bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Song of Solomon 1
Song of Solomon 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 2 →
1
ເປັນບົດເພງອັນໜ້າອອນຊອນທີ່ສຸດຂອງໂຊໂລໂມນ.
2
ຂໍໃຫ້ຮີມສົບອ້າຍໄດ້ຈູບຮີມສົບນ້ອງຫລາຍທີ ຄວາມຮັກທີ່ອ້າຍມີດີກວ່າເຫຼົ້າອະງຸ່ນຕັ້ງຫລາຍເທົ່າ.
3
ກິ່ນຫອມຫວນໃນຕົວອ້າຍເຮັດໃຫ້ນ້ອງໄດ້ຊື່ນໃຈ ຊື່ຂອງອ້າຍພາໃຫ້ນ້ອງຄໍ່າຄວນເຝົ້າສະເໜ່ຫາຢູ່ບໍ່ຂາດ ຈຶ່ງບໍ່ເປັນສິ່ງປະຫລາດທີ່ຍິງສາວໃດໆ ຈຳຕ້ອງຫລົງໄຫລຍ້ອນຮັກອ້າຍແຕ່ຜູ້ດຽວ.
4
ຈົ່ງມາຮັບເອົານ້ອງ ແລະພາພວກນ້ອງໜີໄປສາ ຈົ່ງມາເປັນຣາຊາແລະພາເຂົ້າໄປຫ້ອງນອນອ້າຍ. ເພາະອ້າຍ ນ້ອງຈະຊົມຊື່ນກັບຄວາມສຸກດ້ວຍກັນ ມາເພາະຮັກກັນໃຫ້ເມົາກວ່າລິດເຫຼົ້າອະງຸ່ນເຖີດ. ສົມພໍແລ້ວ ສາວທຸກຖ້ວນໜ້າຈຶ່ງພາກັນຮັກ ຫລົງໄຫລຮັກອ້າຍ ຮັກອ້າຍແຕ່ຜູ້ດຽວ.
5
ຂ້ອຍເປັນຄົນດຳແຫລ້ແຕ່ ສວຍງາມ ສາວນະຄອນເຢຣູຊາເລັມເອີຍ ດຳດັ່ງຜ້າເຕັນທີ່ຖິ່ນແຫ້ງແລ້ງກັນດານເກດານັ້ນ ແຕ່ກໍງາມດັ່ງຜ້າກັ້ງ ທີ່ຫ້ອຍໄວ້ໃຫ້ງາມຕາ ໃນຣາຊວັງຂອງໂຊໂລໂມນນັ້ນ.
6
ຂໍຢ່າສູ່ດູຖູກຂ້ອຍຍ້ອນຜິວພັນຂ້ອຍເທາະ ເພາະຕາເວັນເຮັດໃຫ້ຂ້ອຍດຳແຫລ້ທົ່ວຜິວພັນ. ພວກອ້າຍຂ້ອຍໃຈຮ້າຍໃຫ້ຂ້ອຍໃດ ຈຶ່ງບັງຄັບຂ້ອຍໃຫ້ທຳງານໃນສວນອະງຸ່ນພຸ້ນ. ຂ້ອຍບໍ່ມີເວລາທີ່ຈະຮັກສາສວນອະງຸ່ນຂອງຂ້ອຍເອງ ຄືບໍ່ມີເວລາຮັກສາຕົນຕົວຂອງຂ້ອຍ.
7
ໂອ ທີ່ຮັກຂອງນ້ອງ ກະລຸນາບອກນ້ອງໄດ້ຫລືບໍ່ ວ່າອ້າຍຈະພາຝູງສັດຂອງອ້າຍໄປກິນຫຍ້າຢູ່ທີ່ໃດ? ເວລາແສງແດດກ້າຕາເວັນທ່ຽງຫວນມາ ອ້າຍຈະພາຝູງສັດໄປພັກຜ່ອນຢູ່ໃສກັນແທ້? ເປັນຫຍັງນໍຈຶ່ງຈະໃຫ້ແຕ່ນ້ອງຊອກຫາອ້າຍເດ? ຄືຢູ່ໃນທ່າມກາງຝູງແກະທີ່ຄົນອື່ນເຂົາເຝົ້າລ້ຽງ.
8
ໂອ ສຸດທີ່ຮັກຂອງອ້າຍ ນ້ອງບໍ່ຮູ້ຈັກບ່ອນນັ້ນບໍ? ຖ້ານ້ອງບໍ່ຮູ້ຈັກ ໃຫ້ຕາມຮອຍຝູງສັດໄປທີ່ນັ້ນ; ຈົ່ງຊອກຫາທົ່ງຫຍ້າສຳລັບຝູງແບ້ຂອງນ້ອງແດ່ ຢູ່ໃກ້ໆຜ້າເຕັນພຸ້ນບ່ອນທີ່ພວກລ້ຽງແກະພັກເຊົາ.
9
ທີ່ຮັກຂອງອ້າຍ ນ້ອງງາມສະຫງ່າ ຈຶ່ງກວນໃຈຜູ້ຊາຍ ດັ່ງມ້າແມ່ທີ່ຍ່າງທຽມລົດຮົບກະສັດຟາໂຣພຸ້ນ.
10
ຜົມທີ່ຢ່ອນລົງຕາມແກ້ມເຮັດໃຫ້ແກ້ມນ້ອງງາມຫລາຍ ຜົມທີ່ຢ່ອນລົງຕາມຄໍເປັນດັ່ງເພັດພອຍຄ້ອງຄໍຂອງນ້ອງ.
11
ແຕ່ພວກເຮົາຈະເຮັດສາຍສ້ອຍຄ້ອງຄໍສຳລັບນາງ ກັບເຄື່ອງເອ້ທີ່ເຮັດດ້ວຍເງິນມອບໃຫ້ນາງດ້ວຍ.
12
ພະຣາຊາຂອງນ້ອງກຳລັງຢຽດຢູ່ເທິງທີ່ນອນ ກິ່ນນໍ້າຫອມທີ່ນ້ອງທາຫອມຫວນຢູ່ທົ່ວຫ້ອງ.
13
ຄົນຮັກຂອງນ້ອງເປັນດັ່ງຢາງໄມ້ຫອມ ໃນຂະນະທີ່ລາວນອນໝູນເອິກນ້ອງຢູ່ນັ້ນ.
14
ຄົນຮັກຂອງນ້ອງເປັນດັ່ງບັນດາດອກໄມ້ປ່າ ທີ່ຈູມບານອອກດອກໃນສວນອະງຸ່ນທີ່ເອນເກດີ.
15
ໂອ ທີ່ຮັກຂອງອ້າຍ ນ້ອງເປັນຍິງທີ່ງາມຫລາຍ ຜ່ອງໃສໃນສາຍຕາ ໜ້າຮັກໜ້າເອັນດູແທ້.
16
ໂອ ສຸດທີ່ຮັກຂອງນ້ອງ ຮູບຫລໍ່ແລະງາມຫລາຍ ປ່າຫຍ້າຂຽວສົດ ຈະເປັນຕຽງນອນຂອງອ້າຍກັບນ້ອງ;
17
ຂາງແຫ່ງຫໍຮັກຂອງພວກເຮົາຈະເປັນໄມ້ສົນສີດາ ເພດານແຫ່ງຫໍຮັກກໍຈະເປັນໄມ້ແປກເທດ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 2 →
All chapters:
1
2
3
4
5
6
7
8