bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Kings 4
1 Kings 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 5 →
1
ເຈົ້າໂຊໂລໂມນເປັນກະສັດຂອງຊົນຊາດອິດສະຣາເອນທັງໝົດ
2
ແລະບັນດາຂ້າຣາຊການຊັ້ນຜູ້ໃຫຍ່ຂອງເພິ່ນມີດັ່ງນີ້: ອາຊາຣີຢາ ລູກຊາຍຂອງຊາດົກເປັນປະໂຣຫິດ.
3
ເອລີໂຮເຣັບແລະອາຮີຢາ ລູກຊາຍຂອງຊີຊາເປັນເລຂາທິການປະຈຳຣາຊວັງ. ເຢໂຮຊາຟັດ ລູກຊາຍຂອງອາຮີລຸດເປັນຜູ້ບັນທຶກ.
4
ເບນາອີຢາ ລູກຊາຍຂອງເຢໂຮຍອາດາເປັນຜູ້ບັນຊາການກອງທັບ. ຊາດົກແລະອາບີອາທາເປັນພວກປະໂຣຫິດ.
5
ອາຊາຣີຢາ ລູກຊາຍຂອງນາທານເປັນຫົວໜ້າຜູ້ປົກຄອງແຂວງຕ່າງໆ. ປະໂຣຫິດຊາບຸດ ລູກຊາຍຂອງນາທານເປັນທີ່ປຶກສາຂອງກະສັດ.
6
ອາຮີຊາເປັນຜູ້ກຳກັບບັນດາຄົນຮັບໃຊ້ຢູ່ໃນວັງ. ອາໂດນີຣາມ ລູກຊາຍຂອງອັບດາເປັນຜູ້ຄວບຄຸມແຮງງານ.
7
ກະສັດໂຊໂລໂມນໄດ້ແຕ່ງຕັ້ງຜູ້ປົກຄອງແຂວງສິບສອງຄົນໄວ້ຢູ່ໃນປະເທດອິດສະຣາເອນ. ພວກນີ້ເປັນພວກທີ່ຈັດສະບຽງອາຫານຈາກທ້ອງຖິ່ນຂອງຕົນ ສຳລັບກະສັດແລະສຳນັກຂອງເພິ່ນ. ແຕ່ລະຄົນຕ້ອງຮັບຜິດຊອບຈັດຫາສະບຽງອາຫານໃຫ້ກຸ້ມເດືອນໜຶ່ງຕໍ່ປີ.
8
ຕໍ່ໄປນີ້ ແມ່ນລາຍຊື່ຂອງພວກຂ້າຣາຊການສິບສອງຄົນ ແລະເຂດທ້ອງຖິ່ນທີ່ພວກເຂົາຮັບຜິດຊອບມີດັ່ງນີ້: ເບນເຮີ ຮັບຜິດຊອບເຂດເນີນພູເອຟຣາອິມ.
9
ເບັນເດເກ ຮັບຜິດຊອບເມືອງມາກາດ, ຊາອານບິມ, ເບັດເຊເມດ, ເອໂລນ ແລະເບັດຮານານ.
10
ເບັນເຮເສັດ ຮັບຜິດຊອບເມືອງອາຣຸບໂບດ, ໂສໂກ ແລະເຂດແດນເຮເຟທັງໝົດ.
11
ເບນາບີນາດາບ ຜູ້ທີ່ແຕ່ງງານກັບຕາຟາດ ລູກສາວຂອງກະສັດໂຊໂລໂມນ ຮັບຜິດຊອບອານາເຂດເມືອງໂດເຣທັງໝົດ.
12
ບາອານາ ລູກຊາຍຂອງອາຮີລຸດ ຮັບຜິດຊອບເມືອງຕາອານັກ, ເມກິດໂດ ແລະທົ່ວທັງອານາເຂດໃກ້ກັບເມືອງເບັດເຊອານໃກ້ເມືອງຊາເຣທານ ທາງທິດໃຕ້ເມືອງຢິດຊະເຣນ ແລະຈາກເມືອງເບັດເຊອານຈົນເຖິງອາເບັນເມໂຮລາແລະເມືອງໂຢກເມອາມ.
13
ເບັນເກເບ ຮັບຜິດຊອບເມືອງຣາໂມດກີເລອາດ ໝູ່ບ້ານຕ່າງໆໃນກີເລອາດທີ່ເປັນຂອງຕະກຸນຢາອີ ເຊື້ອສາຍຄົນໜຶ່ງຂອງມານາເຊ ແລະອານາເຂດອັກໂກບຢູ່ໃນບາຊານຫົກສິບເມືອງໃຫຍ່ ຊຶ່ງລ້ວນແຕ່ມີປ້ອມປ້ອງກັນອັນແໜ້ນໜາ ທັງມີກອນປະຕູເມືອງທີ່ເຮັດດ້ວຍທອງສຳຣິດ.
14
ອາຮີນາດາບ ລູກຊາຍຂອງອິດໂດ ຮັບຜິດຊອບເຂດທ້ອງຖິ່ນມະຫານາອິມ.
15
ອາຮີມາອາດ ຜູ້ທີ່ໄດ້ແຕ່ງງານກັບນາງບາເສມາດ ລູກສາວອີກຄົນໜຶ່ງຂອງກະສັດໂຊໂລໂມນ ຮັບຜິດຊອບເຂດແດນເນັບທາລີ.
16
ບາອານາ ລູກຊາຍຂອງຮູຊາຍ ຮັບຜິດຊອບອານາເຂດອາເຊ ແລະເມືອງເບອາໂລດ;
17
ເຢໂຮຊາຟັດ ລູກຊາຍຂອງປາຣູອາ ຮັບຜິດຊອບເຂດແດນອິດຊາຄາ.
18
ຊີເມອີ ລູກຊາຍຂອງເອລາ ຮັບຜິດຊອບເຂດແດນເບັນຢາມິນ.
19
ເກເບ ລູກຊາຍຂອງອູຣິ ຮັບຜິດຊອບອານາເຂດກີເລອາດຊຶ່ງເຈົ້າສີໂຫນກະສັດຂອງຊາວອາໂມ ແລະເຈົ້າໂອກກະສັດຂອງຊາວບາຊານໄດ້ເປັນຜູ້ປົກຄອງມາກ່ອນ. ນອກຈາກສິບສອງຄົນນີ້ ຍັງມີຜູ້ກວດຣາຊການຄົນໜຶ່ງທີ່ເບິ່ງແຍງໃນດິນແດນຢູດາຍ.
20
ປະຊາຊົນຊາວອິດສະຣາເອນແລະຊາວຢູດາມີຈຳນວນຫລວງຫລາຍ ດັ່ງເມັດຊາຍຕາມຝັ່ງທະເລ; ພວກເຂົາກິນແລະດື່ມຢ່າງຊົມຊື່ນຍິນດີ.
21
ອານາຈັກຂອງກະສັດໂຊໂລໂມນລວມເອົາທັງຊົນຊາດຕ່າງໆ ຕັ້ງແຕ່ແມ່ນໍ້າເອີຟຣັດໄປຈົນເຖິງດິນແດນຂອງປະເທດເອຢິບ. ພວກນີ້ເສຍສ່ວຍແລະຍອມຢູ່ໃຕ້ອຳນາດຕະຫລອດຊົ່ວຊີວິດຂອງເພິ່ນ.
22
ສະບຽງອາຫານທີ່ກະສັດໂຊໂລໂມນຕ້ອງການໃນແຕ່ລະມື້ມີດັ່ງນີ້: ແປ້ງລະອຽດຫົກໂຕນ, ອາຫານສິບສອງໂຕນ,
23
ງົວຕຸ້ຍພີສິບໂຕ, ງົວລ້ຽງຈາກທົ່ງນາຊາວໂຕ, ແກະໜຶ່ງຮ້ອຍໂຕ. ນອກຈາກນີ້ ຍັງມີກວາງ, ມັ່ງ, ໂອງ ແລະໄກ່ໂຕອ້ວນພີ.
24
ກະສັດໂຊໂລໂມນໄດ້ປົກຄອງດິນແດນທັງໝົດ ທາງທິດຕາເວັນຕົກຂອງແມ່ນໍ້າເອີຟຣັດ ຕັ້ງແຕ່ທິບສາໄປຈົນເຖິງເມືອງກາຊາທາງທິດຕາເວັນຕົກ. ກະສັດທຸກຄົນທີ່ປົກຄອງຢູ່ທາງທິດຕາເວັນຕົກຂອງແມ່ນໍ້າເອີຟຣັດ ຕ່າງກໍຍອມຢູ່ໃຕ້ອຳນາດຂອງກະສັດໂຊໂລໂມນ ແລະເພິ່ນເອງກໍຢູ່ຢ່າງສະຫງົບສຸກກັບປະເທດໃກ້ຄຽງທັງໝົດ.
25
ຕາບໃດທີ່ກະສັດໂຊໂລໂມນຍັງມີຊີວິດຢູ່ ປະຊາຊົນທົ່ວທັງຢູດາຍ ແລະອິດສະຣາເອນຕ່າງກໍຢູ່ກັນຢ່າງປອດໄພ, ແຕ່ລະຄອບຄົວກໍມີສວນອະງຸ່ນ ແລະສວນໝາກເດື່ອເທດເປັນຂອງຕົນເອງ.
26
ກະສັດໂຊໂລໂມນຍັງມີມ້າສຳລັບລົດຮົບສີ່ໝື່ນໂຕ ແລະມີທະຫານມ້າສິບສອງພັນຄົນ.
27
ພວກຜູ້ປົກຄອງສິບສອງຄົນຕ່າງກໍຮັບໜ້າທີ່ໃນແຕ່ລະເດືອນ ເພື່ອລຳລຽງສະບຽງອາຫານໃຫ້ກະສັດໂຊໂລໂມນແລະທຸກຄົນທີ່ກິນຢູ່ໃນວັງ. ພວກເຂົາຈັດສົ່ງທຸກສິ່ງໃຫ້ຕາມທີ່ເພິ່ນຕ້ອງການ.
28
ຜູ້ປົກຄອງແຕ່ລະຄົນຍັງໄດ້ແບ່ງປັນເຂົ້າເດືອຍ ແລະເຟືອງຂອງຕົນ ສຳລັບມ້າປະຈຳລົດຮົບ ແລະສຳລັບໃຫ້ສັດໃຊ້ໃນບ່ອນຕ່າງໆຕາມທີ່ຕ້ອງການ.
29
ພຣະເຈົ້າໄດ້ໂຜດປະທານສະຕິປັນຍາກັບຄວາມເຂົ້າໃຈຢ່າງພິເສດ ແລະຄວາມຮູ້ຢ່າງລົ້ນເຫລືອໃຫ້ແກ່ກະສັດໂຊໂລໂມນ.
30
ກະສັດໂຊໂລໂມນສະຫລາດກວ່າ ພວກນັກປາດຊາວຕາເວັນອອກ ຫລືພວກນັກປາດໃນປະເທດເອຢິບ.
31
ເພິ່ນເປັນຜູ້ສະຫລາດກວ່າຄົນທັງປວງ ຄືສະຫລາດກວ່າຊາວເອທານ, ຊາວເອຊະຣາ, ຊາວເຮມານ, ຊາວການໂກນ ແລະຊາວດາກດາ, ບັນດາລູກຊາຍຂອງມາໂຮນ ແລະຊື່ສຽງຂອງເພິ່ນກໍຊ່າລືໄປທົ່ວປະເທດໃກ້ຄຽງ.
32
ເພິ່ນໄດ້ແຕ່ງສຸພາສິດສາມພັນບົດ ແລະແຕ່ງເພງໜຶ່ງພັນຫ້າບົດ.
33
ເພິ່ນໄດ້ບັນລະຍາຍເຖິງເລື່ອງຕົ້ນໄມ້ແລະພືດຜົນຕ່າງໆ ນັບແຕ່ຕົ້ນແປກທີ່ພູເລບານອນ ຈົນເຖິງຕົ້ນຫູສົບທີ່ເກີດຂຶ້ນຕາມກຳແພງ; ເພິ່ນເວົ້າເຖິງເລື່ອງສັດ, ນົກ, ສັດເລືອຄານ ແລະປາ.
34
ບັນດາກະສັດທົ່ວທັງແຜ່ນດິນໂລກ ທີ່ໄດ້ຍິນເຖິງຄວາມສະຫລາດຂອງກະສັດໂຊໂລໂມນ ຕ່າງກໍໄດ້ສົ່ງຄົນມາຟັງສະຕິປັນຍາຂອງເພິ່ນ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22