bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Kings 16
1 Kings 16
Lao Bible 2012 (ພຣະຄຳພີສັກສິ)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 17 →
1
ຕໍ່ມາ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢຮູ ລູກຊາຍຂອງຮານານີໃຫ້ບອກກະສັດບາອາຊາວ່າ,
2
“ເຈົ້າເປັນຄົນຕໍ່າຕ້ອຍແຕ່ເຮົາໄດ້ໃຫ້ເຈົ້າເປັນຜູ້ນຳປະຊາຊົນອິດສະຣາເອນຂອງເຮົາ. ບັດນີ້ ເຈົ້າໄດ້ເຮັດບາບເໝືອນກັນກັບເຢໂຣໂບອາມ ແລະນຳພາປະຊາຊົນຂອງເຮົາເຮັດບາບ. ບາບຂອງພວກເຂົາໄດ້ເຮັດໃຫ້ເຮົາໂກດຮ້າຍ.
3
ດັ່ງນັ້ນ ເຮົາຈະກຳຈັດເຈົ້າ ແລະຄອບຄົວຂອງເຈົ້າ ດັ່ງທີ່ເຮົາໄດ້ເຮັດຕໍ່ເຢໂຣໂບອາມລູກຊາຍຂອງເນບັດ.
4
ຄົນໃດໃນຄອບຄົວຂອງເຈົ້າທີ່ຕາຍໃນເມືອງຈະຖືກໝາກັດກິນ ແລະຄົນໃດທີ່ຕາຍຢູ່ນອກເມືອງກໍຈະຖືກແຮ້ງເຈາະກິນ.”
5
ສິ່ງອື່ນໆທີ່ກະສັດບາອາຊາໄດ້ກະທຳຕະຫລອດທັງວິລະກຳຕ່າງໆຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມ ປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
6
ກະສັດບາອາຊາໄດ້ຕາຍໄປຢູ່ກັບບັນພະບຸລຸດຂອງຕົນ ແລະຊາກສົບຂອງເພິ່ນໄດ້ຖືກຝັງໄວ້ທີ່ນະຄອນຕີຣະຊາ. ແລ້ວເຈົ້າເອລາ ລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດປົກຄອງແທນ.
7
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວຕໍ່ສູ້ກະສັດບາອາຊາ ແລະຄອບຄົວຂອງເພິ່ນ, ໂດຍກ່າວຜ່ານທາງຜູ້ທຳນວາຍເຢຮູລູກຊາຍຂອງຮານານີນັ້ນ ເພາະເຫດຜົນສອງປະການດັ່ງນີ້: ປະການທີໜຶ່ງ ຍ້ອນກະສັດບາອາຊາກັບຄອບຄົວຂອງເພິ່ນໄດ້ເຮັດບາບຕໍ່ສູ້ພຣະອົງ ແລະຍົວະເຍົ້າພຣະເຈົ້າຢາເວໃຫ້ໂກດຮ້າຍໂດຍເຮັດສິ່ງທີ່ຊົ່ວຊ້າ ເໝືອນກັນກັບກະສັດເຢໂຣໂບອາມ ແລະຄອບຄົວ; ປະການທີສອງ ຍ້ອນເພິ່ນເອງໄດ້ສັງຫານເຊື້ອສາຍທັງໝົດຂອງເຈົ້າເຢໂຣໂບອາມ.
8
ໃນຣາຊການປີທີຊາວຫົກຂອງເຈົ້າອາສາ ກະສັດແຫ່ງຢູດາຍ; ເຈົ້າເອລາ ລູກຊາຍຂອງກະສັດບາອາຊາໄດ້ຂຶ້ນປົກຄອງອານາຈັກອິດສະຣາເອນ. ເພິ່ນໄດ້ປົກຄອງຢູ່ທີ່ນະຄອນຕີຣະຊາເປັນເວລາສອງປີ.
9
ແຕ່ວ່າຊິມຣີ ນາຍທະຫານຄົນໜຶ່ງທີ່ເປັນຜູ້ຄວບຄຸມລົດຮົບໄດ້ວາງອຸບາຍຕໍ່ສູ້ເພິ່ນ. ໃນມື້ໜຶ່ງທີ່ນະຄອນຕີຣະຊາ ກະສັດເອລາພວມນັ່ງດື່ມເຫຼົ້າຈົນເມົາຢູ່ໃນເຮືອນຂອງອາຣະຊາ ຜູ້ເບິ່ງແຍງຮັກສາວັງ.
10
ຊິມຣີໄດ້ເຂົ້າມາລອບຂ້າກະສັດເອລາຢູ່ໃນເຮືອນນັ້ນ ແລະຕັ້ງຕົວຂຶ້ນເປັນກະສັດປົກຄອງແທນເພິ່ນ. ເຫດການນີ້ໄດ້ເກີດຂຶ້ນ ໃນຣາຊການປີທີຊາວເຈັດຂອງເຈົ້າອາສາກະສັດແຫ່ງຢູດາຍ.
11
ພໍເມື່ອຊິມຣີໄດ້ຂຶ້ນເປັນກະສັດແລ້ວ, ລາວກໍຂ້າທຸກຄົນໃນຄອບຄົວຂອງກະສັດບາອາຊາ. ຊາຍທຸກຄົນທີ່ເປັນຍາດພີ່ນ້ອງ ແລະໝູ່ເພື່ອນຂອງກະສັດບາອາຊາກໍຖືກຂ້າໝົດ.
12
ຊິມຣີໄດ້ຂ້າທຸກຄົນໃນຄອບຄົວຂອງກະສັດບາອາຊາ ຊຶ່ງເປັນໄປຕາມຖ້ອຍຄຳຂອງພຣະເຈົ້າຢາເວ ທີ່ໄດ້ກ່າວຜ່ານທາງຜູ້ທຳນວາຍເຢຮູ.
13
ຍ້ອນກະສັດບາອາຊາ ແລະເອລາລູກຊາຍຂອງຕົນໄດ້ຂາບໄຫວ້ຮູບເຄົາຣົບ ແລະນຳພາຊາວອິດສະຣາເອນເຮັດບາບ ຊຶ່ງເປັນການຍົວະເຍົ້າພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ ໃຫ້ໂກດຮ້າຍ.
14
ສິ່ງອື່ນໆທີ່ກະສັດເອລາໄດ້ກະທໍາແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
15
ໃນຣາຊການປີທີຊາວເຈັດຂອງເຈົ້າອາສາກະສັດແຫ່ງຢູດາຍ, ຊິມຣີໄດ້ຂຶ້ນປົກຄອງຢູ່ທີ່ນະຄອນຕີຣະຊາ ເໜືອອານາຈັກອິດສະຣາເອນເປັນເວລາເຈັດວັນ. ໃນເວລານັ້ນ ກອງທັບຂອງຊາວອິດສະຣາເອນພວມອ້ອມເມືອງກິບເບໂທນໃນຟີລິດສະຕິນ
16
ແລະເມື່ອໄດ້ຍິນວ່າ ຊິມຣີໄດ້ວາງອຸບາຍຕໍ່ສູ້ກະສັດ ແລະໄດ້ລອບສັງຫານກະສັດແລ້ວ; ພວກເຂົາທຸກຄົນຈຶ່ງປະກາດແຕ່ງຕັ້ງອົມຣີ ຜູ້ບັນຊາການກອງທັບຂອງພວກເຂົາ ໃຫ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ.
17
ອົມຣີໄດ້ຍົກທັບອອກແຕ່ເມືອງກິບເບໂທນໄປອ້ອມນະຄອນຕີຣະຊາໄວ້.
18
ເມື່ອຊິມຣີເຫັນວ່າເມືອງຖືກຕີແຕກແລ້ວ, ເພິ່ນຈຶ່ງເຂົ້າໄປໃນປ້ອມປ້ອງກັນວັງ ແລະໄດ້ຈູດຣາຊວັງຖິ້ມ ແລະຕາຍໄປໃນກອງໄຟນັ້ນ.
19
ເຫດການເປັນໄປດັ່ງນີ້ ກໍຍ້ອນເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ, ໂດຍນຳພາຊາວອິດສະຣາເອນເຮັດບາບດັ່ງກະສັດເຢໂຣໂບອາມຜູ້ປົກຄອງຄົນກ່ອນ.
20
ສິ່ງອື່ນໆທີ່ກະສັດຊິມຣີໄດ້ກະທຳ, ຕະຫລອດທັງການວາງແຜນກະບົດຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
21
ປະຊາຊົນອິດສະຣາເອນໄດ້ແຕກແຍກກັນ. ບາງຄົນຢາກຕັ້ງຕິບນີລູກຊາຍຂອງກີນາດໃຫ້ຂຶ້ນເປັນກະສັດ; ແຕ່ບາງຄົນຍັງພໍໃຈກັບອົມຣີຢູ່.
22
ແຕ່ໃນທີ່ສຸດ ພວກທີ່ຕິດຕາມອົມຣີກໍໄດ້ຊະນະ. ຕິບນີໄດ້ຕາຍໄປ ແລະອົມຣີຈຶ່ງຂຶ້ນເປັນກະສັດປົກຄອງແທນ.
23
ໃນຣາຊການປີທີສາມສິບເອັດຂອງເຈົ້າອາສາ ກະສັດແຫ່ງຢູດາຍ, ອົມຣີໄດ້ຂຶ້ນເປັນກະສັດປົກຄອງອານາຈັກອິດສະຣາເອນ; ແລະເພິ່ນໄດ້ປົກຄອງຢູ່ເປັນເວລາສິບສອງປີ. ຫົກປີທຳອິດນັ້ນ ເພິ່ນໄດ້ປົກຄອງຢູ່ທີ່ນະຄອນຕີຣະຊາ.
24
ແລະຕໍ່ມາ ເພິ່ນໄດ້ຊື້ເນີນພູຊາມາເຣຍເປັນລາຄາຫົກພັນຫລຽນເງິນ ຈາກຊາຍຄົນໜຶ່ງຊື່ວ່າ ເຊເມ. ກະສັດອົມຣີໄດ້ສ້າງປ້ອມປ້ອງກັນອ້ອມພູນີ້ ແລະທັງສ້າງເມືອງຂຶ້ນໃນບ່ອນນີ້. ເພິ່ນໃສ່ຊື່ເມືອງນີ້ຕາມຊື່ຂອງເຊເມ ເຈົ້າຂອງຄົນເກົ່າຂອງເນີນພູນີ້ວ່າ ຊາມາເຣຍ.
25
ກະສັດອົມຣີໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວຢ່າງຮ້າຍແຮງກວ່າຄົນອື່ນໆທີ່ປົກຄອງກ່ອນເພິ່ນ.
26
ເພິ່ນໄດ້ເຮັດບາບດັ່ງກະສັດເຢໂຣໂບອາມລູກຊາຍຂອງເນບັດໄດ້ເຮັດ, ເພິ່ນໄດ້ເຮັດບາບໂດຍນຳພາຊາວອິດສະຣາເອນໄປຂາບໄຫວ້ຮູບເຄົາຣົບ ຊຶ່ງເປັນການຍົວະເຍົ້າພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໃຫ້ໂກດຮ້າຍ.
27
ສິ່ງອື່ນໆທີ່ກະສັດອົມຣີໄດ້ກະທຳ ພ້ອມທັງຄວາມສຳເລັດທຸກຢ່າງຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
28
ກະສັດອົມຣີໄດ້ຕາຍໄປ ແລະຖືກຝັງໄວ້ທີ່ຊາມາເຣຍ. ແລ້ວເຈົ້າອາຮາບ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
29
ໃນຣາຊການປີທີສາມສິບແປດຂອງເຈົ້າອາສາ ກະສັດແຫ່ງຢູດາຍ; ເຈົ້າອາຮາບ ລູກຊາຍຂອງກະສັດອົມຣີໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ. ເພິ່ນປົກຄອງຢູ່ທີ່ນະຄອນຊາມາເຣຍເປັນເວລາຊາວສອງປີ.
30
ເຈົ້າອາຮາບລູກຊາຍຂອງກະສັດອົມຣີ ໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວຢ່າງຮ້າຍແຮງກວ່າຄົນໃດໆທີ່ປົກຄອງມາກ່ອນເພິ່ນ.
31
ການທີ່ເຮັດບາບດັ່ງກະສັດເຢໂຣໂບອາມລູກຊາຍຂອງເນບັດນັ້ນຍັງບໍ່ພຽງພໍ; ເພິ່ນໄດ້ເຮັດບາບໄປຫລາຍກວ່ານັ້ນອີກ ໂດຍເອົານາງເຢເຊເບນມາເປັນເມຍ ນາງເປັນລູກສາວຂອງເອັດບາອານກະສັດແຫ່ງຊີໂດນ ແລະເພິ່ນຂາບໄຫວ້ພະບາອານ.
32
ເພິ່ນໄດ້ສ້າງວິຫານສຳລັບພະບາອານທີ່ນະຄອນຊາມາເຣຍ, ສ້າງແທ່ນບູຊາຂຶ້ນ ແລະເອົາແທ່ນບູຊາມາໄວ້ໃນວິຫານ.
33
ນອກຈາກນີ້ ເພິ່ນຍັງສ້າງຮູບເຈົ້າແມ່ອາເຊຣາ. ເພິ່ນຍົວະເຍົ້າພຣະເຈົ້າຢາເວ ພຣະເຈົ້າຂອງຊາວອິດສະຣາເອນໃຫ້ໂກດຮ້າຍ ຫລາຍກວ່າກະສັດແຫ່ງອິດສະຣາເອນຄົນອື່ນໆທີ່ໄດ້ເຮັດມາ.
34
ໃນຣາຊການຂອງເພິ່ນ, ຮີເອນຊາວເມືອງເບັດເອນໄດ້ສ້າງເມືອງເຢຣິໂກຂຶ້ນໃໝ່. ຂະນະທີ່ຮີເອນສ້າງພື້ນຖານຂອງເມືອງເຢຣິໂກຂຶ້ນນັ້ນ ອາບີຣາມລູກຊາຍກົກຂອງເພິ່ນກໍຕາຍ ແລະຂະນະທີ່ເພິ່ນສ້າງປະຕູເມືອງຂຶ້ນນັ້ນ, ເຊກຸບລູກຊາຍຫລ້າຂອງເພິ່ນກໍຕາຍອີກ. ເຫດການນີ້ແມ່ນຖືກຕ້ອງຕາມຖ້ອຍຄຳຂອງພຣະເຈົ້າຢາເວ ທີ່ບອກໄວ້ຜ່ານທາງໂຢຊວຍລູກຊາຍຂອງນູນ.
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 17 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22