bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ecclesiastes 4
Ecclesiastes 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 5 →
1
ແລ້ວຂ້າພະເຈົ້າກໍໄດ້ພິຈາລະນາເບິ່ງອີກ ເຖິງຄວາມບໍ່ຍຸດຕິທຳທັງໝົດທີ່ເປັນຢູ່ໃຕ້ດວງຕາເວັນ. ຄົນຖືກຂົ່ມເຫັງກຳລັງເປັນທຸກຮ້ອງໄຫ້ ແລະບໍ່ມີຜູ້ໃດຊ່ວຍເຫລືອລາວເລີຍ. ບໍ່ມີຜູ້ໃດຊ່ວຍເຫລືອລາວໄດ້ ເພາະອຳນາດນັ້ນຢູ່ນຳຝ່າຍທີ່ຂົ່ມເຫັງລາວ.
2
ຂ້າພະເຈົ້າຄິດວ່າ ຄົນທີ່ຕາຍໄປແລ້ວກໍດີກວ່າຄົນທີ່ຍັງມີຊີວິດຢູ່,
3
ແຕ່ດີກວ່າທັງສອງຢ່າງນັ້ນ ແມ່ນຜູ້ທີ່ຍັງບໍ່ທັນໄດ້ເກີດມາ ຄືຜູ້ທີ່ບໍ່ເຄີຍໄດ້ເຫັນຄວາມຊົ່ວຮ້າຍຢູ່ໃຕ້ດວງຕາເວັນ.
4
ຂ້າພະເຈົ້າໄດ້ຄົ້ນພົບເຊັ່ນດຽວກັນວ່າ ເປັນຫຍັງມະນຸດຈຶ່ງເຮັດວຽກຢ່າງໜັກເພື່ອຈະປະສົບຜົນສຳເລັດ ເພາະລາວຢາກມີລື່ນເພື່ອນບ້ານຂອງຕົນ, ແຕ່ມັນກໍອະນິຈັງ ເປັນດັ່ງກຳລັງແລ່ນໄລ່ໄປຕາມລົມ.
5
ແນ່ນອນ ຄົນໂງ່ຈ້າຜູ້ທີ່ງໍມືງໍຕີນຢູ່ກໍປ່ອຍໃຫ້ຕົນອຶດຕາຍ.
6
ແຕ່ການມີຈິດໃຈສະຫງົບສຸກຢູ່ພຽງເລັກນ້ອຍ ກໍຍັງດີກວ່າມືສອງເບື້ອງຫຍຸ້ງຢູ່ຕະຫລອດເວລາຄື: ພະຍາຍາມຄວ້າຈັບລົມ.
7
ຂ້າພະເຈົ້າຍັງສັງເກດເຫັນໄດ້ວ່າ ຢູ່ໃຕ້ດວງຕາເວັນນີ້ມີບາງສິ່ງບາງຢ່າງອີກທີ່ອະນິຈັງ.
8
ຢູ່ໃຕ້ດວງຕາເວັນມີຊາຍຄົນໜຶ່ງທີ່ຢູ່ຜູ້ດຽວ. ລາວບໍ່ມີລູກແລະບໍ່ມີອ້າຍເອື້ອຍນ້ອງ; ເຖິງປານນັ້ນ ລາວກໍເຮັດວຽກຢູ່ບໍ່ເຊົາໂດຍຍັງບໍ່ພໍໃຈກັບຊັບສິນທີ່ຕົນມີຢູ່ນັ້ນ. ລາວເຮັດວຽກຢ່າງໜັກເພື່ອຜູ້ໃດ ໂດຍບໍ່ຍອມແມ່ນແຕ່ເຮັດໃຫ້ຕົນເອງສະໜຸກຈັກດີ້? ອັນນີ້ກໍອະນິຈັງຄືກັນ ເພາະເປັນການໃຊ້ຊີວິດຢູ່ຢ່າງຍາກລຳບາກ.
9
ສອງຄົນດີກວ່າຄົນດຽວ ເພາະວຽກຂອງເຂົາທີ່ເຮັດກໍເກີດຜົນດີກວ່າ.
10
ຖ້າຜູ້ໜຶ່ງໃນສອງຄົນນັ້ນລົ້ມລົງ ຜູ້ໜຶ່ງກໍຊູລາວໃຫ້ລຸກຂຶ້ນໄດ້. ແຕ່ຖ້າມີຄົນດຽວແລະລົ້ມລົງ ກໍເປັນໜ້າອີດູຕົນແທ້ໆ ເພາະບໍ່ມີຜູ້ໃດຊ່ວຍລາວເລີຍ.
11
ດັ່ງນັ້ນ ຖ້າສອງຄົນນອນດ້ວຍກັນກໍອົບອຸ່ນໄດ້, ແຕ່ຖ້ານອນຄົນດຽວ ເຮັດແນວໃດຈຶ່ງຈະມີຄວາມອົບອຸ່ນ?
12
ສອງຄົນຍ່ອມຕ້ານທານການໂຈມຕີທີ່ຈະເອົາຊະນະຄົນດຽວໄດ້ ເຊືອກສາມກຽວກໍຂາດໄດ້ຍາກ.
13
ຄົນຜູ້ໜຶ່ງອາດລຸກຂຶ້ນຈາກຄວາມທຸກລຳບາກ ກາຍມາເປັນກະສັດຂອງປະເທດຕົນກໍໄດ້ ຫລືອອກຈາກຄຸກໄປສູ່ບັນລັງກໍໄດ້, ແຕ່ເມື່ອໃດລາວແກ່ຕົວໄປແລ້ວ ແລະຍັງໂງ່ຈ້າບໍ່ຍອມຟັງຄຳແນະນຳຢູ່ ລາວກໍສູ້ຄົນໜຸ່ມທີ່ຍາກຈົນແຕ່ສະຫລຽວສະຫລາດບໍ່ໄດ້.
15
ຂ້າພະເຈົ້າໄດ້ສັງເກດເຫັນວ່າ ທຸກຄົນຢູ່ໃຕ້ດວງຕາເວັນຕ່າງກໍຈະເຂົ້າຂ້າງຊາຍໜຸ່ມ ຜູ້ທີ່ຈະຂຶ້ນເປັນກະສັດ.
16
ກະສັດຜູ້ໜຶ່ງອາດປົກຄອງປະຊາຊົນຈຳນວນນັບບໍ່ໄດ້, ແຕ່ຄົນເຊັ່ນຕໍ່ມາບໍ່ຮູ້ຈັກບຸນຄຸນໃນສິ່ງທີ່ເພິ່ນໄດ້ເຮັດຊໍ້າ. ມັນຊ່າງອະນິຈັງ ແລະເປັນດັ່ງກຳລັງແລ່ນໄລ່ໄປຕາມລົມ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12