bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Song of Solomon 8
Song of Solomon 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
1
ນ້ອງຢາກໃຫ້ອ້າຍເປັນອ້າຍຄີງໆຂອງນ້ອງຄົນໜຶ່ງເດ ຄືຜູ້ທີ່ແມ່ຂອງນ້ອງເອງໄດ້ໃຫ້ດູດນົມຈົນໃຫຍ່. ຖ້ານ້ອງພົບອ້າຍຢູ່ຕາມຖະໜົນຫົນທາງ ໃຜກໍຈະບໍ່ວ່າຫຍັງໝົດເມື່ອນ້ອງຈູບອ້າຍ.
2
ນ້ອງຈະພາອ້າຍໄປເຮືອນ ທີ່ແມ່ຂອງນ້ອງຢູ່ອາໄສ ບ່ອນທີ່ອ້າຍຈະສອນໃຫ້ຮູ້ວ່າຄວາມຮັກເປັນຢ່າງໃດແທ້. ນ້ອງຈະໃຫ້ອ້າຍໄດ້ດື່ມເຫຼົ້າອະງຸ່ນຊັ້ນດີ ແລະນໍ້າໝາກພິລາແຊບດີໃຫ້ອ້າຍໄດ້ດື່ມດ້ວຍ.
3
ມືກໍ້າຊ້າຍລາວນັ້ນແຕະຕ້ອງທີ່ລຸ່ມຫົວ ແລະມືກໍ້າຂວາລູບຄຳທົ່ວທັງຕົນຕົວຂ້ອຍ.
4
ລູກສາວນະຄອນເຢຣູຊາເລັມເອີຍ ຈົ່ງສາບານກັບຂ້ອຍເຖີດ ວ່າພວກເຈົ້າຈະບໍ່ກຸກກວນຄວາມຮັກຂອງພວກຂ້ອຍ.
5
ຜູ້ທີ່ມາຈາກຖິ່ນແຫ້ງແລ້ງກັນດານຄືຜູ້ໃດເດນໍ ທີ່ແນບຢູ່ໃນອ້ອມແຂນຄົນຮັກຂອງນາງນັ້ນ? ນ້ອງປຸກອ້າຍໃຫ້ລຸກຢູ່ໃຕ້ຕົ້ນໝາກຈອງ ບ່ອນທີ່ແມ່ອ້າຍເອງໃຫ້ກຳເນີດອ້າຍ.
6
ນອກຈາກນ້ອງແລ້ວ ຂໍອ້າຍຢ່າສູ່ຮັກຍິງອື່ນໃດ ນອກຈາກນ້ອງ ຂໍຢ່າໃຫ້ມີຍິງໃດຢູ່ໃນອ້ອມກອດ. ຄວາມຮັກມີອຳນາດເທົ່າກັບຄວາມຕາຍ ຄວາມຫລົງໄຫລກໍອັນຕະລາຍເທົ່າກັບປ່າຊ້າ. ມັນເຜົາໄໝ້ໄດ້ເໝືອນດັ່ງແປວໄຟ ແລະໄໝ້ລຸກລາມໄປຢ່າງເຕັມທີ່.
7
ນໍ້າກໍມອດບໍ່ໄດ້ໃຫ້ມັນດັບລົງເປັນ ນໍ້າໄຫລຖ້ວມທົ່ວໄປກໍຈົມມັນລົງບໍ່ໄດ້. ຖ້າຄວາມຮັກຫາຊື້ໄດ້ດ້ວຍຄວາມຮັ່ງມີ ສິ່ງທີ່ລາວໄດ້ມາກໍຈະຖືກດູໝິ່ນປະໝາດ.
8
ພວກຂ້ອຍຍັງມີນ້ອງສາວຢູ່ອີກຄົນໜຶ່ງ ຊຶ່ງໜ້າອົກນາງນັ້ນກໍຍັງບໍ່ທັນເຕັມ. ພວກຂ້ອຍຈະເຮັດກັບນາງຢ່າງໃດນໍ ຖ້າຊາຍໜຸ່ມມາຂໍໂອ້ລົມກັບນ້ອງ.
9
ຖ້ານ້ອງນາງຫາກເປັນດັ່ງກຳແພງ ພວກຂ້ອຍຈະເອົາແທ່ງເງິນສ້າງຫໍຄອຍຕັນໄວ້. ຖ້ານ້ອງນາງຫາກເປັນປະຕູກຳແພງ ພວກຂ້ອຍຈະເອົາໄມ້ສົນສີດາໃສ່ໄລປ້ອງກັນໄວ້.
10
ນ້ອງເອງນີ້ແຫລະ ທີ່ເປັນກຳແພງເມືອງ ນົມນ້ອງເອງກໍເປັນຫໍຄອຍສູງຂອງເມືອງນັ້ນ. ຄົນຮັກຂອງນ້ອງຮູ້ວ່າເມື່ອນ້ອງຢູ່ກັບລາວ ນ້ອງມີຄວາມພໍໃຈ ແລະມີສັນຕິສຸກທັງນັ້ນ.
11
ກະສັດໂຊໂລໂມນມີສວນອະງຸ່ນແຫ່ງໜຶ່ງ ໃນສະຖານທີ່ເອີ້ນວ່າ ບາອານຮາໂມນ. ເພິ່ນໄດ້ເອົາບ່ອນນີ້ໃຫ້ຄົນເຊົ່າເຮັດສວນ ແຕ່ລະຄົນກໍໄດ້ນຳເງິນພັນຫລຽນມາຈ່າຍໃຫ້.
12
ສ່ວນເຈົ້າໂຊໂລໂມນນັ້ນກໍຍິນດີຮັບເອົາ ເງິນພັນຫລຽນທີ່ເປັນຄ່າເຊົ່າສວນນັ້ນ ຄົນເຮັດສວນກໍໄດ້ສ່ວນແບ່ງ ສອງຮ້ອຍຫລຽນເງິນ ແຕ່ສຳລັບຂ້ອຍເອງ ຂ້ອຍມີສວນອະງຸ່ນຂອງຂ້ອຍ.
13
ທີ່ຮັກຂອງອ້າຍເອີຍ ຂໍໃຫ້ອ້າຍໄດ້ຍິນ ສຽງຂອງນ້ອງເວົ້າຈາກສວນແດ່ ໝູ່ເພື່ອນຂອງອ້າຍນັ້ນ ກຳລັງລໍຟັງນ້ອງເວົ້າຈາ.
14
ທີ່ຮັກຂອງນ້ອງເອີຍ ຈົ່ງມາຫານ້ອງເຖີດ ມາດັ່ງເຍືອງເຖິກ ແລະດັ່ງກວາງໜຸ່ມຢູ່ເທິງພູເຂົາ ບ່ອນທີ່ມີຕົ້ນກະຖິນເທດເກີດຂຶ້ນ.
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
All chapters:
1
2
3
4
5
6
7
8