bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ecclesiastes 11
Ecclesiastes 11
Lao Bible 2012 (ພຣະຄຳພີສັກສິ)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 12 →
1
ຈົ່ງລົງທຶນຄ້າຂາຍກັບຕ່າງປະເທດ ແລະໃນມື້ໜຶ່ງເຈົ້າກໍຈະໄດ້ກຳໄລ.
2
ຈົ່ງລົງທຶນຂອງເຈົ້າໄວ້ໃນຫລາຍບ່ອນ ຫລາຍບ່ອນເທົ່າໃດແຮ່ງດີ ເພາະຢູ່ໃນໂລກນີ້ເຈົ້າບໍ່ຮູ້ວ່າ ອັນຕະລາຍຊະນິດໃດຈະມາຖືກເຈົ້າໃນຍາມໃດ.
3
ບໍ່ວ່າຕົ້ນໄມ້ຈະລົ້ມລົງທາງທິດໃດ ມັນກໍຈະນອນຢູ່ໃນທິດທາງນັ້ນ. ເມື່ອເມກມືດໜາຝົນກໍຈະຕົກ.
4
ຖ້າເຈົ້າລໍຖ້າໃຫ້ລົມແລະອາກາດເໝາະກ່ອນ ເຈົ້າກໍຈະບໍ່ໄດ້ປູກຝັງແລະໄດ້ເກັບກ່ຽວຫຍັງຈັກເທື່ອ.
5
ພຣະເຈົ້າໄດ້ສ້າງສັບພະທຸກສິ່ງ ແລະເຈົ້າບໍ່ຮູ້ວ່າຊີວິດເລີ່ມປະກອບຂຶ້ນຢູ່ໃນແມ່ຍິງທີ່ຕັ້ງທ້ອງຢ່າງໃດ ສິ່ງທີ່ພຣະອົງດຳເນີນການ ເຈົ້າກໍແຮ່ງເຂົ້າໃຈບໍ່ໄດ້.
6
ຈົ່ງປູກຝັງໃນຕອນເຊົ້າແລະໃນຕອນແລງດ້ວຍ. ເຈົ້າບໍ່ຮູ້ດອກວ່າມັນຈະງອກງາມໝົດ ຫລືຕົ້ນໜຶ່ງຈະດີກວ່າຕົ້ນອື່ນອີກ.
7
ແສງແຈ້ງໃນຕອນກາງເວັນ ພາໃຫ້ເປັນທີ່ໜ້າຊົມແລະໜ້າຢູ່.
8
ຈົ່ງຂອບພຣະຄຸນສຳລັບແຕ່ລະປີ ທີ່ອຳນວຍໃຫ້ເຈົ້າມີຊີວິດຢູ່. ບໍ່ວ່າເຈົ້າຈະອາຍຸຍືນຍາວເທົ່າໃດກໍຕາມ ຈົ່ງຈຳໄວ້ວ່າເຈົ້າຈະຕາຍຢູ່ຢ່າງຍາວນານ. ໃນທີ່ນັ້ນບໍ່ມີຫຍັງພໍທີ່ຈະຫວັງໄດ້ເລີຍ.
9
ຄົນໜຸ່ມເອີຍ ຈົ່ງສະໜຸກຢູ່ໃນຄວາມໜຸ່ມແໜ້ນຂອງເຈົ້າ. ຈົ່ງຫາຄວາມສຸກເມື່ອເຈົ້າຍັງໜຸ່ມແໜ້ນຢູ່ ຈົ່ງເຮັດທຸກສິ່ງທີ່ເຈົ້າຕ້ອງການຢາກເຮັດ ແລະທຸກສິ່ງທີ່ເຈົ້າພໍໃຈເຮັດດ້ວຍ. ແຕ່ຈົ່ງຈຳໄວ້ວ່າ ພຣະເຈົ້າຈະຕັດສິນທຸກໆສິ່ງທີ່ເຈົ້າໄດ້ເຮັດນັ້ນ.
10
ຢ່າໃຫ້ສິ່ງໃດເຮັດໃຫ້ພວກເຈົ້າອຸກໃຈຫລືເຈັບປວດ. ເຈົ້າຈະໜຸ່ມຕໍ່ໄປບໍ່ໄດ້ດົນນານ.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12