bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ecclesiastes 1
Ecclesiastes 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 2 →
1
ຕໍ່ໄປນີ້ ແມ່ນຄຳເວົ້າຂອງປັນຍາຈານລູກຊາຍຂອງເຈົ້າດາວິດ ຜູ້ທີ່ໄດ້ເປັນກະສັດຢູ່ໃນນະຄອນເຢຣູຊາເລັມ.
2
ປັນຍາຈານໄດ້ເວົ້າວ່າ, ອະນິຈັງ ອະນິຈັງ ຊີວິດນີ້ອະນິຈັງ ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ.
3
ທ່ານເຮັດວຽກທຳງານຢູ່ໃຕ້ດວງຕາເວັນ ແລະທ່ານໄດ້ຮັບຫຍັງແດ່ຈາກສິ່ງເຫຼົ່ານັ້ນ?
4
ຊົ່ວອາຍຸຄົນໜຶ່ງຜ່ານໄປ ແລະຊົ່ວອາຍຸຄົນໜຶ່ງອີກເກີດຂຶ້ນມາ, ແຕ່ໂລກກໍຍັງຢູ່ເປັນໂລກເໝືອນເດີມ.
5
ຕາເວັນຂຶ້ນແລະຕາເວັນລົງ ແລ້ວຕາເວັນກໍຟ້າວເຄື່ອນໄປສູ່ບ່ອນທີ່ຕາເວັນຕ້ອງຂຶ້ນມາອີກ.
6
ລົມພັດໄປທາງທິດໃຕ້ ລົມພັດໄປທາງທິດເໜືອ ລົມພັດຜ່ານໄປ ແລະພັດຜ່ານມາ ແລ້ວກໍເລີ່ມພັດໄປຈາກທິດເກົ່າອີກ.
7
ແມ່ນໍ້າທຸກສາຍໄຫລໄປສູ່ທະເລ, ແຕ່ທະເລກໍຍັງບໍ່ເຕັມຈັກເທື່ອ. ນໍ້າກັບຄືນສູ່ບ່ອນທີ່ແມ່ນໍ້າຕັ້ງຕົ້ນໄຫລໄປ ແລະຕັ້ງຕົ້ນໄຫລມາອີກໃໝ່.
8
ທຸກໆສິ່ງນຳໄປສູ່ຄວາມເບື່ອໜ່າຍ ຊຶ່ງເກີນກວ່າທີ່ຄົນເຮົາຈະບັນລະຍາຍອອກມາເປັນຖ້ອຍຄຳໄດ້. ຕາຂອງເຮົາເບິ່ງບໍ່ຮູ້ຈັກອີ່ມ ຫູຂອງເຮົາຟັງບໍ່ຮູ້ຈັກພໍ.
9
ສິ່ງທີ່ເກີດຂຶ້ນແລ້ວ ກໍຈະເກີດຂຶ້ນອີກ ສິ່ງທີ່ເຮັດແລ້ວ ກໍຈະຕ້ອງເຮັດອີກ ບໍ່ມີຫຍັງໃໝ່ຢູ່ໃຕ້ດວງຕາເວັນ.
10
ຄົນອາດເວົ້າກັນວ່າ, “ເບິ່ງແມ! ນີ້ແມ່ນສິ່ງໃໝ່.” ບໍ່ແມ່ນດອກ ຕາມທີ່ຈິງແລ້ວ ທຸກສິ່ງລ້ວນແຕ່ເຄີຍໄດ້ເກີດຂຶ້ນຕັ້ງນານມາແລ້ວທັງສິ້ນ ກ່ອນທີ່ເຮົາໄດ້ເກີດມາ.
11
ບໍ່ມີຜູ້ໃດຈື່ໄດ້ວ່າ ມີຫຍັງແດ່ໄດ້ເກີດຂຶ້ນໃນອະດີດ ແລະບໍ່ມີຜູ້ໃດໃນອະນາຄົດຈະຈື່ຈຳໄດ້ວ່າ ມີຫຍັງແດ່ເກີດຂຶ້ນລະຫວ່າງຊ່ວງນີ້ແລະຊ່ວງຕໍ່ໄປ.
12
ຂ້າພະເຈົ້າຄືປັນຍາຈານ ເຄີຍເປັນກະສັດຂອງຊາດອິດສະຣາເອນ ແລະໄດ້ປົກຄອງຢູ່ໃນນະຄອນເຢຣູຊາເລັມ.
13
ຂ້າພະເຈົ້າໄດ້ຕັ້ງໃຈພິຈາລະນາແລະສຶກສາເບິ່ງ ສິ່ງທັງໝົດທີ່ໄດ້ເກີດຂຶ້ນໃນໂລກນີ້. ພຣະເຈົ້າໄດ້ກຳນົດຊາຕາກຳອັນແສນລຳບາກເໜືອມະນຸດ.
14
ຂ້າພະເຈົ້າເຄີຍເຫັນສັບພະທຸກສິ່ງທີ່ຄົນໄດ້ເຮັດຢູ່ໃຕ້ດວງຕາເວັນ ແລະຂ້າພະເຈົ້າຂໍບອກວ່າ, ສິ່ງເຫຼົ່ານັ້ນລ້ວນແຕ່ອະນິຈັງທັງສິ້ນ. ເປັນດັ່ງການແລ່ນໄລ່ໄປຕາມລົມ.
15
ທ່ານເຮັດສິ່ງທີ່ຄົດໃຫ້ຊື່ບໍ່ໄດ້ສັນໃດ ທ່ານກໍນັບສິ່ງທີ່ບໍ່ມີຕົນຕົວບໍ່ໄດ້ສັນນັ້ນ.
16
ຂ້າພະເຈົ້າເຄີຍເວົ້າກັບຕົນເອງວ່າ, “ເຮົາກາຍເປັນຄົນສຳຄັນ ທັງມີປັນຍາກວ່າຄົນໃດໆ ທີ່ເຄີຍປົກຄອງນະຄອນເຢຣູຊາເລັມມາກ່ອນເຮົາ. ເຮົາຮູ້ຈັກປັນຍາແລະຄວາມຮູ້ແທ້ນັ້ນວ່າເປັນຢ່າງໃດ.”
17
ຂ້າພະເຈົ້າຕັ້ງໃຈຮໍ່າຮຽນໄຈ້ແຍກ ລະຫວ່າງຄວາມຮູ້ແລະຄວາມໂງ່ຈ້າ, ປັນຍາແລະຄວາມບ້າຄັ່ງ, ແຕ່ຂ້າພະເຈົ້າໄດ້ພົບວ່າ ຂ້າພະເຈົ້າກຳລັງແລ່ນໄລ່ໄປຕາມລົມຄືກັນ.
18
ທ່ານເປັນຄົນສະຫລາດຫລາຍເທົ່າໃດ ທ່ານແຮ່ງເປັນຄົນວິຕົກກັງວົນຫລາຍເທົ່ານັ້ນ ທ່ານຮູ້ຫລາຍເທົ່າໃດ ທ່ານແຮ່ງເຈັບປວດຫລາຍເທົ່ານັ້ນ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12