bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Kings 10
1 Kings 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 11 →
1
ຣາຊີນີແຫ່ງເຊບາໄດ້ຍິນເຖິງຊື່ສຽງຂອງກະສັດໂຊໂລໂມນ ຣາຊີນີຈຶ່ງເດີນທາງມາທີ່ນະຄອນເຢຣູຊາເລັມ ເພື່ອທົດສອບເພິ່ນດ້ວຍບັນຫາຫຍຸ້ງຍາກຫລາຍຢ່າງ.
2
ຣາຊີນີໄດ້ນຳເອົາບໍລິວານຢ່າງຫລວງຫລາຍມານຳ ພ້ອມທັງບັນທຸກເຄື່ອງເທດ, ເພັດພອຍ ແລະຄຳເປັນຈຳນວນຫລາຍໃສ່ຫລັງອູດມາ. ເມື່ອຣາຊີນີກັບກະສັດໂຊໂລໂມນໄດ້ພົບກັນແລ້ວ ຣາຊີນີກໍຖາມເພິ່ນທຸກບັນຫາທີ່ຣາຊີນີສາມາດຄິດອອກໄດ້.
3
ກະສັດໂຊໂລໂມນຕອບໄດ້ທຸກບັນຫາ; ບໍ່ມີເລື່ອງໃດຍາກເກີນກວ່າທີ່ເພິ່ນຈະອະທິບາຍ.
4
ຣາຊີນີແຫ່ງເຊບາຮູ້ສຶກປະທັບໃຈ ໃນສະຕິປັນຍາຂອງກະສັດໂຊໂລໂມນ ແລະເຫັນຣາຊວັງທີ່ເພິ່ນໄດ້ສ້າງ.
5
ຣາຊີນີເຫັນອາຫານທີ່ເທິງໂຕະຂອງເພິ່ນ, ສຳນັກຂອງຂ້າຣາຊການ, ການຈັດລະບຽບຂອງຂ້າຣາຊການປະຈຳວັງກັບເຄື່ອງແບບທີ່ພວກເຂົານຸ່ງ ພວກທີ່ລໍຮັບໃຊ້ເພິ່ນໃນງານກິນລ້ຽງຕ່າງໆ ແລະເຄື່ອງບູຊາທີ່ເພິ່ນຖວາຍຢູ່ໃນວິຫານຂອງພຣະເຈົ້າຢາເວ. ສິ່ງທັງໝົດນີ້ເຮັດໃຫ້ຣາຊີນີງຶດງໍ້ ແລະປະຫລາດໃຈຫລາຍ.
6
ຣາຊີນີຈຶ່ງກ່າວແກ່ກະສັດວ່າ, “ຄຳເລົ່າລືທີ່ຂ້ານ້ອຍໄດ້ຍິນຢູ່ໃນປະເທດຂອງຂ້ານ້ອຍເອງກ່ຽວກັບທ່ານ ແລະສະຕິປັນຍາຂອງທ່ານນັ້ນກໍເປັນຈິງແທ້
7
ແຕ່ຂ້ານ້ອຍບໍ່ເຊື່ອຈົນໄດ້ມາເຫັນດ້ວຍຕົນເອງ ສິ່ງທີ່ຂ້ານ້ອຍໄດ້ຍິນນັ້ນບໍ່ຮອດເຄິ່ງໜຶ່ງຂອງສະຕິປັນຍານີ້; ທ່ານມີສະຕິປັນຍາ ແລະຊັບສົມບັດຫລາຍກວ່າທີ່ຂ້ານ້ອຍໄດ້ຍິນມາ.
8
ບັນດາຄົນ ຂອງທ່ານກໍເປັນສຸກແທ້ ແລະພວກທີ່ລໍຮັບໃຊ້ທ່ານກໍເປັນສຸກ ທີ່ມີໂອກາດໄດ້ຍິນຖ້ອຍຄຳແຫ່ງປັນຍາຂອງທ່ານ.
9
ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ພຣະອົງໄດ້ສຳແດງໃຫ້ເຫັນວ່າພຣະອົງພໍໃຈນຳທ່ານຫລາຍທີ່ສຸດ ຈຶ່ງແຕ່ງຕັ້ງທ່ານໃຫ້ເປັນກະສັດແຫ່ງຊາດອິດສະຣາເອນ. ເພາະຄວາມຮັກຂອງພຣະເຈົ້າຢາເວສຳລັບຊາດອິດສະຣາເອນມີຕະຫລອດໄປ ພຣະອົງຈຶ່ງໄດ້ແຕ່ງຕັ້ງທ່ານໃຫ້ເປັນກະສັດຂອງພວກເຂົາ ເພື່ອທ່ານຈະຮັກສາກົດບັນຍັດແລະຄວາມຍຸດຕິທຳໄວ້.”
10
ແລ້ວຣາຊີນີກໍໄດ້ຖວາຍຂອງຂວັນ ທີ່ນຳມາໃຫ້ກະສັດໂຊໂລໂມນ ຊຶ່ງມີຄຳໜັກປະມານຫ້າໂຕນ ແລະເຄື່ອງເທດກັບເພັດພອຍເປັນຈຳນວນຫລວງຫລາຍ. ເຄື່ອງເທດທີ່ຣາຊີນີແຫ່ງເຊບາໄດ້ມອບໃຫ້ກະສັດໂຊໂລໂມນນັ້ນ ມີຫລາຍກວ່າທຸກຄັ້ງທີ່ເພິ່ນເຄີຍໄດ້ຮັບມາ. (
11
ນອກຈາກນີ້ແລ້ວ ຍັງມີຂະບວນເຮືອຂອງກະສັດຮີຣາມ ທີ່ບັນທຸກຄຳມາແຕ່ໂອເຟຍ ແລະທັງໄດ້ນຳເອົາໄມ້ຈັນ ແລະເພັດເປັນຈຳນວນຫລວງຫລາຍ ມາຈາກທີ່ນັ້ນດ້ວຍ.
12
ກະສັດໂຊໂລໂມນໄດ້ໃຊ້ໄມ້ນີ້ເຮັດຮາວໃນວິຫານຂອງພຣະເຈົ້າຢາເວ ແລະຣາຊວັງ ແລະເຮັດພິນນ້ອຍ ແລະພິນໃຫຍ່ໃຫ້ພວກນັກດົນຕຼີ. ໄມ້ນີ້ແມ່ນໄມ້ຈັນຊັ້ນດີທີ່ສຸດທີ່ສົ່ງເຂົ້າໄປໃນອິດສະຣາເອນ ແລະບໍ່ມີຜູ້ໃດໄດ້ເຫັນໄມ້ຈັນຢ່າງນີ້ອີກເລີຍ.)
13
ກະສັດໂຊໂລໂມນໄດ້ມອບຂອງຂວັນໃຫ້ຣາຊີນີແຫ່ງເຊບາຕາມທຳນຽມ; ນອກນີ້ເພິ່ນຍັງມອບທຸກສິ່ງຕາມທີ່ຣາຊີນີຂໍຮ້ອງ. ແລ້ວຣາຊີນີພ້ອມທັງຄະນະຜູ້ຕິດຕາມ ກໍໄດ້ກັບຄືນເມືອດິນແດນແຫ່ງເຊບາ.
14
ທຸກປີໃດກະສັດໂຊໂລໂມນໄດ້ຮັບຄຳໜັກເກືອບເຖິງຊາວຫ້າໂຕນ
15
ໂດຍບໍ່ນັບການເສຍສ່ວຍຕ່າງໆ ຈາກພວກພໍ່ຄ້າ, ຈາກກຳໄລທີ່ໄດ້ມາຈາກການຄ້າ ແລະຈາກເຄື່ອງບັນນາການທີ່ບັນດາກະສັດແຫ່ງອາຣາເບຍ ແລະພວກຜູ້ປົກຄອງເຂດຕ່າງໆໃນປະເທດອິດສະຣາເອນໄດ້ສົ່ງມາໃຫ້.
16
ກະສັດໂຊໂລໂມນຍັງໄດ້ເຮັດໂລ້ໃຫຍ່ສອງຮ້ອຍອັນ; ແຕ່ລະອັນເຄືອບດ້ວຍຄຳໜັກເກືອບເຖິງເຈັດກິໂລກຼາມ.
17
ເພິ່ນຍັງໄດ້ສ້າງໂລ້ນ້ອຍອີກສາມຮ້ອຍອັນ; ແຕ່ລະອັນເຄືອບດ້ວຍຄຳໜັກເກືອບສອງກິໂລກຼາມ. ເພິ່ນໄດ້ເອົາໂລ້ເຫຼົ່ານີ້ໄປໄວ້ໃນຫ້ອງໂຖງແຫ່ງດົງເລບານອນ.
18
ເພິ່ນຍັງໄດ້ສ້າງບັນລັງທີ່ໃຫຍ່ໂຕ. ບາງສ່ວນຂອງບັນລັງນີ້ໄດ້ເຮັດດ້ວຍງາຊ້າງ ແລະນອກນັ້ນກໍເຄືອບດ້ວຍຄຳນໍ້າໜຶ່ງ.
19
ບັນລັງນີ້ມີຂັ້ນໄດຫົກຂັ້ນ ທຸກຂັ້ນໃດມີຮູບສິງຢູ່ສອງຟາກຂ້າງ ຊຶ່ງລວມທັງໝົດແລ້ວມີຮູບສິງຢູ່ສິບສອງໂຕ. ຢູ່ທາງເບື້ອງຫລັງຂອງບັນລັງມີຮູບຫົວງົວ ແລະຂ້າງບ່ອນວາງແຂນແຕ່ລະເບື້ອງກໍມີຮູບສິງ. ບໍ່ມີອານາຈັກໃດທີ່ມີບັນລັງຢ່າງນີ້.
21
ຈອກທັງໝົດທີ່ກະສັດໂຊໂລໂມນໃຊ້ດື່ມແມ່ນໄດ້ເຮັດດ້ວຍຄຳ ແລະເຄື່ອງໃຊ້ທຸກຢ່າງທີ່ຢູ່ໃນຫ້ອງໂຖງແຫ່ງດົງເລບານອນກໍເຮັດດ້ວຍຄຳນໍ້າໜຶ່ງ. ບໍ່ມີສິ່ງໃດທີ່ເຮັດດ້ວຍເງິນ ເພາະເງິນໃນສະໄໝຂອງກະສັດໂຊໂລໂມນຖືວ່າເປັນຂອງບໍ່ມີຄ່າ.
22
ກະສັດໂຊໂລໂມນຍັງມີຂະບວນເຮືອແຫ່ງຕາກຊິດ ທີ່ແລ່ນໄປກັບຂະບວນເຮືອຂອງກະສັດຮີຣາມ. ໃນທຸກສາມປີໃດ ຂະບວນເຮືອຂອງເພິ່ນໄດ້ແລ່ນກັບຄືນມາ ທັງບັນທຸກເອົາຄຳ, ເງິນ, ງາຊ້າງ, ລີງໃຫຍ່ ແລະລີງນ້ອຍມານຳດ້ວຍ.
23
ກະສັດໂຊໂລໂມນຮັ່ງມີ ແລະສະຫລາດຫລາຍກວ່າກະສັດທັງໝົດທີ່ແຜ່ນດິນໂລກ.
24
ທົ່ວທັງແຜ່ນດິນໂລກກໍຢາກມາຟັງສະຕິປັນຍາທີ່ພຣະເຈົ້າໂຜດໃຫ້ເພິ່ນນັ້ນ.
25
ຜູ້ທີ່ມາກໍໄດ້ນຳຂອງຂວັນມາມອບໃຫ້ເພິ່ນ ຊຶ່ງເປັນສິ່ງທີ່ເຮັດດ້ວຍເງິນ ແລະຄຳ, ເສື້ອຜ້າ, ອາວຸດ, ເຄື່ອງເທດ, ມ້າ ແລະລໍ. ເຫດການດັ່ງນີ້ເປັນມາທຸກປີ.
26
ກະສັດໂຊໂລໂມນໄດ້ຮວບຮວມລົດມ້າແລະມ້າ; ເພິ່ນມີລົດມ້າໜຶ່ງພັນສີ່ຮ້ອຍຄັນ ແລະມີມ້າສິບສອງພັນໂຕ. ເພິ່ນໄດ້ເອົາລົດມ້າ ແລະມ້າບາງສ່ວນໄວ້ໃນນະຄອນເຢຣູຊາເລັມ ແລະສ່ວນທີ່ເຫຼືອນັ້ນກໍປະຈຳໄວ້ຕາມເມືອງຕ່າງໆ.
27
ໃນຣາຊການຂອງເພິ່ນນັ້ນ ເງິນຖືເປັນຂອງທຳມະດາດັ່ງກ້ອນຫີນໃນນະຄອນເຢຣູຊາເລັມ ແລະຕົ້ນແປກກໍມີຫລວງຫລາຍ, ແຕ່ຖືເປັນທຳມະດາດັ່ງຕົ້ນໝາກເດື່ອເທດ ທີ່ເກີດຢູ່ຕາມຕີນພູຂອງນະຄອນເຢຣູຊາເລັມ.
28
ຝູງມ້າຂອງກະສັດໄດ້ມາຈາກມຸດສະຣີ ແລະກີລີເກຍ ບ່ອນທີ່ບັນດາຕົວແທນຂອງກະສັດໄດ້ໄປຫາຊອກຊື້ໃຫ້ເພິ່ນ.
29
ສ່ວນລົດຮົບທີ່ໄດ້ນຳເຂົ້າມາແຕ່ປະເທດເອຢິບນັ້ນ ຄັນລະຫົກຮ້ອຍຫລຽນເງິນ ແລະມ້າໂຕລະໜຶ່ງຮ້ອຍຫ້າສິບຫລຽນເງິນ. ຕົວແທນເຫຼົ່ານີ້ຍັງໄດ້ສົ່ງມ້າ ແລະລົດຮົບເຂົ້າໄປຂາຍໃຫ້ກະສັດຂອງຊາວຮິດຕີແລະຂອງຊາວຊີເຣຍ.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22