bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Song of Solomon 7
Song of Solomon 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 8 →
1
ນ້ອງນາງຊ່າງເປັນຍິງສາວທີ່ງາມຫລາຍ ຕີນນ້ອງທີ່ສຸບເກີບສາຍພາຍກໍງາມຫລາຍແທ້ ບັ້ນແອວນ້ອງກິ່ວແລະໜ້າທ້ອງຂອງນາງ ກໍງາມເທົ່າກັບສີມືນັກສິນລະປິນປັ້ນແຕ່ງ.
2
ສ່ວນສະບືນ້ອງກໍເປັນດັ່ງຖ້ວຍໃບໜຶ່ງມົນໆ ບ່ອນທີ່ມີກິ່ນເຫຼົ້າອະງຸ່ນຫອມບໍ່ຈາງຈັກເທື່ອ. ໜ້າທ້ອງນ້ອງເປັນດັ່ງກອງເຂົ້າບະເລ ທີ່ມີດອກລີລາອ້ອມຮອບເຕັມຢູ່.
3
ນົມທັງສອງຂອງນ້ອງງາມດັ່ງລູກກວາງສອງໂຕ ງາມດັ່ງເຍືອງສອງໂຕທີ່ເປັນລູກຝາແຝດ.
4
ລຳຄໍນ້ອງກໍເປັນດັ່ງຫໍຄອຍສູງ ຊຶ່ງກ້ຽງກົມ ແລະຂາວງາມດັ່ງງາຊ້າງ. ຕານ້ອງທັງສອງເປັນດັ່ງສະນໍ້າທີ່ເຮັດຊະໂບນ ທີ່ຢູ່ໃກ້ປະຕູເຂົ້າໄປສູ່ເມືອງໃຫຍ່ນັ້ນ. ດັງນ້ອງກໍງາມດັ່ງຫໍຄອຍສູງທີ່ເລບານອນ ທີ່ເປັນບ່ອນເຝົ້າຍາມຢູ່ກົງກັບດາມັສກັດພຸ້ນ.
5
ສ່ວນຫົວນ້ອງນັ້ນສູງສົ່ງຢ່າງຜຶງຜາຍ ສູງດັ່ງພູກາເມນທີ່ຕັ້ງຢູ່ຢ່າງສູງສົ່ງ. ຜົມເປຍນ້ອງສີແດງເຂັ້ມເປັນສີສັນງາມສະຫງ່າ ຄວາມງາມນັ້ນ ເຮັດໃຫ້ກະສັດຄົນໜຶ່ງຕົກເປັນຈຳເລີຍ.
6
ນ້ອງນາງຊ່າງງາມແທ້ ນ້ອງນາງຊ່າງງາມຫລາຍ ຄວາມຮັກຂອງນາງ ຊ່າງພາໃຫ້ຍິນດີຢ່າງເຕັມລົ້ນ.
7
ຊັດສ່ວນນ້ອງນາງນັ້ນກໍງາມສະຫງ່າດັ່ງຕົ້ນຕານ ນົມນ້ອງທັງສອງເປັນດັ່ງແຊງໝາກຕານອ້ອຍຕ້ອຍ.
8
ອ້າຍຈະຄ່ອຍປີນກະດືບຂຶ້ນໄປຕາມລຳຕົ້ນຕານ ອ້າຍຈະໃຊ້ມືຈັບໝາກຕານທັງແຊງໄວ້. ສຳລັບອ້າຍ ນົມນ້ອງນັ້ນເປັນດັ່ງພົ້ວໝາກອະງຸ່ນ ສ່ວນລົມຫາຍໃຈ ກໍສໍ່າກິ່ນໝາກຈອງຫອມຫວນຍິ່ງ.
9
ສ່ວນປາກນ້ອງນັ້ນເຮັດໃຫ້ອ້າຍຊາບຊຶ້ງ ເໝືອນດັ່ງເຫຼົ້າອະງຸ່ນຊັ້ນດີຢູ່ໃນປາກ. ຖ້າດັ່ງນັ້ນ ຂໍໃຫ້ເຫຼົ້າອະງຸ່ນໄຫລສູ່ຄົນຮັກຂ້ອຍໂດຍກົງ ໂດຍໃຫ້ໄຫລຕົງໄປສູ່ຮີມສົບແລະສູ່ແຂ້ວດ້ວຍ.
10
ຂ້ອຍເປັນກຳມະສິດຂອງຄົນຮັກຂອງຂ້ອຍ ແລະຄົນຮັກຂອງຂ້ອຍກໍເປັນກຳມະສິດຂອງຂ້ອຍ.
11
ມາພີ້ທີ່ຮັກຂອງນ້ອງ ໃຫ້ພວກເຮົາໄປຍັງຊົນນະບົດ ອອກໄປສູ່ໝູ່ບ້ານຕ່າງໆ ແລະນອນຄ້າງຄືນຢູ່ທີ່ນັ້ນ.
12
ພວກເຮົາຈະລຸກແຕ່ເຊົ້າເພື່ອໄປເບິ່ງເຄືອອະງຸ່ນ ເບິ່ງວ່າເຄືອອະງຸ່ນປົ່ງຍອດແລ້ວຫລືບໍ່ ເລາະເບິ່ງຕົ້ນໄມ້ ເບິ່ງຕົ້ນໝາກພີລາທີ່ນັ້ນຄືກັນ ແລະນ້ອງຈະມອບຄວາມຮັກໃຫ້ແກ່ອ້າຍທີ່ນັ້ນ.
13
ອ້າຍຈະໄດ້ດົມກິ່ນຫອມຂອງໝາກເຂືອສຸກ ໝາກໄມ້ທຸກຊະນິດທີ່ໃຫ້ພວກເຮົາພໍໃຈໃກ້ປະຕູບ້ານ. ສຸດທີ່ຮັກເອີຍ ນ້ອງເກັບມັນໄວ້ໃຫ້ອ້າຍພຽງຜູ້ດຽວ ຄືເກັບຄວາມຍິນດີອັນດັ້ງເດີມແລະໃໝ່ອ່ຽມ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 8 →
All chapters:
1
2
3
4
5
6
7
8