bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
John 18
John 18
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 19 →
1
ເມື່ອພຣະອົງອະທິຖານຈົບແລ້ວ, ພຣະເຢຊູເຈົ້າໄດ້ອອກໄປກັບພວກສາວົກຂອງພຣະອົງ ແລະ ຂ້າມຮ່ອມພູກິດໂຣນໄປ. ອີກຟາກໜຶ່ງຢູ່ບ່ອນນັ້ນມີສວນແຫ່ງໜຶ່ງ, ພຣະອົງໄດ້ເຂົ້າໄປໃນສວນນັ້ນພ້ອມກັບພວກສາວົກຂອງພຣະອົງ.
2
ຝ່າຍຢູດາຜູ້ທີ່ທໍລະຍົດພຣະອົງກໍຮູ້ຈັກບ່ອນນັ້ນ ເພາະພຣະເຢຊູເຈົ້າໄດ້ພົບກັບພວກສາວົກຂອງພຣະອົງໃນບ່ອນນັ້ນຢູ່ເລື້ອຍໆ.
3
ດັ່ງນັ້ນ ຢູດາຈຶ່ງພາພວກທະຫານ ແລະ ພວກເຈົ້າໜ້າທີ່ຈຳນວນໜຶ່ງທີ່ມາຈາກພວກຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍ ມາທີ່ສວນນັ້ນ. ພວກເຂົາຖືກະບອງ, ໂຄມໄຟ ແລະ ອາວຸດມາພ້ອມ.
4
ພຣະເຢຊູເຈົ້າຮູ້ຈັກທຸກສິ່ງທີ່ກຳລັງຈະເກີດຂຶ້ນກັບພຣະອົງ, ພຣະອົງຈຶ່ງອອກໄປ ແລະ ຖາມພວກເຂົາວ່າ, “ພວກເຈົ້າຕ້ອງການຜູ້ໃດ?”
5
ພວກເຂົາຕອບວ່າ, “ເຢຊູຊາວນາຊາເຣັດ”. ພຣະເຢຊູເຈົ້າກ່າວວ່າ, “ເຮົາຄືຜູ້ນັ້ນ” (ແລະຢູດາຜູ້ທີ່ທໍລະຍົດກໍຢືນຢູ່ກັບພວກເຂົາຢູ່ທີ່ນັ້ນ.)
6
ເມື່ອພຣະເຢຊູເຈົ້າກ່າວວ່າ, “ເຮົາຄືຜູ້ນັ້ນ” ພວກເຂົາກໍຖອຍຫລັງ ແລະ ລົ້ມລົງກັບພື້ນດິນ.
7
ພຣະເຢຊູເຈົ້າຖາມພວກເຂົາອີກວ່າ, “ພວກເຈົ້າຕ້ອງການຜູ້ໃດ?” ແລະ ພວກເຂົາເວົ້າວ່າ, “ເຢຊູຊາວນາຊາເຣັດ”.
8
ພຣະເຢຊູເຈົ້າກ່າວວ່າ, “ເຮົາໄດ້ບອກພວກເຈົ້າແລ້ວວ່າເຮົາຄືຜູ້ນັ້ນ. ຖ້າພວກເຈົ້າກຳລັງຊອກຫາເຮົາ ຈົ່ງປ່ອຍຄົນເຫລົ່ານີ້ໄປສາ”.
9
ສິ່ງນີ້ເກີດຂຶ້ນກໍເພື່ອໃຫ້ສຳເລັດຕາມຖ້ອຍຄຳທີ່ພຣະອົງໄດ້ກ່າວໄວ້ວ່າ, “ຄົນເຫລົ່ານັ້ນທີ່ພຣະອົງມອບໃຫ້ແກ່ຂ້ານ້ອຍບໍ່ໄດ້ສູນເສຍໄປແມ່ນແຕ່ຄົນດຽວ”.
10
ແລ້ວຊີໂມນເປໂຕ ຜູ້ທີ່ມີດາບ ກໍຖອດດາບຂອງຕົນອອກມາຟັນຫູຄົນຮັບໃຊ້ຂອງມະຫາປະໂລຫິດຂາດເບື້ອງຂວາ. (ຄົນຮັບໃຊ້ຄົນນັ້ນຊື່ມາລະໂຂ.)
11
ພຣະເຢຊູເຈົ້າສັ່ງເປໂຕວ່າ, “ຈົ່ງເອົາດາບຂອງເຈົ້າເກັບໃສ່ຝັກໄວ້ສາ! ເຮົາຈະບໍ່ດື່ມຈອກທີ່ພຣະບິດາເຈົ້າໄດ້ໃຫ້ແກ່ເຮົາບໍ?”
12
ແລ້ວກອງທະຫານພ້ອມດ້ວຍນາຍພັນ ແລະ ເຈົ້າໜ້າທີ່ຂອງພວກຢິວຈຶ່ງຈັບພຣະເຢຊູເຈົ້າມັດໄວ້
13
ແລະ ພາພຣະອົງໄປຫາອັນນາກ່ອນ, ອັນນາເປັນພໍ່ເມຍຂອງກາຢະຟາຜູ້ທີ່ເປັນມະຫາປະໂລຫິດປະຈຳການໃນປີນັ້ນ.
14
ກາຢະຟາຄືຜູ້ທີ່ເຄີຍແນະນຳພວກຢິວວ່າ, ໃຫ້ຊາຍຄົນດຽວຕາຍເພື່ອປະຊາຊົນທັງໝົດກໍດີກວ່າ.
15
ຊີໂມນເປໂຕ ແລະ ສາວົກອີກຄົນໜຶ່ງໄດ້ຕິດຕາມພຣະເຢຊູເຈົ້າໄປ, ສາວົກຜູ້ນີ້ໄດ້ຕິດຕາມພຣະເຢຊູເຈົ້າໄປຈົນເຖິງເດີ່ນເຮືອນຂອງມະຫາປະໂລຫິດ ເພາະລາວຮູ້ຈັກກັບມະຫາປະໂລຫິດ,
16
ແຕ່ເປໂຕຕ້ອງລໍຖ້າຢູ່ທາງນອກປະຕູ. ສາວົກຄົນອື່ນຜູ້ທີ່ຮູ້ຈັກກັບມະຫາປະໂລຫິດໄດ້ກັບອອກມາເວົ້າກັບຍິງທີ່ເຮັດໜ້າທີ່ຢູ່ທີ່ນັ້ນ ແລະ ພາເປໂຕເຂົ້າໄປທາງໃນ.
17
ຍິງຄົນນັ້ນຖາມເປໂຕວ່າ, “ເຈົ້າແມ່ນສາວົກຂອງຊາຍຄົນນັ້ນເໝືອນກັນບໍ?” ເປໂຕຕອບວ່າ, “ບໍ່ແມ່ນ”.
18
ຂະນະນັ້ນອາກາດໜາວເຢັນ, ພວກຄົນຮັບໃຊ້ ແລະ ພວກເຈົ້າໜ້າທີ່ຢືນຢູ່ອ້ອມກອງໄຟທີ່ພວກເຂົາດັງຂຶ້ນເພື່ອເຮັດໃຫ້ອຸ່ນ. ເປໂຕກໍຢືນຝີງໄຟກັບພວກເຂົາເໝືອນກັນ.
19
ໃນຂະນະດຽວກັນນັ້ນ ມະຫາປະໂລຫິດໄດ້ຖາມພຣະເຢຊູເຈົ້າກ່ຽວກັບພວກສາວົກ ແລະ ຄຳສອນຂອງພຣະອົງ.
20
ພຣະເຢຊູເຈົ້າຕອບວ່າ, “ເຮົາໄດ້ກ່າວກັບໂລກຢ່າງເປີດເຜີຍ. ເຮົາໄດ້ສັ່ງສອນໃນທຳມະສາລາ ຫລື ໃນວິຫານຢູ່ສະເໝີ, ສະຖານທີ່ເຫລົ່ານີ້ເປັນບ່ອນທີ່ຊາວຢິວທັງໝົດມາເຕົ້າໂຮມກັນ. ເຮົາບໍ່ໄດ້ເວົ້າສິ່ງໃດທີ່ເປັນຄວາມລັບ.
21
ຖາມເຮົາເຮັດຫຍັງ? ຈົ່ງຖາມຄົນທັງຫລາຍທີ່ໄດ້ຟັງເຮົາກ່າວ. ພວກເຂົາຮູ້ຈັກສິ່ງທີ່ເຮົາໄດ້ກ່າວນັ້ນແນ່ນອນ”.
22
ເມື່ອພຣະເຢຊູເຈົ້າກ່າວຢ່າງນັ້ນແລ້ວ, ເຈົ້າໜ້າທີ່ຄົນໜຶ່ງທີ່ຢືນຢູ່ໃກ້ນັ້ນກໍຕົບໜ້າພຣະອົງ ແລະ ຖາມວ່າ, “ເຈົ້າຕອບມະຫາປະໂລຫິດຢ່າງນີ້ບໍ?”
23
ພຣະເຢຊູເຈົ້າຕອບວ່າ, “ຖ້າເຮົາໄດ້ເວົ້າສິ່ງໃດຜິດກໍຈົ່ງເປັນພະຍານເບິ່ງວ່າຜິດບ່ອນໃດ. ແຕ່ຖ້າເຮົາໄດ້ເວົ້າຄວາມຈິງເປັນຫຍັງເຈົ້າຈຶ່ງຕົບໜ້າເຮົາ?”
24
ແລ້ວອັນນາຈຶ່ງສົ່ງພຣະເຢຊູເຈົ້າທີ່ຍັງຖືກມັດຢູ່ນັ້ນ ໄປພົບມະຫາປະໂລຫິດກາຢະຟາ.
25
ໃນຂະນະນັ້ນ, ຊີໂມນເປໂຕຍັງຢືນຢູ່ທີ່ນັ້ນເພື່ອໃຫ້ຕົນເອງອົບອຸ່ນ. ດັ່ງນັ້ນ ພວກເຂົາຈຶ່ງຖາມເພິ່ນວ່າ, “ເຈົ້າເປັນສາວົກຄົນໜຶ່ງຂອງລາວບໍ່ແມ່ນບໍ?” ເປໂຕປະຕິເສດວ່າ, “ຂ້ອຍບໍ່ໄດ້ເປັນ”.
26
ຄົນຮັບໃຊ້ຄົນໜຶ່ງຂອງມະຫາປະໂລຫິດທີ່ເປັນພີ່ນ້ອງກັບຄົນທີ່ຖືກເປໂຕຟັນຫູຂາດນັ້ນກໍຢືນຢັນວ່າ, “ຂ້ອຍເຫັນເຈົ້າຢູ່ກັບລາວໃນສວນໝາກກອກບໍ່ແມ່ນບໍ?”
27
ເປໂຕປະຕິເສດອີກ ແລະ ໃນທັນໃດນັ້ນໄກ່ກໍເລີ່ມຂັນ.
28
ຫລັງຈາກນັ້ນ ພວກຢິວໄດ້ນໍາພຣະເຢຊູເຈົ້າອອກຈາກເຮືອນຂອງກາຢະຟາໄປຍັງວັງຂອງຜູ້ປົກຄອງຊາວໂຣມ. ຕອນນີ້ຍັງເປັນເວລາເຊົ້າມືດຢູ່, ພວກຢິວຈຶ່ງບໍ່ເຂົ້າໄປໃນວັງເພື່ອຫລີກເວັ້ນການເປັນມົນທິນຕາມທຳນຽມ, ເພາະວ່າພວກເຂົາຕ້ອງການໃຫ້ຕົນເອງສາມາດກິນອາຫານປັດສະຄາໄດ້.
29
ດັ່ງນັ້ນ ປີລາດຈຶ່ງອອກມາພົບພວກເຂົາ ແລະ ຖາມວ່າ, “ພວກທ່ານໄດ້ຟ້ອງຊາຍຄົນນີ້ໃນເລື່ອງໃດ?”
30
ພວກເຂົາຕອບວ່າ, “ຖ້າລາວບໍ່ແມ່ນຜູ້ຮ້າຍພວກເຮົາກໍຄົງບໍ່ພາລາວມາມອບໃຫ້ແກ່ທ່ານດອກ”.
31
ປີລາດກ່າວວ່າ, “ໃຫ້ພວກທ່ານນຳໂຕລາວໄປຕັດສິນຕາມກົດໝາຍຂອງທ່ານເອງເທາະ”. ພວກຢິວຄັດຄ້ານວ່າ, “ແຕ່ພວກເຮົາບໍ່ມີສິດຂ້າຜູ້ໃດ”.
32
ສິ່ງນີ້ເກີດຂຶ້ນກໍເພື່ອຈະເປັນຈິງຕາມທີ່ພຣະເຢຊູເຈົ້າໄດ້ກ່າວໄວ້ວ່າພຣະອົງຈະຕາຍຢ່າງໃດ.
33
ປີລາດຈຶ່ງກັບເຂົ້າໄປໃນວັງ ແລ້ວເອີ້ນພຣະເຢຊູເຈົ້າມາ ແລະ ຖາມພຣະອົງວ່າ, “ເຈົ້າເປັນກະສັດຂອງຊາວຢິວບໍ?”
34
ພຣະເຢຊູເຈົ້າຖາມວ່າ, “ຄຳຖາມນີ້ເປັນຄວາມຄິດຂອງທ່ານເອງ ຫລື ມີຄົນອື່ນບອກທ່ານກ່ຽວກັບເລື່ອງຂອງເຮົາ?”
35
ປີລາດຕອບວ່າ, “ຂ້ອຍເປັນຄົນຢິວບໍ? ຄົນຮ່ວມຊາດຂອງເຈົ້າ ແລະ ພວກຫົວໜ້າປະໂລຫິດຂອງເຈົ້າໄດ້ນຳໂຕເຈົ້າມາມອບໃຫ້ຂ້ອຍ. ເຈົ້າໄດ້ເຮັດຫຍັງຜິດແດ່?”
36
ພຣະເຢຊູເຈົ້າຕອບວ່າ, “ອານາຈັກຂອງເຮົາບໍ່ໄດ້ເປັນຂອງໂລກນີ້. ຖ້າເປັນດັ່ງນັ້ນແລ້ວ ພວກຜູ້ຮັບໃຊ້ຂອງເຮົາກໍຄົງຈະຕໍ່ສູ້ເພື່ອປ້ອງກັນບໍ່ໃຫ້ພວກຢິວຈັບໂຕເຮົາ. ແຕ່ບັດນີ້ອານາຈັກຂອງເຮົາແມ່ນມາຈາກບ່ອນອື່ນ”.
37
ດັ່ງນັ້ນ ປີລາດຈຶ່ງຖາມພຣະອົງວ່າ, “ຖ້າຢ່າງນັ້ນເຈົ້າເປັນກະສັດບໍ!” ພຣະເຢຊູເຈົ້າຕອບວ່າ, “ທ່ານເອງເປັນຜູ້ບອກວ່າເຮົາເປັນກະສັດ. ແທ້ຈິງແລ້ວ ເພາະເຫດນີ້ເຮົາຈຶ່ງເກີດມາ ແລະ ເຂົ້າມາໃນໂລກເພື່ອຈະເປັນພະຍານເຖິງຄວາມຈິງ. ທຸກຄົນທີ່ຢູ່ຝ່າຍຄວາມຈິງກໍຍ່ອມຟັງເຮົາ”.
38
ປີລາດຖາມວ່າ, “ຄວາມຈິງນັ້ນແມ່ນຫຍັງ?” ເມື່ອປີລາດຖາມດັ່ງນັ້ນແລ້ວເພິ່ນກໍອອກມາຫາພວກຢິວອີກ ແລະ ບອກພວກເຂົາວ່າ, “ເຮົາບໍ່ພົບຄວາມຜິດຈັກຢ່າງໃນຊາຍຄົນນີ້.
39
ແຕ່ເປັນທຳນຽມຂອງພວກທ່ານທີ່ໃຫ້ເຮົາປ່ອຍນັກໂທດໜຶ່ງຄົນໃຫ້ແກ່ພວກທ່ານໃນເທດສະການປັດສະຄາ, ພວກທ່ານຢາກໃຫ້ເຮົາປ່ອຍ ‘ກະສັດຂອງຊາວຢິວ’ ບໍ?”
40
ພວກເຂົາທັງຫລາຍຈຶ່ງຮ້ອງຂຶ້ນວ່າ, “ບໍ່, ບໍ່ແມ່ນຊາຍຄົນນີ້! ປ່ອຍບາຣາບາໃຫ້ພວກເຮົາ!” ບາຣາບານັ້ນໄດ້ມີສ່ວນຮ່ວມໃນການກະບົດ.
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 19 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21