bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Song of Solomon 3
Song of Solomon 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 4 →
1
ຢູ່ເທິງທີ່ນອນຂອງຂ້ອຍໃນຍາມຄໍ່າຄືນ ຂ້ອຍມີແຕ່ຝັນຫາຄົນຮັກຂອງຂ້ອຍ; ຂ້ອຍຊອກຄົ້ນຫາຄົນທີ່ຂ້ອຍຮັກ ແຕ່ຂ້ອຍກໍຊອກຫາລາວບໍ່ພົບເລີຍ
2
ຂ້ອຍໄດ້ໄປທ່ຽວຊອກຫາລາວຢູ່ໃນເມືອງ ຕາມຫົນທາງ ແລະຕາມຮ່ອມຕາມແຈດ້ວຍ. ຂ້ອຍຊອກຄົ້ນຫາຜູ້ໜຶ່ງທີ່ຂ້ອຍຮັກຫລາຍ ຂ້ອຍຊອກແນມຫາແຕ່ກໍບໍ່ພົບລາວຊໍ້າ.
3
ຄົນຍາມທີ່ເລາະລຽບໄດ້ເຫັນຂ້ອຍໃນເມືອງ ຂ້ອຍຖາມພວກເຂົາເຈົ້າວ່າ, “ເຫັນຄົນຮັກຂອງຂ້ອຍບໍ?”
4
ພໍຂ້ອຍຈາກພວກເຂົາໄປແລ້ວ ຂ້ອຍກໍໄດ້ພົບລາວ ຂ້ອຍດຶງເອົາລາວ ແລະບໍ່ຍອມໃຫ້ລາວໜີຫ່າງ ຈົນກວ່າຂ້ອຍໄດ້ຄຽງຂ້າງພາລາວໄປເຮືອນມານດາ ແລະພາເຂົ້າໄປໃນຫ້ອງບ່ອນທີ່ຂ້ອຍເກີດມານັ້ນ.
5
ສາວນະຄອນເຢຣູຊາເລັມເອີຍ ຈົ່ງສັນຍາຂ້ອຍເຖີດ ໃນນາມກວາງ ແລະເຍືອງເຖິກທີ່ວ່ອງໄວໃຈກ້າ ຈົ່ງສາບານໄວ້ວ່າພວກເຈົ້າຈະບໍ່ກຸກກວນ ຄວາມຮັກຂອງພວກຂ້ອຍ.
6
ແມ່ນຫຍັງນໍ ກຳລັງມາຈາກຖິ່ນແຫ້ງແລ້ງກັນດານ ດຸດດັ່ງຄວັນທີ່ເປັນເສົາພຸ່ງຂຶ້ນ ແມ່ນກິ່ນຊວນຊື່ນເຄື່ອງຫອມແລະກຳຍານບໍ? ຊຶ່ງພໍ່ຄ້າທັງຫລາຍໄດ້ນຳມາຂາຍນັ້ນ.
7
ເບິ່ງພຸ້ນດູ ແມ່ນຂະບວນແຫ່ໂຊໂລໂມນ ມີນັກຮົບຜູ້ກ້າຫານຫົກສິບຄົນ ໃນອິດສະຣາເອນພ້ອມ.
8
ທຸກຄົນສາມາດໃຊ້ດາບຢ່າງຊຳນິຊຳນານ ເປັນນັກຮົບຜ່ານເສິກມາຢ່າງຊຸກຊົນທັງນັ້ນ. ແຕ່ລະຄົນໃນພວກເຂົາເຈົ້າຕ່າງກໍຖືດາບໃນມື ຕຽມພ້ອມປະເຊີນການໂຈມຕີໃນກາງຄືນໄດ້.
9
ກະສັດໂຊໂລໂມນນັ່ງເທິງບັນລັງທີ່ມີຄົນແບກຫາມ ຊຶ່ງຖືກສ້າງຂຶ້ນມາດ້ວຍໄມ້ດີທີ່ສຸດທັງນັ້ນ.
10
ຄານຫາມຂອງບັນລັງນີ້ແມ່ນໂອບດ້ວຍເງິນ ຊຶ່ງໃຊ້ດ້າຍປົນຄຳຫຍິບແສ່ວຢ່າງດີທີ່ສຸດດ້ວຍ. ບ່ອນນັ່ງທີ່ເພິ່ນນັ່ງແມ່ນໃຊ້ຜ້າສີມ່ວງຫຸ້ມປົກ ເປັນຜ້າທີ່ງົດງາມຕໍ່າໂດຍສາວແຫ່ງນະຄອນທັງສິ້ນ.
11
ສາວພູຊີໂອນເອີຍ ມາເບິ່ງກະສັດໂຊໂລໂມນເຖີດ ເພິ່ນສວມມົງກຸດອັນງາມທີ່ແມ່ເພິ່ນສຸບໃສ່ໃຫ້ ແມ່ສຸບໃສ່ໃຫ້ເພິ່ນໃນວັນທີ່ກະສັດແຕ່ງງານ ໃນວັນອັນປິຕິຍິນດີ ແລະຊົມຊື່ນທີ່ສຸດຂອງເພິ່ນ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 4 →
All chapters:
1
2
3
4
5
6
7
8