bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ecclesiastes 5
Ecclesiastes 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 6 →
1
ຈົ່ງລະມັດລະວັງ ເມື່ອເຂົ້າໄປໃນພຣະວິຫານ ເຂົ້າໄປໃນທີ່ນັ້ນເພື່ອສຶກສາຮຽນຮູ້ ກໍດີກວ່າເຂົ້າໄປຖວາຍເຄື່ອງບູຊາ ດັ່ງຄົນໂງ່ຈ້າທີ່ບໍ່ຮູ້ຈັກຜິດຈັກຖືກ.
2
ຄິດກ່ອນຈຶ່ງເວົ້າ ແລະຢ່າຟ້າວຕັດສິນໃຈເຮັດຄຳສາບານໃດໆກັບພຣະເຈົ້າ. ພຣະເຈົ້າຢູ່ເທິງຟ້າສະຫວັນແລະເຈົ້າຢູ່ເທິງແຜ່ນດິນໂລກ. ສະນັ້ນ ຢ່າເວົ້າເກີນກວ່າທີ່ເຈົ້າຈຳເປັນຕ້ອງເວົ້າ.
3
ຄົນໂງ່ຈ້າວິຕົກກັງວົນຫລາຍເທົ່າໃດ ກໍແຮ່ງຝັນບໍ່ດີຫລາຍເທົ່ານັ້ນ ແລະຄົນໂງ່ຈ້າເວົ້າຫລາຍເທົ່າໃດ ແຮ່ງເວົ້າສິ່ງໂງ່ຈ້າອອກມາຫລາຍເທົ່ານັ້ນ.
4
ສະນັ້ນ ເມື່ອເຈົ້າເຮັດຄຳສາບານກັບພຣະເຈົ້າ ຈົ່ງປະຕິບັດຕາມຄຳສາບານນັ້ນໄວເທົ່າທີ່ຈະໄວໄດ້. ພຣະເຈົ້າບໍ່ພໍໃຈນຳຄົນໂງ່ຈ້າ. ຈົ່ງເຮັດຕາມຄຳສາບານທີ່ເຈົ້າວ່າຈະເຮັດ.
5
ເມື່ອສາບານແລ້ວບໍ່ປະຕິບັດຕາມ ຢ່າສາບານເລີຍກໍດີກວ່າ.
6
ຈົ່ງຫລີກເວັ້ນຄຳເວົ້າທີ່ນຳເຈົ້າໄປສູ່ການບາບ ເພື່ອເຈົ້າຈະບໍ່ຕ້ອງໄປເວົ້າກັບປະໂຣຫິດຂອງພຣະເຈົ້າວ່າ ເຈົ້າບໍ່ໄດ້ໝາຍຄວາມວ່າຢ່າງນັ້ນ. ເປັນຫຍັງຈຶ່ງເຮັດໃຫ້ພຣະອົງໂກດຮ້າຍເຈົ້າ? ເປັນຫຍັງຈຶ່ງປ່ອຍໃຫ້ພຣະອົງທຳລາຍສິ່ງທີ່ເຈົ້າຫາມາໄດ້ນັ້ນ?
7
ບໍ່ວ່າເຈົ້າໄຝ່ຝັນຫລາຍສໍ່າໃດ ເຈົ້າເຮັດວຽກບໍ່ມີປະໂຫຍດຫລາຍສໍ່າໃດ ຫລືເຈົ້າເວົ້າຫລາຍສໍ່າໃດ ເຈົ້າຕ້ອງເຮັດທຸກຢ່າງດ້ວຍການຢຳເກງພຣະເຈົ້າ.
8
ຖ້າເຈົ້າເຫັນຄົນຍາກຈົນໃນເມືອງຖືກຂົ່ມເຫັງ ທັງຄວາມຍຸດຕິທຳ ແລະຄວາມທ່ຽງທຳເອົາໄປເສຍຈາກພວກເຂົາ ຢ່າປະຫລາດໃຈເລີຍ. ດ້ວຍວ່າ, ຍັງມີນາຍເໜືອພວກເຂົາຄອຍຈັບຕາເບິ່ງພວກເຂົາຢູ່ ແລະຜູ້ເປັນນາຍເໜືອພວກເຂົານັ້ນ ກໍຍັງມີນາຍຊັ້ນຜູ້ໃຫຍ່ກວ່າອີກຈັບຕາເບິ່ງພວກເຂົາ.
9
ແມ່ນແຕ່ກະສັດກໍຍັງເພິ່ງພາອາໄສຜົນຂອງການເກັບກ່ຽວ.
10
ຖ້າເຈົ້າຮັກເງິນ ເຈົ້າກໍຈະບໍ່ຮູ້ເມື່ອພໍຈັກເທື່ອ ຖ້າເຈົ້າຢາກຮັ່ງມີ ເຈົ້າກໍຈະບໍ່ໄດ້ທຸກສິ່ງທີ່ຕ້ອງການຈັກເທື່ອ ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ.
11
ເຈົ້າຮັ່ງມີຫລາຍເທົ່າໃດ ເຈົ້າກໍຕ້ອງລ້ຽງຫລາຍຄົນເທົ່ານັ້ນ. ສິ່ງທັງໝົດທີ່ເຈົ້າໄດ້ຮັບນັ້ນ ກໍພຽງແຕ່ຄວາມຮູ້ທີ່ວ່າຕົນຮັ່ງມີ.
12
ຄົນເຮັດວຽກອາດມີ ຫລືອາດບໍ່ມີກິນພຽງພໍກໍໄດ້ ແຕ່ຢ່າງໜ້ອຍລາວກໍນອນຫລັບໄດ້ໃນຕອນກາງຄືນ. ສ່ວນເສດຖີຜູ້ທີ່ມີຊັບສົມບັດອັນຫລວງຫລາຍ ກໍມີແຕ່ວິຕົກກັງວົນຈົນນອນບໍ່ຫລັບຍ້ອນ.
13
ສິ່ງສະຫລົດໃຈຫລາຍທີ່ຂ້າພະເຈົ້າໄດ້ເຫັນຢູ່ໃຕ້ດວງຕາເວັນ ຄືຄົນທີ່ທ້ອນໂຮມເງິນໄວ້ເມື່ອຄາວຈຳເປັນ
14
ແຕ່ແລ້ວສູນເສຍໝົດຍ້ອນຄ້າຂາຍຫລຸບທືນ ແລະຈົບລົງໂດຍບໍ່ມີຫຍັງເຫຼືອໄວ້ໃຫ້ລູກຫລານ.
15
ພວກເຮົາອອກຈາກທ້ອງແມ່ແຕ່ຕົວເປົ່າສັນໃດ ພວກເຮົາກໍຈາກໄປແຕ່ຕົວເປົ່າສັນນັ້ນ ຄືບໍ່ມີຫຍັງຈັກຢ່າງຕິດຕົວໄປນຳ. ເຖິງແມ່ນວ່າພວກເຮົາເຮັດວຽກໜັກກໍຕາມ ພວກເຮົາກໍເອົາສິ່ງໃດໄປນຳບໍ່ໄດ້.
16
ຊ່າງບໍ່ຖືກຕ້ອງເລີຍ ພວກເຮົາໄດ້ເກີດມາຢ່າງໃດ ພວກເຮົາກໍຈາກໄປຢ່າງນັ້ນ. ພວກເຮົາເຮັດວຽກໜັກ ໂດຍພະຍາຍາມຈັບລົມແລະພວກເຮົາໄດ້ຫຍັງແດ່?
17
ພວກເຮົາຕ້ອງໃຊ້ຊີວິດຢູ່ໃນຄວາມມືດມົນແລະຄວາມໂສກເສົ້າ ຄວາມວິຕົກກັງວົນ, ຄວາມໂກດຮ້າຍ ແລະຄວາມເຈັບປ່ວຍ.
18
ອັນນີ້ ແມ່ນສິ່ງທີ່ຂ້າພະເຈົ້າໄດ້ຄົ້ນພົບຄື: ສິ່ງດີທີ່ສຸດທີ່ຜູ້ໃດໆກໍເຮັດໄດ້ ແມ່ນກິນແລະດື່ມ ແລະສະໜຸກຢູ່ກັບສິ່ງທີ່ຕົນຫາມາໄດ້ ໃນຊີວິດອັນສັ້ນໆທີ່ພຣະເຈົ້າໂຜດໃຫ້ ອັນນີ້ ແມ່ນຊາຕາກຳຂອງມະນຸດຢູ່ໃຕ້ດວງຕາເວັນ.
19
ຖ້າພຣະເຈົ້າໃຫ້ມະນຸດຜູ້ໜຶ່ງຮັ່ງມີ ແລະໃຫ້ລາວສະໜຸກຢູ່ກັບສິ່ງເຫຼົ່ານັ້ນ ທັງສະໜຸກຢູ່ກັບສິ່ງທີ່ຕົນຫາມາໄດ້ນັ້ນ ຈົ່ງສືບຕໍ່ຊົມຊື່ນຍິນດີໃນວຽກງານທີ່ຕົນເຮັດ. ອັນນີ້ແມ່ນຂອງຂວັນມາຈາກພຣະເຈົ້າ.
20
ໃນເມື່ອພຣະເຈົ້າໃຫ້ພວກເຮົາມີຄວາມສຸກ ພວກເຮົາກໍຈະບໍ່ວິຕົກກັງວົນເກີນໄປ ເຖິງເລື່ອງຊີວິດອັນສັ້ນໆນີ້.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12