bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ecclesiastes 12
Ecclesiastes 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
1
ສະນັ້ນ ຈົ່ງລະນຶກເຖິງພຣະຜູ້ສ້າງຂອງເຈົ້າ ໃນເມື່ອເຈົ້າຍັງໜຸ່ມຢູ່ ກ່ອນວັນທັງຫຼາຍແລະປີທັງຫຼາຍທີ່ມືດມົວມາເຖິງ ແລະເມື່ອເຈົ້າຈະເວົ້າວ່າ, “ຂ້ອຍບໍ່ໄດ້ສະໜຸກເລີຍໃນຊີວິດນີ້.”
2
ຍາມນັ້ນເຈົ້າຈະຢູ່ໃນຄວາມມືດມົວ ເປັນດັ່ງດວງອາທິດທີ່ອັບແສງ ດວງເດືອນແລະດວງດາວທີ່ບໍ່ແຈ້ງກະຈ່າງ ແລະເມກໝອກອັນມືດຄຶ້ມບໍ່ຜ່ານພົ້ນໄປຫລັງຈາກຝົນຕົກ.
3
ແລ້ວແຂນທີ່ປົກປ້ອງເຈົ້າກໍຈະສັ່ນເຊັນ ແລະຂາທີ່ດຽວນີ້ຍັງແຂງແຮງຢູ່ກໍຈະອ່ອນເພຍລົງ. ແຂ້ວທີ່ເຈົ້າໃຊ້ຫຍໍ້າອາຫານກໍຈະຍັງມີໜ້ອຍດຽວ ແລະຕາກໍຈະມົວລົງເຫັນບໍ່ແຈ້ງ.
4
ຫູຂອງເຈົ້າຈະບໍ່ໄດ້ຍິນສຽງອຶກກະທຶກຕາມຫົນທາງ. ເຈົ້າເກືອບຈະບໍ່ໄດ້ຍິນສຽງສີເຂົ້າຫລືສຽງດົນຕຼີຂັບກ່ອມ ແມ່ນແຕ່ສຽງຂອງນົກຮ້ອງປຸກເຈົ້າໃຫ້ຕື່ນນອນ.
5
ເຈົ້າຈະຢ້ານຍ່າງຂຶ້ນຄ້ອຍ ເຈົ້າຈະຍ່າງໄປມາບໍ່ໄດ້ສະດວກສະບາຍ ຜົມຂອງເຈົ້າຈະຫງອກ, ເຈົ້າຈະບໍ່ວ່ອງໄວດັ່ງຕັກແຕນ ແລະຕັນຫາຂອງເຈົ້າກໍຈະເສື່ອມລົງ. ພວກເຮົາກຳລັງຈະໄປສູ່ບ່ອນຢູ່ອັນຖາວອນ ແລະຕາມຖະໜົນຫົນທາງກໍຈະມີການໄວ້ທຸກ.
6
ສາຍສ້ອຍເງິນແຫ່ງຊີວິດຈະຂາດ ແລະຕະກຽງຄຳກໍຈະຕົກລົງແລະຫັກ ເຊືອກທີ່ນໍ້າສ້າງກໍຈະຂາດ ແລະໄຫນໍ້າຈະແຕກເປັນປ່ຽງ.
7
ຮ່າງກາຍຂອງພວກເຮົາຈະກັບເປັນຂີ້ຝຸ່ນດິນອີກ ແລະຈິດວິນຍານຂອງພວກເຮົາກໍຈະກັບຄືນໄປຫາພຣະເຈົ້າ ຜູ້ຊົງປະທານໃຫ້ນັ້ນ.
8
ປັນຍາຈານກ່າວວ່າ, ອະນິຈັງ ອະນິຈັງ ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ.
9
ແຕ່ຍ້ອນວ່າປັນຍາຈານເປັນຄົນມີປັນຍາ ເພິ່ນຈຶ່ງສືບຕໍ່ສອນຄົນເຖິງສິ່ງທີ່ຕົນໄດ້ຮູ້. ເພິ່ນໄດ້ສຶກສາສຸພາສິດແລະທົດລອງເບິ່ງຄວາມຈິງຢ່າງຖ້ວນຖີ່.
10
ປັນຍາຈານພະຍາຍາມຄົ້ນຫາຄຳເວົ້າທີ່ອອຍໃຈ, ແຕ່ຄຳເວົ້າຕ່າງໆທີ່ເພິ່ນໄດ້ຂຽນໄວ້ນັ້ນເປັນຄວາມຈິງທັງໝົດ.
11
ຄຳເວົ້າຂອງຄົນມີປັນຍາເປັນດັ່ງໄມ້ເທົ້າອັນແຫລມຄົມ ທີ່ຄົນລ້ຽງແກະໃຊ້ເພື່ອນຳພາຝູງແກະ ແລະສຸພາສິດທີ່ເພິ່ນໄດ້ຮວບຮວມໄວ້ຈະດຳລົງຢູ່ຕໍ່ໄປ ດັ່ງຕະປູຕອກລົງໃນແປ້ນຢ່າງໜັກແໜ້ນ ສິ່ງເຫຼົ່ານີ້ ແມ່ນຖືກມອບໝາຍໃຫ້ໂດຍພຣະເຈົ້າ ພຣະຜູ້ລ້ຽງອົງດຽວຂອງພວກເຮົາທຸກຄົນ.
12
ລູກເອີຍ ຍັງມີສິ່ງໜຶ່ງອີກທີ່ເຮົາຕ້ອງເຝົ້າລະວັງໄວ້. ການຂຽນລົງໃນໜັງສືນັ້ນບໍ່ເປັນການສິ້ນສຸດຈັກເທື່ອ ແລະການຮຽນຫລາຍໂພດຈະພາໃຫ້ເຈົ້າອ່ອນເພຍ.
13
ໃນທີ່ສຸດນີ້ ຍັງມີພຽງສິ່ງດຽວທີ່ຈະເວົ້າ ຈົ່ງຢຳເກງພຣະເຈົ້າ ແລະເຮັດຕາມຂໍ້ຄຳສັ່ງຂອງພຣະອົງ ເພາະພຣະອົງໄດ້ສ້າງມະນຸດຂຶ້ນມາກໍເພື່ອສິ່ງທັງໝົດນີ້.
14
ພຣະເຈົ້າຈະຕັດສິນທຸກສິ່ງທີ່ພວກເຮົາເຮັດ ບໍ່ວ່າດີຫລືຊົ່ວ ແມ່ນແຕ່ສິ່ງທີ່ພວກເຮົາໄດ້ເຮັດໃນທີ່ລັບລີ້ດ້ວຍ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
All chapters:
1
2
3
4
5
6
7
8
9
10
11
12