bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
John 15
John 15
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 16 →
1
“ເຮົາເປັນເຄືອອະງຸ່ນແທ້ ແລະ ພຣະບິດາເຈົ້າຂອງເຮົາເປັນຜູ້ເບິ່ງແຍງຮັກສາ.
2
ທຸກກິ່ງໃນເຮົາທີ່ບໍ່ເກີດຜົນພຣະອົງລິຖິ້ມເສຍ, ສ່ວນທຸກກິ່ງທີ່ເກີດຜົນພຣະອົງຕອນ ເພື່ອວ່າໃຫ້ເກີດຜົນຫລາຍຂຶ້ນ.
3
ພວກເຈົ້າສະອາດແລ້ວເພາະຖ້ອຍຄຳທີ່ເຮົາໄດ້ກ່າວກັບພວກເຈົ້າ.
4
ຈົ່ງເຂົ້າສະໜິດຢູ່ໃນເຮົາ ແລະ ເຮົາເຂົ້າສະໜິດຢູ່ໃນພວກເຈົ້າ. ກິ່ງຈະເກີດຜົນເອງບໍ່ໄດ້ນອກຈາກຈະຕິດຢູ່ກັບເຄືອສັນໃດ, ພວກເຈົ້າທັງຫລາຍກໍຈະເກີດຜົນເອງບໍ່ໄດ້ ນອກຈາກຈະເຂົ້າສະໜິດຢູ່ໃນເຮົາສັນນັ້ນ.
5
“ເຮົາເປັນເຄືອອະງຸ່ນ ພວກເຈົ້າເປັນກິ່ງ. ຖ້າຜູ້ໃດເຂົ້າສະໜິດຢູ່ໃນເຮົາ ແລະ ເຮົາຢູ່ໃນຜູ້ນັ້ນ, ຜູ້ນັ້ນແຫລະຈະເກີດຜົນຫລາຍ ເພາະຖ້າແຍກຈາກເຮົາແລ້ວ ພວກເຈົ້າບໍ່ສາມາດເຮັດສິ່ງໃດໄດ້.
6
ຖ້າຜູ້ໃດບໍ່ເຂົ້າສະໜິດຢູ່ໃນເຮົາ ຜູ້ນັ້ນຈະເປັນເໝືອນກິ່ງໜຶ່ງທີ່ຖືກຕັດຖິ້ມ ແລະ ຫ່ຽວແຫ້ງໄປ, ກິ່ງເຫລົ່ານີ້ຈະຖືກເກັບໄປໂຍນຖິ້ມໃສ່ໄຟ ແລະ ເຜົາໄໝ້.
7
ຖ້າພວກເຈົ້າເຂົ້າສະໜິດຢູ່ໃນເຮົາ ແລະ ຖ້ອຍຄຳຂອງເຮົາຝັງຢູ່ໃນພວກເຈົ້າແລ້ວ, ພວກເຈົ້າປາຖະໜາສິ່ງໃດຈົ່ງຂໍ ແລ້ວພວກເຈົ້າຈະໄດ້ຮັບສິ່ງນັ້ນ.
8
ເມື່ອພວກເຈົ້າເກີດຜົນຫລາຍກໍເປັນການຖວາຍກຽດແກ່ພຣະບິດາເຈົ້າຂອງເຮົາ ແລະ ເປັນການສະແດງໃຫ້ເຫັນວ່າພວກເຈົ້າເອງເປັນສາວົກຂອງເຮົາ.
9
“ພຣະບິດາເຈົ້າໄດ້ຮັກເຮົາຢ່າງໃດ ເຮົາກໍຮັກພວກເຈົ້າຢ່າງນັ້ນ. ບັດນີ້ ຈົ່ງຕັ້ງໝັ້ນຢູ່ໃນຄວາມຮັກຂອງເຮົາ.
10
ຖ້າພວກເຈົ້າເຊື່ອຟັງຄຳສັ່ງຂອງເຮົາ ພວກເຈົ້າກໍຈະຕັ້ງໝັ້ນຢູ່ໃນຄວາມຮັກຂອງເຮົາ, ເໝືອນດັ່ງທີ່ເຮົາໄດ້ເຊື່ອຟັງຄຳສັ່ງຂອງພຣະບິດາເຈົ້າຂອງເຮົາ ແລະ ຕັ້ງຢູ່ໃນຄວາມຮັກຂອງພຣະອົງ.
11
ເຮົາໄດ້ບອກສິ່ງນີ້ແກ່ພວກເຈົ້າເພື່ອວ່າຄວາມຊື່ນຊົມຍິນດີຂອງເຮົາຈະຢູ່ໃນພວກເຈົ້າ ແລະ ເພື່ອວ່າຄວາມຊື່ນຊົມຍິນດີຂອງພວກເຈົ້າຈະຄົບເຕັມບໍລິບູນ.
12
ຄຳສັ່ງຂອງເຮົາກໍຄື: ຈົ່ງຮັກເຊິ່ງກັນແລະກັນເໝືອນດັ່ງທີ່ເຮົາໄດ້ຮັກພວກເຈົ້າ.
13
ບໍ່ມີຜູ້ໃດມີຄວາມຮັກຍິ່ງໃຫຍ່ກວ່ານີ້ຄື: ການທີ່ຜູ້ໜຶ່ງຍອມສະຫລະຊີວິດເພື່ອມິດສະຫາຍຂອງຕົນ.
14
ຖ້າພວກເຈົ້າປະຕິບັດຕາມຄຳສັ່ງຂອງເຮົາ ພວກເຈົ້າກໍເປັນມິດສະຫາຍຂອງເຮົາ.
15
ເຮົາບໍ່ເອີ້ນພວກເຈົ້າວ່າຄົນຮັບໃຊ້ອີກຕໍ່ໄປ, ເພາະວ່າຄົນຮັບໃຊ້ບໍ່ຮູ້ຈັກວ່ານາຍຂອງຕົນກຳລັງເຮັດຫຍັງ, ແຕ່ເຮົາເອີ້ນພວກເຈົ້າວ່າມິດສະຫາຍ ເພາະວ່າທຸກສິ່ງທີ່ເຮົາໄດ້ຮຽນຮູ້ຈາກພຣະບິດາເຈົ້າຂອງເຮົາ ເຮົາໄດ້ສະແດງໃຫ້ພວກເຈົ້າຮູ້ແລ້ວ.
16
ບໍ່ແມ່ນພວກເຈົ້າທັງຫລາຍໄດ້ເລືອກເອົາເຮົາ, ແຕ່ເຮົາໄດ້ເລືອກເອົາພວກເຈົ້າ ແລະ ໄດ້ແຕ່ງຕັ້ງພວກເຈົ້າໃຫ້ໄປ ແລະ ເກີດຜົນ, ເພື່ອຜົນຂອງພວກເຈົ້າຈະຕັ້ງຢູ່ຖາວອນ. ເພື່ອວ່າເມື່ອພວກເຈົ້າຈະຂໍສິ່ງໃດຈາກພຣະບິດາເຈົ້າໃນນາມຂອງເຮົາ ພຣະອົງກໍຈະປະທານສິ່ງນັ້ນໃຫ້ແກ່ພວກເຈົ້າ.
17
ນີ້ແມ່ນຄຳສັ່ງຂອງເຮົາຄື: ຈົ່ງຮັກເຊິ່ງກັນແລະກັນ.
18
“ຖ້າໂລກກຽດຊັງພວກເຈົ້າ, ຈົ່ງຮູ້ວ່າໂລກໄດ້ກຽດຊັງເຮົາກ່ອນແລ້ວ.
19
ຖ້າພວກເຈົ້າເປັນຂອງໂລກ. ໂລກກໍຈະຮັກພວກເຈົ້າໃນຖານະທີ່ເປັນຂອງມັນ. ແຕ່ເພາະພວກເຈົ້າບໍ່ໄດ້ເປັນຂອງໂລກເພາະວ່າເຮົາໄດ້ເລືອກເອົາພວກເຈົ້າອອກມາຈາກໂລກແລ້ວ. ດ້ວຍເຫດນີ້ ໂລກຈຶ່ງກຽດຊັງພວກເຈົ້າ.
20
ຈົ່ງລະນຶກເຖິງຂໍ້ຄວາມທີ່ເຮົາໄດ້ກ່າວແກ່ພວກເຈົ້າໄວ້ວ່າ: ‘ຄົນຮັບໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ’ ຖ້າພວກເຂົາຂົ່ມເຫັງເຮົາ, ພວກເຂົາກໍຈະຂົ່ມເຫັງພວກເຈົ້າເໝືອນກັນ. ຖ້າພວກເຂົາເຊື່ອຟັງຄຳສອນຂອງເຮົາ, ພວກເຂົາກໍຈະເຊື່ອຟັງຄຳສອນຂອງພວກເຈົ້າເໝືອນກັນ.
21
ພວກເຂົາຈະປະຕິບັດຕໍ່ພວກເຈົ້າຢ່າງນີ້ເພາະເຫັນແກ່ນາມຂອງເຮົາ, ເພາະພວກເຂົາບໍ່ຮູ້ຈັກພຣະອົງຜູ້ທີ່ໃຊ້ເຮົາມາ.
22
ຖ້າເຮົາບໍ່ໄດ້ມາກ່າວແກ່ພວກເຂົາ, ພວກເຂົາກໍຄົງບໍ່ມີຄວາມຜິດບາບ. ແຕ່ບັດນີ້ ພວກເຂົາບໍ່ມີຂໍ້ແກ້ໂຕໃຫ້ກັບຄວາມບາບຂອງຕົນແລ້ວ.
23
ຜູ້ທີ່ກຽດຊັງເຮົາກໍກຽດຊັງພຣະບິດາເຈົ້າຂອງເຮົາເໝືອນກັນ.
24
ຖ້າເຮົາບໍ່ໄດ້ເຮັດກິດຈະການໃນທ່າມກາງພວກເຂົາ ເຊິ່ງບໍ່ເຄີຍມີຜູ້ໃດໄດ້ເຮັດມາກ່ອນນັ້ນ, ພວກເຂົາກໍຄົງບໍ່ມີຄວາມບາບ. ແຕ່ບັດນີ້ ພວກເຂົາໄດ້ເຫັນ ແລະ ໄດ້ກຽດຊັງທັງເຮົາກັບພຣະບິດາເຈົ້າຂອງເຮົາ.
25
ແຕ່ເພື່ອໃຫ້ເປັນຈິງຕາມທີ່ມີຄຳຂຽນໄວ້ໃນໜັງສືກົດບັນຍັດຂອງພວກເຂົາທີ່ວ່າ: ‘ພວກເຂົາໄດ້ກຽດຊັງເຮົາໂດຍບໍ່ມີເຫດຜົນ’.
26
“ເຮົາຈະສົ່ງອົງພຣະຜູ້ຊ່ວຍຈາກພຣະບິດາເຈົ້າມາຫາພວກເຈົ້າຄື ພຣະວິນຍານແຫ່ງຄວາມຈິງ ເຊິ່ງເປັນຜູ້ທີ່ມາຈາກພຣະບິດາເຈົ້າ, ເມື່ອພຣະອົງມາແລ້ວ ພຣະອົງຈະເປັນພະຍານໃຫ້ແກ່ເຮົາ.
27
ແລະ ພວກເຈົ້າຈະຕ້ອງເປັນພະຍານເໝືອນກັນ, ເພາະພວກເຈົ້າໄດ້ຢູ່ກັບເຮົາມາຕັ້ງແຕ່ຕົ້ນແລ້ວ.
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21