bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ecclesiastes 10
Ecclesiastes 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 11 →
1
ແມງວັນຕາຍຍ່ອມເຮັດໃຫ້ນໍ້າຫອມທັງແກ້ວເໝັນໄດ້ສັນໃດ ຄວາມໂງ່ຈ້າພຽງແຕ່ເລັກນ້ອຍກໍຍ່ອມເຮັດໃຫ້ປັນຍາອັນຍິ່ງໃຫຍ່ຖືກເສຍຫາຍໄປໄດ້ສັນນັ້ນ.
2
ຄົນມີປັນຍາເຮັດສິ່ງທີ່ຖືກຕ້ອງ ແລະຄົນໂງ່ຈ້າເຮັດສິ່ງທີ່ຜິດ ເລື່ອງນີ້ເປັນຂອງທຳມະດາ.
3
ຄວາມໂງ່ຈ້າຂອງລາວຈະເຫັນໄດ້ຢ່າງຈະແຈ້ງ ແມ່ນແຕ່ຕໍ່ຄົນແປກໜ້າທີ່ລາວພົບຕາມທາງ ລາວເຮັດໃຫ້ທຸກຄົນຮູ້ວ່າຕົນເປັນຄົນໂງ່ຈ້າ.
4
ຖ້າຜູ້ເປັນນາຍຂອງເຈົ້າໃຈຮ້າຍໃຫ້ເຈົ້າ ຢ່າສູ່ຟ້າວຍື່ນໃບລາອອກ ຖ້າເຈົ້າມິດງຽບເສີຍຢູ່ ຄວາມຜິດພາດອັນໃຫຍ່ຫລວງອາດຈະໄດ້ຮັບການອະໄພໃຫ້ກໍໄດ້.
5
ຂ້າພະເຈົ້າໄດ້ສັງເກດເຫັນຄວາມບໍ່ຍຸດຕິທຳຢູ່ໃຕ້ດວງຕາເວັນ ຄືຄວາມບໍ່ຍຸດຕິທຳທີ່ຖືກກໍ່ຂຶ້ນໂດຍພວກຜູ້ປົກຄອງບ້ານເມືອງ.
6
ຄົນໂງ່ຈ້າໄດ້ຮັບຕຳແໜ່ງສູງ ແຕ່ຄົນຮັ່ງມີພັດໄດ້ຮັບຕຳແໜ່ງຕໍ່າຕ້ອຍ.
7
ຂ້າພະເຈົ້າໄດ້ເຫັນທາດຮັບໃຊ້ຂີ່ມ້າໄປດັ່ງເຈົ້ານາຍ ໃນຂະນະທີ່ເຈົ້ານາຍພັດຍ່າງໄປດັ່ງທາດຮັບໃຊ້.
8
ຜູ້ທີ່ຂຸດຫລຸມໄວ້ ຕົນອາດຈະຕົກລົງໃນຫລຸມນັ້ນເອງກໍມີ ຜູ້ທີ່ທະລຸກຳແພງເມືອງເຂົ້າໄປ ງູອາດຈະຕອດຜູ້ນັ້ນກໍໄດ້.
9
ຜູ້ທີ່ສະກັດຫີນນັ້ນອາດຈະເຈັບຕົວເພາະຫີນກໍມີ ແລະຜູ້ທີ່ຜ່າຟືນອາດຈະເຈັບຕົວເພາະຟືນກໍໄດ້.
10
ຖ້າຂວານຂອງເຈົ້າປູ້ ແລະບໍ່ຝົນໃຫ້ຄົມ ເຈົ້າຈະຕ້ອງໃຊ້ແຮງຫລາຍເມື່ອເຈົ້າຟັນໄມ້. ສະນັ້ນ ປັນຍາຈຶ່ງເປັນບໍ່ເກີດແຫ່ງຄວາມສຳເລັດ.
11
ຜູ້ເປັນໝໍງູກໍຈະມີປະໂຫຍດຫຍັງ ຖ້າລາວຖືກງູຕອດກ່ອນ.
12
ຄຳເວົ້າຂອງຄົນສະຫລາດນຳກຽດມາສູ່ຕົນ, ແຕ່ຄົນໂງ່ຈ້າຖືກທຳລາຍເພາະຖ້ອຍຄຳທີ່ຕົນເວົ້າ.
13
ລາວເລີ່ມເວົ້າດ້ວຍຖ້ອຍຄຳອັນໂງ່ງ່າວ ແລະລາວກໍມ້ວນທ້າຍດ້ວຍຄຳເວົ້າແບບບ້າບໍ.
14
ຄົນໂງ່ຈ້ານັ້ນເວົ້າບໍ່ຮູ້ຈັກສຸດ. ບໍ່ມີຜູ້ໃດຮູ້ສິ່ງທີ່ຈະເກີດຂຶ້ນໃນຂັ້ນຕໍ່ໄປ ແລະບໍ່ມີຜູ້ໃດບອກພວກເຮົາໄດ້ວ່າ ຈະມີຫຍັງເກີດຂຶ້ນຕາມມາ ຫລັງຈາກທີ່ພວກເຮົາຕາຍໄປແລ້ວ.
15
ຄົນໂງ່ຈ້າໂພດບໍ່ຮູ້ຮອດທາງເມືອເຮືອນ ແມ່ນແຕ່ເຮັດວຽກໜັກກໍບໍ່ເກີດປະໂຫຍດ.
16
ປະເທດເດືອດຮ້ອນເມື່ອກະສັດຍັງໜຸ່ມແໜ້ນ ແລະບັນດາຜູ້ນຳກໍກິນລ້ຽງຈົນຮອດແຈ້ງແລະດື່ມຈົນເມົາ.
17
ແຕ່ປະເທດທີ່ມີຄວາມສຸກນັ້ນ ເພາະມີກະສັດທີ່ຕັດສິນໃຈໄດ້ເອງ ແລະພວກຜູ້ນຳກໍກິນໃນເວລາອັນຖືກຕ້ອງ ຄືຄວບຄຸມຕົນໄດ້ບໍ່ໃຫ້ດື່ມຈົນເມົາ.
18
ເມື່ອຄົນໜຶ່ງຂີ້ຄ້ານທີ່ຈະແປງຫລັງຄາ ຫລັງຄາກໍຈະຮົ່ວແລະເຮືອນກໍຈະເພພັງລົງ.
19
ການກິນລ້ຽງເຮັດໃຫ້ມີຄວາມສຸກ ແລະເຫຼົ້າອະງຸ່ນກໍເຮັດໃຫ້ໂຮຮ້ອງ, ແຕ່ທັງສອງຢ່າງນັ້ນເປັນໄປບໍ່ໄດ້ ຖ້າບໍ່ມີເງິນ.
20
ຢ່າສູ່ຕິຕຽນກະສັດແມ່ນແຕ່ລັບຫລັງເພິ່ນ ແລະຢ່າສູ່ຕິຕຽນຄົນຮັ່ງມີ ແມ່ນແຕ່ຢູ່ໃນຫ້ອງນອນສ່ວນຕົວຂອງເຈົ້າ. ນົກມີຫູໜູມີປີກ ຄຳເວົ້າຂອງເຈົ້າອາດຖືກນຳໄປບອກເພິ່ນກໍໄດ້.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12