bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Nehemiah 2
Nehemiah 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 3 →
1
ຕໍ່ມາໃນເດືອນນີຊານ ໃນປີທີຊາວຂອງກະສັດອາກຕາເຊເຊັດ ຂ້າພະເຈົ້າໄດ້ຢາຍເຫຼົ້າໃຫ້ເພິ່ນທີ່ກຳລັງຮັບປະທານອາຫານແລງຢູ່. ແຕ່ກ່ອນເພິ່ນບໍ່ເຄີຍເຫັນຂ້າພະເຈົ້າໂສກເສົ້າເຊັ່ນນີ້ເລີຍ
2
ດັ່ງນັ້ນ ເພິ່ນຈຶ່ງຖາມວ່າ, “ເປັນຫຍັງເຈົ້າຈຶ່ງໂສກເສົ້າແທ້? ເຈົ້າກໍບໍ່ໄດ້ເຈັບໄຂ້ຫຍັງ ສະນັ້ນ ເຈົ້າຄົງມີເລື່ອງທຸກໃຈເປັນແນ່.” ຂ້າພະເຈົ້າຕົກໃຈຫລາຍ
3
ແລະຕອບເພິ່ນວ່າ, “ຂໍພະຣາຊາ ຈົ່ງໝັ້ນຍືນຕະຫລອດໄປເທີ້ນ ຈະໃຫ້ຂ້ານ້ອຍບໍ່ໂສກເສົ້າໄດ້ຢ່າງໃດ ໃນເມື່ອເມືອງທີ່ບັນພະບຸລຸດຂອງຂ້ານ້ອຍໄດ້ຖືກຝັງໄວ້ໃນບ່ອນຮົກຮ້າງເພພັງ ແລະປະຕູເມືອງກໍຖືກທຳລາຍດ້ວຍໄຟ?”
4
ກະສັດຖາມວ່າ, “ເຈົ້າຕ້ອງການຫຍັງ?” ຂ້າພະເຈົ້າພາວັນນາອະທິຖານຕໍ່ພຣະເຈົ້າແຫ່ງສະຫວັນ
5
ແລ້ວກໍໄດ້ຕອບກະສັດວ່າ, “ຖ້າທ່ານພໍໃຈນຳຂ້ານ້ອຍ ແລະຈະອະນຸຍາດໃຫ້ຕາມຄຳຂໍຮ້ອງຂອງຂ້ານ້ອຍແລ້ວ ຂໍໃຫ້ຂ້ານ້ອຍກັບຄືນໄປແຂວງຢູດາຍ ຄືໄປເມືອງທີ່ບັນພະບຸລຸດຂອງຂ້ານ້ອຍໄດ້ຖືກຝັງໄວ້ນັ້ນ ເພື່ອວ່າຂ້ານ້ອຍຈະໄດ້ສ້າງບ້ານເມືອງຂຶ້ນໃໝ່.”
6
ກະສັດກັບຣາຊີນີທີ່ນັ່ງຢູ່ຄຽງຂ້າງເພິ່ນ ກໍຕົກລົງຕາມຄຳຂໍຮ້ອງນັ້ນ. ເພິ່ນຖາມຂ້າພະເຈົ້າວ່າ, “ຈະໄປດົນນານປານໃດ ແລະເຫິງປານໃດຈຶ່ງຈະກັບມາ?” ແລະຂ້າພະເຈົ້າກໍບອກກຳນົດແກ່ເພິ່ນ.
7
ແລ້ວຂ້າພະເຈົ້າກໍໄດ້ຂໍຮ້ອງເພິ່ນ ໃຫ້ຂຽນຈົດໝາຍໄປຫາບັນດາຜູ້ປົກຄອງແຂວງທາງພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ ແລະແນະນຳພວກເຂົາອະນຸຍາດໃຫ້ຂ້າພະເຈົ້າເດີນທາງໄປແຂວງຢູດາຍ.
8
ຂ້າພະເຈົ້າຍັງຂໍຮ້ອງເພິ່ນໃຫ້ຂຽນຈົດໝາຍໄປຫາອາສັບ ຜູ້ຮັກສາປ່າໄມ້ຂອງກະສັດ ໂດຍແນະນຳເພິ່ນໃຫ້ຈັດຫາໄມ້ ສຳລັບສ້າງປະຕູປ້ອມທີ່ຮັກສາພຣະວິຫານ, ສຳລັບສ້າງກຳແພງເມືອງ ແລະສຳລັບສ້າງເຮືອນທີ່ຂ້າພະເຈົ້າຈະຢູ່ດ້ວຍ. ກະສັດກໍໄດ້ອະນຸຍາດໃຫ້ທຸກສິ່ງ ຕາມທີ່ຂ້າພະເຈົ້າຂໍຮ້ອງ ເພາະພຣະເຈົ້າສະຖິດຢູ່ນຳຂ້າພະເຈົ້າ.
9
ກະສັດຍັງໄດ້ສົ່ງນາຍທະຫານບາງຄົນ ແລະທະຫານມ້າໝວດໜຶ່ງໄປກັບຂ້າພະເຈົ້າດ້ວຍ; ແລະຂ້າພະເຈົ້າກໍໄດ້ເດີນທາງໄປສູ່ພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ. ເມື່ອໄປເຖິງທີ່ນັ້ນ ຂ້າພະເຈົ້າກໍໄດ້ມອບຈົດໝາຍໃຫ້ແກ່ບັນດາຜູ້ປົກຄອງ.
10
ແຕ່ສານບັນລັດຊາວໂຮໂຣນ ແລະໂຕບີຢາຂ້າຣາຊການຄົນໜຶ່ງຂອງແຂວງອຳໂມນ ໄດ້ຍິນຂ່າວວ່າ, ມີບາງຄົນມາເຮັດວຽກເພື່ອຫາຄວາມສຸກສະບາຍໃຫ້ຊາວອິດສະຣາເອນ; ສະນັ້ນ ພວກເຂົາຈຶ່ງບໍ່ພໍໃຈຢ່າງຍິ່ງ.
11
ຂ້າພະເຈົ້າໄດ້ໄປທີ່ນະຄອນເຢຣູຊາເລັມ ແລະພັກຢູ່ທີ່ນັ້ນສາມວັນ
12
ໂດຍບໍ່ໄດ້ບອກໃຫ້ຜູ້ໃດຮູ້ກ່ຽວກັບສິ່ງທີ່ພຣະເຈົ້າ ບັນດານໃຈຂ້າພະເຈົ້າໃຫ້ເຮັດສຳລັບນະຄອນເຢຣູຊາເລັມ. ແລ້ວໃນຕອນກາງຄືນນັ້ນ ຂ້າພະເຈົ້າກໍໄດ້ອອກເດີນທາງ ໂດຍມີເພື່ອນບາງຄົນຕິດຕາມໄປດ້ວຍ. ພວກເຮົາມີລໍພຽງໂຕດຽວທີ່ເປັນພາຫານະຂີ່ໄປ.
13
ໃນເວລາທີ່ພວກເຮົາອອກຈາກເມືອງ ໂດຍຜ່ານປະຕູຮ່ອມພູທາງທິດຕາເວັນຕົກໄປນັ້ນ ກໍຍັງເປັນເວລາມືດຢູ່; ພວກເຮົາໄດ້ກາຍດ້ານໃຕ້ຂອງນໍ້າພຸໂຕມັງກອນ ໄປຈົນເຖິງຮ່ອມພູປະຕູຂີ້ສັດ. ເມື່ອກຳລັງເດີນທາງໄປນັ້ນ ຂ້າພະເຈົ້າໄດ້ສຳຫລວດເບິ່ງກຳແພງເມືອງທີ່ເພພັງ ແລະປະຕູເມືອງທີ່ຖືກໄຟໄໝ້.
14
ແລ້ວຈາກດ້ານທິດຕາເວັນອອກຂອງເມືອງ ຂ້າພະເຈົ້າໄດ້ໄປທາງດ້ານເໜືອສູ່ປະຕູນໍ້າພຸ ແລະສູ່ສະອາບນໍ້າຂອງກະສັດ. ທາງເສັ້ນນີ້ບໍ່ມີບ່ອນພໍໃຫ້ລໍຂອງຂ້າພະເຈົ້າຜ່ານໄປໄດ້ເລີຍ;
15
ດັ່ງນັ້ນ ຂ້າພະເຈົ້າຈຶ່ງຂີ່ລໍລົງໄປທາງຮ່ອມພູກິດໂຣນ ແລະເລາະລຽບເບິ່ງກຳແພງເມືອງໄປ. ແລ້ວຂ້າພະເຈົ້າກໍກັບມາທາງເກົ່າ ແລະຄືນເມືອໃນເມືອງໂດຍຜ່ານປະຕູຮ່ອມພູ.
16
ບໍ່ມີຂ້າຣາຊການທ້ອງຖິ່ນຄົນໃດຮູ້ເລີຍວ່າ ຂ້າພະເຈົ້າໄປໃສ ຫລືຂ້າພະເຈົ້າກຳລັງເຮັດຫຍັງ. ຈົນເຖິງດຽວນີ້ ຂ້າພະເຈົ້າກໍຍັງບໍ່ໄດ້ບອກໃຫ້ພວກພີ່ນ້ອງຊາວຢິວຮູ້ນຳເລີຍເຊັ່ນ: ບັນດາປະໂຣຫິດ, ບັນດາຜູ້ນຳ, ບັນດາຂ້າຣາຊການ ຫລືຄົນໃດຄົນໜຶ່ງທີ່ໄດ້ມີສ່ວນໃນວຽກງານນີ້.
17
ແຕ່ມາບັດນີ້ ຂ້າພະເຈົ້າໄດ້ເວົ້າກັບພວກເຂົາວ່າ, “ພວກທ່ານເຫັນບໍວ່າ ພວກເຮົາໄດ້ຮັບຄວາມເດືອດຮ້ອນຫລາຍສໍ່າໃດ ຍ້ອນນະຄອນເຢຣູຊາເລັມຖືກເພພັງ ແລະປະຕູເມືອງກໍຖືກໄຟໄໝ້ ໃຫ້ພວກເຮົາຊ່ວຍກັນສ້າງກຳແພງເມືອງຂຶ້ນໃໝ່ ແລະລຶບຄວາມອັບອາຍຂາຍໜ້າຂອງພວກເຮົາໃຫ້ສິ້ນສຸດໄປເສຍເທາະ.”
18
ແລ້ວຂ້າພະເຈົ້າກໍໄດ້ບອກພວກເຂົາວ່າ ພຣະເຈົ້າສະຖິດຢູ່ນຳຂ້າພະເຈົ້າ ແລະຊ່ວຍຊູຂ້າພະເຈົ້າຢ່າງໃດ ແລະກະສັດໄດ້ເວົ້າກັບຂ້າພະເຈົ້າຢ່າງໃດອີກດ້ວຍ. ພວກເຂົາຕອບວ່າ, “ໃຫ້ພວກເຮົາລົງມືສ້າງເມືອງຂຶ້ນໃໝ່ສາ” ແລ້ວພວກເຂົາກໍຕຽມພ້ອມທີ່ຈະລົງມືເຮັດວຽກ.
19
ເມື່ອສານບັນລັດຊາວໂຮໂຣນ, ໂຕບີຢາຊາວອຳໂມນ ແລະເກເຊມຊາວອາຣັບໄດ້ຍິນສິ່ງທີ່ພວກເຮົາກຳລັງວາງແຜນຈະກະທຳນັ້ນ ພວກເຂົາຕ່າງກໍຫົວເຍາະເຍີ້ຍພວກເຮົາ ແລະເວົ້າວ່າ, “ພວກເຈົ້າກຳລັງຄິດຈະເຮັດຫຍັງກັນ? ພວກເຈົ້າກຳລັງຈະກະບົດຕໍ່ກະສັດຊັ້ນບໍ?”
20
ຂ້າພະເຈົ້າຕອບວ່າ, “ພຣະເຈົ້າແຫ່ງສະຫວັນ ຈະໃຫ້ພວກເຮົາດຳເນີນວຽກງານນີ້ສຳເລັດ. ພວກເຮົາເປັນຜູ້ຮັບໃຊ້ຂອງພຣະອົງ ແລະກຳລັງຈະສ້າງເມືອງຂຶ້ນໃໝ່. ແຕ່ພວກທ່ານບໍ່ມີສິດໃນສົມບັດສ່ວນໃດໆທີ່ນະຄອນເຢຣູຊາເລັມນີ້ ແລະທັງບໍ່ມີສ່ວນແບ່ງໃດໆໃນເລື່ອງນີ້ດ້ວຍ.”
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13