bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Song of Solomon 2
Song of Solomon 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 3 →
1
ນ້ອງເປັນພຽງດອກໄມ້ປ່າຢູ່ໃນທົ່ງຊາໂຣນ ແລະເປັນດອກລີລາຢູ່ຕາມຮ່ອມພູພຸ້ນ.
2
ດອກລີລານັ້ນ ຢູ່ທ່າມກາງໜາມສັນໃດ ຄົນຮັກຂອງອ້າຍ ກໍຢູ່ທ່າມກາງຍິງອື່ນສັນນັ້ນ.
3
ຕົ້ນໝາກຈອງເກີດຢູ່ທ່າມກາງຕົ້ນໄມ້ປ່າສັນໃດ ຄົນຮັກຂອງນ້ອງກໍປະປົນຢູ່ກັບຊາຍອື່ນສັນນັ້ນ. ຂ້ອຍມັກມານັ່ງພັກເຊົາຢູ່ໃຕ້ຮົ່ມຂອງມັນ ແລະໝາກຂອງມັນກໍຫວານແລະຣົດຊາດກໍແຊບ.
4
ລາວພາຂ້ອຍໄປໃນຫ້ອງຫໍໂຮງ ທີ່ມີງານກິນລ້ຽງໃຫຍ່ ຊຶ່ງມີປ້າຍຂຽນໄວ້ວ່າ ແດ່ທີ່ຮັກຂອງຮຽມ
5
ຂໍໃຫ້ຂ້ອຍໄດ້ກິນໝາກອະງຸ່ນ ເພື່ອໃຫ້ມີແຮງຂຶ້ນ ແລະໃຫ້ຂ້ອຍໄດ້ກິນໝາກຈອງ ເພື່ອໃຫ້ໄດ້ຊື່ນໃຈຂຶ້ນ ເພາະຂ້ອຍປ່ວຍເປັນໂຣກຄວາມຮັກ.
6
ມືກໍ້າຊ້າຍຂອງລາວນັ້ນແຕະຕ້ອງທີ່ລຸ່ມຫົວ ແລະມືກໍ້າຂວາລູບຄຳທົ່ວທັງຕົນຕົວຂ້ອຍ.
7
ສາວນະຄອນເຢຣູຊາເລັມເອີຍ ຈົ່ງສັນຍາກັບຂ້ອຍເຖີດ ໃນນາມກວາງແລະເຍືອງເຖິກທີ່ວ່ອງໄວໃຈກ້າ ຈົ່ງສາບານໄວ້ວ່າພວກເຈົ້າຈະບໍ່ກຸກກວນ ຄວາມຮັກຂອງພວກຂ້ອຍ.
8
ຈົ່ງຟັງເຖີດ ນັ້ນແມ່ນສຽງຄົນຮັກຂອງຂ້ອຍໃດ ຈົ່ງເບິ່ງພຸ້ນດູ ລາວກຳລັງແລ່ນມາໃກ້ ລາວແລ່ນມາຫາຂ້ອຍ ກະໂດດຂ້າມໜ່ວຍພູມາ ແລ່ນແຂ່ງຂ້າມເນີນພູຟ້າວຟັ່ງມາຫາຂ້ອຍ.
9
ຄົນຮັກຂອງຂ້ອຍເປັນດັ່ງກວາງໜຸ່ມ ແລະເຍືອງເຖິກ ຫັ້ນເດ ລາວຢືນຜົກຢູ່ທາງດ້ານຫລັງກຳແພງພຸ້ນ ລາວແນມໄປທາງປ່ອງຢ້ຽມແລະກວດເບິ່ງທຸກທາງ ຕາມປ່ອງຢ້ຽມຜ່ານຕາໜ່າງຄອຍຜົກຈອບເບິ່ງ.
10
ແລ້ວຄົນຮັກຂອງຂ້ອຍກໍລັ່ນປາກໄຂວາຈາ ແລະສົນທະນາປາໄສກັບຂ້ອຍວ່າດັ່ງນີ້: ທີ່ຮັກຂອງອ້າຍ ຈົ່ງລຸກມາສາ ໂອ ຄົນງາມຂອງອ້າຍເອີຍ ຈົ່ງມາຫາອ້າຍເຖີດ
11
ອັນລະດູໜາວນັ້ນ ມັນຜ່ານໄປແລ້ວເດ ຟ້າທີ່ເທຝົນລົງມາ ກໍເຊົາຕົກສາແລ້ວ.
12
ມວນມາລີຕ່າງກໍພືກີບຢູ່ຕາມທ້ອງທົ່ງນາ ແລະມວນມາລາຕ່າງກໍເບັ່ງບານຄືກັນດ້ວຍ. ລະດູນີ້ແມ່ນເວລາຮ້ອງລຳທຳເພງ ທົ່ວທ້ອງທົ່ງນາກໍໄດ້ຍິນແຕ່ສຽງນົກເຂົາຂັນຮ້ອງ.
13
ສ່ວນຕົ້ນເດື່ອເທດນັ້ນ ໝາກມັນກໍກຳລັງສຸກ ຕົ້ນອະງຸ່ນດອກບານສົ່ງກິ່ນຫອມໄປທົ່ວແຄວ້ນ. ທີ່ຮັກເອີຍ ຈົ່ງລຸກຂຶ້ນມາຫາອ້າຍສາເທາະ ຈົ່ງໄປກັບອ້າຍສາເຖີດ ຄົນງາມຂອງອ້າຍເອີຍ
14
ນ້ອງຄືນົກເຂົາໂຕໜຶ່ງ ທີ່ກຳລັງລີ້ຊ່ອນຕົວ ຢູ່ຕາມວ່າງຂອງໂງ່ນຫີນນັ້ນ. ຂໍໃຫ້ອ້າຍໄດ້ເຫັນໜ້າເປັນຕາຮັກຂອງນ້ອງແດ່ ແລະໃຫ້ໄດ້ຍິນສຽງນິ້ມນວນຂອງນ້ອງແດ່ນາ.
15
ຈົ່ງຈັບຝູງໝາຈອກ ຄືໝາຈອກນ້ອຍທັງຫລາຍ ກ່ອນມັນຈະທຳລາຍສວນອະງຸ່ນບານຂອງພວກເຮົາຖິ້ມ.
16
ລາວເປັນທີ່ຮັກຂອງຂ້ອຍ ຂ້ອຍເປັນທີ່ຮັກຂອງລາວ ລາວລ້ຽງຝູງສັດຂອງລາວໃນບ່ອນທີ່ມີດອກຊ້ອນ.
17
ຈົນເຖິງຍາມເຊົ້າຕູ່ເມື່ອມີລົມພັດວີວມາ ຄວາມມືດໜາກໍຂ້ອນຫາຍຈືດຈາງໄປສິ້ນ. ສຸດທີ່ຮັກເອີຍ ມາເຖີດ ຈົ່ງກັບມາດັ່ງເຍືອງເຖິກ ດັ່ງກວາງໜຸ່ມເຖິກທີ່ເທິງພູເບັດເອພຸ້ນ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 3 →
All chapters:
1
2
3
4
5
6
7
8