bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ecclesiastes 6
Ecclesiastes 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 7 →
1
ຂ້າພະເຈົ້າໄດ້ສັງເກດເຫັນວ່າ ຢູ່ໃຕ້ດວງຕາເວັນມີຄວາມອະຍຸດຕິທຳອັນໜັກໜ່ວງ.
2
ພຣະເຈົ້າຈະໃຫ້ຄົນໃດຄົນໜຶ່ງຮັ່ງມີ, ມີກຽດ ແລະມີຊັບສົມບັດຄື: ໃຫ້ລາວມີທຸກສິ່ງທີ່ລາວຕ້ອງການ, ແຕ່ແລ້ວພັດບໍ່ໃຫ້ລາວສະໜຸກຢູ່ກັບສິ່ງນັ້ນ. ຄົນແປກໜ້າຊໍ້າພັດໄດ້ສະໜຸກຢູ່ກັບສິ່ງເຫຼົ່ານັ້ນແທນ. ມັນຊ່າງອະນິຈັງ ແລະບໍ່ເປັນການຖືກຕ້ອງເສຍເລີຍ.
3
ຄົນໜຶ່ງອາດຈະມີລູກເຖິງຮ້ອຍຄົນ ແລະມີຊີວິດຍືນຍາວກໍໄດ້ ເຖິງແມ່ນວ່າລາວຈະມີອາຍຸຍືນຍາວຈັກເທົ່າໃດກໍຕາມ, ແຕ່ຖ້າລາວບໍ່ໄດ້ຮັບຄວາມສຸກທີ່ລາວຄວນໄດ້ຮັບ ແລະບໍ່ມີຄົນເຮັດພິທີຝັງສົບໃຫ້ຢ່າງມີກຽດແລ້ວ ຂ້າພະເຈົ້າຂໍບອກວ່າ, ເປັນແອນ້ອຍເກີດມາແລ້ວຕາຍກໍຍັງດີກວ່າ.
4
ແອນ້ອຍເກີດມາບໍ່ໄດ້ຮັບປະໂຫຍດຫຍັງ ແລະບໍ່ມີຜູ້ໃດລະນຶກຄິດເຖິງລາວເລີຍ.
5
ລາວບໍ່ເຄີຍເຫັນແສງແຈ້ງຂອງດວງຕາເວັນ ຫລືຮູ້ຈັກວ່າຊີວິດຄືຫຍັງຊໍ້າ, ແຕ່ຢ່າງນ້ອຍລາວກໍໄດ້ພັກຜ່ອນ
6
ຄືໄດ້ພັກຜ່ອນຫລາຍກວ່າຄົນທີ່ບໍ່ເຄີຍມີຄວາມສະໜຸກຢູ່ໃນຊີວິດ ເຖິງແມ່ນວ່າລາວອາດຈະມີຊີວິດຢູ່ຮອດສອງພັນປີກໍຕາມ. ໃນທີ່ສຸດຄົນທັງສອງກໍຕ້ອງໄປສູ່ບ່ອນດຽວກັນ.
7
ວຽກທຸກຊະນິດທີ່ຄົນໜຶ່ງເຮັດ ແມ່ນເພື່ອໃຫ້ມີອາຫານກິນພຽງພໍເທົ່ານັ້ນ, ແຕ່ລາວພໍບໍ່ເປັນຈັກເທື່ອ.
8
ຄົນມີປັນຍາດີກວ່າຄົນໂງ່ຈ້າຢ່າງໃດແດ່? ເປັນການດີຫຍັງແດ່ທີ່ຄົນຍາກຈົນຮູ້ຈັກປະເຊີນໜ້າກັບຊີວິດ?
9
ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ ແລະເປັນດັ່ງການແລ່ນໄລ່ໄປຕາມລົມ. ການພໍໃຈກັບສິ່ງທີ່ຕົນມີຢູ່ ກໍດີກວ່າການປ່ອຍຕົວເລື້ອຍໄປຕາມຕັນຫາຂອງຕົນ.
10
ເຫດການທັງຫລາຍທີ່ເກີດຂຶ້ນດຽວນີ້ ແມ່ນໄດ້ຖືກກຳນົດໄວ້ແລ້ວແຕ່ນານ ແລະພວກເຮົາທຸກຄົນກໍຮູ້ວ່າມະນຸດ ໂຕ້ຖຽງກັບຜູ້ໃດຜູ້ໜຶ່ງທີ່ແຂງແຮງກວ່າຕົນກໍບໍ່ໄດ້.
11
ຖຽງດົນເທົ່າໃດແຮ່ງບໍ່ມີປະໂຫຍດຫລາຍເທົ່ານັ້ນ ແລະເຈົ້າກໍບໍ່ມີຫຍັງດີຂຶ້ນເລີຍ.
12
ຊີວິດມະນຸດຜ່ານພົ້ນໄປດັ່ງເງົາ. ໃຜຮູ້ໄດ້ແດ່ວ່າມີຫຍັງດີສຳລັບມະນຸດຢູ່ໃນໂລກອະນິຈັງອັນສັ້ນໆນີ້? ໃຜຮູ້ໄດ້ແດ່ວ່າຈະມີຫຍັງເກີດຂຶ້ນຢູ່ໃຕ້ດວງຕາເວັນ ຫລັງຈາກທີ່ລາວຕາຍໄປແລ້ວ?
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12