bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Song of Solomon 6
Song of Solomon 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 7 →
1
ເຈົ້າຜູ້ງາມຍິ່ງທ່າມກາງຍິງທັງຫລາຍເອີຍ ຄົນຮັກຂອງເຈົ້າຫາຍໜີໄປໃສກັນແທ້? ຈົ່ງບອກໃຫ້ພວກຂ້ອຍຮູ້ວ່າຄົນຮັກຂອງເຈົ້າໄປໃສ ເພື່ອວ່າພວກຂ້ອຍຈະຊ່ວຍຊອກຫາລາວໃຫ້ເຈົ້າ.
2
ຄົນຮັກຂອງຂ້ອຍໄດ້ໜີໄປທີ່ສວນຂອງລາວ ບ່ອນທີ່ມີຕົ້ນຢາງຫອມນາໆຊະນິດເກີດທີ່ນັ້ນ. ໃນທີ່ນັ້ນ ລາວກຳລັງລ້ຽງຝູງສັດຂອງລາວ ແລະເກັບເອົາດອກຊ້ອນຢູ່ໃນທີ່ນັ້ນດ້ວຍ.
3
ຄົນຮັກນັ້ນເປັນຂອງຂ້ອຍ ຂ້ອຍກໍເປັນຂອງລາວ ລາວລ້ຽງຝູງສັດຂອງຕົນຢູ່ທ່າມກາງດອກຊ້ອນ.
4
ທີ່ຮັກຂອງອ້າຍ ນ້ອງນາງຊ່າງງາມຫລາຍ ງາມເທົ່າກັບຕີຣະຊາ ເມືອງແຫ່ງຄວາມງາມຍິ່ງ. ທັງໜ້າຮັກແພງດ້ວຍ ດັ່ງນະຄອນເຢຣູຊາເລັມ ແລະໜ້າຫລົງໄຫລດັ່ງເມືອງຍິ່ງໃຫຍ່ເຫຼົ່ານີ້.
5
ຈົ່ງຫັນໜ້ານ້ອງໜີຈາກອ້າຍສາເທາະ ເພາະສາຍຕານ້ອງກວນໃຈອ້າຍໃຫ້ໝອງໝົ່ນ. ຜົມນ້ອງປິວສະບັດ ດັ່ງຝູງແບ້ທີ່ກະໂດດໄປມາ ເຕັ້ນກະໂດດຢູ່ຕາມຮ່ອມພູກີເລອາດ.
6
ແຂ້ວນ້ອງຂາວແຈ້ງຊວນອ້າຍໃຫ້ຄິດເຖິງຝູງແກະ ທີ່ຫາກໍຖືກຕັດຂົນແລະອາບນໍ້າໃຫ້ສະອາດ. ບໍ່ມີຕົວໃດຂາດຈາກຄອກສັດຫາຍໄປ ເພາະທຸກຕົວມີຄູ່ຄອງຢ່າງເໝາະສົມທັງສິ້ນ.
7
ພວງແກ້ມນ້ອງທີ່ຊ້ອນຢູ່ທາງຫລັງຜ້າປົກ ກໍເບັ່ງບານແດງຜ່ອງໃສເຕັມໃບໜ້າ.
8
ກະສັດອາດມີເມຍຫົກສິບຄົນກໍໄດ້ ແລະມີເມຍນ້ອຍອີກແປດສິບຄົນ ທັງມີຍິງສາວສະໜົມເຊີຍຊົມໃນວັງ ທີ່ບໍ່ອາດນັບຈຳນວນໄດ້.
9
ສ່ວນອ້າຍຮັກນ້ອງພຽງແຕ່ຜູ້ດຽວ ນາງເປັນດັ່ງນົກເຂົາງາມເປັນຕາຮັກ. ນາງເປັນລູກສາວໂທນຂອງແມ່ແຕ່ພຽງຄົນດຽວ ເປັນລູກທີ່ແມ່ເພິ່ງພໍໃຈນຳຫລາຍດ້ວຍ. ເມື່ອຜູ້ຍິງທຸກຄົນຫລຽວເບິ່ງຕ່າງກໍຊົມເຊີຍ ເມຍໃຫຍ່ເມຍນ້ອຍຂອງກະສັດກໍຊົມເຊີຍນາງດ້ວຍ.
10
ຍິງສາວຄົນນີ້ເປັນຜູ້ໃດກັນນໍ? ເປັນຄົນເບີກບານໃຈດັ່ງຮຸ່ງອາລຸນຕອນເຊົ້າ; ນາງຊ່າງງາມແທ້ແລະບໍຣິສຸດຜຸດຜ່ອງ ດັ່ງຕາເວັນແລະດວງເດືອນສ່ອງແຈ້ງເຫລື້ອມໃສ.
11
ອ້າຍໄດ້ລົງມາທີ່ສວນໝາກອາລະມັນ ເພື່ອເບິ່ງພືດພັນທີ່ຫາກໍປົ່ງຂຶ້ນໃນຮ່ອມພູນັ້ນ ເພື່ອມາເບິ່ງໃບອ່ອນຂອງເຄືອອະງຸ່ນ ແລະເບິ່ງຕົ້ນໝາກພິລາທີ່ມີດອກບານ.
12
ອ້າຍກຳລັງສັ່ນເພາະນ້ອງເຮັດໃຫ້ຫລົງຮັກສະເໜ່ຫາ ດັ່ງເຈົ້າຊາຍຕັ້ງໜ້າຕັ້ງຕາຂັບລົດມ້າສູ່ສະໜາມຮົບ.
13
ຟ້ອນລຳເຖີດ ຟ້ອນລຳສາ ສາວຊາວຊູລຳເອີຍ ຈົ່ງໃຫ້ພວກຂ້ອຍແຍງເບິ່ງເຈົ້າຟ້ອນລຳແດ່. ເປັນຫຍັງພວກເຈົ້າຈຶ່ງຢາກເບິ່ງຂ້ອຍນໍ? ຂ້ອຍຟ້ອນຢູ່ທ່າມກາງຄົນທີ່ກຳລັງເບິ່ງຢູ່.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 7 →
All chapters:
1
2
3
4
5
6
7
8