bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Kings 6
1 Kings 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 7 →
1
ຫລັງຈາກທີ່ປະຊາຊົນຊາວອິດສະຣາເອນໄດ້ອອກມາຈາກປະເທດເອຢິບເປັນເວລາສີ່ຮ້ອຍແປດສິບປີແລ້ວ ໃນຣາຊການປີທີສີ່ ຂອງກະສັດໂຊໂລໂມນແຫ່ງຊາດອິດສະຣາເອນ ຄືເດືອນທີສອງອັນກົງກັບເດືອນຊີເຟ ເພິ່ນໄດ້ເລີ່ມຕົ້ນສ້າງວິຫານຂອງພຣະເຈົ້າຢາເວ.
2
ຂ້າງໃນວິຫານຂອງພຣະເຈົ້າຢາເວທີ່ກະສັດໂຊໂລໂມນສ້າງມີລວງຍາວຊາວເຈັດແມັດ; ກວ້າງເກົ້າແມັດ ແລະສູງສິບສາມແມັດເຄິ່ງ.
3
ຫ້ອງຊື່ທາງປະຕູເຂົ້າເລິກສີ່ແມັດເຄິ່ງ ແລະກວ້າງເກົ້າແມັດ ຊຶ່ງກວ້າງເທົ່າກັບຕົວພຣະວິຫານ.
4
ສ່ວນຝາກຳແພງຂອງພຣະວິຫານ ເພິ່ນໄດ້ສ້າງວົງກົບປ່ອງຢ້ຽມ ກວ້າງທາງດ້ານໃນ, ແຕ່ແຄບທາງດ້ານນອກ.
5
ດ້ານຂ້າງແລະດ້ານຫລັງພຣະວິຫານຕໍ່ຈາກລະບຽງດ້ານຂ້າງນອກ ເພິ່ນໄດ້ສ້າງຫ້ອງສາມຊັ້ນ ຊຶ່ງແຕ່ລະຊັ້ນສູງສອງແມັດຊາວເຊັນ.
6
ຫ້ອງຊັ້ນລຸ່ມກວ້າງສອງແມັດຊາວເຊັນ; ຫ້ອງຊັ້ນກາງກວ້າງສອງແມັດເຈັດສິບເຊັນ ແລະຫ້ອງຊັ້ນເທິງກວ້າງສາມແມັດສິບເຊັນ. ຝາຂອງພຣະວິຫານໃນແຕ່ລະຊັ້ນບາງກວ່າຊັ້ນລຸ່ມຂຶ້ນໄປ ເພື່ອວ່າແຕ່ລະຫ້ອງຈະຕໍ່ກັນໂດຍບໍ່ຕ້ອງໃຊ້ໄມ້ຂາງ.
7
ຫີນທີ່ສ້າງພຣະວິຫານນີ້ໄດ້ຈັດຕຽມມາຈາກບ່ອນຂຸດຫີນ ເພື່ອວ່າໃນຂະນະທີ່ກຳລັງທຳການກໍ່ສ້າງຢູ່ນັ້ນ ຈະບໍ່ໄດ້ມີສຽງດັງຂອງຄ້ອນຕີ, ຂວານ ຫລືເຄື່ອງມືຕ່າງໆທີ່ເປັນເຫຼັກ.
8
ທາງເຂົ້າຫ້ອງຊັ້ນລຸ່ມ ທີ່ຕໍ່ຕົວພຣະວິຫານອອກໄປສູ່ທາງໃຕ້ຂອງພຣະວິຫານນີ້ ມີຂັ້ນໄດຂຶ້ນໄປຫາຊັ້ນທີສອງ ແລະຊັ້ນທີສາມ.
9
ສະນັ້ນ ກະສັດໂຊໂລໂມນຈຶ່ງສ້າງພຣະວິຫານສຳເລັດລົງ. ເພິ່ນໃຊ້ໄມ້ແປກເຮັດຂື່ແລະເພດານ.
10
ຊານຂອງຫ້ອງສາມຊັ້ນແຕ່ລະຊັ້ນ ທີ່ຕໍ່ຕົວພຣະວິຫານອອກໄປສູງສອງແມັດຊາວເຊັນ ຊຶ່ງສ້າງຕິດຝາຂອງພຣະວິຫານໂດຍໃຊ້ໄມ້ແປກເປັນໄມ້ຂາງ.
11
ພຣະເຈົ້າຢາເວໄດ້ກ່າວແກ່ກະສັດໂຊໂລໂມນວ່າ,
12
“ຖ້າເຈົ້າປະຕິບັດຕາມກົດບັນຍັດ ແລະຄຳສັ່ງທຸກຂໍ້ຂອງເຮົາ ເຮົາຈະປະຕິບັດຕໍ່ເຈົ້າຕາມຄຳສັນຍາທີ່ເຮົາໄດ້ມີໄວ້ກັບດາວິດພໍ່ຂອງເຈົ້າ.
13
ເຮົາຈະຢູ່ກັບປະຊາຊົນຊາວອິດສະຣາເອນຂອງເຮົາ ໃນວິຫານທີ່ເຈົ້າກຳລັງສ້າງຢູ່ນີ້ ແລະເຮົາຈະບໍ່ປະຖິ້ມພວກເຂົາຈັກເທື່ອ.”
14
ດັ່ງນັ້ນ ກະສັດໂຊໂລໂມນຈຶ່ງໄດ້ສ້າງພຣະວິຫານສຳເລັດຮຽບຮ້ອຍ.
15
ຝາຂ້າງໃນຂອງພຣະວິຫານ ຕັ້ງແຕ່ພື້ນຈົນຈຸເພດານແມ່ນເຮັດດ້ວຍແປ້ນໄມ້ແປກ ແລະພື້ນກໍປູດ້ວຍໄມ້ສົນ.
16
ຫ້ອງທາງໃນເອີ້ນວ່າ ຫ້ອງສັກສິດທີ່ສຸດໄດ້ສ້າງຢູ່ທາງຫລັງພຣະວິຫານຊຶ່ງຍາວໄດ້ເກົ້າແມັດ ແລະຂັ້ນດ້ວຍແປ້ນໄມ້ແປກຕັ້ງແຕ່ພື້ນຈົນຈຸເພດານ.
17
ຫ້ອງທີ່ຢູ່ຕໍ່ໜ້າຫ້ອງສັກສິດທີ່ສຸດຍາວສິບແປດແມັດ.
18
ສ່ວນແປ້ນໄມ້ແປກກໍຖືກແກະສະຫລັກລວດລາຍເປັນຮູບໝາກນໍ້າເຕົ້າແລະຮູບດອກໄມ້; ຝາຂ້າງໃນທັງໝົດແມ່ນແອ້ມດ້ວຍໄມ້ແປກເພື່ອບໍ່ໃຫ້ເຫັນຫີນ.
19
ຫ້ອງຊັ້ນໃນທາງຫລັງພຣະວິຫານ ແມ່ນໄດ້ສ້າງໃຫ້ເປັນບ່ອນໄວ້ຫີບພັນທະສັນຍາຂອງພຣະເຈົ້າຢາເວ.
20
ຫ້ອງຊັ້ນໃນນີ້ຍາວເກົ້າແມັດ ກວ້າງເກົ້າແມັດ ສູງເກົ້າແມັດ ແລະໂອບດ້ວຍຄຳນໍ້າໜຶ່ງ. ສ່ວນແທ່ນບູຊາກໍແອ້ມດ້ວຍໄມ້ແປກ.
21
ທາງຂ້າງໃນຂອງພຣະວິຫານແມ່ນໄດ້ໃຊ້ຄຳໂອບ ແລະມີໂສ້ຄຳຂວາງຂັ້ນທາງເຂົ້າຫ້ອງຊັ້ນໃນຂອງພຣະວິຫານ ຊຶ່ງຫ້ອງນີ້ກໍໄດ້ໃຊ້ຄຳໂອບເຊັ່ນດຽວກັນ.
22
ທົ່ວທັງພາຍໃນຂອງພຣະວິຫານໄດ້ໃຊ້ຄຳໂອບ ລວມທັງແທ່ນບູຊາໃນຫ້ອງສັກສິດທີ່ສຸດນັ້ນດ້ວຍ.
23
ເພິ່ນສ້າງເຄຣຸບ ສອງຕົນດ້ວຍໄມ້ໝາກກອກເທດ ແລະປະໄວ້ໃນຫ້ອງສັກສິດທີ່ສຸດ, ແຕ່ລະຕົນສູງສີ່ແມັດສີ່ສິບເຊັນ.
24
ເຄຣຸບທັງສອງຕົນນີ້ມີຮູບຮ່າງຂະໜາດດຽວກັນ. ແຕ່ລະຕົນມີປີກສອງປີກ ແຕ່ລະປີກຍາວສອງແມັດຊາວເຊັນ ເພື່ອວ່າໃຫ້ໄລຍະແຕ່ສົ້ນປີກເບື້ອງໜຶ່ງໄປຫາສົ້ນປີກອີກເບື້ອງໜຶ່ງ ຍາວສີ່ແມັດສີ່ສິບເຊັນ.
27
ເພິ່ນວາງເຄຣຸບທັງສອງນີ້ໄວ້ຄຽງຂ້າງກັນໃນຫ້ອງສັກສິດທີ່ສຸດ ເພື່ອປີກຂອງສັດທັງສອງຕົນນີ້ຈະຈຸໃສ່ກັນ ກົງກັບໃຈກາງຂອງຫ້ອງ ແລະໃຫ້ປີກອີກຂ້າງໜຶ່ງນັ້ນຈຸຝາ.
28
ເຄຣຸບທັງສອງຕົນນີ້ແມ່ນໄດ້ໃຊ້ຄຳໂອບ.
29
ຝາຫ້ອງໂຖງກັບຫ້ອງຊັ້ນໃນທັງໝົດໃນພຣະວິຫານໄດ້ແກະສະຫລັກເປັນຮູບເຄຣຸບ, ຮູບຕົ້ນຕານ ແລະຮູບດອກໄມ້.
30
ແມ່ນແຕ່ພື້ນຂອງພຣະວິຫານກໍໃຊ້ຄຳປູ.
31
ປະຕູສອງຊັ້ນເຮັດດ້ວຍໄມ້ໝາກກອກເທດ ຊຶ່ງເປັນປະຕູຂັ້ນທາງເຂົ້າຫ້ອງສັກສິດທີ່ສຸດ; ຈອມປະຕູກໍເປັນຮູບໂຄ້ງປາຍແຫລມ.
32
ເພິ່ນໄດ້ສ້າງບານປະຕູທັງສອງນີ້ດ້ວຍໄມ້ໝາກກອກເທດແກະສະຫລັກຮູບເຄຣຸບ, ຮູບຕົ້ນຕານ ແລະຮູບດອກໄມ້. ປະຕູ, ເຄຣຸບ ແລະຮູບຕົ້ນຕານ ລ້ວນແຕ່ໃຊ້ຄຳໂອບທັງໝົດ.
33
ສ່ວນຂອບປະຕູທາງເຂົ້າຫ້ອງໂຖງນັ້ນເປັນຮູບສີ່ຫລ່ຽມຍາວ ແລະເຮັດດ້ວຍໄມ້ໝາກກອກເທດ.
34
ມີປະຕູພັບສອງອັນເຮັດດ້ວຍໄມ້ສົນ
35
ແລະເອ້ດ້ວຍຮູບເຄຣຸບ, ຮູບຕົ້ນຕານ ແລະຮູບດອກໄມ້ ຊຶ່ງບັນດາຊ່າງໄດ້ໃຊ້ຄຳໂອບເທົ່າກັນໝົດ.
36
ຢູ່ຕໍ່ໜ້າພຣະວິຫານ ເພິ່ນໄດ້ສ້າງເດີ່ນອ້ອມດ້ວຍກຳແພງ ລຽນຫີນສາມກ້ອນເປັນຊັ້ນໜຶ່ງ ແລະທຸກຊັ້ນໃດ ກໍໄດ້ສອດໄມ້ຂາງທີ່ເປັນໄມ້ແປກໃສ່.
37
ກະສັດໂຊໂລໂມນໄດ້ສ້າງພື້ນຖານຂອງພຣະວິຫານຂອງພຣະເຈົ້າຢາເວໃນເດືອນທີສອງ ອັນກົງກັບເດືອນຊີເຟ ໃນຣາຊການປີທີສີ່ຂອງເພິ່ນ.
38
ການສ້າງພຣະວິຫານໄດ້ສຳເລັດລົງຢ່າງຮຽບຮ້ອຍ ຕາມແຜນການທີ່ໄດ້ກະໄວ້ ໃນເດືອນທີແປດອັນກົງກັບເດືອນບູເລ ໃນຣາຊການປີທີສິບເອັດຂອງກະສັດໂຊໂລໂມນ. ກະສັດໂຊໂລໂມນໄດ້ໃຊ້ເວລາເຈັດປີໃນການສ້າງພຣະວິຫານນີ້.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22