bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
John 2
John 2
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 3 →
1
ໃນວັນທີສາມ ມີງານແຕ່ງງານທີ່ຈັດຂຶ້ນຢູ່ບ້ານການາໃນແຂວງຄາລີເລ. ແມ່ຂອງພຣະເຢຊູເຈົ້າກໍຢູ່ທີ່ນັ້ນ
2
ແລະ ພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງກໍຖືກເຊີນໄປງານແຕ່ງງານເໝືອນກັນ.
3
ເມື່ອເຫລົ້າອະງຸ່ນໝົດແລ້ວ, ແມ່ຂອງພຣະເຢຊູເຈົ້າຈຶ່ງເວົ້າກັບພຣະອົງວ່າ, “ພວກເຂົາບໍ່ມີເຫລົ້າອະງຸ່ນເຫລືອແລ້ວ”.
4
ພຣະເຢຊູເຈົ້າຕອບວ່າ, “ຍິງເອີຍ ເປັນຫຍັງເຈົ້າຈຶ່ງໃຫ້ເຮົາໄປຫຍຸ້ງກ່ຽວນໍາ? ເພາະເວລາຂອງເຮົາຍັງບໍ່ທັນມາເຖິງ”.
5
ແມ່ຂອງພຣະອົງຈຶ່ງບອກບັນດາຄົນຮັບໃຊ້ວ່າ, “ຈົ່ງເຮັດທຸກຢ່າງຕາມທີ່ເພິ່ນບອກພວກເຈົ້າ”.
6
ໃນບ່ອນນັ້ນມີອ່າງຫີນຕັ້ງຢູ່ຫົກໜ່ວຍ, ເປັນອ່າງທີ່ໃຊ້ໃນພິທີຊຳລະຂອງຊາວຢິວ, ແຕ່ລະໜ່ວຍໃສ່ນ້ຳໄດ້ 20 ຫາ 30 ກາລອນ.
7
ພຣະເຢຊູເຈົ້າກ່າວພວກຄົນຮັບໃຊ້ວ່າ, “ຈົ່ງຕັກນ້ຳໃສ່ອ່າງໃຫ້ເຕັມ;” ດັ່ງນັ້ນພວກເຂົາຈຶ່ງຕັກນ້ຳໃສ່ຈົນເຕັມພໍດີກັບປາກອ່າງ.
8
ແລ້ວພຣະອົງບອກພວກເຂົາວ່າ, “ບັດນີ້ ຈົ່ງຕັກອອກມາ ແລ້ວເອົາໄປໃຫ້ເຈົ້າພາບງານລ້ຽງ”. ພວກເຂົາກໍໄດ້ເຮັດຕາມ,
9
ແລະ ເຈົ້າພາບງານລ້ຽງກໍໄດ້ຊີມນ້ຳທີ່ກາຍເປັນເຫລົ້າອະງຸ່ນນັ້ນ. ລາວບໍ່ຮູ້ເລີຍວ່າເຫລົ້າອະງຸ່ນນີ້ມາຈາກໃສ, ແຕ່ວ່າບັນດາຄົນຮັບໃຊ້ທີ່ໄດ້ຕັກນ້ຳກໍຮູ້ວ່າມາຈາກໃສ. ເຈົ້າພາບຈຶ່ງເອີ້ນເຈົ້າບ່າວມາທາງຂ້າງ
10
ແລະ ເວົ້າວ່າ, “ທຸກຄົນກໍເຄີຍເອົາເຫລົ້າອະງຸ່ນອັນດີມາໃຫ້ດື່ມກ່ອນ ແລະ ເມື່ອແຂກທັງຫລາຍດື່ມຫລາຍແລ້ວຈຶ່ງເອົາເຫລົ້າອະງຸ່ນລາຄາຖືກກວ່າມາໃຫ້ ແຕ່ເຈົ້າພັດເກັບເຫລົ້າອະງຸ່ນທີ່ດີທີ່ສຸດໄວ້ຈົນເຖິງດຽວນີ້”.
11
ສິ່ງທີ່ພຣະເຢຊູເຈົ້າກະທຳໃນທີ່ນີ້ ເປັນໝາຍສຳຄັນຄັ້ງທຳອິດຂອງພຣະອົງທີ່ບ້ານການາໃນແຂວງຄາລີເລ. ພຣະອົງໄດ້ສະແດງສະຫງ່າລາສີຂອງພຣະອົງ ແລະ ບັນດາສາວົກຂອງພຣະອົງກໍໄດ້ເຊື່ອໃນພຣະອົງ.
12
ຫລັງຈາກນັ້ນ ພຣະອົງໄດ້ໄປຍັງເມືອງກາເປນາອູມພ້ອມກັບແມ່, ພວກນ້ອງຊາຍ ແລະ ພວກສາວົກຂອງພຣະອົງ. ພວກເພິ່ນໄດ້ພັກຢູ່ທີ່ນັ້ນສອງສາມວັນ.
13
ເມື່ອໃກ້ຈະເຖິງເທດສະການປັດສະຄາຂອງຊາວຢິວ, ພຣະເຢຊູເຈົ້າໄດ້ຂຶ້ນໄປທີ່ນະຄອນເຢຣູຊາເລັມ.
14
ໃນເດີ່ນວິຫານ ພຣະອົງໄດ້ພົບຄົນຂາຍງົວ, ແກະ, ແລະ ນົກເຂົາ ແລະ ມີບາງຄົນນັ່ງຢູ່ທີ່ໂຕະຮັບແລກປ່ຽນເງິນ.
15
ພຣະອົງຈຶ່ງໃຊ້ເຊືອກເຮັດເປັນແສ້ແລ້ວໄລ່ພວກເຂົາທັງໝົດລວມທັງແກະ ແລະ ງົວ ອອກຈາກເດີ່ນວິຫານ. ພຣະອົງໄດ້ຖອກຫລຽນເງິນ ແລະ ຂວ້ຳໂຕະຂອງຄົນຮັບແລກປ່ຽນເງິນ.
16
ພຣະອົງກ່າວກັບຄົນຂາຍນົກເຂົາວ່າ, “ຈົ່ງເອົາສິ່ງເຫລົ່ານີ້ອອກໄປຈາກບ່ອນນີ້! ຢ່າເຮັດໃຫ້ວິຫານຂອງພຣະບິດາເຈົ້າຂອງເຮົາກາຍເປັນຕະຫລາດ!”
17
ພວກສາວົກຂອງພຣະອົງຈຶ່ງລະນຶກເຖິງຖ້ອຍຄຳທີ່ຂຽນໄວ້ໃນພຣະຄຳພີວ່າ, “ຄວາມຮ້ອນໃຈສຳລັບວິຫານຂອງພຣະອົງກໍໄໝ້ຢູ່ພາຍໃນຂ້ານ້ອຍ”.
18
ແລ້ວພວກຢິວໄດ້ຖາມພຣະອົງວ່າ, “ເຈົ້າຈະສະແດງໝາຍສຳຄັນອັນໃດໃຫ້ພວກເຮົາເຫັນວ່າເຈົ້າມີສິດອຳນາດທີ່ຈະເຮັດສິ່ງທັງໝົດນີ້?”
19
ພຣະເຢຊູເຈົ້າຕອບພວກເຂົາວ່າ, “ມ້າງວິຫານນີ້ລົງ ແລ້ວເຮົາຈະສ້າງຂຶ້ນໃໝ່ພາຍໃນສາມວັນ”.
20
ພວກຢິວຕອບວ່າ, “ວິຫານນີ້ໄດ້ໃຊ້ເວລາສ້າງເຖິງສີ່ສິບຫົກປີຈຶ່ງສຳເລັດ, ສ່ວນເຈົ້າຈະສ້າງຂຶ້ນໃໝ່ພາຍໃນສາມວັນບໍ?”
21
ແຕ່ວິຫານທີ່ພຣະອົງກ່າວເຖິງນັ້ນຄືຮ່າງກາຍຂອງພຣະອົງ.
22
ຫລັງຈາກທີ່ພຣະອົງເປັນຄືນມາຈາກຕາຍແລ້ວ, ພວກສາວົກຈຶ່ງລະນຶກເຖິງສິ່ງທີ່ພຣະອົງໄດ້ກ່າວໄວ້. ແລ້ວພວກເພິ່ນຈຶ່ງເຊື່ອພຣະຄຳພີ ແລະ ຖ້ອຍຄຳທີ່ພຣະເຢຊູເຈົ້າໄດ້ກ່າວນັ້ນ.
23
ໃນຂະນະທີ່ພຣະອົງຍັງຢູ່ທີ່ນະຄອນເຢຣູຊາເລັມໃນເທດສະການປັດສະຄານັ້ນ, ພຣະອົງໄດ້ສະແດງໝາຍສຳຄັນຫລາຍຢ່າງ ມີຄົນຈໍານວນຫລາຍໄດ້ເຫັນ ແລະ ໄດ້ເຊື່ອໃນນາມ ຂອງພຣະອົງ.
24
ແຕ່ພຣະເຢຊູເຈົ້າບໍ່ໄດ້ວາງໃຈພວກເຂົາ; ເພາະພຣະອົງຮູ້ຈັກມະນຸດທັງຫລາຍ.
25
ພຣະອົງບໍ່ຕ້ອງການໃຫ້ຜູ້ໃດມາເປັນພະຍານເຖິງເລື່ອງມະນຸດ, ເພາະພຣະອົງຮູ້ຈັກດີວ່າມີຫຍັງແດ່ຢູ່ໃນແຕ່ລະຄົນ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21