bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ecclesiastes 8
Ecclesiastes 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 9 →
1
ຄົນມີປັນຍາເທົ່ານັ້ນຈຶ່ງຈະຮູ້ໄດ້ວ່າ ສິ່ງນັ້ນໝາຍເຖິງຫຍັງແທ້. ປັນຍາເຮັດໃຫ້ລາວຍິ້ມແຍ້ມແຈ່ມໃສ ແລະໃຫ້ສີໜ້າບູດບຶ້ງຂອງລາວຫາຍໄປ.
2
ຈົ່ງເຮັດຕາມສິ່ງທີ່ກະສັດສັ່ງ ແລະຢ່າຟ້າວຕັດສິນໃຈເຮັດຄຳສັນຍາໃດໆກັບພຣະເຈົ້າ.
3
ກະສັດເຮັດທຸກສິ່ງທີ່ເພິ່ນມັກໄດ້. ສະນັ້ນ ຈົ່ງອອກໜີໄປໃຫ້ພົ້ນໜ້າເພິ່ນ; ຢ່າຢູ່ໃນບ່ອນອັນຕະລາຍເຊັ່ນນັ້ນເລີຍ.
4
ກະສັດເຮັດທຸກສິ່ງດ້ວຍອຳນາດ ແລະບໍ່ມີຜູ້ໃດທ້າທາຍສິ່ງທີ່ເພິ່ນເຮັດນັ້ນໄດ້.
5
ເມື່ອໃດທີ່ເຈົ້າເຊື່ອຟັງຄຳສັ່ງຂອງເພິ່ນ ເຈົ້າກໍປອດໄພ; ແລະຄົນມີປັນຍາກໍຮູ້ວ່າຕົນຈະເຮັດຢ່າງໃດແລະຍາມໃດ.
6
ມີເວລາອັນຖືກຕ້ອງແລະມີວິທີທາງອັນເໝາະສົມສຳລັບເຮັດທຸກສິ່ງ, ແຕ່ພວກເຮົາຊ່າງຮູ້ໜ້ອຍເຫລືອເກີນ
7
ບໍ່ມີຜູ້ໃດໃນພວກເຮົາຮູ້ຈັກສິ່ງທີ່ກຳລັງເກີດຂຶ້ນ ແລະບໍ່ມີຜູ້ໃດບອກພວກເຮົາໄດ້.
8
ບໍ່ມີຜູ້ໃດຊ່ວຍຕົນບໍ່ໃຫ້ຕາຍໄດ້ ຫລືແກ່ຍາວວັນຕາຍຂອງຕົນອອກໄປໄດ້. ເປັນການຮົບທີ່ພວກເຮົາໜີພົ້ນບໍ່ໄດ້ ແລະພວກເຮົາກໍສໍ້ໂກງບໍ່ໄດ້ດ້ວຍ.
9
ຂ້າພະເຈົ້າໄດ້ພິຈາລະນາເບິ່ງຢ່າງຄັກແນ່ ເຖິງທຸກສິ່ງທີ່ໄດ້ເກີດຂຶ້ນຢູ່ໃຕ້ດວງຕາເວັນ ຄືບ່ອນທີ່ມະນຸດໃຊ້ອຳນາດຢູ່ເໜືອເພື່ອນມະນຸດດ້ວຍກັນ ແລະເຮັດໃຫ້ຊີວິດຂອງເຂົາລຳບາກຍາກແຄ້ນ.
10
ແມ່ນແລ້ວ ຂ້າພະເຈົ້າໄດ້ເຫັນພວກຄົນຊົ່ວຖືກຝັງໄວ້ໃນຂຸມຝັງສົບ, ແຕ່ເວລາກັບຈາກປ່າຊ້າ ຄົນຕ່າງກໍຍົກຍ້ອງພວກເຂົາໃນທຸກເມືອງ ທີ່ພວກເຂົາໄດ້ເຮັດການຊົ່ວນັ້ນ ຊ່າງອະນິຈັງແທ້.
11
ເປັນຫຍັງຄົນຈຶ່ງພ້ອມທີ່ຈະເຮັດຊົ່ວກັນແທ້? ກໍເພາະຄົນທີ່ເຮັດຊົ່ວນັ້ນບໍ່ໄດ້ຖືກລົງໂທດໃຫ້ໄວທັນການ.
12
ຄົນບາບຜູ້ໜຶ່ງອາດໄດ້ເຮັດຊົ່ວໄວ້ຕັ້ງຮ້ອຍຢ່າງ ແລະຍັງມີຊີວິດຢູ່. ເອີແມ່ນແລ້ວ ຂ້າພະເຈົ້າຮູ້ສິ່ງທີ່ພວກເຂົາເວົ້າວ່າ, “ຖ້າທ່ານຢຳເກງພຣະເຈົ້າ ທຸກສິ່ງກໍຈະເປັນໄປໂດຍດີ;
13
ແຕ່ສຳລັບຄົນຊົ່ວທຸກສິ່ງຈະບໍ່ເປັນໄປໂດຍດີ. ຊີວິດພວກເຂົາເປັນດັ່ງເງົາ ແລະພວກເຂົາຈະຕ້ອງຕາຍແຕ່ຍັງໜຸ່ມ ເພາະພວກເຂົາບໍ່ໄດ້ຢຳເກງພຣະເຈົ້າ.”
14
ແຕ່ກໍເປັນເລື່ອງໄຮ້ປະໂຫຍດ ຈົ່ງເບິ່ງສິ່ງທີ່ເກີດຂຶ້ນຢູ່ໃນໂລກນີ້ ບາງຄັ້ງຄົນດີໄດ້ຮັບໂທດຂອງຄົນຊົ່ວ ແລະຄົນຊົ່ວໄດ້ຮັບບຳເໜັດຂອງຄົນດີ. ຂ້າພະເຈົ້າວ່າຊ່າງອະນິຈັງແທ້ໆ.
15
ສະນັ້ນ ຂ້າພະເຈົ້າຈຶ່ງແນ່ໃຈໄດ້ວ່າ ມະນຸດຄວນເຮັດໃຫ້ຕົນສະໜຸກສະໜານ ເພາະຄວາມສຸກຢ່າງດຽວທີ່ມະນຸດມີຢູ່ໃຕ້ດວງຕາເວັນຄື: ກິນແລະດຶ່ມແລະເຮັດໃຫ້ຕົນສະໜຸກສະໜານ ຢ່າງໜ້ອຍລາວກໍເຮັດສິ່ງນີ້ໄດ້ ໃນຂະນະທີ່ບຸກບືນເຮັດວຽກຕະຫລອດຊີວິດ ທີ່ພຣະເຈົ້າປະທານໃຫ້ແກ່ຕົນຢູ່ໃຕ້ດວງຕາເວັນ.
16
ເມື່ອໃດຂ້າພະເຈົ້າພະຍາຍາມທຳຕົນເປັນຄົນມີປັນຍາ ແລະຮຽນຮູ້ສິ່ງທີ່ເປັນຢູ່ໃນໂລກນີ້ ເມື່ອນັ້ນຂ້າພະເຈົ້າກໍສຳນຶກໃນໃຈໄດ້ວ່າ ມະນຸດອາດອົດຫລັບອົດນອນຕະຫລອດມື້ຕະຫລອດຄືນ
17
ແລະບໍ່ສາມາດເຂົ້າໃຈສິ່ງທີ່ພຣະເຈົ້າກຳລັງກະທຳການນັ້ນໄດ້ຈັກເທື່ອ. ເຖິງແມ່ນວ່າເຂົາອົດສາພະຍາຍາມຄົ້ນຫາຈັກພຽງໃດກໍຕາມ ເຂົາກໍຈະພົບບໍ່ໄດ້ຈັກເທື່ອ. ຄົນມີປັນຍາອາດອວດຕົວວ່າຮູ້, ແຕ່ວ່າພວກເຂົາບໍ່ຮູ້.
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12