bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Kings 8
1 Kings 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 9 →
1
ແລ້ວກະສັດໂຊໂລໂມນກໍໄດ້ເຊີນບັນດາຜູ້ນຳເຜົ່າກັບຕະກຸນຕ່າງໆ ຂອງຊາດອິດສະຣາເອນທັງໝົດມາປະຊຸມກັນຢູ່ທີ່ນະຄອນເຢຣູຊາເລັມ ເພື່ອນຳເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວຈາກພູເຂົາຊີໂອນເມືອງຂອງດາວິດ ໄປທີ່ພຣະວິຫານ.
2
ພວກເຂົາທັງໝົດໄດ້ມາເຕົ້າໂຮມກັນ ໃນງານສະຫລອງວັນປຸກຕູບຢູ່ໃນເດືອນທີເຈັດ ອັນກົງກັນກັບເດືອນເອທານິມ.
3
ເມື່ອບັນດາຜູ້ນຳທຸກຄົນໄດ້ມາໂຮມກັນແລ້ວ ບັນດາປະໂຣຫິດກໍໄດ້ຍົກເອົາຫີບພັນທະສັນຍາ
4
ແລະພວກເຂົາໄດ້ຫາມຫີບຂອງພຣະເຈົ້າຢາເວມາໄວ້ທີ່ພຣະວິຫານ; ຊາວເລວີແລະບັນດາປະໂຣຫິດຍັງໄດ້ຍົກຍ້າຍຫໍເຕັນບ່ອນຊຸມນຸມພ້ອມທັງເຄື່ອງໃຊ້ບໍຣິສຸດທັງໝົດປະຈຳຫໍເຕັນເຂົ້າມາທີ່ພຣະວິຫານດ້ວຍ.
5
ກະສັດໂຊໂລໂມນແລະປະຊາຊົນອິດສະຣາເອນທັງໝົດໄດ້ມາປະຊຸມກັນ ຢູ່ຕໍ່ໜ້າຫີບພັນທະສັນຍາ. ເພິ່ນໄດ້ຖວາຍແກະແລະງົວຈຳນວນຫລວງຫລາຍ ຈົນນັບບໍ່ຖ້ວນເປັນເຄື່ອງບູຊາ.
6
ແລ້ວບັນດາປະໂຣຫິດກໍຫາມເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວ ເຂົ້າມາໃນພຣະວິຫານ ແລະນຳໄປວາງໄວ້ຢູ່ໃນບ່ອນສັກສິດທີ່ສຸດຄືຢູ່ລຸ່ມເຄຣຸບ.
7
ປີກຂອງເຄຣຸບເດ່ອອກໄປປົກຫີບແລະໄມ້ຄານຫາມ.
8
ຜູ້ທີ່ຢືນຢູ່ຊື່ໜ້າບ່ອນສັກສິດທີ່ສຸດຈະແນມເຫັນສົ້ນຂອງໄມ້ຄານຫາມນັ້ນ, ແຕ່ຜູ້ທີ່ເບິ່ງຈາກຂ້າງນອກເຂົ້າມາຈະບໍ່ເຫັນ. (ໄມ້ຄານຫາມຍັງຢູ່ໃນທີ່ນັ້ນຈົນເທົ່າທຸກວັນນີ້).
9
ໃນຫີບພັນທະສັນຍານັ້ນມີແຕ່ຫີນສອງແຜ່ນ ຊຶ່ງໂມເຊໄດ້ໃສ່ໄວ້ໃນນັ້ນຄາວຢູ່ທີ່ພູເຂົາຊີນາຍ ເມື່ອພຣະເຈົ້າຢາເວໄດ້ເຮັດພັນທະສັນຍາກັບປະຊາຊົນອິດສະຣາເອນ ໃນຂະນະທີ່ພວກເຂົາກຳລັງອອກມາຈາກປະເທດເອຢິບ.
10
ເມື່ອບັນດາປະໂຣຫິດກຳລັງອອກໄປຈາກພຣະວິຫານ ໃນທັນໃດນັ້ນ ກໍມີເມກຫຸ້ມຢູ່ເຕັມວິຫານຂອງພຣະເຈົ້າຢາເວ
11
ແລະພວກເຂົາກໍບໍ່ສາມາດກັບຄືນໄປປະກອບໜ້າທີ່ໄດ້ ເພາະສະຫງ່າຣາສີຂອງພຣະເຈົ້າຢາເວປົກເຕັມໄປທົ່ວວິຫານຂອງພຣະເຈົ້າຢາເວ.
12
ແລ້ວກະສັດໂຊໂລໂມນກໍໄດ້ພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ໃນທ້ອງຟ້າພຣະອົງໄດ້ໃຫ້ມີດວງຕາເວັນ ແຕ່ພຣະອົງໄດ້ເລືອກສະຖິດຢູ່ ໃນເມກແລະໃນຄວາມມືດ.
13
ຂ້ານ້ອຍໄດ້ສ້າງ ພຣະວິຫານອັນສະຫງ່າງາມໃຫ້ພຣະອົງຢູ່ ເປັນສະຖານທີ່ສຳລັບພຣະອົງ ຈະສະຖິດຢູ່ຕະຫລອດໄປ.”
14
ໃນຂະນະທີ່ປະຊາຊົນຢືນຢູ່ນັ້ນ ກະສັດໂຊໂລໂມນກໍໄດ້ຫັນໜ້າມາທາງພວກເຂົາ ແລະຂໍພຣະເຈົ້າອວຍພອນພວກເຂົາ.
15
ເພິ່ນກ່າວວ່າ, “ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ພຣະອົງໄດ້ຮັກສາຄຳສັນຍາກັບກະສັດດາວິດພໍ່ຂອງຂ້າພະເຈົ້າ ຄືພຣະອົງໄດ້ບອກເພິ່ນວ່າ,
16
‘ຕັ້ງແຕ່ຄາວທີ່ເຮົາໄດ້ນຳປະຊາຊົນຂອງເຮົາອອກມາຈາກປະເທດເອຢິບນັ້ນ ເຮົາບໍ່ໄດ້ເລືອກເອົາເມືອງໃດໆໃນດິນແດນທັງໝົດຂອງຊາດອິດສະຣາເອນ ເປັນບ່ອນສ້າງພຣະວິຫານເພື່ອໃຫ້ມະນຸດນະມັດສະການເຮົາ. ແຕ່ເຮົາໄດ້ເລືອກເອົາດາວິດໃຫ້ເປັນຜູ້ປົກຄອງປະຊາຊົນຂອງເຮົາ.”’
17
ແລ້ວກະສັດໂຊໂລໂມນກໍກ່າວຕໍ່ໄປວ່າ, “ກະສັດດາວິດພໍ່ຂອງຂ້າພະເຈົ້າໄດ້ວາງແຜນສ້າງວິຫານສຳລັບນາມຊື່ຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ
18
ແຕ່ພຣະເຈົ້າຢາເວໄດ້ກ່າວແກ່ເພິ່ນວ່າ, ‘ເປັນການດີ ທີ່ເຈົ້າຕັ້ງໃຈຢາກສ້າງວິຫານສຳລັບເຮົາ,
19
ແຕ່ເຈົ້າຈະບໍ່ໄດ້ສ້າງ. ແມ່ນລູກຊາຍຂອງເຈົ້າທີ່ຈະເປັນຜູ້ສ້າງວິຫານແກ່ເຮົາ.’
20
ບັດນີ້ ພຣະເຈົ້າຢາເວກໍໄດ້ຮັກສາພັນທະສັນຍາຂອງພຣະອົງແລ້ວ ຄືຂ້າພະເຈົ້າໄດ້ຂຶ້ນເປັນກະສັດສືບແທນພໍ່ຂອງຂ້າພະເຈົ້າ ແລະໄດ້ເປັນຜູ້ສ້າງວິຫານສຳລັບນາມຊື່ຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ.
21
ຂ້າພະເຈົ້າຍັງໄດ້ຈັດບ່ອນໃນພຣະວິຫານໄວ້ສຳລັບຫີບພັນທະສັນຍາ ຊຶ່ງບັນຈຸແຜ່ນຫີນແຫ່ງພັນທະສັນຍາ ທີ່ພຣະເຈົ້າຢາເວໄດ້ມີໄວ້ກັບພວກປູ່ຍ່າຕາຍາຍຂອງພວກເຮົາ ຄືເມື່ອພຣະອົງໄດ້ນຳພາພວກເພິ່ນອອກມາຈາກປະເທດເອຢິບນັ້ນ.”
22
ແລ້ວກະສັດໂຊໂລໂມນກໍເຂົ້າໄປຢືນຢູ່ຕໍ່ໜ້າແທ່ນບູຊາຂອງພຣະເຈົ້າຢາເວຊ້ອງໜ້າປະຊາຊົນອິດສະຣາເອນ. ໃນທີ່ນັ້ນເພິ່ນຍົກມືຂຶ້ນ
23
ແລະພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ໃນສະຫວັນເບື້ອງເທິງ ແລະໃນແຜ່ນດິນໂລກເບື້ອງລຸ່ມ ບໍ່ມີພະໃດເໝືອນພຣະອົງ ພຣະອົງຮັກສາພັນທະສັນຍາຂອງພຣະອົງທີ່ມີຕໍ່ປະຊາຊົນຂອງພຣະອົງ ແລະສະແດງຄວາມຮັກຂອງພຣະອົງຕໍ່ພວກເຂົາ ເມື່ອພວກເຂົາດຳເນີນຊີວິດຢ່າງເຊື່ອຟັງພຣະອົງດ້ວຍໝົດຈິດໝົດໃຈ.
24
ພຣະອົງໄດ້ຮັກສາພັນທະສັນຍາຂອງພຣະອົງ ທີ່ມີໄວ້ກັບກະສັດດາວິດພໍ່ຂອງຂ້ານ້ອຍ; ວັນນີ້ ພຣະອົງໄດ້ປະຕິບັດຕາມຄຳສັນຍານັ້ນທຸກຖ້ອຍຄຳ.
25
ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ຂ້ານ້ອຍພາວັນນາອະທິຖານຕໍ່ພຣະອົງໃຫ້ຮັກສາຄຳສັນຍາອື່ນໆ ທີ່ພຣະອົງມີໄວ້ກັບພໍ່ຂອງຂ້ານ້ອຍ ເມື່ອພຣະອົງໄດ້ບອກເພິ່ນວ່າ ຈະມີຜູ້ໜຶ່ງຈາກເຊື້ອສາຍຂອງເພິ່ນ ຂຶ້ນເປັນກະສັດປົກຄອງຊາດອິດສະຣາເອນເລື້ອຍໆໄປ ຖ້າພວກເຂົາຕັ້ງໃຈເຊື່ອຟັງພຣະອົງ ດັ່ງທີ່ເພິ່ນໄດ້ປະຕິບັດມາ.
26
ສະນັ້ນ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ບັດນີ້ ໂຜດໃຫ້ທຸກສິ່ງເປັນຈິງ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບກະສັດດາວິດພໍ່ຂອງຂ້ານ້ອຍ ຜູ້ຮັບໃຊ້ຂອງພຣະອົງດ້ວຍເທີ້ນ.
27
ໂອພຣະເຈົ້າເອີຍ ແຕ່ພຣະອົງຢາກຢູ່ໃນແຜ່ນດິນໂລກນີ້ແທ້ບໍ? ແມ່ນແຕ່ຟ້າສະຫວັນທັງໝົດກໍບໍ່ໃຫຍ່ພໍທີ່ຈະຮັບພຣະອົງໄດ້ ແລ້ວພຣະວິຫານທີ່ຂ້ານ້ອຍສ້າງນີ້ຈະໃຫຍ່ພຽງພໍສຳລັບພຣະອົງໄດ້ຢ່າງໃດ?
28
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍເປັນຄົນຮັບໃຊ້ຂອງພຣະອົງ. ຂໍໂຜດຟັງຄຳພາວັນນາອະທິຖານແລະຕອບຄຳຮ້ອງຂໍຂອງຂ້ານ້ອຍໃນວັນນີ້ດ້ວຍເທີ້ນ.
29
ຂໍພຣະອົງໂຜດດູແລຮັກສາວິຫານນີ້ທັງກາງເວັນແລະກາງຄືນ ເພາະເປັນບ່ອນທີ່ພຣະອົງໄດ້ກ່າວວ່າ, ‘ນາມຊື່ຂອງເຮົາຈະສະຖິດຢູ່ທີ່ນັ້ນ.’ ເພື່ອພຣະອົງຈະຮັບຟັງຄຳພາວັນນາອະທິຖານ ຊຶ່ງຜູ້ຮັບໃຊ້ຂອງພຣະອົງພາວັນນາອະທິຖານ ໂດຍຫັນໜ້າມາທາງສະຖານທີ່ນີ້.
30
ຂໍໂຜດຟັງຄຳພາວັນນາອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ ແລະຄຳພາວັນນາອະທິຖານຂອງຊາວອິດສະຣາເອນປະຊາຊົນຂອງພຣະອົງ ໃນເມື່ອພວກເຂົາຫັນໜ້າມາທາງສະຖາທີ່ນີ້ ແລະພາວັນນາອະທິຖານ. ຂໍໂຜດຟັງພວກຂ້ານ້ອຍຈາກສະຫວັນບ່ອນພຣະອົງສະຖິດຢູ່ ແລະຍົກໂທດໃຫ້ແກ່ພວກຂ້ານ້ອຍດ້ວຍເທີ້ນ.
31
ເມື່ອໃດມີຜູ້ໜຶ່ງຖືກກ່າວຫາວ່າເປັນຄົນເຮັດຜິດຕໍ່ຜູ້ອື່ນ ແລະຖືກນຳມາທີ່ແທ່ນບູຊາຂອງພຣະອົງໃນພຣະວິຫານນີ້ ເພື່ອສາບານວ່າລາວບໍ່ມີຄວາມຜິດ
32
ເມື່ອນັ້ນທີ່ສະຫວັນ ຂໍໂຜດຟັງແລະຕັດສິນພວກຜູ້ຮັບໃຊ້ຂອງພຣະອົງດ້ວຍເຖີດ. ຈົ່ງລົງໂທດຜູ້ທີ່ເຮັດຜິດຕາມທີ່ລາວສົມຄວນຈະໄດ້ຮັບ ແລະປົດປ່ອຍຜູ້ທີ່ບໍ່ມີຄວາມຜິດໄປດ້ວຍເທີ້ນ.
33
ເມື່ອໃດປະຊາຊົນອິດສະຣາເອນຂອງພຣະອົງພ່າຍແພ້ສັດຕູຂອງພວກເຂົາ ຍ້ອນເຮັດບາບຕໍ່ສູ້ພຣະອົງ; ແລະເມື່ອພວກເຂົາຕ່າວຄືນມາຫາພຣະອົງທີ່ພຣະວິຫານນີ້ ແລະຖ່ອມຕົວພາວັນນາອະທິຖານຫາພຣະອົງ ເພື່ອຂໍພຣະອົງຍົກໂທດໃຫ້.
34
ເມື່ອນັ້ນທີ່ສະຫວັນ ຂໍໂຜດຟັງພວກເຂົາດ້ວຍ. ຂໍໂຜດຍົກບາບໃຫ້ປະຊາຊົນຂອງພຣະອົງ ແລະນຳພວກເຂົາກັບຄືນໄປສູ່ດິນແດນທີ່ພຣະອົງໄດ້ມອບໃຫ້ປູ່ຍ່າຕາຍາຍຂອງພວກເຂົານັ້ນດ້ວຍເທີ້ນ.
35
ເມື່ອໃດປະຊາຊົນຂອງພຣະອົງໄດ້ເຮັດບາບຕໍ່ສູ້ພຣະອົງ ແລະພຣະອົງກໍໄດ້ກັກຝົນບໍ່ໃຫ້ຕົກ; ແລະຕໍ່ມາ ເມື່ອພວກເຂົາກັບໃຈຫັນໜ້າມາທາງພຣະວິຫານນີ້ ຖ່ອມຕົວພາວັນນາອະທິຖານຫາພຣະອົງ,
36
ເມື່ອນັ້ນທີ່ສະຫວັນ ຂໍໂຜດຟັງພວກເຂົາດ້ວຍ. ຂໍໂຜດຍົກບາບຂອງກະສັດ ແລະຂອງປະຊາຊົນອິດສະຣາເອນ ແລະສອນພວກເຂົາໃຫ້ເຮັດໃນສິ່ງທີ່ຖືກຕ້ອງ. ຂໍໂຜດສົ່ງຝົນລົງມາສູ່ດິນແດນຂອງພຣະອົງທີ່ໄດ້ຖືກມອບໃຫ້ເປັນກຳມະສິດອັນຕະຫລອດໄປ ແກ່ປະຊາຊົນຂອງພຣະອົງດ້ວຍເທີ້ນ.
37
ເມື່ອມີການອຶດຢາກເກີດຂຶ້ນໃນດິນແດນ ຫລືມີໂຣກລະບາດ ຫລືມີພືດຜົນຖືກທຳລາຍຍ້ອນລົມຮ້ອນພັດ ຫລືຍ້ອນຝູງຕັກແຕນ ຫລືເມື່ອປະຊາຊົນຂອງພຣະອົງຖືກໂຈມຕີ ຫລືເມື່ອມີໂຣກໄພໄຂ້ເຈັບເກີດຂຶ້ນທ່າມກາງພວກເຂົາ
38
ຂໍໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ຖ້າປະຊາຊົນອິດສະຣາເອນຂອງພຣະອົງຄົນໃດໂສກເສົ້າເຫງົາໃຈ ແລະຍົກມືຂຶ້ນພາວັນນາອະທິຖານມາທາງວິຫານນີ້
39
ຂໍໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ທີ່ສະຫວັນບ່ອນພຣະອົງສະຖິດຢູ່ ຂໍໂຜດຟັງແລະຍົກໂທດ ແລະຊ່ວຍເຫລືອພວກເຂົາດ້ວຍເທີ້ນ. ພຣະອົງເທົ່ານັ້ນທີ່ຮູ້ຈັກຄວາມຄິດໃນຈິດໃຈມະນຸດ. ຂໍໂຜດເຮັດກັບແຕ່ລະຄົນຕາມທີ່ເຂົາສົມຄວນຈະໄດ້ຮັບດ້ວຍເທີ້ນ.
40
ເພື່ອປະຊາຊົນຂອງພຣະອົງຈະໄດ້ເຊື່ອຟັງພຣະອົງຕະຫລອດໄປ ເມື່ອພວກເຂົາອາໄສຢູ່ໃນດິນແດນ ທີ່ພຣະອົງໄດ້ມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຂົານັ້ນ.
41
ເມື່ອຄົນຕ່າງດ້າວຜູ້ໜຶ່ງຢູ່ໃນດິນແດນທີ່ຫ່າງໄກໄດ້ຍິນຊື່ສຽງຂອງພຣະອົງ ແລະໄດ້ຍິນເຖິງສິ່ງຍິ່ງໃຫຍ່ທີ່ພຣະອົງໄດ້ເຮັດຕໍ່ປະຊາຊົນຂອງພຣະອົງ ແລ້ວເຂົ້າມານະມັດສະການ ແລະພາວັນນາອະທິຖານຕໍ່ພຣະອົງທີ່ວິຫານນີ້
43
ຂໍໂຜດຟັງຄຳພາວັນນາອະທິຖານຂອງເຂົາດ້ວຍ. ທີ່ສະຫວັນບ່ອນພຣະອົງສະຖິດຢູ່ ຂໍໂຜດຟັງເຂົາ ແລະເຮັດຕາມທີ່ເຂົາຮ້ອງຂໍດ້ວຍເທີ້ນ ເພື່ອວ່າປະຊາຊົນທົ່ວໂລກຈະຮູ້ຈັກພຣະນາມຂອງພຣະອົງ ແລະຢຳເກງພຣະອົງ, ເໝືອນດັ່ງປະຊາຊົນອິດສະຣາເອນຂອງພຣະອົງ. ແລ້ວພວກເຂົາກໍຈະຮູ້ວ່າວິຫານທີ່ຂ້ານ້ອຍໄດ້ສ້າງນີ້ ແມ່ນບ່ອນທີ່ຮ້ອງຂໍອອກນາມຊື່ຂອງພຣະອົງ.
44
ເມື່ອພຣະອົງສັ່ງປະຊາຊົນຂອງພຣະອົງເຂົ້າໄປສູ່ສະໜາມຮົບ ເພື່ອຕໍ່ສູ້ເຫຼົ່າສັດຕູຂອງພວກເຂົາ ແລະພາວັນນາອະທິຖານຫາພຣະເຈົ້າຢາເວ ບໍ່ວ່າຢູ່ບ່ອນໃດກໍຕາມ ໂດຍປິ່ນໜ້າມາທາງເມືອງບ່ອນທີ່ພຣະອົງໄດ້ເລືອກໄວ້ ແລະມາທາງວິຫານບ່ອນທີ່ຂ້ານ້ອຍໄດ້ສ້າງສຳລັບນາມຊື່ຂອງພຣະອົງ
45
ຂໍໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ທີ່ສະຫວັນ ຂໍໂຜດຟັງພວກເຂົາ ແລະໃຫ້ພວກເຂົາມີໄຊຊະນະດ້ວຍເທີ້ນ.
46
ເມື່ອປະຊາຊົນຂອງພຣະອົງເຮັດບາບຕໍ່ສູ້ພຣະອົງ ເພາະບໍ່ມີຜູ້ໃດທີ່ບໍ່ໄດ້ເຮັດບາບ ແລ້ວພຣະອົງກໍໄດ້ໂກດຮ້າຍ ຈຶ່ງປ່ອຍໃຫ້ເຫຼົ່າສັດຕູເອົາຊະນະພວກເຂົາ ແລະຈັບພວກເຂົາໄປເປັນຊະເລີຍຢູ່ໃນດິນແດນອື່ນບາງແຫ່ງ ເຖິງແມ່ນວ່າດິນແດນນັ້ນຈະຢູ່ໄກເທົ່າໃດກໍຕາມ
47
ຂໍໂຜດຟັງຄຳພາວັນນາອະທິຖານຂອງປະຊາຊົນຂອງພຣະອົງດ້ວຍ. ໃນດິນແດນນັ້ນ ຖ້າພວກເຂົາກັບໃຈໃໝ່ ແລະພາວັນນາອະທິຖານຫາພຣະອົງ ໂດຍສາລະພາບວ່າພວກເຂົາເປັນຄົນບາບ ແລະຊົ່ວຊ້າ; ຂໍໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍເທີ້ນ
48
ຢູ່ໃນດິນແດນນັ້ນ ຖ້າພວກເຂົາກັບໃຈໃໝ່ຢ່າງຈິງໃຈແທ້ ແລະພາວັນນາອະທິຖານຫາພຣະອົງ ໂດຍປິ່ນໜ້າມາທາງດິນແດນທີ່ພຣະອົງໄດ້ມອບໃຫ້ແກ່ພວກປູ່ຍ່າຕາຍາຍຂອງພວກຂ້ານ້ອຍ ຄືເມືອງທີ່ພຣະອົງໄດ້ເລືອກໄວ້ ແລະປິ່ນໜ້າມາທາງວິຫານນີ້ ທີ່ຂ້ານ້ອຍໄດ້ສ້າງສຳລັບນາມຊື່ຂອງພຣະອົງ;
49
ຂໍໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ທີ່ສະຫວັນບ່ອນພຣະອົງສະຖິດຢູ່ ຂໍໂຜດຟັງແລະເມດຕາພວກເຂົາດ້ວຍເທີ້ນ
50
ຂໍໂຜດຍົກບາບທັງໝົດກັບການກະບົດຕ່າງໆຂອງພວກເຂົາທີ່ຕໍ່ສູ້ພຣະອົງ ຂໍໃຫ້ເຫຼົ່າສັດຕູປະຕິບັດຕໍ່ພວກເຂົາດ້ວຍຄວາມເມດຕາດ້ວຍເທີ້ນ
51
ພວກເຂົາເປັນປະຊາຊົນຂອງພຣະອົງ ຜູ້ທີ່ພຣະອົງໄດ້ນຳອອກມາຈາກປະເທດເອຢິບ ບ່ອນທີ່ເປັນດັ່ງຂຸມນາຣົກນັ້ນ.
52
ຂໍພຣະອົງຫລຽວເບິ່ງປະຊາຊົນອິດສະຣາເອນ ແລະກະສັດຂອງພວກເຂົາ ດ້ວຍຄວາມເຫັນອົກເຫັນໃຈເລື້ອຍໄປເຖີດ ແລະເມື່ອໃດທີ່ພວກເຂົາຮ້ອງຂໍໃຫ້ພຣະອົງຊ່ວຍເຫລືອ ຂໍໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍເທີ້ນ
53
ພຣະອົງໄດ້ແຍກພວກເຂົາອອກຈາກຊົນຊາດທັງໝົດໃນໂລກ ເພື່ອໃຫ້ເປັນປະຊາຊົນຂອງພຣະອົງ ດັ່ງທີ່ພຣະອົງໄດ້ບອກຜ່ານທາງໂມເຊຜູ້ຮັບໃຊ້ຂອງພຣະອົງ ຄາວທີ່ພຣະອົງໄດ້ນຳພາປູ່ຍ່າຕາຍາຍຂອງພວກຂ້ານ້ອຍອອກມາຈາກປະເທດເອຢິບ, ໂອ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ.”
54
ຫລັງຈາກທີ່ກະສັດໂຊໂລໂມນໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວສິ້ນສຸດລົງແລ້ວ ເພິ່ນໄດ້ຢືນຂຶ້ນຕໍ່ໜ້າແທ່ນບູຊາບ່ອນທີ່ເພິ່ນຄຸເຂົ່າລົງແລະຍົກມືຂຶ້ນນັ້ນ.
55
ເພິ່ນຂໍພອນຈາກພຣະເຈົ້າສຳລັບຊຸມນຸມປະຊາຊົນອິດສະຣາເອນທັງໝົດໃນທີ່ນັ້ນດ້ວຍສຽງດັງ. ເພິ່ນກ່າວວ່າ,
56
“ສັນລະເສີນພຣະເຈົ້າຢາເວ ທີ່ໂຜດໃຫ້ປະຊາຊົນຂອງພຣະອົງມີຄວາມສະຫງົບສຸກ ຕາມທີ່ພຣະອົງໄດ້ສັນຍາໄວ້. ພຣະອົງໄດ້ຮັກສາຄຳສັນຍາທັງໝົດ ທີ່ມີໄວ້ຜ່ານທາງໂມເຊຜູ້ຮັບໃຊ້ຂອງພຣະອົງ.
57
ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ສະຖິດຢູ່ທ່າມກາງພວກເຮົາ ດັ່ງທີ່ພຣະອົງໄດ້ສະຖິດຢູ່ກັບປູ່ຍ່າຕາຍາຍຂອງພວກເຮົານັ້ນເຖີດ; ຂໍພຣະອົງຢ່າປະຖິ້ມພວກເຮົາ;
58
ຂໍພຣະອົງບັນດານໃຫ້ພວກເຮົາເຊື່ອຟັງພຣະອົງ ເພື່ອວ່າພວກເຮົາຈະດຳເນີນຊີວິດຕາມທີ່ພຣະອົງຕ້ອງການໃຫ້ດຳເນີນ ແລະຖືຮັກສາກົດບັນຍັດແລະຄຳສັ່ງທຸກຂໍ້ທີ່ພຣະອົງໄດ້ມອບໃຫ້ປູ່ຍ່າຕາຍາຍຂອງພວກເຮົາ.
59
ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຊົງໂຜດຈົດຈຳຄຳພາວັນນາອະທິຖານທີ່ຂ້ານ້ອຍພາວັນນາອະທິຖານຂໍຕໍ່ໜ້າພຣະເຈົ້າຢາເວນີ້ທັງກາງເວັນແລະກາງຄືນດ້ວຍເທີ້ນ ເພື່ອພຣະອົງຈະຊົງໂຜດເມດຕາຜູ້ຮັບໃຊ້ຂອງພຣະອົງ ແລະປະຊາຊົນອິດສະຣາເອນຂອງພຣະອົງ ຕາມຄວາມຕ້ອງການຂອງພວກເຂົາໃນແຕ່ລະວັນ.
60
ດັ່ງນັ້ນ ປະຊາຊົນທັງໝົດຂອງແຜ່ນດິນໂລກຈຶ່ງຈະຮູ້ວ່າ ພຣະເຈົ້າຢາເວເທົ່ານັ້ນທີ່ເປັນພຣະເຈົ້າແລະບໍ່ມີພະອື່ນອີກ.
61
ຂໍໃຫ້ພວກທ່ານຜູ້ເປັນຊົນຊາດຂອງພຣະອົງ ຈົ່ງສັດຊື່ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໂດຍເຊື່ອຟັງກົດບັນຍັດແລະຄຳສັ່ງທຸກຂໍ້ຂອງພຣະອົງ ດັ່ງທີ່ພວກທ່ານໄດ້ປະຕິບັດໃນທຸກວັນນີ້.”
62
ແລ້ວກະສັດໂຊໂລໂມນພ້ອມທັງທຸກຄົນກໍຖວາຍເຄື່ອງບູຊາຕ່າງໆຕໍ່ໜ້າພຣະເຈົ້າຢາເວ.
63
ເພິ່ນໄດ້ຂ້າງົວຊາວສອງພັນໂຕ ແລະແກະໜຶ່ງຮ້ອຍຊາວພັນໂຕ ຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ. ກະສັດໂຊໂລໂມນແລະປະຊາຊົນອິດສະຣາເອນທັງໝົດ ຈຶ່ງໄດ້ອຸທິດຖວາຍພຣະວິຫານຂອງພຣະເຈົ້າຢາເວ.
64
ໃນວັນດຽວກັນນັ້ນ ເພິ່ນຍັງໄດ້ຖວາຍສ່ວນທາງກາງເດີ່ນຫຍ້າ ຄືເຂດທາງໜ້າພຣະວິຫານຂອງພຣະເຈົ້າຢາເວ ແລ້ວໃນທີ່ນັ້ນເພິ່ນໄດ້ເຜົາສັດທັງໂຕຖວາຍບູຊາ, ຖວາຍພືດຜົນເປັນເມັດ ແລະຖວາຍໄຂມັນຂອງສັດ ໃຫ້ເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ. ເພິ່ນໄດ້ເຮັດດັ່ງນີ້ກໍເພາະແທ່ນບູຊາທອງສຳຣິດນ້ອຍໂພດສຳລັບເຄື່ອງຖວາຍເຫຼົ່ານີ້ທັງໝົດຕໍ່ໜ້າພຣະເຈົ້າຢາເວ.
65
ທີ່ພຣະວິຫານ ກະສັດໂຊໂລໂມນແລະປະຊາຊົນອິດສະຣາເອນທັງໝົດ ໄດ້ສະເຫລີມສະຫລອງເທດສະການປຸກຕູບຢູ່ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາເປັນເວລາເຈັດວັນ. ປະຊາຊົນຈຳນວນຫລວງຫລາຍໄດ້ມາຮ່ວມນຳ ຄືມາແຕ່ທາງເໜືອສຸດຂອງຊ່ອງແຄບຮາມັດ ແລະເຂດແດນທາງໃຕ້ຂອງປະເທດເອຢິບ.
66
ໃນວັນທີແປດ ກະສັດໂຊໂລໂມນໄດ້ໃຫ້ປະຊາຊົນກັບເມືອບ້ານເຮືອນຂອງໃຜລາວ. ພວກເຂົາທຸກຄົນຕ່າງກໍຊົມເຊີຍເພິ່ນ ແລະກັບຄືນເມືອຢ່າງຊົມຊື່ນຍິນດີ ເພາະຄຳອວຍພອນທັງໝົດທີ່ພຣະເຈົ້າຢາເວໄດ້ປະທານໃຫ້ແກ່ກະສັດດາວິດຜູ້ຮັບໃຊ້ຂອງພຣະອົງ ແລະໃຫ້ແກ່ປະຊາຊົນອິດສະຣາເອນຂອງພຣະອົງ.
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22