bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
John 17
John 17
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 18 →
1
ຫລັງຈາກທີ່ພຣະເຢຊູເຈົ້າກ່າວສິ່ງເຫລົ່ານີ້ແລ້ວ ພຣະອົງເງີຍໜ້າຂຶ້ນສູ່ສະຫວັນ ແລະ ອະທິຖານວ່າ: “ພຣະບິດາເຈົ້າເອີຍ, ເຖິງເວລາແລ້ວ. ຂໍໃຫ້ພຣະບຸດຂອງພຣະອົງໄດ້ຮັບສະຫງ່າລາສີ ເພື່ອວ່າພຣະບຸດຂອງພຣະອົງຈະໄດ້ຖວາຍສະຫງ່າລາສີແກ່ພຣະອົງ.
2
ເພາະພຣະອົງໃຫ້ພຣະບຸດມີສິດອຳນາດເໜືອຄົນທັງປວງ ເພື່ອພຣະບຸດຈະໄດ້ໃຫ້ຊີວິດນິລັນດອນແກ່ຄົນທັງປວງທີ່ພຣະອົງໄດ້ມອບໃຫ້ແກ່ພຣະບຸດນັ້ນ.
3
ນີ້ແຫລະແມ່ນຊີວິດນິລັນດອນຄື: ຊີວິດທີ່ພວກເຂົາຮູ້ຈັກພຣະອົງຜູ້ເປັນພຣະເຈົ້າທ່ຽງແທ້ແຕ່ອົງດຽວ ແລະ ຮູ້ຈັກພຣະເຢຊູຄຣິດເຈົ້າຜູ້ທີ່ພຣະອົງໃຊ້ມາ.
4
ຂ້ານ້ອຍໄດ້ຖວາຍສະຫງ່າລາສີແກ່ພຣະອົງໃນໂລກ ໂດຍເຮັດພາລະກິດທີ່ພຣະອົງມອບໝາຍໃຫ້ແກ່ຂ້ານ້ອຍເຮັດນັ້ນສຳເລັດແລ້ວ.
5
ແລະ ບັດນີ້ ພຣະບິດາເຈົ້າເອີຍ, ຂໍໃຫ້ຂ້ານ້ອຍໄດ້ຮັບສະຫງ່າລາສີຢູ່ຕໍ່ໜ້າພຣະອົງ ຄືສະຫງ່າລາສີທີ່ຂ້ານ້ອຍໄດ້ມີຮ່ວມກັບພຣະອົງຕັ້ງແຕ່ກ່ອນສ້າງໂລກນັ້ນ.
6
“ຂ້ານ້ອຍໄດ້ເປີດເຜີຍພຣະອົງ ແກ່ບັນດາຄົນທັງຫລາຍຈາກໂລກນີ້ທີ່ພຣະອົງໄດ້ມອບໃຫ້ຂ້ານ້ອຍ. ພວກເຂົາເປັນຂອງພຣະອົງ, ພຣະອົງໄດ້ມອບພວກເຂົາໃຫ້ແກ່ຂ້ານ້ອຍ ແລະ ພວກເຂົາໄດ້ເຊື່ອຟັງຄຳສັ່ງຂອງພຣະອົງ.
7
ບັດນີ້ ພວກເຂົາຮູ້ຈັກວ່າທຸກສິ່ງທີ່ພຣະອົງໄດ້ມອບໃຫ້ແກ່ຂ້ານ້ອຍນັ້ນມາຈາກພຣະອົງ.
8
ເພາະຖ້ອຍຄຳທີ່ພຣະອົງໄດ້ໃຫ້ນັ້ນ ຂ້ານ້ອຍໄດ້ມອບໃຫ້ແກ່ພວກເຂົາ ແລະ ພວກເຂົາກໍໄດ້ຮັບໄວ້ແລ້ວ. ພວກເຂົາທັງຫລາຍຮູ້ຢ່າງແນ່ນອນວ່າຂ້ານ້ອຍໄດ້ມາຈາກພຣະອົງ ແລະ ພວກເຂົາເຊື່ອວ່າພຣະອົງໄດ້ໃຊ້ຂ້ານ້ອຍມາ.
9
ຂ້ານ້ອຍອະທິຖານເພື່ອພວກເຂົາ. ຂ້ານ້ອຍບໍ່ໄດ້ອະທິຖານເພື່ອໂລກ ແຕ່ເພື່ອຄົນເຫລົ່ານັ້ນທີ່ພຣະອົງໄດ້ມອບໃຫ້ແກ່ຂ້ານ້ອຍ ເພາະພວກເຂົາເປັນຂອງພຣະອົງ.
10
ທຸກສິ່ງທີ່ຂ້ານ້ອຍມີກໍເປັນຂອງພຣະອົງ ແລະ ທຸກສິ່ງທີ່ພຣະອົງມີກໍເປັນຂອງຂ້ານ້ອຍ, ແລະ ຂ້ານ້ອຍໄດ້ຮັບສະຫງ່າລາສີຜ່ານທາງພວກເຂົາ.
11
ຂ້ານ້ອຍຈະບໍ່ຢູ່ໃນໂລກອີກຕໍ່ໄປແຕ່ພວກເຂົາຍັງຈະຢູ່ໃນໂລກ ແລະ ຂ້ານ້ອຍກຳລັງຈະໄປຫາພຣະອົງ. ພຣະບິດາເຈົ້າຜູ້ບໍລິສຸດເອີຍ, ຂໍປົກປ້ອງຄຸ້ມຄອງພວກເຂົາໄວ້ໂດຍລິດອຳນາດແຫ່ງນາມຂອງພຣະອົງ, ຄືນາມທີ່ພຣະອົງໄດ້ມອບໃຫ້ແກ່ຂ້ານ້ອຍ ເພື່ອວ່າພວກເຂົາຈະເປັນອັນໜຶ່ງອັນດຽວກັນເໝືອນດັ່ງພຣະອົງກັບຂ້ານ້ອຍເປັນອັນໜຶ່ງອັນດຽວກັນ.
12
ເມື່ອຂ້ານ້ອຍຍັງຢູ່ກັບພວກເຂົາ, ຂ້ານ້ອຍກໍໄດ້ປົກປ້ອງ ແລະ ຮັກສາພວກເຂົາໄວ້ໃຫ້ປອດໄພໂດຍລິດອຳນາດແຫ່ງນາມຂອງພຣະອົງ ຄືນາມທີ່ພຣະອົງໄດ້ມອບໃຫ້ແກ່ຂ້ານ້ອຍ. ບໍ່ມີຈັກຄົນທີ່ສູນເສຍໄປ ຍົກເວັ້ນແຕ່ຜູ້ດຽວທີ່ຈະຕ້ອງຈິບຫາຍ ເພື່ອໃຫ້ສຳເລັດຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີ.
13
“ບັດນີ້ ຂ້ານ້ອຍກຳລັງຈະໄປຫາພຣະອົງ ແຕ່ຂ້ານ້ອຍກ່າວສິ່ງເຫລົ່ານີ້ຂະນະທີ່ຂ້ານ້ອຍຍັງຢູ່ໃນໂລກ ເພື່ອວ່າພວກເຂົາຈະໄດ້ຮັບຄວາມຊື່ນຊົມຍິນດີຂອງຂ້ານ້ອຍຢ່າງເຕັມລົ້ນຢູ່ພາຍໃນພວກເຂົາ.
14
ຂ້ານ້ອຍໄດ້ມອບຖ້ອຍຄຳຂອງພຣະອົງໃຫ້ແກ່ພວກເຂົາແລ້ວ ແລະ ໂລກໄດ້ກຽດຊັງພວກເຂົາເພາະພວກເຂົາບໍ່ໄດ້ເປັນຂອງໂລກອີກຕໍ່ໄປເໝືອນທີ່ຂ້ານ້ອຍບໍ່ໄດ້ເປັນຂອງໂລກ.
15
ຂ້ານ້ອຍບໍ່ໄດ້ອະທິຖານຂໍໃຫ້ພຣະອົງເອົາພວກເຂົາອອກໄປຈາກໂລກ ແຕ່ຂໍໃຫ້ພຣະອົງປົກປ້ອງພວກເຂົາໃຫ້ພົ້ນຈາກມານຊົ່ວຮ້າຍ.
16
ພວກເຂົາບໍ່ເປັນຂອງໂລກເໝືອນດັ່ງທີ່ຂ້ານ້ອຍບໍ່ໄດ້ເປັນຂອງໂລກ.
17
ຂໍຊຳລະພວກເຂົາໃຫ້ບໍລິສຸດ ດ້ວຍຄວາມຈິງ, ພຣະທຳຂອງພຣະອົງເປັນຄວາມຈິງ.
18
ພຣະອົງໃຊ້ຂ້ານ້ອຍເຂົ້າມາໃນໂລກສັນໃດ ຂ້ານ້ອຍກໍໄດ້ໃຊ້ພວກເຂົາໄປໃນໂລກສັນນັ້ນ.
19
ເພາະເຫັນແກ່ພວກເຂົາ ຂ້ານ້ອຍຈຶ່ງຊຳລະຕົນໃຫ້ບໍລິສຸດ ເພື່ອວ່າພວກເຂົາຈະໄດ້ຮັບການຊຳລະໃຫ້ບໍລິສຸດຢ່າງແທ້ຈິງເໝືອນກັນ.
20
“ຂ້ານ້ອຍບໍ່ໄດ້ອະທິຖານເພື່ອພວກເຂົາເທົ່ານັ້ນ. ແຕ່ຂ້ານ້ອຍອະທິຖານເພື່ອບັນດາຜູ້ທີ່ຈະເຊື່ອໃນຂ້ານ້ອຍຜ່ານທາງຖ້ອຍຄຳຂອງພວກເຂົາເໝືອນກັນ,
21
ເພື່ອພວກເຂົາທັງໝົດຈະເປັນອັນໜຶ່ງອັນດຽວກັນ, ພຣະບິດາເຈົ້າເອີຍ, ພຣະອົງຢູ່ໃນຂ້ານ້ອຍ ແລະ ຂ້ານ້ອຍຢູ່ໃນພຣະອົງຢ່າງໃດ ກໍຂໍໃຫ້ພວກເຂົາຢູ່ໃນພຣະອົງ ແລະ ຢູ່ໃນຂ້ານ້ອຍຢ່າງນັ້ນເໝືອນກັນ ເພື່ອໂລກຈະໄດ້ເຊື່ອວ່າແມ່ນພຣະອົງທີ່ໃຊ້ຂ້ານ້ອຍມາ.
22
ສະຫງ່າລາສີທີ່ພຣະອົງໄດ້ມອບໃຫ້ແກ່ຂ້ານ້ອຍນັ້ນ ຂ້ານ້ອຍໄດ້ມອບໃຫ້ແກ່ພວກເຂົາແລ້ວ ເພື່ອພວກເຂົາຈະໄດ້ເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງພຣະອົງກັບຂ້ານ້ອຍເປັນອັນໜຶ່ງອັນດຽວກັນຄື,
23
ຂ້ານ້ອຍຢູ່ໃນພວກເຂົາ ແລະ ພຣະອົງສະຖິດຢູ່ໃນຂ້ານ້ອຍ. ຂໍໃຫ້ພວກເຂົາໄດ້ເປັນອັນໜຶ່ງອັນດຽວກັນຢ່າງສົມບູນ ເພື່ອໃຫ້ໂລກຮູ້ວ່າພຣະອົງໃຊ້ຂ້ານ້ອຍມາ ແລະ ພຣະອົງໄດ້ຮັກພວກເຂົາເໝືອນດັ່ງທີ່ພຣະອົງໄດ້ຮັກຂ້ານ້ອຍ.
24
“ພຣະບິດາເຈົ້າເອີຍ, ຂ້ານ້ອຍປາຖະໜາໃຫ້ບັນດາຜູ້ທີ່ພຣະອົງໄດ້ມອບໃຫ້ແກ່ຂ້ານ້ອຍນັ້ນ ໄດ້ຢູ່ກັບຂ້ານ້ອຍໃນບ່ອນທີ່ຂ້ານ້ອຍຢູ່ ແລະ ໃຫ້ພວກເຂົາເຫັນສະຫງ່າລາສີຂອງຂ້ານ້ອຍ, ສະຫງ່າລາສີທີ່ພຣະອົງໄດ້ມອບໃຫ້ແກ່ຂ້ານ້ອຍ ເພາະພຣະອົງຮັກຂ້ານ້ອຍຕັ້ງແຕ່ກ່ອນທີ່ພຣະອົງສ້າງໂລກ.
25
“ພຣະບິດາເຈົ້າຜູ້ຊອບທຳ, ເຖິງໂລກນີ້ບໍ່ຮູ້ຈັກພຣະອົງ ແຕ່ຂ້ານ້ອຍຮູ້ຈັກພຣະອົງ, ແລະ ພວກເຂົາກໍຮູ້ຈັກວ່າພຣະອົງໃຊ້ຂ້ານ້ອຍມາ.
26
ຂ້ານ້ອຍໄດ້ເຮັດໃຫ້ພວກເຂົາຮູ້ຈັກນາມຂອງພຣະອົງ ແລະ ຈະເຮັດໃຫ້ພວກເຂົາຮູ້ຈັກອີກ ເພື່ອຄວາມຮັກທີ່ພຣະອົງມີຕໍ່ຂ້ານ້ອຍນັ້ນຈະຢູ່ໃນພວກເຂົາ ແລະ ເພື່ອຂ້ານ້ອຍເອງຈະຢູ່ໃນພວກເຂົາເໝືອນກັນ”.
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21