ເພື່ອເຜົາບູຊາຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ ຕາມທີ່ກົດບັນຍັດຂອງພຣະອົງໄດ້ຂຽນໄວ້.
35
ແຕ່ລະປີໃດ ພວກຂ້ານ້ອຍຈະນຳພືດຜົນເປັນເມັດທີ່ໄດ້ເກັບກ່ຽວເທື່ອທຳອິດ ແລະໝາກໄມ້ທີ່ສຸກເທື່ອທຳອິດຈາກຕົ້ນມາທີ່ວິຫານຂອງພຣະເຈົ້າຢາເວ.
36
ລູກຊາຍກົກແຕ່ລະຄົນຂອງພວກຂ້ານ້ອຍ ຈະຕ້ອງຖືກນຳໄປຫາປະໂຣຫິດທີ່ວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ ແລະຖວາຍລາວແກ່ພຣະເຈົ້າຢູ່ໃນທີ່ນັ້ນ ຕາມທີ່ກົດບັນຍັດໄດ້ຂຽນໄວ້. ພວກຂ້ານ້ອຍຍັງຈະຖວາຍລູກກົກຂອງງົວເຖິກ, ຂອງງົວແມ່ແຕ່ລະໂຕ ແລະລູກກົກຂອງແກະເຖິກ ຫລືລູກແກະ ຫລືລູກແບ້ແຕ່ລະໂຕດ້ວຍ.
37
ທຸກໆປີໃດ ພວກຂ້ານ້ອຍຈະນຳເຂົ້າໜົມທີ່ບໍ່ໄດ້ຈີ່ ຊຶ່ງເຮັດຈາກພືດຜົນເປັນເມັດທີ່ເກັບກ່ຽວແຕ່ຕົ້ນປີພ້ອມທັງເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ ແລະໝາກໄມ້ຊະນິດຕ່າງໆມາໃຫ້ປະໂຣຫິດຖວາຍໃນວິຫານຂອງພຣະເຈົ້າ. ພວກຂ້ານ້ອຍຈະນຳໜຶ່ງສ່ວນສິບຂອງພືດຜົນຈາກໄຮ່ນາ ແລະໜຶ່ງສ່ວນສິບຂອງພືດຜົນຈາກດິນແດນຂອງພວກຂ້ານ້ອຍມາໃຫ້ຊາວເລວີ.
38
ພວກປະໂຣຫິດທີ່ສືບເຊື້ອສາຍມາຈາກອາໂຣນຈະໄປກັບຊາວເລວີ ເມື່ອເກັບເອົາໜຶ່ງສ່ວນສິບນັ້ນ; ແລະເພື່ອຮັບໃຊ້ໃນວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ ໃຫ້ຊາວເລວີຖວາຍໜຶ່ງສ່ວນສິບຈາກສິ່ງຂອງຂອງພວກຕົນ ຊຶ່ງໄດ້ມາຈາກໜຶ່ງສ່ວນສິບທັງໝົດນີ້ ໃຫ້ແກ່ຄັງຂອງວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍເໝືອນກັນ.
39
ປະຊາຊົນຊາວອິດສະຣາເອນ ແລະຊາວເລວີຈະຕ້ອງບໍລິຈາກພືດຜົນເປັນເມັດ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດ ໄວ້ໃນຄັງບ່ອນມ້ຽນເຄື່ອງໃຊ້ປະຈຳພຣະວິຫານ ໃນບ່ອນທີ່ບັນດາປະໂຣຫິດປະຈຳການ, ໃນບ່ອນພວກຄົນເຝົ້າຍາມ ແລະໃນບ່ອນທີ່ສະມາຊິກກຸ່ມນັກຮ້ອງອາໄສຢູ່. ພວກຂ້ານ້ອຍຈະບໍ່ລະເລີຍຕໍ່ວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ.”
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13