bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Hosea 10
Hosea 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 11 →
1
ປະຊາຊົນອິດສະຣາເອນເປັນດັ່ງເຄືອອະງຸ່ນທີ່ມີໝາກດົກ. ພວກເຂົາຮັ່ງມີຫລາຍຂຶ້ນເທົ່າໃດ ພວກເຂົາກໍກໍ່ສ້າງແທ່ນບູຊາຫລາຍຂຶ້ນເທົ່ານັ້ນ. ດິນແດນຂອງພວກເຂົາຜະລິດຜົນດີຂຶ້ນເທົ່າໃດ ພວກເຂົາກໍກໍ່ສ້າງເສົາສັກສິດສຳລັບຂາບໄຫວ້ໃຫ້ງາມຂຶ້ນເທົ່ານັ້ນ.
2
ບັດນີ້ ຄົນທີ່ມີຈິດໃຈລໍ້ລວງກໍຕ້ອງທົນທຸກຍ້ອນບາບຂອງຕົນ. ພຣະເຈົ້າຢາເວຈະມ້າງແທ່ນບູຊາ ແລະທຳລາຍເສົາສັກສິດຂອງພວກເຂົາຖິ້ມ.
3
ອີກບໍ່ເຫິງ ປະຊາຊົນເຫຼົ່ານີ້ຈະເວົ້າວ່າ, “ພວກເຮົາບໍ່ມີກະສັດ ເພາະພວກເຮົາບໍ່ຢຳເກງພຣະເຈົ້າຢາເວ. ແຕ່ກະສັດເຮັດຫຍັງຊ່ວຍພວກເຮົາໄດ້ແດ່?”
4
ພວກເຂົາອອກສຽງເປັນຄຳເປົ່າລ້າ ທັງໃຫ້ຄຳສັນຍາບໍ່ຈິງແລະເຮັດຂໍ້ຕົກລົງອັນບໍ່ມີປະໂຫຍດ. ຄວາມຍຸດຕິທຳກາຍເປັນຄວາມອະຍຸດຕິທຳ ຊຶ່ງງອກຂຶ້ນມາເໝືອນຫຍ້າພິດຢູ່ໃນທົ່ງນາທີ່ໄຖແລ້ວ.
5
ປະຊາຊົນທີ່ອາໄສຢູ່ໃນນະຄອນຊາມາເຣຍ ຈະຢ້ານກົວແລະເປັນທຸກ ຍ້ອນສູນເສຍຮູບງົວເຖິກຄຳ ທີ່ເມືອງເບັດອາເວນ. ພວກເຂົາກັບປະໂຣຫິດຄືຜູ້ຮັບໃຊ້ຮູບເຄົາຣົບນັ້ນ ຈະຮ້ອງໄຫ້ໄວ້ທຸກນຳຮູບເຄົາຣົບນີ້. ພວກເຂົາຈະຄວນຄາງ ຍ້ອນມີຜູ້ລອກເອົາຄຳອັນສວຍງາມທີ່ໂອບຮູບນັ້ນໄປ.
6
ຮູບນັ້ນຈະຖືກນຳໄປອັດຊີເຣຍ ເພື່ອເປັນເຄື່ອງບັນນາການແກ່ຈັກກະພັດຜູ້ຍິ່ງໃຫຍ່. ເອຟຣາອິມກໍຈະຖືກອັບອາຍ; ຊາດອິດສະຣາເອນຈະໄດ້ຮັບຄວາມເສື່ອມເສຍ ແລະອັບອາຍຂາຍໜ້າ ຍ້ອນຮູບເຄົາຣົບນັ້ນ.
7
ກະສັດຂອງພວກເຂົາຈະຖືກນຳຕົວໄປ ເໝືອນເສດໄມ້ທີ່ໄຫລນໍ້າ.
8
ຮ້ານເທວະຮູບຢູ່ເທິງພູອາເວນ ບ່ອນທີ່ພວກອິດສະຣາເອນຂາບໄຫວ້ຮູບເຄົາຣົບຈະຖືກທຳລາຍຖິ້ມ. ກໍໜາມແລະຕົ້ນຫຍ້າຈະປົ່ງຂຶ້ນປົກຫຸ້ມແທ່ນບູຊາຂອງພວກເຂົາ. ປະຊາຊົນຈະຮ້ອງໃສ່ພູເຂົາທັງຫລາຍວ່າ, “ຈົ່ງບັງພວກເຮົາໄວ້ແດ່” ແລະເວົ້າຕໍ່ພູນ້ອຍວ່າ, “ຈົ່ງກວມພວກເຮົາໄວ້ສາ.”
9
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນອິດສະຣາເອນບໍ່ໄດ້ຢຸດເຮັດບາບຕໍ່ສູ້ເຮົາ ຕັ້ງແຕ່ຄາວທີ່ພວກເຂົາໄດ້ເຮັດບາບທີ່ເມືອງກີເບອາ. ດັ່ງນັ້ນ ສົງຄາມຈຶ່ງຕາມທັນພວກເຂົາທີ່ກີເບອາ.
10
ເຮົາຈະໂຈມຕີ ແລະລົງໂທດຄົນບາບເຫຼົ່ານີ້. ຊົນຊາດທັງຫລາຍຈະຮວມກັນຕໍ່ສູ້ພວກເຂົາ ແລະພວກເຂົາກໍຈະຖືກລົງໂທດຍ້ອນການບາບຂອງພວກເຂົາ.
11
ຄັ້ງໜຶ່ງ ຊາດອິດສະຣາເອນເປັນດັ່ງງົວນ້ອຍທີ່ໄດ້ຮັບການຝຶກແອບດີແລ້ວ ພ້ອມທີ່ຈະຢຽບເຂົ້າດ້ວຍຄວາມເຕັມໃຈ. ແຕ່ເຮົາໄດ້ຕັດສິນໃຈໃສ່ແອກ ທີ່ຄໍອັນສວຍງາມຂອງມັນ ເພື່ອໃຫ້ມັນເຮັດວຽກໜັກໜ່ວງກວ່າເກົ່າ. ເຮົາເຮັດໃຫ້ຢູດາແກ່ໄຖ ແລະເຮັດໃຫ້ອິດສະຣາເອນແກ່ຄາດ.
12
ເຮົາກ່າວວ່າ, ‘ຈົ່ງໄຖດິນຕອນໃໝ່ສຳລັບເຈົ້າເອງ ຈົ່ງຫວ່ານຄວາມຊອບທຳ ແລະເກັບກ່ຽວເອົາພຣະພອນຈາກການອຸທິດຕົວຂອງເຈົ້າທີ່ມີຕໍ່ເຮົາ. ເຖິງເວລາແລ້ວທີ່ເຈົ້າຈະສະແຫວງຫາພຣະເຈົ້າຢາເວ ແລ້ວເຮົາກໍຈະມາ ແລະຖອກເທພອນເທິງເຈົ້າ.’
13
ແຕ່ແທນທີ່ຈະເປັນດັ່ງນັ້ນ ພວກເຈົ້າພັດໄດ້ປູກຄວາມຊົ່ວ ແລະເກັບກ່ຽວຜົນກຳຊົ່ວ. ພວກເຈົ້າໄດ້ກິນຜົນແຫ່ງການຕົວະຂອງພວກເຈົ້າ. ເພາະພວກເຈົ້າໄດ້ໄວ້ວາງໃຈໃນລົດຮົບ ແລະໃນທະຫານຈຳນວນຫລວງຫລາຍຂອງພວກເຈົ້ານັ້ນ
14
ສົງຄາມຈຶ່ງຈະເກີດຂຶ້ນກັບປະຊາຊົນຂອງພວກເຈົ້າ ແລະປ້ອມທັງໝົດຂອງພວກເຈົ້າກໍຈະຖືກທຳລາຍລົງ. ມັນຈະເປັນດັ່ງວັນທີ່ກະສັດຊັນມານ ໄດ້ທຳລາຍເມືອງເບັດອາກເບັນໃນສະໜາມຮົບ ຈົນບັນດາຜູ້ເປັນແມ່ແລະລູກໆຖືກຢຽບຕາຍໝົດກ້ຽງ.
15
ຊາວເບັດເອນເອີຍ ສິ່ງນີ້ແຫຼະ ຈະເກີດຂຶ້ນກັບພວກເຈົ້າ ກໍຍ້ອນການຊົ່ວຮ້າຍແຮງທີ່ພວກເຈົ້າໄດ້ເຮັດ. ພໍສົງຄາມເລີ່ມຂຶ້ນ ກະສັດແຫ່ງອິດສະຣາເອນກໍຈະຕາຍໄປ.”
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14