bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Hosea 1
Hosea 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 2 →
1
ນີ້ແມ່ນຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ໃຫ້ແກ່ໂຮເສອາ ລູກຊາຍຂອງເບເອຣີ ເວລາທີ່ອຸດຊີຢາ, ໂຢທາມ, ອາຮາດ ແລະເຮເຊກີຢາເປັນກະສັດແຫ່ງຢູດາຍ; ແລະເວລາທີ່ເຢໂຣໂບອາມລູກຊາຍຂອງເຢໂຮອາດ ເປັນກະສັດແຫ່ງອິດສະຣາເອນ.
2
ເມື່ອພຣະເຈົ້າຢາເວກ່າວຕໍ່ຊາດອິດສະຣາເອນ ຄັ້ງທຳອິດຜ່ານທາງໂຮເສອານັ້ນ. ພຣະເຈົ້າຢາເວໄດ້ກ່າວແກ່ເພິ່ນວ່າ, “ຈົ່ງໄປແຕ່ງງານ ແຕ່ເມຍຂອງເຈົ້າຈະບໍ່ສັດຊື່ ແລະລູກໆຂອງເຈົ້າກໍຈະເປັນດັ່ງແມ່. ລັກສະນະດຽວກັນນີ້ແຫຼະ ປະຊາຊົນຂອງເຮົາໄດ້ໜີປະເຮົາແລະບໍ່ສັດຊື່ຕໍ່ພຣະເຈົ້າຢາເວ.”
3
ດັ່ງນັ້ນ ລາວຈຶ່ງໄດ້ແຕ່ງງານກັບຍິງຄົນໜຶ່ງຊື່ວ່າໂກເມ ລູກສາວຂອງດິບລາອິມ. ເມື່ອນາງໄດ້ລູກຊາຍຄົນທຳອິດ
4
ພຣະເຈົ້າຢາເວໄດ້ກ່າວແກ່ລາວວ່າ, “ຈົ່ງຕັ້ງຊື່ໃຫ້ລາວວ່າ, ‘ຢິດຊະເຣນ’ ເພາະຍັງອີກບໍ່ດົນເຮົາຈະລົງໂທດກະສັດແຫ່ງອິດສະຣາເອນເນື່ອງຈາກວ່າເຢຮູ ບັນພະບຸລຸດຂອງລາວໄດ້ຂ້າຫລາຍຄົນທີ່ຢິດຊະເຣນ. ເຮົາຈະເຮັດໃຫ້ເຊື້ອວົງຂອງເຢຮູ ສິ້ນສຸດລົງ.
5
ໃນເວລານັ້ນ ເຮົາຈະທຳລາຍອຳນາດທາງທະຫານຂອງຊາດອິດສະຣາເອນ ທີ່ຮ່ອມພູຢິດຊະເຣນ.”
6
ຕໍ່ມາ ນາງໂກເມໄດ້ຖືພາອີກ; ຄາວນີ້ນາງໄດ້ລູກເປັນແມ່ຍິງ. ພຣະເຈົ້າຢາເວຈຶ່ງໄດ້ກ່າວແກ່ໂຮເສອາວ່າ, “ຈົ່ງຕັ້ງຊື່ໃຫ້ນາງວ່າ, ‘ຂາດຮັກ’ ເພາະເຮົາຈະບໍ່ສະແດງຄວາມຮັກ ຫລືອະໄພໃຫ້ປະຊາຊົນອິດສະຣາເອນອີກຕໍ່ໄປ.
7
ແຕ່ເຮົາຈະສະແດງຄວາມຮັກຕໍ່ປະຊາຊົນຢູດາ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ເຮົາຈະຊ່ວຍພວກເຂົາໃຫ້ພົ້ນ; ແຕ່ບໍ່ແມ່ນດ້ວຍເສິກສົງຄາມ ຄືດ້ວຍດາບ ຫລືໜ້າທະນູແລະລູກສອນ ຫລືດ້ວຍມ້າ ແລະເຫຼົ່າທະຫານມ້າ.”
8
ຫລັງຈາກນາງໂກເມໃຫ້ລູກສາວຢ່ານົມແລ້ວ ນາງກໍຖືພາອີກ ແລະໄດ້ລູກຊາຍຕື່ມຜູ້ໜຶ່ງ.
9
ພຣະເຈົ້າຢາເວຈຶ່ງໄດ້ກ່າວວ່າ, “ຈົ່ງຕັ້ງຊື່ໃຫ້ລາວວ່າ, ‘ບໍ່ແມ່ນປະຊາຊົນຂອງເຮົາ’ ເພາະປະຊາຊົນອິດສະຣາເອນບໍ່ແມ່ນປະຊາຊົນຂອງເຮົາ ແລະເຮົາບໍ່ແມ່ນພຣະເຈົ້າຂອງພວກເຂົາ.”
10
ປະຊາຊົນອິດສະຣາເອນຈະມີຫລາຍດັ່ງເມັດຊາຍໃນແຄມທະເລ ຊຶ່ງເກີນທີ່ຈະນັບ ຫລືຕັກຕວງໄດ້. ບັດນີ້ ພຣະເຈົ້າກ່າວແກ່ພວກເຂົາວ່າ, “ພວກເຈົ້າບໍ່ແມ່ນປະຊາຊົນຂອງເຮົາ” ແຕ່ໃນວັນໜຶ່ງ ພຣະອົງຈະກ່າວແກ່ພວກເຂົາວ່າ, “ພວກເຈົ້າເປັນລູກຂອງພຣະເຈົ້າອົງຊົງພຣະຊົນຢູ່.”
11
ປະຊາຊົນຢູດາແລະອິດສະຣາເອນຈະຮ່ວມເຂົ້າກັນອີກ. ພວກເຂົາຈະເລືອກເອົາຜູ້ນຳຄົນດຽວສຳລັບພວກຕົນ ພວກເຂົາຈະຮຸ່ງເຮືອງແລະອຸດົມສົມບູນອີກເທື່ອໜຶ່ງ. ແມ່ນແລ້ວ ວັນຂອງຢິດຊະເຣນ ຈະເປັນວັນຍິ່ງໃຫຍ່!
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14