bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
John 5
John 5
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 6 →
1
ຕໍ່ມາພຣະເຢຊູເຈົ້າໄດ້ຂຶ້ນໄປຍັງນະຄອນເຢຣູຊາເລັມເພື່ອຮ່ວມເທດສະການຂອງຊາວຢິວ.
2
ໃນນະຄອນເຢຣູຊາເລັມ ໃກ້ປະຕູແກະມີສະນ້ຳແຫ່ງໜຶ່ງເອີ້ນຕາມພາສາອາຣາມິກວ່າເບັດສະທາ ແລະ ສະນໍ້ານີ້ມີສາລາຫ້າຫລັງອ້ອມຢູ່,
3
ຢູ່ບ່ອນນີ້ມີຄົນພິການຈໍານວນຫລວງຫລາຍນອນຢູ່ເຊັ່ນ ຄົນຕາບອດ, ຄົນຂາເສັ້ງ, ຄົນເປ້ຍ.
4
ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າຈະລົງມາ ແລະ ກວນນ້ຳເປັນບາງຄັ້ງຄາວ. ໃນແຕ່ລະເທື່ອທີ່ນ້ຳເຟືອນຄົນທຳອິດທີ່ລົງໄປໃນສະນໍ້າກໍຈະໄດ້ຮັບການປິ່ນປົວຈາກພະຍາດຕ່າງໆທີ່ພວກເຂົາເປັນ.
5
ຢູ່ທີ່ນັ້ນມີຊາຍຄົນໜຶ່ງເຈັບປ່ວຍມາໄດ້ສາມສິບແປດປີແລ້ວ.
6
ເມື່ອພຣະເຢຊູເຈົ້າເຫັນລາວນອນຢູ່ໃນທີ່ນັ້ນ ແລະ ຮູ້ວ່າລາວຕົກຢູ່ໃນສະພາບນີ້ມາດົນນານແລ້ວ, ພຣະອົງໄດ້ຖາມລາວວ່າ, “ເຈົ້າຢາກຈະຫາຍດີບໍ?”
7
ຄົນປ່ວຍນັ້ນຈຶ່ງຕອບວ່າ, “ນາຍເອີຍ, ເວລານ້ຳເຟືອນຂຶ້ນບໍ່ມີຜູ້ໃດຈະຊ່ວຍເອົາຂ້ານ້ອຍລົງໄປໃນສະນ້ຳ. ໃນຂະນະທີ່ຂ້ານ້ອຍພະຍາຍາມຈະລົງໄປ ຄົນອື່ນກໍລົງໄປກ່ອນແລ້ວ”.
8
ພຣະເຢຊູເຈົ້າຈຶ່ງກ່າວກັບລາວວ່າ, “ຈົ່ງລຸກຂຶ້ນ! ຍົກເອົາບ່ອນນອນຂອງເຈົ້າ ແລະ ຍ່າງໄປ”.
9
ໃນທັນໃດນັ້ນ ຊາຍຄົນນັ້ນກໍດີພະຍາດ, ລາວຈຶ່ງຍົກເອົາບ່ອນນອນຂອງຕົນຍ່າງໄປ. ວັນທີ່ເຫດການໄດ້ເກີດຂຶ້ນນັ້ນເປັນວັນຊະບາໂຕ,
10
ດັ່ງນັ້ນ ພວກຢິວຈຶ່ງເວົ້າກັບຄົນທີ່ຫາຍດີພະຍາດນັ້ນວ່າ, “ນີ້ເປັນວັນຊະບາໂຕ ກົດບັນຍັດຫ້າມບໍ່ໃຫ້ເຈົ້າແບກບ່ອນນອນ”.
11
ແຕ່ລາວຕອບວ່າ, “ຜູ້ທີ່ຮັກສາຂ້ານ້ອຍໃຫ້ດີພະຍາດໄດ້ບອກຂ້ານ້ອຍວ່າ, ‘ຈົ່ງຍົກເອົາບ່ອນນອນຂອງເຈົ້າ ແລະ ຍ່າງໄປ’”.
12
ພວກເຂົາຈຶ່ງຖາມຊາຍຄົນນັ້ນວ່າ, “ຄົນທີ່ບອກໃຫ້ເຈົ້າຍົກເອົາບ່ອນນອນຂອງເຈົ້າ ແລະ ຍ່າງໄປນັ້ນແມ່ນຜູ້ໃດ?”
13
ຄົນທີ່ໄດ້ດີພະຍາດນັ້ນບໍ່ຮູ້ວ່າພຣະອົງແມ່ນຜູ້ໃດ ເພາະພຣະເຢຊູເຈົ້າໄດ້ໜີໄປປົນກັບປະຊາຊົນທີ່ຢູ່ໃນບ່ອນນັ້ນ.
14
ຕໍ່ມາ ພຣະເຢຊູເຈົ້າໄດ້ພົບຊາຍຄົນນັ້ນໃນວິຫານ ແລ້ວພຣະອົງຈຶ່ງບອກລາວວ່າ, “ເບິ່ງແມ, ເຈົ້າດີພະຍາດແລ້ວ ຢ່າສູ່ເຮັດບາບອີກຕໍ່ໄປ ບໍ່ດັ່ງນັ້ນສິ່ງຊົ່ວຮ້າຍກວ່ານີ້ຈະເກີດຂຶ້ນກັບເຈົ້າ”.
15
ຊາຍຄົນນັ້ນກໍໄປ ແລະ ບອກພວກຢິວວ່າ ແມ່ນພຣະເຢຊູເຈົ້າທີ່ໄດ້ເຮັດໃຫ້ຕົນດີພະຍາດ.
16
ດັ່ງນັ້ນ, ເພາະພຣະເຢຊູເຈົ້າໄດ້ກະທຳສິ່ງເຫລົ່ານີ້ໃນວັນຊະບາໂຕ ພວກຜູ້ນຳຢິວຈຶ່ງເລີ່ມຂົ່ມເຫັງພຣະອົງ.
17
ໃນການປ້ອງກັນຂອງພຣະອົງ ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ພຣະບິດາຂອງເຮົາເຮັດກິດຈະການຂອງພຣະອົງສະເໝີຈົນເຖິງທຸກວັນນີ້ ແລະ ເຮົາກໍເຮັດກິດຈະການນັ້ນເໝືອນກັນ”.
18
ດ້ວຍເຫດນີ້ພວກເຂົາຈຶ່ງພະຍາຍາມຫາໂອກາດທີ່ຈະຂ້າພຣະເຢຊູເຈົ້າ ເພາະພຣະອົງບໍ່ພຽງແຕ່ລະເມີດກົດບັນຍັດວັນຊະບາໂຕເທົ່ານັ້ນ ແຕ່ຍັງໄດ້ເອີ້ນພຣະເຈົ້າວ່າເປັນພຣະບິດາຂອງພຣະອົງເອງ ເຊິ່ງເປັນການຍົກພຣະອົງເອງເທົ່າທຽມກັບພຣະເຈົ້າ.
19
ພຣະເຢຊູເຈົ້າຕອບພວກເຂົາວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ພຣະບຸດຈະກະທຳສິ່ງໜຶ່ງສິ່ງໃດໂດຍຕົນເອງບໍ່ໄດ້, ພຣະອົງສາມາດກະທຳໄດ້ແຕ່ພຽງສິ່ງທີ່ເຫັນພຣະບິດາເຈົ້າຂອງພຣະອົງກະທຳ ເພາະພຣະບິດາຈົ້າກະທຳສິ່ງໃດ ພຣະບຸດກໍກະທຳສິ່ງນັ້ນເໝືອນກັນ.
20
ເພາະພຣະບິດາຮັກພຣະບຸດ ແລະ ສະແດງໃຫ້ພຣະບຸດເຫັນທຸກສິ່ງທີ່ພຣະອົງເອງກະທຳຢູ່. ແລ້ວພຣະອົງຈະສະແດງໃຫ້ພຣະບຸດເຫັນສິ່ງຍິ່ງໃຫຍ່ກວ່ານີ້ອີກ ເພື່ອວ່າພວກເຈົ້າຈະປະຫລາດໃຈ.
21
ເພາະພຣະບິດາເຈົ້າບັນດານໃຫ້ຄົນທີ່ຕາຍແລ້ວໃຫ້ເປັນຄືນມາ ແລະ ໃຫ້ຊີວິດແກ່ພວກເຂົາຢ່າງໃດ ພຣະບຸດກໍຈະໃຫ້ຊີວິດແກ່ຜູ້ທີ່ພຣະອົງພໍໃຈທີ່ຈະໃຫ້ຢ່າງນັ້ນເໝືອນກັນ.
22
ຫລາຍກວ່ານັ້ນ ພຣະບິດາເຈົ້າບໍ່ໄດ້ພິພາກສາຜູ້ໃດ ແຕ່ພຣະອົງມອບການພິພາກສາທັງໝົດໃຫ້ແກ່ພຣະບຸດ,
23
ເພື່ອຄົນທັງຫລາຍຈະໄດ້ຖວາຍກຽດແກ່ພຣະບຸດເໝືອນທີ່ພວກເຂົາໄດ້ຖວາຍກຽດແກ່ພຣະບິດາເຈົ້າ. ຜູ້ໃດກໍຕາມທີ່ບໍ່ຖວາຍກຽດແກ່ພຣະບຸດກໍບໍ່ໄດ້ຖວາຍກຽດແກ່ພຣະບິດາເຈົ້າ ຜູ້ທີ່ໄດ້ໃຊ້ພຣະບຸດມາ.
24
“ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມຟັງຄຳຂອງເຮົາ ແລະ ເຊື່ອພຣະອົງຜູ້ໃຊ້ເຮົາມາ ຜູ້ນັ້ນກໍມີຊີວິດນິລັນດອນ ແລະ ຈະບໍ່ເຂົ້າໃນການພິພາກສາ, ແຕ່ໄດ້ຜ່ານພົ້ນຈາກຄວາມຕາຍໄປສູ່ຊີວິດແລ້ວ.
25
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ເວລານັ້ນໃກ້ເຂົ້າມາ ແລະ ບັດນີ້ກໍມາເຖິງແລ້ວ ເມື່ອຜູ້ທີ່ຕາຍແລ້ວຈະໄດ້ຍິນສຽງພຣະບຸດຂອງພຣະເຈົ້າ ແລະ ບັນດາຜູ້ທີ່ໄດ້ຍິນກໍຈະມີຊີວິດ.
26
ເພາະວ່າພຣະບິດາເຈົ້າມີຊີວິດໃນພຣະອົງເອງສັນໃດ ພຣະອົງກໍໃຫ້ພຣະບຸດມີຊີວິດໃນພຣະອົງເອງສັນນັ້ນ.
27
ແລະ ພຣະອົງໃຫ້ພຣະບຸດມີສິດອຳນາດພິພາກສາ ເພາະວ່າພຣະອົງເປັນບຸດມະນຸດ.
28
“ຢ່າປະຫລາດໃຈໃນຂໍ້ນີ້, ເພາະຈະເຖິງເວລາໜຶ່ງເມື່ອທຸກຄົນທີ່ຢູ່ໃນຂຸມຝັງສົບຂອງຕົນຈະໄດ້ຍິນສຽງຂອງພຣະບຸດ
29
ແລະ ຈະໄດ້ອອກມາ, ບັນດາຜູ້ທີ່ເຮັດດີກໍຈະເປັນຄືນມາສູ່ຊີວິດ ແລະ ຜູ້ທີ່ເຮັດຊົ່ວກໍຈະເປັນຄືນມາເພື່ອຮັບການລົງໂທດ.
30
ເຮົາເຮັດສິ່ງໃດຕາມໃຈເຮົາເອງບໍ່ໄດ້, ເຮົາພິພາກສາຕາມທີ່ເຮົາໄດ້ຍິນເທົ່ານັ້ນ ແລະ ຄຳພິພາກສາຂອງເຮົາກໍຍຸຕິທຳ, ເພາະເຮົາບໍ່ໄດ້ເຮັດໃຫ້ເຮົາເອງພໍໃຈ ແຕ່ເຮັດໃຫ້ພຣະອົງຜູ້ທີ່ໄດ້ໃຊ້ເຮົາມານັ້ນພໍໃຈ.
31
“ຖ້າເຮົາເປັນພະຍານໃຫ້ກັບຕົນເອງ, ຄຳພະຍານຂອງເຮົາກໍບໍ່ໜ້າເຊື່ອຖື.
32
ມີຜູ້ໜຶ່ງອີກທີ່ເປັນພະຍານໃຫ້ເຮົາ ແລະ ເຮົາຮູ້ວ່າຄຳພະຍານຂອງລາວກ່ຽວກັບເຮົາເຊື່ອຖືໄດ້.
33
“ພວກເຈົ້າໄດ້ໃຊ້ຄົນໄປຫາໂຢຮັນ ແລະ ໂຢຮັນໄດ້ເປັນພະຍານເຖິງຄວາມຈິງ.
34
ບໍ່ແມ່ນວ່າເຮົາຍອມຮັບຄຳພະຍານຂອງມະນຸດ ແຕ່ເຮົາເວົ້າເຖິງເລື່ອງນີ້ເພື່ອວ່າພວກເຈົ້າຈະໄດ້ພົ້ນ.
35
ໂຢຮັນເປັນຕະກຽງທີ່ລຸກ ແລະ ໃຫ້ແສງສະຫວ່າງ ແລ້ວພວກເຈົ້າກໍເລືອກທີ່ຈະຍິນດີໃນຄວາມສະຫວ່າງຂອງລາວຊົ່ວຂະນະໜຶ່ງ.
36
“ເຮົາມີຄຳພະຍານທີ່ສຳຄັນກວ່າຄຳພະຍານຂອງໂຢຮັນອີກ ເພາະງານທີ່ພຣະບິດາເຈົ້າໄດ້ມອບໝາຍແກ່ເຮົາເພື່ອເຮັດໃຫ້ສຳເລັດ ຄືທຸກງານທີ່ເຮົາກຳລັງເຮັດຢູ່ນີ້ແຫລະ ທີ່ເປັນພະຍານໃຫ້ແກ່ເຮົາວ່າພຣະບິດາເຈົ້າໄດ້ໃຊ້ເຮົາມາ.
37
ແລະ ພຣະບິດາເຈົ້າຜູ້ທີ່ໃຊ້ເຮົາມາ ພຣະອົງເອງໄດ້ເປັນພະຍານໃຫ້ເຮົາ. ພວກເຈົ້າບໍ່ເຄີຍໄດ້ຍິນສຽງ ແລະ ບໍ່ເຄີຍເຫັນຮູບຮ່າງຂອງພຣະອົງຈັກເທື່ອ,
38
ພວກເຈົ້າບໍ່ໄດ້ມີຖ້ອຍຄຳຂອງພຣະອົງຢູ່ໃນໃຈຂອງພວກເຈົ້າ ເພາະວ່າພວກເຈົ້າບໍ່ເຊື່ອໃນຜູ້ທີ່ພຣະອົງໄດ້ໃຊ້ມານັ້ນ.
39
ພວກເຈົ້າສຶກສາ ໃນພຣະຄຳພີເພາະພວກເຈົ້າຄິດວ່າໂດຍພຣະຄຳພີນັ້ນ ພວກເຈົ້າຈະມີຊີວິດນິລັນດອນ. ຂໍ້ພຣະຄຳພີເຫລົ່ານັ້ນທີ່ເປັນພະຍານກ່ຽວກັບເຮົາ,
40
ແຕ່ເຖິງປານນັ້ນ ພວກເຈົ້າກໍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ.
41
“ເຮົາບໍ່ຮັບເອົາກຽດຕິຍົດຈາກການເປັນມະນຸດ,
42
ແຕ່ເຮົາຮູ້ຈັກພວກເຈົ້າ, ເຮົາຮູ້ວ່າພວກເຈົ້າບໍ່ໄດ້ມີຄວາມຮັກຂອງພຣະເຈົ້າຢູ່ໃນຫົວໃຈຂອງພວກເຈົ້າ.
43
ເຮົາໄດ້ມາໃນນາມຂອງພຣະບິດາເຈົ້າຂອງເຮົາ ແລະ ພວກເຈົ້າບໍ່ໄດ້ຍອມຮັບເຮົາ ແຕ່ຖ້າຜູ້ອື່ນມາໃນນາມຊື່ຂອງຕົນເອງ ພວກເຈົ້າກໍຈະຍອມຮັບຜູ້ນັ້ນ.
44
ພວກເຈົ້າສາມາດເຊື່ອໄດ້ຢ່າງໃດ ຖ້າຫາກພວກເຈົ້າຮັບເອົາກຽດຕິຍົດຈາກມະນຸດດ້ວຍກັນ ແຕ່ບໍ່ໄດ້ຊອກຫາກຽດຕິຍົດຈາກພຣະເຈົ້າຜູ້ເປັນພຣະເຈົ້າ ແຕ່ພຽງອົງດຽວ?
45
“ແຕ່ຢ່າຄິດວ່າເຮົາຈະຟ້ອງພວກເຈົ້າຕໍ່ພຣະບິດາເຈົ້າ. ຜູ້ທີ່ຟ້ອງພວກເຈົ້າຄືໂມເຊ ຜູ້ທີ່ພວກເຈົ້າໄດ້ມອບຄວາມຫວັງໄວ້ນໍານັ້ນ.
46
ຖ້າພວກເຈົ້າເຊື່ອໂມເຊ ພວກເຈົ້າຄວນເຊື່ອເຮົາ, ເພາະໂມເຊໄດ້ຂຽນກ່ຽວກັບເຮົາ.
47
ແຕ່ເພາະພວກເຈົ້າບໍ່ເຊື່ອສິ່ງທີ່ໂມເຊໄດ້ຂຽນໄວ້ແລ້ວ ພວກເຈົ້າຈະເຊື່ອສິ່ງທີ່ເຮົາກ່າວໄດ້ຢ່າງໃດ?”
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21