bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Kings 15
1 Kings 15
Lao Bible 2012 (ພຣະຄຳພີສັກສິ)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 16 →
1
ໃນຣາຊການປີທີສິບແປດຂອງກະສັດເຢໂຣໂບອາມແຫ່ງອິດສະຣາເອນ ເຈົ້າອາບີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍ
2
ແລະເພິ່ນໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສາມປີ. ແມ່ຂອງເພິ່ນຊື່ວ່າມາອາກາ ລູກສາວຂອງເຈົ້າອັບບີຊາໂລມ.
3
ກະສັດອາບີຢາໄດ້ເຮັດບາບເໝືອນກັນກັບພໍ່ຂອງເພິ່ນ ແລະບໍ່ໄດ້ສັດຊື່ຢ່າງໝົດຈິດໝົດໃຈຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ດັ່ງກະສັດດາວິດປູ່ທວດຂອງຕົນ.
4
ແຕ່ເພື່ອເຫັນແກ່ກະສັດດາວິດ ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນໄດ້ໃຫ້ອາບີຢາມີລູກຊາຍຄົນໜຶ່ງ ແລະໃຫ້ລູກຊາຍຄົນນີ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມສືບຕໍ່ຈາກເພິ່ນ ເພື່ອຮັກສານະຄອນເຢຣູຊາເລັມໄວ້ໃຫ້ໝັ້ນຄົງຕໍ່ໄປ.
5
ພຣະເຈົ້າຢາເວໄດ້ກະທຳຢ່າງນີ້ ເພາະກະສັດດາວິດໄດ້ເຮັດໃຫ້ພຣະອົງພໍໃຈ ແລະບໍ່ໄດ້ຂືນຄຳສັ່ງໃດໆຂອງພຣະອົງ, ນອກຈາກເລື່ອງຂອງອູຣິຢາຊາວຮິດຕີເທົ່ານັ້ນ.
6
ເສິກລະຫວ່າງກະສັດເຣໂຫໂບອາມ ແລະກະສັດເຢໂຣໂບອາມໄດ້ເກີດຂຶ້ນຢ່າງລຽນຕິດ ຕະຫລອດຊົ່ວຣາຊການຂອງກະສັດອາບີຢາ.
7
ສິ່ງອື່ນໆທີ່ກະສັດອາບີຢາໄດ້ກະທຳ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
8
ກະສັດອາບີຢາໄດ້ຕາຍໄປ ແລະຊາກສົບຂອງເພິ່ນໄດ້ຖືກຝັງໄວ້ຢູ່ໃນເມືອງຂອງດາວິດ. ແລ້ວເຈົ້າອາສາລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດປົກຄອງແທນ.
9
ໃນຣາຊການປີທີຊາວຂອງກະສັດເຢໂຣໂບອາມແຫ່ງອິດສະຣາເອນ, ເຈົ້າອາສາໄດ້ຂຶ້ນເປັນກະສັດແຫ່ງຢູດາຍ;
10
ແລະເພິ່ນໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສີ່ສິບເອັດປີ. ແມ່ເຖົ້າຂອງເພິ່ນຊື່ວ່າມາອາກາ ລູກສາວຂອງເຈົ້າອັບບີຊາໂລມ.
11
ກະສັດອາສາໄດ້ເຮັດທຸກສິ່ງທີ່ພຣະເຈົ້າຢາເວພໍໃຈ, ດັ່ງທີ່ກະສັດດາວິດບັນພະບຸລຸດຂອງເພິ່ນໄດ້ເຮັດມາ.
12
ເພິ່ນໄດ້ຂັບໄລ່ບັນດາໂສເພນີທັງຊາຍແລະຍິງ ທີ່ຮັບໃຊ້ຢູ່ໃນບ່ອນຂາບໄຫວ້ພະຂອງຊາວຕ່າງຊາດ ອອກໜີໄປໝົດຈາກດິນແດນ. ເພິ່ນຍັງໄດ້ກຳຈັດຮູບເຄົາຣົບທັງໝົດຖິ້ມ ຊຶ່ງພວກຜູ້ປົກຄອງຄົນກ່ອນໄດ້ສ້າງໄວ້.
13
ເພິ່ນໄດ້ປົດນາງມາອາກາ ແມ່ເຖົ້າຂອງເພິ່ນ ອອກຈາກຕຳແໜ່ງການເປັນແມ່ຂອງຣາຊີນີ; ເພາະນາງໄດ້ສ້າງຮູບເຄົາຣົບອັນຊົ່ວຊ້າລາມົກຂອງເຈົ້າແມ່ອາເຊຣາ. ກະສັດອາສາໄດ້ທັບມ້າງຮູບເຄົາຣົບ ແລະຈູດມັນຖິ້ມທີ່ຮ່ອມພູກິດໂຣນ.
14
ເຖິງແມ່ນວ່າ ກະສັດອາສາບໍ່ໄດ້ທຳລາຍບ່ອນຂາບໄຫວ້ຂອງຊາວຕ່າງຊາດທັງໝົດຖິ້ມກໍຕາມ, ແຕ່ເພິ່ນກໍຍັງສັດຊື່ຕໍ່ພຣະເຈົ້າຢາເວຕະຫລອດຊົ່ວຊີວິດຂອງເພິ່ນ.
15
ເພິ່ນເອົາສິ່ງຂອງທີ່ພໍ່ຂອງເພິ່ນໄດ້ອຸທິດແຖວາຍ ພ້ອມດ້ວຍເຄື່ອງໃຊ້ເປັນຄຳ ແລະເປັນເງິນທີ່ເພິ່ນເອງໄດ້ອຸທິດຖວາຍນັ້ນ ໄປໄວ້ຢູ່ໃນວິຫານຂອງພຣະເຈົ້າຢາເວ.
16
ເຈົ້າອາສາກະສັດແຫ່ງຢູດາຍ ແລະເຈົ້າບາອາຊາກະສັດແຫ່ງອິດສະຣາເອນ ໄດ້ເຮັດເສິກຕໍ່ສູ້ກັນຢູ່ບໍ່ຂາດ.
17
ກະສັດບາອາຊາໄດ້ບຸກຮຸກອານາຈັກຢູດາຍ ແລະເລີ່ມລົງມືສ້າງປ້ອມປ້ອງກັນເມືອງຣາມາໃຫ້ເຂັ້ມແຂງ ເພື່ອບໍ່ໃຫ້ຄົນຂອງກະສັດອາສາເຂົ້າ ແລະອອກໄປມາໃນອານາຈັກຢູດາຍໄດ້.
18
ສະນັ້ນ ກະສັດອາສາຈຶ່ງເອົາເງິນແລະຄຳທັງໝົດທີ່ເຫຼືອຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະຢູ່ໃນຣາຊວັງ ໃຫ້ພວກຂ້າຣາຊການບາງຄົນຂອງເພິ່ນເດີນທາງໄປເມືອງດາມັສກັດ ເພື່ອມອບໃຫ້ເຈົ້າເບັນຮາດາດກະສັດແຫ່ງຊີເຣຍ ຜູ້ທີ່ເປັນລູກຊາຍຂອງຕາບຣິມໂມນ ແລະຫລານຊາຍຂອງເຮຊີໂອນ ພ້ອມດ້ວຍຖ້ອຍຄຳດັ່ງນີ້:
19
“ຂໍໃຫ້ພວກເຮົາເປັນພັນທະມິດກັນ ຕາມທີ່ພໍ່ຂອງພວກເຮົາເຄີຍໄດ້ເປັນມານັ້ນ. ເງິນແລະຄຳເຫຼົ່ານີ້ເປັນຂອງຂວັນສຳລັບທ່ານ. ຂໍໃຫ້ທ່ານເລີກເປັນພັນທະມິດກັບບາອາຊາກະສັດແຫ່ງອິດສະຣາເອນ ເພື່ອວ່າລາວຈະໄດ້ຖອນກອງທັບຂອງລາວອອກໄປຈາກເຂດແດນຂອງຂ້າພະເຈົ້າ.”
20
ກະສັດເບັນຮາດາດໄດ້ຕົກລົງຕາມຂໍ້ສະເໜີຂອງກະສັດອາສາ. ເພິ່ນໄດ້ສົ່ງຜູ້ບັນຊາການກອງທັບຂອງເພິ່ນ ພ້ອມດ້ວຍພວກທະຫານໄປໂຈມຕີເມືອງຕ່າງໆ ໃນອານາຈັກອິດສະຣາເອນ. ພວກເຂົາຢຶດເອົາຫົວເມືອງຕ່າງໆໄດ້ ມີດັ່ງນີ້: ເມືອງອີໂຢນ, ດານ, ອາເບັນເບັດມາອາກາ, ເຂດທີ່ຢູ່ໃກ້ທະເລສາບຄາລີເລ ແລະເຂດແດນທັງໝົດຂອງເນັບທາລີ.
21
ເມື່ອກະສັດບາອາຊາໄດ້ຍິນເຖິງສິ່ງທີ່ເກີດຂຶ້ນ ເພິ່ນກໍຢຸດສ້າງປ້ອມປ້ອງກັນເມືອງຣາມາ ແລະເດີນທາງໄປເມືອງຕີຣະຊາ.
22
ຕໍ່ມາ ກະສັດອາສາໄດ້ອອກຄຳສັ່ງໄປທົ່ວອານາຈັກຢູດາຍຮຽກຮ້ອງທຸກຄົນໂດຍບໍ່ມີການຍົກເວັ້ນ ເພື່ອຊ່ວຍຂົນເອົາຫີນ ແລະໄມ້ທີ່ກະສັດບາອາຊາໃຊ້ສ້າງເມືອງນັ້ນອອກໜີໄປ. ກະສັດອາສາໄດ້ໃຊ້ອຸປະກອນເຫຼົ່ານີ້ ສ້າງປ້ອມປ້ອງກັນເມືອງມີຊະປາ ແລະເມືອງເກບາຢູ່ໃນເຂດແດນເບັນຢາມິນ.
23
ສິ່ງອື່ນໆທີ່ກະສັດອາສາໄດ້ກະທຳ, ວິລະກຳຕ່າງໆ ແລະການສ້າງເມືອງທັງຫລາຍ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ. ແຕ່ເມື່ອກະສັດອາສາເຖົ້າແກ່ ເພິ່ນເປັນພະຍາດທີ່ຕີນຈົນກາຍເປັນລ່ອຍ.
24
ກະສັດອາສາໄດ້ຕາຍໄປ ແລະຊາກສົບຂອງເພິ່ນໄດ້ຖືກຝັງໄວ້ຢູ່ໃນອຸບມຸງຂອງກະສັດທີ່ເມືອງຂອງດາວິດ. ແລ້ວເຈົ້າເຢໂຮຊາຟັດລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດປົກຄອງແທນ.
25
ໃນຣາຊການປີທີສອງຂອງເຈົ້າອາສາກະສັດແຫ່ງຢູດາຍ; ເຈົ້ານາດາບລູກຊາຍຂອງກະສັດເຢໂຣໂບອາມໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ແລະໄດ້ປົກຄອງເປັນເວລາສອງປີ.
26
ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ແລະນຳພາຊາວອິດສະຣາເອນເຮັດບາບດັ່ງທີ່ພໍ່ຂອງເພິ່ນໄດ້ເຮັດມາ.
27
ກະສັດບາອາຊາລູກຊາຍຂອງອາຮີຢາ ຄົນຂອງເຜົ່າອິດຊາຄາໄດ້ວາງແຜນຂ້ານາດາບ ໃນຄາວທີ່ເພິ່ນກັບພວກທະຫານຂອງເພິ່ນໄດ້ຍົກທັບມາອ້ອມເມືອງກິບເບໂທນໃນຟີລິດສະຕິນ.
28
ເຫດການນີ້ໄດ້ເກີດຂຶ້ນໃນຣາຊການປີທີສາມຂອງເຈົ້າອາສາ ກະສັດແຫ່ງຢູດາຍ. ດັ່ງນັ້ນ ເຈົ້າບາອາຊາຈຶ່ງຂຶ້ນເປັນກະສັດປົກຄອງອານາຈັກອິດສະຣາເອນ ແທນກະສັດນາດາບ.
29
ພໍເມື່ອເຈົ້າບາອາຊາໄດ້ຂຶ້ນເປັນກະສັດແລ້ວ, ເພິ່ນກໍໄດ້ຂ້າທຸກຄົນໃນຄອບຄົວຂອງກະສັດເຢໂຣໂບອາມ. ເລື່ອງນີ້ເປັນໄປຕາມຖ້ອຍຄຳຂອງພຣະເຈົ້າຢາເວທີ່ກ່າວຜ່ານທາງຜູ້ຮັບໃຊ້ຂອງພຣະອົງ ຄືອາຮີຢາຊາວເມືອງຊີໂລ ວ່າທຸກຄົນໃນຄອບຄົວຂອງເຢໂຣໂບອາມຈະຖືກຂ້າ ແລະຈະບໍ່ມີຜູ້ໃດເຫຼືອຢູ່.
30
ເຫດການເປັນເຊັ່ນນີ້ ເພາະກະສັດເຢໂຣໂບອາມເຮັດໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໂກດຮ້າຍໂດຍເຮັດບາບ ແລະນຳພາຊາວອິດສະຣາເອນເຮັດບາບ.
31
ສິ່ງອື່ນໆທີ່ກະສັດນາດາບໄດ້ກະທຳ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
32
ເຈົ້າອາສາກະສັດແຫ່ງຢູດາຍ ແລະເຈົ້າບາອາຊາກະສັດແຫ່ງອິດສະຣາເອນ ໄດ້ເຮັດເສິກຕໍ່ສູ້ກັນຕະຫລອດເວລາທີ່ທັງສອງຍັງຄອງອຳນາດຢູ່.
33
ໃນຣາຊການປີທີສາມຂອງເຈົ້າອາສາກະສັດແຫ່ງຢູດາຍ, ບາອາຊາລູກຊາຍຂອງອາຮີຢາໄດ້ຂຶ້ນເປັນກະສັດປົກຄອງປະເທດອິດສະຣາເອນ ນະຄອນຕີຣະຊາເປັນເວລາຊາວສີ່ປີ.
34
ແຕ່ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ແລະນຳພາຊາວອິດສະຣາເອນເຮັດບາບ ດັ່ງທີ່ກະສັດເຢໂຣໂບອາມໄດ້ເຮັດມາ.
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22