bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Kings 5
1 Kings 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 6 →
1
ເຈົ້າຮີຣາມ ກະສັດແຫ່ງເມືອງຕີເຣໄດ້ສົ່ງບັນດາຜູ້ຮັບໃຊ້ໄປຫາກະສັດໂຊໂລໂມນ ເພາະເພິ່ນໄດ້ຍິນວ່າເຈົ້າໂຊໂລໂມນຂຶ້ນເປັນກະສັດສືບແທນພໍ່ຂອງເພິ່ນ ເພາະເຈົ້າຮີຣາມກໍເປັນມິດກັບກະສັດດາວິດເລື້ອຍມາ.
2
ກະສັດໂຊໂລໂມນຈຶ່ງສົ່ງຄຳຕອບໄປບອກກະສັດຮີຣາມດັ່ງນີ້:
3
“ທ່ານກໍຮູ້ຢູ່ແລ້ວວ່າ ຍ້ອນເກີດສົງຄາມຢູ່ຢ່າງບໍ່ລົດລະ ກະສັດດາວິດພໍ່ຂອງຂ້າພະເຈົ້າຈຶ່ງຕ້ອງສູ້ຮົບບັນດາປະເທດອ້ອມຮອບນັ້ນທີ່ເປັນສັດຕູ; ເພິ່ນບໍ່ສາມາດສ້າງວິຫານເພື່ອພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນໄດ້ ຈົນກວ່າພຣະເຈົ້າຢາເວໃຫ້ເພິ່ນຊະນະສັດຕູທັງຫລາຍຂອງເພິ່ນ.
4
ແຕ່ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າໄດ້ໃຫ້ຄວາມສະຫງົບສຸກແກ່ຊາຍແດນຂອງຂ້າພະເຈົ້າ. ຂ້າພະເຈົ້າບໍ່ມີສັດຕູ ແລະບໍ່ມີໂພຍໄພໃດໆມາລົບກວນ.
5
ດັ່ງນັ້ນ ຂ້າພະເຈົ້າໄດ້ຕັດສິນໃຈສ້າງວິຫານ ສຳລັບພຣະນາມພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ ດັ່ງທີ່ພຣະເຈົ້າຢາເວໄດ້ສັນຍາຕໍ່ກະສັດດາວິດພໍ່ຂອງຂ້າພະເຈົ້າວ່າ, ‘ລູກຊາຍຂອງເຈົ້າຜູ້ທີ່ເຮົາຈະໃຫ້ເປັນກະສັດສືບແທນເຈົ້ານັ້ນ ຈະສ້າງວິຫານສຳລັບນາມຊື່ຂອງເຮົາ.’
6
ດັ່ງນັ້ນ ຂໍທ່ານຈົ່ງສົ່ງຄົນຂອງທ່ານໄປທີ່ພູເລບານອນ ເພື່ອຕັດຕົ້ນແປກໃຫ້ຂ້າພະເຈົ້າດ້ວຍ. ຄົນຂອງຂ້າພະເຈົ້າຈະເຮັດວຽກກັບພວກເຂົາ ແລະຂ້າພະເຈົ້າກໍຈະຈ່າຍເງິນໃຫ້ຕາມທີ່ທ່ານຄິດລາຄາ. ທ່ານກໍຮູ້ດີແລ້ວວ່າ ຄົນຂອງຂ້າພະເຈົ້າບໍ່ຊ່າງຕັດໄມ້ໄດ້ດີດັ່ງຄົນຂອງທ່ານ.”
7
ເມື່ອກະສັດຮີຣາມໄດ້ຮັບຄຳຕອບຈາກກະສັດໂຊໂລໂມນ ເພິ່ນກໍພໍໃຈທີ່ສຸດ ແລະກ່າວວ່າ, “ວັນນີ້ ຂໍສັນລະເສີນພຣະເຈົ້າຢາເວ ທີ່ໃຫ້ກະສັດດາວິດມີລູກຊາຍຜູ້ສະຫລາດ ຂຶ້ນເປັນກະສັດປົກຄອງຊົນຊາດອັນໃຫຍ່ນີ້ແທນເພິ່ນ.”
8
ແລ້ວກະສັດຮີຣາມກໍສົ່ງຂໍ້ຄວາມໄປບອກກະສັດໂຊໂລໂມນວ່າ, “ຂ້າພະເຈົ້າໄດ້ຮັບຄຳຕອບຈາກທ່ານແລ້ວ ຂ້າພະເຈົ້າພ້ອມທີ່ຈະເຮັດທຸກສິ່ງຕາມທີ່ທ່ານຂໍຮ້ອງ. ຂ້າພະເຈົ້າຈະຈັດຫາໄມ້ແປກ ແລະໄມ້ສົນໃຫ້.
9
ຄົນຂອງຂ້າພະເຈົ້າຈະນຳໄມ້ເຫຼົ່ານັ້ນຈາກພູເລບານອນລົງສູ່ທະເລ ແລະມັດເປັນແພລ່ອງຕາມທະເລໄປບ່ອນທີ່ທ່ານໄດ້ເລືອກໄວ້. ໃນທີ່ນັ້ນ ຄົນຂອງຂ້າພະເຈົ້າຈະແກ້ມັດໄມ້ອອກ ແລະໃຫ້ຄົນຂອງທ່ານຮັບຜິດຊອບຕໍ່ໄປ. ສ່ວນພາລະຂອງທ່ານ ຂໍທ່ານລຳລຽງອາຫານໃຫ້ຄົນຂອງຂ້າພະເຈົ້າ.”
10
ດັ່ງນັ້ນ ກະສັດຮີຣາມຈຶ່ງໄດ້ຈັດສົ່ງໄມ້ແປກ ແລະໄມ້ສົນທັງໝົດໄປໃຫ້ຕາມທີ່ກະສັດໂຊໂລໂມນຕ້ອງການ.
11
ສ່ວນກະສັດໂຊໂລໂມນກໍສົ່ງສະບຽງອາຫານໄປລ້ຽງຄົນຂອງກະສັດຮີຣາມທຸກປີມີດັ່ງນີ້: ເຂົ້າເດືອຍສີ່ພັນໂຕນ ແລະນໍ້າມັນໝາກກອກເທດສົດສີ່ພັນລິດ.
12
ພຣະເຈົ້າຢາເວໄດ້ໂຜດສະຕິປັນຍາໃຫ້ແກ່ກະສັດໂຊໂລໂມນ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບເພິ່ນ. ຄວາມສະຫງົບສຸກໄດ້ເກີດມີຂຶ້ນ ລະຫວ່າງກະສັດຮີຣາມແລະກະສັດໂຊໂລໂມນ ທັງສອງຈຶ່ງມີຂໍ້ຕົກລົງຕໍ່ກັນ.
13
ກະສັດໂຊໂລໂມນໄດ້ເກນເອົາຄົນງານສາມສິບພັນຄົນ ຈາກທົ່ວທັງອານາຈັກອິດສະຣາເອນ
14
ແລະແຕ່ງຕັ້ງອາໂດນີຣາມໃຫ້ເປັນຜູ້ກຳກັບພວກເຂົາ. ເພິ່ນແບ່ງຄົນງານນີ້ອອກເປັນສາມພວກຄືພວກລະສິບພັນຄົນ, ແຕ່ລະພວກໃຊ້ເວລາເຮັດວຽກຢູ່ທີ່ພູເລບານອນໜຶ່ງເດືອນ ແລະກັບຄືນເມືອຢູ່ເຮືອນສອງເດືອນ.
15
ກະສັດໂຊໂລໂມນຍັງມີຄົນຂົນຫີນເຈັດສິບພັນຄົນ ແລະຄົນຕັດຫີນຢູ່ແຖບເນີນພູແປດສິບພັນຄົນ;
16
ນອກນີ້ອີກ ເພິ່ນຍັງໃຫ້ມີບັນດາຫົວໜ້າຄົນງານ ສາມພັນສາມຮ້ອຍຄົນ ເປັນຜູ້ກຳກັບວຽກການຂອງພວກເຂົາ.
17
ຕາມຄຳສັ່ງຂອງກະສັດໂຊໂລໂມນ ພວກເຂົາໄດ້ສະກັດຫີນກ້ອນໃຫຍ່ງາມດີ ເພື່ອໃຊ້ເປັນຮາກຖານຂອງພຣະວິຫານ.
18
ຄົນງານຂອງກະສັດໂຊໂລໂມນ ແລະຄົນງານຂອງກະສັດຮີຣາມ ພ້ອມທັງຄົນທີ່ມາຈາກເມືອງບິບໂລ ໄດ້ຈັດຕຽມກ້ອນຫີນແລະໄມ້ເພື່ອສ້າງວິຫານ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22