bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
John 3
John 3
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 4 →
1
ມີຟາຣີຊາຍຄົນໜຶ່ງຊື່ນີໂກເດມ, ເປັນສະມາຊິກສະພາການປົກຄອງຂອງຢິວ,
2
ລາວໄດ້ມາຫາພຣະເຢຊູເຈົ້າໃນເວລາກາງຄືນ ແລະ ເວົ້າວ່າ, “ຣັບບີ ພວກເຮົາຮູ້ຢູ່ວ່າທ່ານເປັນຄູສອນຜູ້ມາຈາກພຣະເຈົ້າ. ເພາະບໍ່ມີຜູ້ໃດສາມາດສະແດງໝາຍສຳຄັນທີ່ທ່ານເຮັດຢູ່ນັ້ນ ຖ້າພຣະເຈົ້າບໍ່ໄດ້ສະຖິດຢູ່ນໍາຜູ້ນັ້ນ”.
3
ພຣະເຢຊູເຈົ້າຕອບວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ບໍ່ມີຜູ້ໃດສາມາດເຫັນອານາຈັກຂອງພຣະເຈົ້າໄດ້ ຖ້າພວກເຂົາບໍ່ບັງເກີດໃໝ່ ”.
4
ນີໂກເດມຖາມວ່າ, “ຄົນຈະເກີດໃໝ່ໄດ້ຢ່າງໃດເມື່ອພວກເຂົາເຖົ້າແກ່ແລ້ວ? ແນ່ນອນ ພວກເຂົາບໍ່ສາມາດເຂົ້າໄປໃນທ້ອງແມ່ເປັນເທື່ອທີສອງເພື່ອເກີດອອກມາໃໝ່ໄດ້!”
5
ພຣະເຢຊູເຈົ້າຕອບວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດບໍ່ເກີດຈາກນ້ຳ ແລະ ຈາກພຣະວິນຍານ ຜູ້ນັ້ນຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້.
6
ຜູ້ທີ່ເກີດຈາກເນື້ອໜັງກໍເປັນເນື້ອໜັງ ແລະ ຜູ້ທີ່ເກີດຈາກພຣະວິນຍານ ກໍເປັນວິນຍານ.
7
ຢ່າປະຫລາດໃຈທີ່ເຮົາບອກເຈົ້າວ່າ, ເຈົ້າ ຈໍາເປັນຕ້ອງບັງເກີດໃໝ່.
8
ລົມຢາກພັດໄປທິດໃດມັນກໍພັດໄປທິດນັ້ນ, ເຈົ້າໄດ້ຍິນສຽງຂອງລົມ, ແຕ່ເຈົ້າບໍ່ຮູ້ວ່າລົມພັດມາຈາກໃສ ຫລື ພັດໄປທິດໃດ, ທຸກຄົນທີ່ເກີດຈາກພຣະວິນຍານກໍເປັນດັ່ງນີ້ແຫລະ”.
9
ນີໂກເດມຖາມວ່າ, “ສິ່ງນີ້ຈະເປັນໄປໄດ້ຢ່າງໃດ?”
10
ພຣະເຢຊູເຈົ້າຕອບວ່າ, “ເຈົ້າເປັນອາຈານຂອງຄົນອິດສະຣາເອນ ແລ້ວເຈົ້າຍັງບໍ່ເຂົ້າໃຈສິ່ງເຫລົ່ານີ້ບໍ?
11
ເຮົາບອກເຈົ້າຕາມຄວາມຈິງວ່າ, ພວກເຮົາເວົ້າໃນສິ່ງທີ່ພວກເຮົາຮູ້ ແລະ ພວກເຮົາເປັນພະຍານເຖິງສິ່ງທີ່ພວກເຮົາໄດ້ເຫັນ, ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ຍອມຮັບເອົາຄຳພະຍານຂອງພວກເຮົາ.
12
ເຮົາໄດ້ເວົ້າກັບເຈົ້າເຖິງສິ່ງໃນໂລກນີ້ ແລະ ເຈົ້າບໍ່ເຊື່ອ ແລ້ວຖ້າເຮົາເວົ້າເຖິງສິ່ງໃນສະຫວັນເຈົ້າຈະເຊື່ອໄດ້ຢ່າງໃດ?
13
ບໍ່ມີຜູ້ໃດເຄີຍຂຶ້ນໄປສະຫວັນເວັ້ນແຕ່ຜູ້ທີ່ມາຈາກສະຫວັນຄື ບຸດມະນຸດ.
14
ໂມເຊຍົກງູຂຶ້ນໃນຖິ່ນແຫ້ງແລ້ງກັນດານຢ່າງໃດ, ບຸດມະນຸດກໍຕ້ອງຖືກຍົກຂຶ້ນ ຢ່າງນັ້ນ,
15
ເພື່ອວ່າທຸກຄົນທີ່ເຊື່ອໃນພຣະອົງຈະມີຊີວິດນິລັນດອນ”.
16
ເພາະພຣະເຈົ້າຮັກໂລກຈົນໄດ້ມອບພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ.
17
ເພາະວ່າພຣະເຈົ້າບໍ່ໄດ້ໃຊ້ພຣະບຸດຂອງພຣະອົງເຂົ້າມາໃນໂລກເພື່ອຕັດສິນລົງໂທດໂລກ ແຕ່ເພື່ອຊ່ວຍໂລກໃຫ້ລອດພົ້ນໂດຍທາງພຣະບຸດນັ້ນ.
18
ຜູ້ໃດທີ່ເຊື່ອໃນພຣະອົງກໍບໍ່ຖືກພິພາກສາ ແຕ່ຜູ້ໃດທີ່ບໍ່ເຊື່ອກໍຖືກພິພາກສາຢູ່ແລ້ວ ເພາະພວກເຂົາບໍ່ເຊື່ອໃນນາມຂອງພຣະບຸດອົງດຽວຂອງພຣະເຈົ້າ.
19
ຄຳຕັດສິນເປັນດັ່ງນີ້ຄື ຄວາມສະຫວ່າງໄດ້ເຂົ້າມາໃນໂລກ, ແຕ່ມະນຸດຮັກຄວາມມືດແທນທີ່ຈະຮັກຄວາມສະຫວ່າງ ເພາະການກະທຳຂອງພວກເຂົາຊົ່ວຮ້າຍ.
20
ທຸກຄົນທີ່ເຮັດຊົ່ວກໍກຽດຊັງຄວາມສະຫວ່າງ ແລະ ຈະບໍ່ເຂົ້າມາໃນຄວາມສະຫວ່າງເພາະຢ້ານວ່າການກະທຳຂອງຕົນຈະຖືກເປີດເຜີຍ.
21
ແຕ່ຜູ້ໃດກໍຕາມທີ່ມີຊີວິດຢູ່ໂດຍຄວາມຈິງ ກໍຈະມາສູ່ຄວາມສະຫວ່າງ ເພື່ອໃຫ້ເຫັນຈະແຈ້ງວ່າສິ່ງທີ່ພວກເຂົາເຮັດນັ້ນ ໄດ້ເຮັດໄປໂດຍເພິ່ງພາພຣະເຈົ້າ.
22
ຫລັງຈາກນັ້ນ ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງກໍໄດ້ອອກໄປຍັງເຂດຊົນນະບົດຂອງແຂວງຢູດາຍ, ຢູ່ທີ່ນັ້ນພຣະອົງໃຊ້ເວລາຢູ່ກັບພວກເຂົາ ແລະ ໃຫ້ບັບຕິສະມາ.
23
ໂຢຮັນກໍກຳລັງໃຫ້ບັບຕິສະມາຢູ່ເໝືອນກັນທີ່ບ້ານໄອນົນໃກ້ບ້ານຊາລິມ, ເພາະທີ່ນັ້ນມີນ້ຳຫລາຍ ແລະ ປະຊາຊົນໄດ້ພາກັນມາຫາໂຢຮັນ ແລະ ຮັບບັບຕິສະມາ.
24
(ນີ້ແມ່ນກ່ອນໂຢຮັນຖືກຂັງຄຸກ.)
25
ເກີດການໂຕ້ຖຽງກັນຂຶ້ນລະຫວ່າງລູກສິດບາງຄົນຂອງໂຢຮັນກັບຊາວຢິວຄົນໜຶ່ງ ກ່ຽວກັບເລື່ອງພິທີຊຳລະ.
26
ພວກເຂົາຈຶ່ງມາຫາໂຢຮັນ ແລະ ເວົ້າກັບເພິ່ນວ່າ, “ອາຈານເອີຍ, ເບິ່ງແມ ຊາຍຄົນນັ້ນເຄີຍຢູ່ກັບທ່ານທີ່ອີກຟາກໜຶ່ງຂອງແມ່ນ້ຳຈໍແດນ ຄືຜູ້ທີ່ທ່ານເປັນພະຍານເຖິງນັ້ນ, ເພິ່ນກຳລັງໃຫ້ບັບຕິສະມາຢູ່ ແລະ ທຸກຄົນກໍກຳລັງໄປຫາເພິ່ນ”.
27
ໂຢຮັນຕອບວ່າ, “ມະນຸດສາມາດຮັບພຽງແຕ່ສິ່ງທີ່ມອບໃຫ້ພວກເຂົາຈາກສະຫວັນເທົ່ານັ້ນ.
28
ພວກເຈົ້າເອງກໍເປັນພະຍານໄດ້ເຖິງຄຳເວົ້າຂອງເຮົາທີ່ວ່າ, ‘ເຮົາບໍ່ແມ່ນພຣະເມຊີອາ ແຕ່ເປັນຜູ້ທີ່ຖືກໃຊ້ມາກ່ອນໜ້າພຣະອົງ’.
29
ເຈົ້າສາວກໍເປັນຂອງເຈົ້າບ່າວ. ເພື່ອນຂອງເຈົ້າບ່າວກໍຄອຍຖ້າຟັງເຈົ້າບ່າວຢູ່ ແລະ ເຕັມໄປດ້ວຍຄວາມຊື່ນຊົມຍິນດີເມື່ອໄດ້ຍິນສຽງຂອງເຈົ້າບ່າວ. ເຮົາກໍມີຄວາມຊື່ນຊົມຍິນດີຢ່າງນັ້ນ ແລະ ບັດນີ້ຄວາມຊື່ນຊົມຍິນດີນັ້ນກໍຄົບຖ້ວນແລ້ວ.
30
ພຣະອົງຈະຕ້ອງໃຫຍ່ຂຶ້ນ ແຕ່ເຮົາຈະຕ້ອງນ້ອຍລົງ”.
31
ຜູ້ທີ່ມາຈາກເບື້ອງເທິງນັ້ນກໍຢູ່ເໜືອກວ່າທຸກສິ່ງ, ຜູ້ທີ່ມາຈາກໂລກກໍເປັນຂອງໂລກ ແລະ ເວົ້າຢ່າງຄົນທີ່ມາຈາກໂລກ. ພຣະອົງຜູ້ທີ່ມາຈາກສະຫວັນກໍຢູ່ເໜືອທຸກສິ່ງ.
32
ພຣະອົງເປັນພະຍານເຖິງສິ່ງທີ່ພຣະອົງໄດ້ເຫັນ ແລະ ໄດ້ຍິນ, ແຕ່ບໍ່ມີຜູ້ໃດຍອມຮັບຄຳພະຍານຂອງພຣະອົງ.
33
ແຕ່ຜູ້ທີ່ຍອມຮັບຄຳພະຍານນັ້ນກໍຢືນຢັນວ່າພຣະເຈົ້າເປັນຈິງ.
34
ເພາະຜູ້ທີ່ພຣະເຈົ້າໃຊ້ມາກໍຈະກ່າວພຣະຄຳຂອງພຣະເຈົ້າ, ເພາະວ່າພຣະເຈົ້າ ມອບພຣະວິນຍານໃຫ້ໂດຍບໍ່ຈຳກັດ.
35
ພຣະບິດາຮັກພຣະບຸດ ແລະ ມອບທຸກສິ່ງໄວ້ໃນມືຂອງພຣະບຸດ.
36
ຜູ້ໃດທີ່ເຊື່ອໃນພຣະບຸດກໍມີຊີວິດນິລັນດອນ, ແຕ່ຜູ້ໃດທີ່ບໍ່ຍອມຮັບພຣະບຸດກໍຈະບໍ່ໄດ້ຊີວິດນິລັນດອນ, ເພາະຄວາມໂກດຮ້າຍຂອງພຣະເຈົ້າຍັງຢູ່ກັບພວກເຂົາ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21