bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Kings 14
1 Kings 14
Lao Bible 2012 (ພຣະຄຳພີສັກສິ)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 15 →
1
ໃນເວລານັ້ນ ອາບີຢາລູກຊາຍຂອງກະສັດເຢໂຣໂບອາມໄດ້ເຈັບປ່ວຍ.
2
ເພິ່ນຈຶ່ງກ່າວຕໍ່ເມຍຂອງຕົນວ່າ, “ໃຫ້ເຈົ້າປອມຕົວເພື່ອບໍ່ໃຫ້ຜູ້ໃດຈື່ເຈົ້າໄດ້ ແລະໄປທີ່ເມືອງຊີໂລບ່ອນທີ່ຜູ້ທຳນວາຍອາຮີຢາອາໄສຢູ່ຄືຜູ້ທີ່ໄດ້ບອກຂ້ອຍວ່າ ຂ້ອຍຕ້ອງໄດ້ເປັນກະສັດແຫ່ງອິດສະຣາເອນ.
3
ໃຫ້ເຈົ້າເອົາເຂົ້າຈີ່ສິບກ້ອນ, ເຂົ້າໜົມບາງຢ່າງ ແລະໄຫນໍ້າເຜິ້ງໄປໃຫ້. ໃຫ້ເຈົ້າຖາມລາວວ່າ ແມ່ນຫຍັງທີ່ກຳລັງຈະເກີດຂຶ້ນກັບລູກຊາຍຂອງພວກເຮົາ ແລະລາວຈະບອກໃຫ້ເຈົ້າຮູ້.”
4
ດັ່ງນັ້ນ ຜູ້ເປັນເມຍຈຶ່ງໄປຫາອາຮີຢາທີ່ເມືອງຊີໂລ. ສ່ວນອາຮີຢາກໍເຖົ້າແກ່ຫລາຍຈົນຕາບໍ່ເຫັນຮຸ່ງ.
5
ພຣະເຈົ້າຢາເວໄດ້ບອກອາຮີຢາວ່າ, “ເມຍຂອງເຢໂຣໂບອາມກຳລັງເດີນທາງມາຫາ ເພື່ອຖາມກ່ຽວກັບເລື່ອງລູກຊາຍຂອງນາງທີ່ປ່ວຍຢູ່ນັ້ນ.” ແລ້ວພຣະອົງກໍໄດ້ບອກຄຳເວົ້າແກ່ອາຮີຢາ. ເມື່ອເມຍຂອງກະສັດເຢໂຣໂບອາມມາຮອດ ນາງກໍທຳທ່າເຮັດເປັນຄົນອື່ນ.
6
ແຕ່ເມື່ອອາຮີຢາໄດ້ຍິນສຽງບາດຕີນຂອງນາງມາຮອດທີ່ປະຕູແລ້ວ ເພິ່ນຈຶ່ງເວົ້າວ່າ, “ເຂົ້າມາທາງໃນພີ້ ຂ້ອຍຮູ້ວ່າເຈົ້າເປັນເມຍຂອງເຢໂຣໂບອາມ ເປັນຫຍັງຈຶ່ງທຳທ່າເປັນຄົນອື່ນ? ຂ້ອຍມີຂ່າວຮ້າຍທີ່ຈະບອກເຈົ້າ.
7
ໃຫ້ເຈົ້າໄປບອກເຢໂຣໂບອາມຕາມຖ້ອຍຄຳຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ດັ່ງນີ້: ‘ເຮົາໄດ້ເລືອກເອົາເຈົ້າຈາກທ່າມກາງປະຊາຊົນ ແລະເຮັດໃຫ້ເປັນຜູ້ປົກຄອງປະຊາຊົນອິດສະຣາເອນຂອງເຮົາ.
8
ເຮົາໄດ້ເອົາອານາຈັກຈາກເຊື້ອສາຍຂອງດາວິດໃຫ້ເຈົ້າ. ແຕ່ເຈົ້າບໍ່ໄດ້ເປັນດັ່ງດາວິດຜູ້ຮັບໃຊ້ຂອງເຮົາ. ລາວເປັນຜູ້ສັດຊື່ຕໍ່ເຮົາຢ່າງໝົດຈິດໝົດໃຈ, ເຊື່ອຟັງຂໍ້ຄຳສັ່ງຂອງເຮົາ ແລະເຮັດຕາມທີ່ເຮົາເຫັນດີເທົ່ານັ້ນ.
9
ສ່ວນເຈົ້ານັ້ນ ເຈົ້າໄດ້ເຮັດບາບຫລາຍກວ່າພວກທີ່ປົກຄອງເມືອງມາກ່ອນ. ເຈົ້າໄດ້ປະຕິເສດເຮົາ ແລະເຮັດໃຫ້ເຮົາໂກດຮ້າຍໂດຍສ້າງຮູບເຄົາຣົບ ແລະຫລໍ່ຮູບພະຕ່າງໆເພື່ອຂາບໄຫວ້.
10
ດ້ວຍເຫດນີ້ ເຮົາຈຶ່ງຈະນຳເອົາໄພພິບັດມາສູ່ຍາດວົງຂອງເຈົ້າ ແລະຈະຂ້າຜູ້ຊາຍທຸກຄົນທີ່ເປັນເຊື້ອສາຍຂອງເຈົ້າ ບໍ່ວ່າເປັນທາດຮັບໃຊ້ ຫລືຄົນທຳມະດາກໍຕາມ ເຮົາຈະກຳຈັດຄອບຄົວຂອງເຈົ້າອອກໄປໃຫ້ໝົດ. ພວກເຂົາຈະຖືກກວາດອອກໄປດັ່ງກວາດຂີ້ສັດ.
11
ຄົນໃດໃນຄອບຄົວຂອງເຈົ້າທີ່ຕາຍໃນເມືອງກໍຈະຖືກໝາກັດກິນ ແລະຄົນໃດທີ່ຕາຍຢູ່ນອກເມືອງກໍຈະຖືກແຮ້ງເຈາະກິນ. ສຳລັບພຣະເຈົ້າຢາເວໄດ້ກ່າວໄວ້.”’
12
ແລ້ວອາຮີຢາກໍກ່າວແກ່ເມຍຂອງເຢໂຣໂບອາມຕໍ່ໄປວ່າ, “ບັດນີ້ຈົ່ງກັບເມືອສາ. ພໍເຈົ້າຍ່າງກ້າວເຂົ້າໄປໃນເມືອງ ລູກຊາຍຂອງເຈົ້າກໍຈະຕາຍ.
13
ປະຊາຊົນອິດສະຣາເອນທັງໝົດຈະໄວ້ທຸກໃຫ້ລາວ ແລະຝັງສົບລາວໄວ້. ມີແຕ່ລາວຄົນດຽວໃນຄອບຄົວຂອງເຢໂຣໂບອາມທີ່ຈະຖືກຝັງໄວ້ຢ່າງດີ ເພາະແມ່ນລາວຜູ້ດຽວເທົ່ານັ້ນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນພໍໃຈນຳ.
14
ພຣະເຈົ້າຢາເວຈະແຕ່ງຕັ້ງກະສັດຄົນໜຶ່ງຂຶ້ນປົກຄອງອານາຈັກອິດສະຣາເອນ ຜູ້ທີ່ຈະເຮັດໃຫ້ເຊື້ອວົງຂອງເຢໂຣໂບອາມສິ້ນສຸດໄປ.
15
ພຣະເຈົ້າຢາເວຈະລົງໂທດຊາດອິດສະຣາເອນ ແລະຊົນຊາດນີ້ຈະສັ່ນສະເທືອນເໝືອນຕົ້ນອໍ້ຢູ່ໃນນໍ້າ. ພຣະອົງຈະຖອນຮາກປະຊາຊົນແຫ່ງຊາດອິດສະຣາເອນອອກແຕ່ດິນແດນອັນດີນີ້ ທີ່ພຣະອົງໄດ້ມອບໃຫ້ພວກປູ່ຍ່າຕາຍາຍຂອງພວກເຂົາ; ແລະພຣະອົງຈະເຮັດໃຫ້ພວກເຂົາກະຈັດກະຈາຍເລີຍຟາກແມ່ນໍ້າເອີຟຣັດໄປ ຍ້ອນພວກເຂົາໄດ້ເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍ ໂດຍໄດ້ສ້າງຮູບເຄົາຣົບຂອງເຈົ້າແມ່ອາເຊຣາ.
16
ພຣະອົງຈະປະຖິ້ມຊາດອິດສະຣາເອນ ເພາະກະສັດເຢໂຣໂບອາມໄດ້ເຮັດບາບ ແລະໄດ້ນຳປະຊາຊົນອິດສະຣາເອນໃຫ້ເຮັດບາບ.”
17
ແລ້ວເມຍຂອງກະສັດເຢໂຣໂບອາມກໍໄດ້ກັບຄືນເມືອເມືອງຕີຣະຊາ. ພໍນາງຍ່າງເຂົ້າໄປໃນເຮືອນ ລູກຊາຍຂອງນາງກໍຕາຍ.
18
ປະຊາຊົນອິດສະຣາເອນພາກັນໄວ້ທຸກໃຫ້ ແລະຝັງສົບລາວໄວ້. ທຸກຢ່າງໄດ້ເປັນໄປຕາມຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວໄວ້ ຜ່ານທາງຜູ້ທຳນວາຍອາຮີຢາຜູ້ຮັບໃຊ້ຂອງພຣະອົງ.
19
ສິ່ງອື່ນໆທີ່ກະສັດເຢໂຣໂບອາມໄດ້ກະທຳ ຄືສົງຄາມທີ່ເພິ່ນໄດ້ເຮັດ ແລະການປົກຄອງທີ່ເພິ່ນໄດ້ດຳເນີນການ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
20
ກະສັດເຢໂຣໂບອາມໄດ້ປົກຄອງເປັນເວລາຊາວສອງປີ. ເພິ່ນໄດ້ຕາຍໄປ ແລະຊາກສົບຂອງເພິ່ນໄດ້ຖືກຝັງໄວ້ ແລ້ວນາດາບລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດປົກຄອງແທນ.
21
ເມື່ອກະສັດເຣໂຫໂບອາມລູກຊາຍຂອງກະສັດໂຊໂລໂມນຂຶ້ນເປັນກະສັດແຫ່ງຢູດາຍນັ້ນ ເພິ່ນມີອາຍຸສີ່ສິບເອັດປີ ແລະປົກຄອງເປັນເວລາສິບເຈັດປີຢູ່ທີ່ນະຄອນເຢຣູຊາເລັມ, ນະຄອນທີ່ພຣະເຈົ້າຢາເວໄດ້ເລືອກໄວ້ຈາກເຂດແດນທັງໝົດຂອງຊາດອິດສະຣາເອນ ເພື່ອໃຫ້ເປັນບ່ອນນະມັດສະການພຣະອົງ. ແມ່ຂອງກະສັດເຣໂຫໂບອາມຊື່ວ່ານາອາມາ ຊາວອຳໂມນ.
22
ປະຊາຊົນຢູດາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວໜັກກວ່າທີ່ພວກປູ່ຍ່າຕາຍາຍຂອງພວກເຂົາໄດ້ເຮັດມາ ຊຶ່ງເປັນການຍົວະເຍົ້າໃຫ້ພຣະອົງໂກດຮ້າຍ.
23
ພວກເຂົາໄດ້ສ້າງບ່ອນຂາບໄຫວ້ຮູບເຄົາຣົບ, ຕັ້ງເສົາຫີນສັກສິດຂຶ້ນ ແລະສ້າງສັນຍາລັກຂອງເຈົ້າແມ່ອາເຊຣາຂຶ້ນຢູ່ເທິງພູ ແລະຢູ່ກ້ອງຕົ້ນໄມ້.
24
ຮ້າຍໄປກວ່ານີ້ອີກ ຍັງມີຊາຍແລະຍິງເປັນໂສເພນີ ຢູ່ໃນບ່ອນຂາບໄຫວ້ພະຕ່າງຊາດນີ້. ປະຊາຊົນຢູດາໄດ້ປະພຶດໃນສິ່ງທີ່ໜ້າລະອາຍແບບຕ່າງໆນາໆ ເໝືອນຊົນຊາດທີ່ພຣະເຈົ້າຢາເວໄດ້ຂັບໄລ່ອອກໜີໄປໃນຕອນທີ່ຊາວອິດສະຣາເອນ ບຸກໜ້າເຂົ້າມາໃນດິນແດນ.
25
ໃນຣາຊການປີທີຫ້າຂອງກະສັດເຣໂຫໂບອາມ ກະສັດຊີຊາກແຫ່ງເອຢິບໄດ້ໂຈມຕີນະຄອນເຢຣູຊາເລັມ.
26
ເພິ່ນໄດ້ເອົາຊັບສົມບັດທັງໝົດຈາກວິຫານຂອງພຣະເຈົ້າຢາເວ ແລະຈາກຣາຊວັງໄປ ລວມທັງໂລ້ຄຳທີ່ກະສັດໂຊໂລໂມນໄດ້ເຮັດນັ້ນ.
27
ດັ່ງນັ້ນ ກະສັດເຣໂຫໂບອາມຈຶ່ງໄດ້ເຮັດໂລ້ທອງສຳຣິດໄວ້ແທນ, ແລ້ວມອບໃຫ້ພວກນາຍທະຫານປະຈຳວັງເກັບຮັກສາໄວ້.
28
ເທື່ອໃດທີ່ກະສັດເຣໂຫໂບອາມໄປທີ່ວິຫານຂອງພຣະເຈົ້າຢາເວ, ເທື່ອນັ້ນທະຫານກໍຖືໂລ້ໄປນຳ ແລະເອົາມາຄືນໄວ້ໃນຫ້ອງທະຫານຍາມຄືເກົ່າ.
29
ສິ່ງອື່ນໆທີ່ກະສັດເຣໂຫໂບອາມໄດ້ກະທຳ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
30
ຕະຫລອດເວລາເຫຼົ່ານີ້ ກະສັດເຣໂຫໂບອາມ ແລະກະສັດເຢໂຣໂບອາມ ໄດ້ເຮັດເສິກຕໍ່ສູ້ກັນຢູ່ບໍ່ຂາດ.
31
ກະສັດເຣໂຫໂບອາມໄດ້ຕາຍໄປ ແລະຊາກສົບຂອງເພິ່ນໄດ້ຖືກຝັງໄວ້ຢູ່ໃນອຸບມຸງຂອງກະສັດທີ່ເມືອງຂອງດາວິດ. (ແມ່ຂອງເພິ່ນເປັນຊາວອຳໂມນຊື່ວ່າ ນາອາມາ). ແລ້ວເຈົ້າອາບີຢາ ລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດປົກຄອງແທນ.
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22