bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Kings 7
1 Kings 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 8 →
1
ກະສັດໂຊໂລໂມນຍັງໄດ້ສ້າງວັງສຳລັບຕົນເອງ ແລະເພິ່ນໄດ້ໃຊ້ເວລາເຖິງສິບສາມປີຈຶ່ງສ້າງສຳເລັດ.
2
ເພິ່ນສ້າງຫ້ອງໂຖງແຫ່ງດົງເລບານອນ ຊຶ່ງຍາວສີ່ສິບສີ່ແມັດ ກວ້າງຊາວສອງແມັດ ແລະສູງສິບສາມແມັດເຄິ່ງ. ມີເສົາໄມ້ແປກສາມແຖວ ແຖວລະສິບຫ້າເສົາ ຊຶ່ງມີຂື່ເປັນໄມ້ແປກກາດໃສ່ເສົາເຫຼົ່ານີ້. ສ່ວນເພດານແມ່ນໄດ້ເຮັດດ້ວຍໄມ້ແປກທັງນັ້ນ ຊຶ່ງຕໍ່ອອກໄປຮອດເພດານຫ້ອງໄວ້ເຄື່ອງຂອງ ແລະມີເສົາຄໍ້າ.
4
ແຕ່ລະຝາທັງສອງເບື້ອງມີປ່ອງຢ້ຽມສາມປ່ອງ.
5
ຂອບປະຕູແລະຂອບປ່ອງຢ້ຽມທັງຫລາຍ ເປັນຮູບສີ່ຫລ່ຽມຍາວ. ປ່ອງຢ້ຽມສາມປ່ອງຂອງແຕ່ລະຝາປິ່ນໜ້າໃສ່ກັນ.
6
ຫ້ອງໂຖງລະຫວ່າງເສົາຍາວຊາວສອງແມັດ ກວ້າງສິບສາມແມັດເຄິ່ງ ແລະລະບຽງທາງໜ້າກໍມີຫລັງຄາແລະມີເສົາຄໍ້າ.
7
ຫ້ອງບັນລັງ ຊຶ່ງເອີ້ນອີກວ່າຫ້ອງຕັດສິນຄວາມ ເປັນບ່ອນທີ່ກະສັດໂຊໂລໂມນຕັດສິນຄະດີຕ່າງໆ. ຫ້ອງນີ້ປູແລະແອ້ມດ້ວຍໄມ້ແປກຕັ້ງແຕ່ພື້ນຈົນຈຸເພດານ.
8
ບໍຣິເວນທີ່ກະສັດໂຊໂລໂມນຢູ່ນັ້ນແມ່ນໄດ້ສ້າງຂຶ້ນໃນເດີ່ນອີກແຫ່ງໜຶ່ງ ທີ່ທາງເບື້ອງຫລັງຂອງຫ້ອງຕັດສິນຄວາມ. ຫ້ອງນີ້ແມ່ນໄດ້ສ້າງແບບດຽວກັບຕົວຕຶກອື່ນໆ. ເພິ່ນໄດ້ສ້າງເຮືອນແບບດຽວກັນນີ້ໃຫ້ເມຍຂອງເພິ່ນ ຜູ້ທີ່ເປັນລູກສາວຂອງກະສັດແຫ່ງເອຢິບ.
9
ຫໍໂຮງຕ່າງໆພ້ອມທັງເດີ່ນໃຫຍ່ແມ່ນໄດ້ສ້າງດ້ວຍຫີນອັນມີຄ່າ ທີ່ເລືອກສັນຢ່າງດີຕັ້ງແຕ່ພື້ນຖານຂອງຕຶກຈົນເຖິງຂອບຫລັງຄາ. ຫີນນີ້ໄດ້ຕັດມາຈາກບໍ່ຫີນ ແລະວັດແທກທັງຂ້າງໃນ ແລະທັງຂ້າງນອກ ແລະໃຊ້ເລື່ອຍຕັດ.
10
ພື້ນຖານຕ່າງໆແມ່ນສ້າງດ້ວຍຫີນກ້ອນໃຫຍ່ ຊຶ່ງໄດ້ຕັດມາຈາກບໍ່ຫີນ. ບາງກ້ອນກໍຍາວໄດ້ສີ່ຫາຫ້າແມັດ.
11
ຢູ່ເທິງຫີນເຫຼົ່ານີ້ມີຫີນຢ່າງອື່ນອີກທີ່ໄດ້ຕັດອອກມາ ຕາມຂະໜາດແລະມີຂື່ເປັນໄມ້ແປກ.
12
ເດີ່ນຂອງຣາຊວັງ, ເດີ່ນຂ້າງໃນຂອງວິຫານຂອງພຣະເຈົ້າຢາເວ ແລະຫ້ອງຊື່ກັບທາງເຂົ້າພຣະວິຫານມີກຳແພງເປັນຫີນ ຄືລຽນຫີນທີ່ຕັດນັ້ນສາມກ້ອນເປັນຊັ້ນໜຶ່ງ ແລະແຕ່ລະຊັ້ນກໍໄດ້ວາງໄມ້ຂາງທີ່ເປັນໄມ້ແປກໃສ່.
13
ກະສັດໂຊໂລໂມນໄດ້ສົ່ງຄົນໄປນຳເອົາຊາຍຄົນໜຶ່ງ; ຊາຍຄົນນີ້ຊື່ວ່າຮູຣາມ ຊ່າງສີມືຜູ້ທີ່ອາໄສຢູ່ໃນເມືອງຕີເຣ. ລາວເປັນຊ່າງສີມືທີ່ຊຳນິຊຳນານກ່ຽວກັບທອງສຳຣິດ.
14
ພໍ່ຂອງລາວ ເປັນໄທເມືອງຕີເຣ ຜູ້ທີ່ໄດ້ຕາຍໄປແລ້ວນັ້ນ ກໍເປັນຊ່າງສີມືກ່ຽວກັບທອງສຳຣິດເໝືອນກັນ. ແມ່ຂອງລາວເປັນຄົນມາຈາກເຜົ່າເນັບທາລີ. ຮູຣາມເປັນຊ່າງສີມືທີ່ມີສະຕິປັນຍາ ແລະເປັນຜູ້ມີປະສົບການ. ລາວໄດ້ສະໜອງຕາມຄຳເຊີນຂອງກະສັດໂຊໂລໂມນ ທີ່ໃຫ້ລາວຮັບຜິດຊອບວຽກງານກ່ຽວກັບທອງສຳຣິດທັງໝົດ.
15
ຮູຣາມຫລໍ່ເສົາທອງສຳຣິດສອງຕົ້ນ ແຕ່ລະຕົ້ນສູງແປດແມັດ ແລະລວງອ້ອມ ມີຫ້າແມັດສາມສິບເຊັນ. ເສົານີ້ຕັ້ງຢູ່ທີ່ທາງເຂົ້າຂອງພຣະວິຫານ.
16
ລາວຍັງໄດ້ເຮັດຫົວເສົາສອງອັນໃສ່ເທິງຈອມເສົາ ແຕ່ລະອັນສູງໄດ້ສອງແມັດຊາວເຊັນ.
17
ຈອມເສົາແຕ່ລະອັນແມ່ນເອ້ດ້ວຍສາຍສ້ອຍທີ່ຖັກເປັນລວດລາຍ
18
ແລະໝາກພິລາທີ່ເຮັດດ້ວຍທອງສຳຣິດສອງແຖວ.
19
ຫົວເສົານີ້ເປັນເໝືອນຮູບດອກບົວສູງໜຶ່ງແມັດແປດສິບເຊັນ.
20
ເພິ່ນເອົາຫົວເສົານີ້ວາງໃສ່ບ່ອນມົນທົນ ຊຶ່ງຢູ່ເທິງສາຍສ້ອຍທີ່ຕົບແຕ່ງ, ແຕ່ລະ ຫົວເສົາມີຮູບໝາກພິລາສອງຮ້ອຍຮູບລຽນອ້ອມເປັນສອງແຖວ.
21
ຮູຣາມໄດ້ຕັ້ງເສົາສອງຕົ້ນນີ້ຂຶ້ນຕໍ່ໜ້າທາງເຂົ້າຂອງພຣະວິຫານ. ເສົາຢູ່ທາງດ້ານໃຕ້ຊື່ວ່າຢາກິນ ແລະເສົາຢູ່ທາງດ້ານເໜືອຊື່ວ່າໂບອາດ.
22
ທີ່ເທິງຈອມຫົວເສົາມີຮູບດອກບົວເປັນທອງສຳຣິດ. ດັ່ງນັ້ນ ວຽກງານການສ້າງເສົາຈຶ່ງສຳເລັດເສັດສິ້ນລົງ.
23
ຮູຣາມຍັງໄດ້ເຮັດຂັນທອງສຳຣິດສູງສອງແມັດຊາວເຊັນ ປາກກວ້າງສີ່ແມັດສີ່ສິບເຊັນ ແລະລວງອ້ອມສິບສາມແມັດຊາວເຊັນ.
24
ຢູ່ອ້ອມຂອບນອກຂອງຂັນ ມີຮູບໝາກນໍ້າເຕົ້າທອງສຳຣິດສອງແຖວ ທີ່ຫລໍ່ຕິດກັບຂັນ.
25
ຂັນນີ້ວາງໃສ່ເທິງຮູບງົວທອງສຳຣິດສິບສອງໂຕ ທີ່ປິ່ນໜ້າອອກນອກ. ແຕ່ລະສາມໂຕໃດໄດ້ອວ່າຍໜ້າອອກໄປສູ່ແຕ່ລະທິດທາງ.
26
ຂັນນີ້ໜາໄດ້ເຈັດເຊັນເຄິ່ງ. ຂອບຂັນຄືກັບຂອບຈອກ ຊຶ່ງທາງນອກແກະສະຫລັກເໝືອນກັບດອກບົວ. ຂັນໜ່ວຍນີ້ບັນຈຸນໍ້າໄດ້ສີ່ໝື່ນລິດ.
27
ຮູຣາມຍັງໄດ້ສ້າງກວຽນທອງສຳຣິດສິບຄັນ, ແຕ່ລະຄັນຍາວໜຶ່ງແມັດແປດສິບເຊັນ ແລະກວ້າງໜຶ່ງແມັດແປດສິບເຊັນ ແລະສູງໜຶ່ງແມັດສາມສິບເຊັນ.
28
ກວຽນນີ້ແມ່ນເຮັດດ້ວຍແຜ່ນທອງສຳຣິດເປັນຮູບສີ່ຫລ່ຽມແລະໃສ່ຂອບ.
29
ແຜ່ນເຫຼົ່ານີ້ມີຮູບສິງ, ຮູບງົວ ແລະເຄຣຸບ. ຢູ່ຕາມຂອບທາງເທິງ ແລະທາງລຸ່ມຂອງຮູບສິງ ແລະຮູບງົວມີຮູບພວງມະໄລຢ່າງງົດງາມ.
30
ກວຽນແຕ່ລະຄັນມີລໍ້ທອງສຳຣິດສີ່ລໍ້ ແລະມີເພົາເປັນທອງສຳຣິດ. ທີ່ແຈທັງສີ່ນັ້ນເປັນທອງສຳຣິດຄໍ້າອ່າງໄວ້; ເຄື່ອງຄໍ້ານີ້ໄດ້ຕົບແຕ່ງດ້ວຍກົງຈັກສັບເປັນລວດລາຍ.
31
ຢູ່ເທິງກວຽນມີຂອບມົນໆສຳລັບຕັ້ງອ່າງ ຊຶ່ງສູງສີ່ສິບຫ້າເຊັນ ນັບຈາກຂ້າງເທິງຂອງກວຽນລົງໄປ ແລະເລິກລົງໄປສິບແປດເຊັນ. ຂອບນີ້ໄດ້ແກະສະຫລັກເປັນລວດລາຍອ້ອມຮອບ.
32
ກົງລໍ້ທັງສີ່ທີ່ຢູ່ລຸ່ມຖັງສູງຫົກສິບຫົກເຊັນ ແລະມີເພົາເປັນທ່ອນດຽວກັນກັບກວຽນ.
33
ລໍ້ທັງໝົດເໝືອນກັບລໍ້ລົດຮົບ; ເພົາ, ກົງ, ດີ້ວ ແລະດຸມລໍ້ແມ່ນເຮັດດ້ວຍທອງສຳຣິດທັງໝົດ.
34
ກວຽນແຕ່ລະຄັນມີຂາຄໍ້າສີ່ຂາທີ່ແຈເບື້ອງລຸ່ມຂອງມັນ ຊຶ່ງເປັນທ່ອນດຽວກັນກັບກວຽນ.
35
ຢູ່ເທິງປາກກວຽນແຕ່ລະຄັນມີແຂບອ້ອມ ຍາວໄດ້ຊາວສອງເຊັນ. ຂາຄໍ້າແລະແຜ່ນຝາດ້ານຂ້າງແມ່ນເຮັດເປັນທ່ອນດຽວກັນກັບກວຽນ.
36
ຂາຄໍ້າແລະແຜ່ນເຫຼົ່ານີ້ໄດ້ຄວັດແກະສະຫລັກເຄຣຸບ, ຮູບສິງ ແລະຮູບຕົ້ນຕານ ບໍ່ວ່າບ່ອນໃດທີ່ເປັນວ່າງກໍມີຮູບພວງມະໄລອ້ອມຢູ່ໄປທົ່ວ.
37
ຮູຣາມໄດ້ສ້າງກວຽນທັງໝົດຢ່າງນີ້ ຄືທຸກຄັນແມ່ນເປັນແບບດຽວກັນໝົດ ແລະມີຂະໜາດຮູບຮ່າງຢ່າງດຽວກັນ.
38
ຮູຣາມເຮັດອ່າງສິບໜ່ວຍ. ອ່າງໜ່ວຍໜຶ່ງສຳລັບກວຽນລຳໜຶ່ງ. ແຕ່ລະໜ່ວຍກວ້າງໜຶ່ງແມັດແປດສິບເຊັນ ແລະບັນຈຸນໍ້າໄດ້ແປດຮ້ອຍລິດ.
39
ລາວໄດ້ເອົາກວຽນຫ້າລຳຕັ້ງໄວ້ທາງທິດໃຕ້ຂອງພຣະວິຫານ ແລະອີກຫ້າລຳຕັ້ງໄວ້ທາງທິດເໜືອ. ສ່ວນອ່າງທອງສຳຣິດນັ້ນ ລາວໄດ້ເອົາໄປຕັ້ງໄວ້ຢູ່ທີ່ແຈທາງທິດຕາເວັນອອກຂອງພຣະວິຫານ.
40
ຮູຣາມຍັງໄດ້ເຮັດໝໍ້, ຊວ້ານ ແລະຖ້ວຍ. ລາວສ້າງທຸກສິ່ງ ສຳລັບວິຫານຂອງພຣະເຈົ້າຢາເວໃຫ້ກະສັດໂຊໂລໂມນເປັນທີ່ສຳເລັດ. ລາວໄດ້ສ້າງສິ່ງດັ່ງຕໍ່ໄປນີ້: ເສົາສອງຕົ້ນ ຫົວເສົາຮັບເພດານສອງອັນທີ່ເປັນຮູບຖ້ວຍ ສາຍສ້ອຍທີ່ຖັກເປັນລາຍຮູບໂສ້ຂອງແຕ່ລະເສົາ ຮູບໝາກພິລາທອງສຳຣິດສີ່ຮ້ອຍໜ່ວຍ ແຖວລະຮ້ອຍໜ່ວຍເປັນສອງແຖວອ້ອມແຕ່ລະເສົາ ກວຽນສິບລຳ ອ່າງສິບໜ່ວຍ ຂັນໃຫຍ່ ຮູບງົວສິບສອງໂຕສຳລັບຄໍ້າຂັນໃຫຍ່ ໝໍ້, ຊ້ວານ ແລະຖ້ວຍ. ເຄື່ອງທຸກຢ່າງສຳລັບພຣະວິຫານຂອງພຣະເຈົ້າຢາເວທີ່ຮູຣາມໄດ້ເຮັດໃຫ້ກະສັດໂຊໂລໂມນນັ້ນ ເປັນທອງສຳຣິດທີ່ຂັດຢ່າງດີທັງນັ້ນ.
46
ກະສັດໄດ້ສັ່ງໃຫ້ເຮັດສິ່ງເຫຼົ່ານີ້ທີ່ໂຮງຫລອມ ຢູ່ລະຫວ່າງເມືອງຊຸກໂກດ ແລະເມືອງຊາເຣທານໃນຮ່ອມພູຈໍແດນ.
47
ກະສັດໂຊໂລໂມນບໍ່ໄດ້ຊັ່ງຕວງເບິ່ງເຄື່ອງທອງສຳຣິດເຫຼົ່ານີ້ ເພາະມັນມີຫລາຍໂພດ. ດັ່ງນັ້ນ ຈຶ່ງບໍ່ຮູ້ວ່າມັນຊັ່ງໄດ້ເທົ່າໃດແທ້.
48
ກະສັດໂຊໂລໂມນຍັງໄດ້ເຮັດເຄື່ອງໃຊ້ໃນວິຫານຂອງພຣະເຈົ້າຢາເວດ້ວຍຄຳ ມີດັ່ງນີ້: ແທ່ນບູຊາ, ໂຕະສຳລັບໃສ່ເຂົ້າຈີ່ຖວາຍແກ່ພຣະເຈົ້າ,
49
ໂຕະຮອງຕີນຕະກຽງສິບໜ່ວຍຕັ້ງຢູ່ຕໍ່ໜ້າບ່ອນສັກສິດທີ່ສຸດ ຄືຫ້າໜ່ວຍຢູ່ທາງໃຕ້ ແລະອີກຫ້າໜ່ວຍຢູ່ທາງເໜືອ; ດອກໄມ້, ຕະກຽງ ແລະເຄື່ອງຄີບ;
50
ຈອກ, ມີດຕັດສຳລັບຕັດໃສ້ຕະກຽງ, ຊາມ, ຖ້ວຍສຳລັບໃສ່ເຄື່ອງຫອມ, ໝໍ້ສຳລັບໃສ່ຖ່ານໄຟແດງ, ບານພັບປະຕູບ່ອນສັກສິດທີ່ສຸດ ແລະບານພັບປະຕູທາງນອກພຣະວິຫານ. ສິ່ງເຫຼົ່ານີ້ໄດ້ໃຊ້ຄຳເຮັດທັງໝົດ.
51
ເມື່ອກະສັດໂຊໂລໂມນເຮັດທຸກສິ່ງສຳລັບວິຫານຂອງພຣະເຈົ້າຢາເວສຳເລັດລົງແລ້ວ ເພິ່ນໄດ້ນຳເອົາເງິນ, ຄຳ ແລະເຄື່ອງໃຊ້ຕ່າງໆທີ່ກະສັດດາວິດພໍ່ຂອງຕົນໄດ້ອຸທິດຖວາຍນັ້ນ ໄປມ້ຽນໄວ້ຢູ່ໃນຫ້ອງເກັບເຄື່ອງຂອງວິຫານຂອງພຣະເຈົ້າຢາເວ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22