bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Kings 9
1 Kings 9
Lao Bible 2012 (ພຣະຄຳພີສັກສິ)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 10 →
1
ຫລັງຈາກກະສັດໂຊໂລໂມນສ້າງພຣະວິຫານຂອງພຣະເຈົ້າຢາເວ, ຣາຊວັງ ແລະທຸກໆສິ່ງທີ່ເພິ່ນຢາກສ້າງນັ້ນສຳເລັດລົງແລ້ວ;
2
ພຣະເຈົ້າຢາເວກໍໄດ້ປາກົດຕໍ່ເພິ່ນອີກ ດັ່ງທີ່ພຣະອົງໄດ້ປາກົດທີ່ເມືອງກີເບໂອນນັ້ນ.
3
ພຣະເຈົ້າຢາເວໄດ້ກ່າວແກ່ເພິ່ນວ່າ, “ເຮົາໄດ້ຍິນຄຳພາວັນນາອະທິຖານຂອງເຈົ້າແລ້ວ ເຮົາຂໍຮັບເອົາວິຫານທີ່ເຈົ້າໄດ້ສ້າງນີ້ ໃຫ້ເປັນບ່ອນນະມັດສະການເຮົາຕະຫລອດໄປ. ເຮົາຈະເບິ່ງແຍງຮັກສາ ແລະປ້ອງກັນວິຫານນັ້ນຕະຫລອດເວລາ.
4
ຖ້າເຈົ້າຮັບໃຊ້ເຮົາຢ່າງສັດຊື່ ແລະຢ່າງໝົດຈິດໝົດໃຈ ດັ່ງດາວິດພໍ່ຂອງເຈົ້າ ເຮົາກໍຈະຮັກສາຄຳສັນຍາທີ່ເຮົາໄດ້ມີໄວ້ກັບດາວິດພໍ່ຂອງເຈົ້າ; ແລະຖ້າເຈົ້າເຊື່ອຟັງກົດບັນຍັດຕ່າງໆຂອງເຮົາ ແລະເຮັດທຸກສິ່ງທີ່ເຮົາໄດ້ສັ່ງເຈົ້າ,
5
ເຮົາກໍຈະຮັກສາຄຳສັນຍາທີ່ເຮົາໄດ້ມີໄວ້ກັບດາວິດພໍ່ຂອງເຈົ້າ ເມື່ອເຮົາບອກລາວວ່າ, ‘ຊາດອິດສະຣາເອນຈະມີຄົນໃນເຊື້ອສາຍຂອງເຈົ້າປົກຄອງເລື້ອຍໄປ.’
6
ຖ້າເຈົ້າຫລືເຊື້ອສາຍຂອງເຈົ້າເຊົາຕິດຕາມເຮົາ ແລະບໍ່ເຊື່ອຟັງບັນດາກົດບັນຍັດ ແລະຂໍ້ຄຳສັ່ງຂອງເຮົາທີ່ໄດ້ໃຫ້ແກ່ພວກເຈົ້າ, ແຕ່ໄປຮັບໃຊ້ແລະຂາບໄຫວ້ບັນດາພະອື່ນ;
7
ແລ້ວເຮົາກໍຈະຕັດປະຊາຊົນອິດສະຣາເອນຂອງເຮົາ ອອກຈາກດິນແດນທີ່ເຮົາໄດ້ໃຫ້ພວກເຂົານັ້ນ. ເຮົາຈະປະຖິ້ມວິຫານນີ້ ຊຶ່ງເຮົາໄດ້ໃຫ້ເປັນບ່ອນສັກສິດ ເພື່ອນະມັດສະການເຮົາຄືກັນ. ປະຊາຊົນທົ່ວທຸກແຫ່ງຈະດູຖູກ ແລະໝິ່ນປະໝາດຊາດອິດສະຣາເອນ.
8
ວິຫານນີ້ຈະກາຍເປັນກອງສິ່ງທີ່ຮົກຮ້າງເພພັງ ແລະທຸກໆຄົນທີ່ຜ່ານໄປມາຈະງຶດງໍ້ສະດຸ້ງຕົກໃຈ. ແລ້ວພວກເຂົາກໍຈະຖາມວ່າ, ‘ເປັນຫຍັງພຣະເຈົ້າຢາເວຈຶ່ງເຮັດຕໍ່ດິນແດນ ແລະວິຫານຢ່າງນີ້?’
9
ຄົນທັງຫລາຍຈະຕອບວ່າ, ‘ເພາະພວກເຂົາໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຜູ້ທີ່ນຳພາປູ່ຍ່າຕາຍາຍຂອງພວກເຂົາອອກມາຈາກປະເທດເອຢິບ. ພວກເຂົາຫຼົງໄຫລຕິດຕາມບັນດາພະອື່ນ ແລະຂາບໄຫວ້ພວກມັນ. ເພາະສະນັ້ນ ພຣະເຈົ້າຢາເວຈຶ່ງໄດ້ນຳໄພພິບັດມາສູ່ພວກເຂົາ.”’
10
ກະສັດໂຊໂລໂມນໄດ້ໃຊ້ເວລາຊາວປີ ໃນການສ້າງວິຫານຂອງພຣະເຈົ້າຢາເວກັບຣາຊວັງຂອງເພິ່ນ.
11
ເຈົ້າຮີຣາມກະສັດແຫ່ງຕີເຣໄດ້ເປັນຜູ້ຈັດຫາໄມ້ແປກ, ໄມ້ສົນ ແລະຄຳ, ສົ່ງໄປໃຫ້ກະສັດໂຊໂລໂມນ ຕາມທີ່ເພິ່ນຕ້ອງການໃນການສ້າງຂອງເພິ່ນ. ຫລັງຈາກໄດ້ສ້າງສຳເລັດແລ້ວ ກະສັດໂຊໂລໂມນກໍໄດ້ມອບຊາວເມືອງທີ່ຢູ່ໃນຂົງເຂດຄາລີເລ ໃຫ້ກະສັດຮີຣາມ.
12
ເມື່ອກະສັດຮີຣາມໄປກວດກາເບິ່ງເມືອງເຫຼົ່ານີ້ແລ້ວ ເພິ່ນກໍບໍ່ມັກ.
13
ສະນັ້ນ ເພິ່ນຈຶ່ງກ່າວຕໍ່ກະສັດໂຊໂລໂມນວ່າ, “ອ້າຍເອີຍ ເຈົ້າມອບເມືອງແບບນີ້ບໍໃຫ້ຂ້ອຍ?” ເພາະເຫດຜົນດັ່ງກ່າວນັ້ນ ໃນທຸກວັນນີ້ ຄົນຈຶ່ງຍັງເອີ້ນຂົງເຂດນີ້ວ່າກາບູນ.
14
ກະສັດຮີຣາມໄດ້ສົ່ງຄຳໄປໃຫ້ກະສັດໂຊໂລໂມນ ໜັກເກືອບຫ້າພັນກິໂລກຼາມ.
15
ກະສັດໂຊໂລໂມນໄດ້ເກນເອົາຄົນງານມາສ້າງວິຫານຂອງພຣະເຈົ້າຢາເວແລະຣາຊວັງ ທັງຖົມດິນຢູ່ທາງທິດຕາເວັນອອກຂອງເມືອງ ແລະສ້າງກຳແພງເມືອງ. ເພິ່ນຍັງໄດ້ໃຊ້ຄົນງານພວກນີ້ສ້າງເມືອງຮາໂຊ, ເມກິດໂດ ແລະເກເຊ. (
16
ກະສັດແຫ່ງເອຢິບໄດ້ມາບຸກໂຈມຕີແລະຢຶດເອົາເມືອງເກເຊນີ້ໄດ້ ເພິ່ນໄດ້ຂ້າຊາວເມືອງ ແລະເຜົາເມືອງຖິ້ມ. ແລ້ວເພິ່ນກໍມອບເມືອງນີ້ ໃຫ້ເປັນຂອງຂວັນແກ່ລູກສາວໃນເວລານາງແຕ່ງງານກັບກະສັດໂຊໂລໂມນ
17
ແລະກະສັດໂຊໂລໂມນໄດ້ສ້າງເມືອງນີ້ຂຶ້ນໃໝ່.) ເພິ່ນໄດ້ໃຊ້ພວກຄົນງານຂອງເພິ່ນສ້າງເມືອງເບັດໂຮໂຣນເບື້ອງລຸ່ມ
18
ເມືອງບາອາລາດ, ເມືອງຕາມາໃນຖິ່ນແຫ້ງແລ້ງກັນດານຂອງອານາຈັກຢູດາຍ
19
ແລະອີກຫລາຍເມືອງສຳລັບໄວ້ສະບຽງອາຫານ ຫລາຍເມືອງສຳລັບໄວ້ມ້າ ແລະລົດຮົບທັງຫລາຍຂອງເພິ່ນ ແລະສຳລັບທຸກສິ່ງທີ່ເພິ່ນຢາກຈະສ້າງໃນນະຄອນເຢຣູຊາເລັມ, ໃນເລບານອນ ແລະໃນບ່ອນຕ່າງໆຂອງອານາຈັກຂອງເພິ່ນ.
20
ພວກຄົນງານທີ່ກະສັດໂຊໂລໂມນໄດ້ເກນເອົານີ້ ແມ່ນເຊື້ອສາຍຂອງຊາວການາອານ ທີ່ຊາວອິດສະຣາເອນໄດ້ໄວ້ຊີວິດຂອງພວກເຂົາ ຕອນທີ່ຢຶດເອົາດິນແດນຂອງພວກເຂົານັ້ນ. ພວກເຫຼົ່ານີ້ມີດັ່ງນີ້: ຊາວອາໂມ, ຊາວຮິດຕີ, ຊາວເປຣິຊີ ຊາວຮີວີແລະຊາວເຢບຸດ; ລູກຫລານຂອງພວກເຫຼົ່ານີ້ຍັງສືບຕໍ່ເປັນທາດຮັບໃຊ້ມາຈົນເທົ່າທຸກວັນນີ້.
22
ກະສັດໂຊໂລໂມນບໍ່ໄດ້ໃຊ້ຊາວອິດສະຣາເອນເປັນທາດຮັບໃຊ້ ແຕ່ໃຫ້ເປັນທະຫານ, ຂ້າຣາຊການ, ຜູ້ບັນຊາການກອງທັບ, ຜູ້ບັງຄັບກອງລົດຮົບ ແລະທະຫານມ້າ.
23
ມີຫົວໜ້າພະນັກງານຫ້າຮ້ອຍຫ້າສິບຄົນ ຄວບຄຸມຄົນງານທີ່ສ້າງອາຄານຕ່າງໆໃຫ້ກະສັດໂຊໂລໂມນ.
24
ກະສັດໂຊໂລໂມນໄດ້ຖົມດິນຢູ່ທາງທິດຕາເວັນອອກຂອງເມືອງ ຫລັງຈາກທີ່ເມຍຂອງເພິ່ນ ຄືລູກສາວຂອງກະສັດເອຢິບໄດ້ຍ້າຍຈາກເມືອງຂອງດາວິດ ໄປຢູ່ວັງທີ່ເພິ່ນໄດ້ສ້າງໃຫ້ນາງ.
25
ກະສັດໂຊໂລໂມນໄດ້ຖວາຍເຄື່ອງເຜົາບູຊາ ແລະເຄື່ອງບູຊາເພື່ອຄວາມສາມັກຄີທຳທີ່ເທິງແທ່ນບູຊາ ຊຶ່ງເພິ່ນໄດ້ສ້າງຖວາຍແກ່ພຣະເຈົ້າຢາເວປີລະສາມຄັ້ງ. ເພິ່ນຍັງໄດ້ເຜົາເຄື່ອງຫອມບູຊາ ຖວາຍຕໍ່ໜ້າພຣະເຈົ້າຢາເວ. ດັ່ງນັ້ນ ເພິ່ນຈຶ່ງສ້າງພຣະວິຫານສຳເລັດ.
26
ກະສັດໂຊໂລໂມນຍັງໄດ້ສ້າງກອງທັບເຮືອທີ່ເອຊີໂອນເກເບໃກ້ກັບເອລາດ ຢູ່ແຄມຝັ່ງຂອງອ່າວອາກາບາໃນດິນແດນເອໂດມ.
27
ສ່ວນກະສັດຮີຣາມກໍສົ່ງທະຫານທີ່ຊ່ຽວຊານຈາກກອງທັບເຮືອຂອງເພິ່ນ ໄປຮັບໃຊ້ໜ້າທີ່ການກັບທະຫານຂອງກະສັດໂຊໂລໂມນ.
28
ພວກເຂົາຂີ່ເຮືອໄປເມືອງໂອເຟຍ ແລະໄດ້ນຳເອົາຄຳໜັກປະມານສິບຫ້າໂຕນ ມາໃຫ້ກະສັດໂຊໂລໂມນ.
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22