bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Hosea 6
Hosea 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 7 →
1
ປະຊາຊົນເວົ້າວ່າ, “ໃຫ້ພວກເຮົາກັບຄືນໄປຫາພຣະເຈົ້າຢາເວເທາະ ພຣະອົງໄດ້ເຮັດໃຫ້ພວກເຮົາເຈັບປວດ ແຕ່ພຣະອົງຈະຮັກສາພວກເຮົາໃຫ້ດີຢ່າງແນ່ນອນ; ພຣະອົງໄດ້ເຮັດໃຫ້ພວກເຮົາມີບາດແຜ ແຕ່ພຣະອົງຈະພັນບາດແຜໃຫ້.
2
ພາຍໃນສອງຫາສາມວັນ ພຣະອົງຈະໃຫ້ພວກເຮົາຄ່ອຍໆດີຂຶ້ນ ແລ້ວພວກເຮົາກໍຈະມີຊີວິດຢູ່ຊ້ອງໜ້າພຣະອົງ.
3
ຈົ່ງໃຫ້ພວກເຮົາພະຍາຍາມຮູ້ຈັກພຣະເຈົ້າຢາເວ. ພຣະອົງຈະມາຫາພວກເຮົາຢ່າງແນ່ນອນຕອນຮຸ່ງເຊົ້າ ແລະແນ່ແທ້ ດັ່ງຝົນລະດູໃບໄມ້ປົ່ງ ທີ່ຕົກລົງໃສ່ຜືນແຜ່ນດິນໂລກ.”
4
“ເອຟຣາອິມ ແລະຢູດາເອີຍ ເຮົາຈະເຮັດແນວໃດກັບພວກເຈົ້າ? ຄວາມຮັກທີ່ພວກເຈົ້າມີຕໍ່ເຮົານັ້ນ ກໍຈືດຈາງເຫືອດຫາຍໄປຢ່າງໄວວາ ເໝືອນນໍ້າໝອກໃນຕອນເຊົ້າ.
5
ເພາະສະນັ້ນ ເຮົາຈຶ່ງໃຊ້ຜູ້ທຳນວາຍຂອງເຮົານຳເອົາການພິພາກສາ ແລະການທຳລາຍມາສູ່ພວກເຈົ້າ. ສິ່ງທີ່ເຮົາຕ້ອງການຈາກພວກເຈົ້ານັ້ນ ກໍເຂົ້າໃຈແລະເຫັນໄດ້ງ່າຍຄື:
6
ເຮົາຕ້ອງການໃຫ້ພວກເຈົ້າຮັກເຮົາຢ່າງຈິງໃຈ ບໍ່ແມ່ນນຳສັດມາຖວາຍບູຊາ. ເຮົາຢາກໃຫ້ປະຊາຊົນຂອງເຮົາຮັບຮູ້ພຣະເຈົ້າ ຫລາຍກວ່າທີ່ຈະເຜົາສັດຖວາຍບູຊາ.
7
ແຕ່ພໍເມື່ອພວກເຂົາໄດ້ເຂົ້າໄປໃນດິນແດນທີ່ອາດາມ ພວກເຂົາກໍໄດ້ລະເມີດພັນທະສັນຍາ ທີ່ເຮົາໄດ້ມີໄວ້ກັບພວກເຂົານັ້ນ.
8
ກີເລອາດເປັນເມືອງທີ່ເຕັມໄປດ້ວຍຄົນຊົ່ວ ແລະອາຊະຍາກອນ.
9
ພວກປະໂຣຫິດເປັນດັ່ງກຸ່ມໂຈນທີ່ຄອຍດັກທຳຮ້າຍຄົນ. ແມ່ນແຕ່ຕາມຖະໜົນຫົນທາງໄປສູ່ສະຖານທີ່ຊີເຄມ ກໍມີການຂ້າຟັນລັນແທງກັນ. ພວກເຂົາໄດ້ເຮັດຊົ່ວໂດຍເຈດຕະນາແທ້ໆ
10
ເຮົາໄດ້ເຫັນສິ່ງອັນໜ້າຢ້ານຫລາຍໃນຊາດອິດສະຣາເອນ ຄືປະຊາຊົນຂອງເຮົາໄດ້ເຮັດໃຫ້ຕົນເອງເປັນມົນທິນ ໂດຍການຂາບໄຫວ້ຮູບເຄົາຣົບ.
11
ສຳລັບພວກເຈົ້າທີ່ເປັນຊາວຢູດານັ້ນ ເຮົາໄດ້ກຳນົດເວລາເພື່ອລົງໂທດພວກເຈົ້າໄວ້ແລ້ວຄືກັນ ສຳລັບສິ່ງທີ່ພວກເຈົ້າກຳລັງເຮັດຢູ່ນັ້ນ.”
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14