bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ecclesiastes 9
Ecclesiastes 9
Lao Bible 2012 (ພຣະຄຳພີສັກສິ)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 10 →
1
ເຫດສະນັ້ນ ຂ້າພະເຈົ້າຈຶ່ງຄິດຕຶກຕອງເຖິງເລື່ອງນີ້ຢ່າງໜັກຢູ່ຕັ້ງດົນນານ ແລະເຫັນໄດ້ວ່າພຣະເຈົ້າຄວບຄຸມການກະທຳຕ່າງໆຂອງຄົນມີປັນຍາ ແລະຂອງຄົນຊອບທຳທັງຫລາຍ ແມ່ນແຕ່ຄວາມຮັກແລະຄວາມກຽດຊັງຂອງເຂົາເຈົ້າ. ບໍ່ມີຜູ້ໃດຮູ້ຈັກວ່າມີຫຍັງລໍຖ້າຢູ່ເບື້ອງໜ້າຂອງຕົນ.
2
ມັນບໍ່ຕ່າງກັນຫຍັງເລີຍ. ຊາຕາກຳຢ່າງດຽວກັນນັ້ນມາສູ່ທັງຄົນຊອບທຳແລະຄົນຊົ່ວ ມາສູ່ທັງຜູ້ທີ່ເຄັ່ງສາສະໜາ ແລະຜູ້ທີ່ບໍ່ເຄັ່ງສາສະໜາ ມາສູ່ທັງຜູ້ທີ່ຖວາຍບູຊາ ແລະຜູ້ທີ່ບໍ່ຖວາຍບູຊາ. ຄົນດີກໍບໍ່ເຫັນດີລື່ນຄົນຊົ່ວ; ຄົນທີ່ສາບານກໍບໍ່ເຫັນດີລື່ນຄົນທີ່ບໍ່ໄດ້ສາບານ.
3
ຊາຕາກຳອັນດຽວມາສູ່ທຸກຄົນສະເໝີໜ້າກັນ ແລະອັນນີ້ແມ່ນຜິດຈາກເຫດການໃດໆ ທີ່ເກີດຂຶ້ນຢູ່ໃຕ້ດວງຕາເວັນ. ຕາບໃດທີ່ມະນຸດມີຊີວິດຢູ່ ຕາບນັ້ນຄວາມຄິດຂອງເຂົາກໍເຕັມໄປດ້ວຍຄວາມຊົ່ວແລະຄວາມບ້າບໍ ແລະພວກເຂົາກໍຕາຍໄປໃນທັນໃດນັ້ນ.
4
ແຕ່ຜູ້ໃດຜູ້ໜຶ່ງທີ່ມີຊີວິດຢູ່ໃນໂລກຄົນເປັນນີ້ ກໍມີຄວາມຫວັງບາງຢ່າງ; ໝາທີ່ຍັງມີຊີວິດຢູ່ກໍດີກວ່າໂຕສິງທີ່ຕາຍໄປແລ້ວ.
5
ແມ່ນແລ້ວ ຜູ້ທີ່ມີຊີວິດຢູ່ກໍຮູ້ວ່າຕົນຈະຕາຍໄປ; ແຕ່ຜູ້ທີ່ຕາຍໄປແລ້ວກໍບໍ່ຮູ້ຫຍັງເລີຍ. ພວກເຂົາບໍ່ມີບຳເໜັດໃນພາຍໜ້າ ພວກເຂົາຖືກລືມໄລໄປຢ່າງໝົດສິ້ນ.
6
ຄວາມຮັກ, ຄວາມຊັງ ແລະຕັນຫາຂອງພວກເຂົາ ລ້ວນແຕ່ໄດ້ຕາຍໄປກັບພວກເຂົາດ້ວຍ. ພວກເຂົາຈະບໍ່ມີສ່ວນກັບເຫດການໃດໆ ທີ່ເກີດຂຶ້ນຢູ່ໃຕ້ດວງຕາເວັນອີກເລີຍ.
7
ສະນັ້ນ ຈົ່ງກິນອາຫານທີ່ເຈົ້າມີແລະມີຄວາມສຸກສາເຖີດ; ດື່ມເຫຼົ້າອະງຸ່ນແລະເບີກບານໃຈສາເຖີດ. ສຳລັບພຣະເຈົ້າແລ້ວ ສິ່ງເຫຼົ່ານີ້ລ້ວນແຕ່ເປັນການຖືກຕ້ອງທັງສິ້ນ.
8
ຈົ່ງເຮັດໃຫ້ໃຈເບີກບານ ແລະມີຄວາມສຸກຢູ່ສະເໝີ.
9
ຈົ່ງໃຫ້ຊີວິດຂອງເຈົ້າສະໜຸກຢູ່ກັບຍິງທີ່ເຈົ້າຮັກ ເມື່ອໃດທີ່ເຈົ້າມີຊີວິດອັນອະນິຈັງທີ່ພຣະເຈົ້າໂຜດໃຫ້ຢູ່ໃຕ້ດວງຕາເວັນ. ຈົ່ງສະໜຸກຢູ່ກັບມື້ອັນອະນິຈັງ ເພາະລ້ວນແລ້ວແຕ່ເປັນສິ່ງທີ່ເຈົ້າໄດ້ຮັບ ເນື່ອງຈາກຄວາມລຳບາກທັງໝົດຂອງເຈົ້ານັ້ນ.
10
ບໍ່ວ່າຈະເຮັດສິ່ງໃດກໍຕາມ ຈົ່ງເຮັດສິ່ງນັ້ນຢ່າງເຕັມກຳລັງ ເພາະໃນແດນຂອງຄົນຕາຍນັ້ນຈະບໍ່ມີການກະທຳ, ບໍ່ມີຄວາມຄິດ, ບໍ່ມີຄວາມຮູ້, ບໍ່ມີປັນຍາໃດໆ ແລະໃນບ່ອນນັ້ນແຫລະທີ່ພວກເຈົ້າຈະໄປ.
11
ຂ້າພະເຈົ້າຍັງເຫັນຫລາຍໆສິ່ງອີກຢູ່ໃຕ້ດວງຕາເວັນ. ນັກແລ່ນໄວບໍ່ແມ່ນຈະໄດ້ຊະນະໃນການແຂ່ງຂັນສະເໝີໄປ ແລະຄົນກ້າຫານຫລາຍບໍ່ແມ່ນຈະຕີຊະນະໃນສະໜາມຮົບສະເໝີໄປ. ຄົນມີປັນຍາບໍ່ແມ່ນຈະທຳມາຫາກິນລ້ຽງຊີບຢ່າງສະດວກສະບາຍສະເໝີໄປ; ຄົນສະຫລາດບໍ່ແມ່ນຈະຮັ່ງມີເປັນດີສະເໝີໄປ ແລະຄົນທີ່ມີຄວາມສາມາດບໍ່ແມ່ນຈະໄດ້ຂຶ້ນສູ່ຕຳແໜ່ງສູງສະເໝີໄປ. ແຕ່ກຳນົດເວລາແລະໂອກາດເກີດຂຶ້ນກັບທຸກໆຄົນ.
12
ເຈົ້າຮູ້ບໍ່ໄດ້ຈັກເທື່ອວ່າ ຜຽນຂອງເຈົ້າຈະມາຮອດເມື່ອໃດ. ດັ່ງນົກທີ່ຖືກແຮ້ວຢ່າງກະທັນຫັນ ດັ່ງປາທີ່ຖືກມອງ ເຮົາຖືກບ້ວງແຮ້ວແຫ່ງຄວາມຊົ່ວຮ້າຍໃນຊົ່ວບຶດດຽວ ໃນເວລາທີ່ບໍ່ຄາດຝັນ.
13
ຂ້າພະເຈົ້າຍັງໄດ້ເຫັນເປັນປະຈັກຕາສິ່ງໜຶ່ງອີກ ຄືຕົວຢ່າງອັນດີກ່ຽວກັບປັນຍາທີ່ຖືກັນຢູ່ໃຕ້ດວງຕາເວັນ.
14
ຄັ້ງໜຶ່ງ ມີເມືອງນ້ອຍແຫ່ງໜຶ່ງທີ່ມີປະຊາຊົນບໍ່ຫລາຍ. ກະສັດຜູ້ໜຶ່ງທີ່ມີອຳນາດຫລາຍໄດ້ໂຈມຕີເມືອງນີ້. ເພິ່ນປິດລ້ອມເມືອງໄວ້ ແລະຕຽມທະລຸກຳແພງເມືອງ.
15
ມີຊາຍຍາກຈົນຄົນໜຶ່ງທີ່ອາໄສຢູ່ໃນເມືອງນີ້. ລາວເປັນຄົນມີປັນຍາຈົນຊ່ວຍເມືອງນີ້ໄວ້ໄດ້, ແຕ່ບໍ່ມີຜູ້ໃດຄິດເຖິງລາວເລີຍ.
16
ຂ້າພະເຈົ້າເຄີຍເວົ້າຢູ່ສະເໝີວ່າປັນຍາດີກວ່າກຳລັງ, ແຕ່ເມື່ອຄົນມີປັນຍາຜູ້ໜຶ່ງຍາກຈົນ ຄົນກໍຈະດູຖູກລາວ ແລະບໍ່ເຊື່ອຟັງຄຳແນະນຳຂອງລາວ.
17
ຟັງຄຳເວົ້າອັນສຸຂຸມຂອງຄົນມີປັນຍາ ກໍດີກວ່າຟັງສຽງຮ້ອງຂອງນັກປົກຄອງໃນທີ່ປະຊຸມຂອງຄົນໂງ່ຈ້າ.
18
ປັນຍາດີກວ່າອາວຸດ, ແຕ່ຄົນບາບຜູ້ໜຶ່ງທຳລາຍຄວາມດີໄດ້ຢ່າງຫລວງຫລາຍ.
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12