bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Hosea 7
Hosea 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 8 →
1
“ເມື່ອໃດເຮົາຢາກປິ່ນປົວຊາວອິດສະຣາເອນປະຊາຊົນຂອງເຮົາໃຫ້ດີ ແລະເຮັດໃຫ້ພວກເຂົາມັ່ງຄັ່ງສົມບູນອີກ; ເມື່ອນັ້ນເຮົາກໍເຫັນແຕ່ການໂຫດຮ້າຍ ແລະກິດຈະການຊົ່ວຂອງພວກເຂົາ. ພວກເຂົາສໍ້ໂກງກັນແລະກັນ; ງັດແງະເຂົ້າໄປໃນເຮືອນລັກເອົາສິ່ງຂອງ ແລະປຸ້ນຈີ້ຄົນຕາມຖະໜົນຫົນທາງ.
2
ພວກເຂົາບໍ່ເຄີຍຄິດວ່າ ເຮົາຈະຈົດຈຳກິດຈະການຊົ່ວທັງໝົດຂອງພວກເຂົາ; ແຕ່ການບາບຂອງພວກເຂົາໄດ້ອ້ອມພວກເຂົາໄວ້ ແລະເຮົາຈະບໍ່ລະເວັ້ນເບິ່ງການບາບນັ້ນ.”
3
“ປະຊາຊົນຫລອກລວງກະສັດແລະຂ້າຣາຊການຂອງເພິ່ນ ໂດຍອຸບາຍຊົ່ວຂອງພວກເຂົາ.
4
ພວກເຂົາທັງໝົດເປັນຄົນທໍລະຍົດແລະບໍ່ສັດຊື່. ຄວາມກຽດຊັງຂອງພວກເຂົາຄ່ອຍລຸກໄໝ້ດັ່ງໄຟຢູ່ໃນເຕົາອົບ ຊຶ່ງຄົນເຮັດເຂົ້າຈີ່ບໍ່ຕ້ອງຈຸໄຟຕື່ມ ຈົນແປ້ງນວດພ້ອມແລ້ວທີ່ຈະຖືກນຳໄປອົບ.
5
ໃນງານສະຫລອງສຳລັບກະສັດນັ້ນ ພວກເຂົາໄດ້ເອົາເຫຼົ້າອະງຸ່ນໃຫ້ກະສັດກັບພວກຂ້າຣາຊການຂອງເພິ່ນດື່ມ ຈົນມືນເມົາແລະເສຍສະຕິໄປ.
6
ແມ່ນແລ້ວ ພວກເຂົາຮ້ອນແຮງ ດ້ວຍອຸບາຍຂອງພວກເຂົາດັ່ງເຕົາອົບຮ້ອນ. ຄວາມຮ້າຍໄດ້ລຸກໄໝ້ຢູ່ໃນໃຈຂອງພວກເຂົາຕະຫລອດຄືນ ແລະໃນຕອນເຊົ້າກໍລຸກວາບຂຶ້ນເປັນແປວໄຟ.
7
ພວກເຂົາໄດ້ຂ້າພວກຜູ້ປົກຄອງຂອງຕົນ ດ້ວຍຄວາມຮ້ອນຈັດແຫ່ງການໂກດຮ້າຍ. ບັນດາກະສັດຂອງພວກເຂົາຖືກລອບສັງຫານຕໍ່ເນື່ອງກັນ; ແຕ່ບໍ່ມີຜູ້ໃດພາວັນນາອະທິຖານຂໍໃຫ້ເຮົາຊ່ວຍເຫລືອ.”
8
“ປະຊາຊົນເອຟຣາອິມເປັນດັ່ງເຂົ້າຈີ່ທີ່ບໍ່ສຸກ. ພວກເຂົາເພິ່ງຊົນຊາດອື່ນໆທີ່ຢູ່ອ້ອມຮອບພວກຕົນນັ້ນ
9
ແລະບໍ່ຄິດວ່າການເພິ່ງຊາວຕ່າງຊາດນັ້ນ ໄດ້ປຸ້ນເອົາເຫື່ອແຮງຂອງພວກຕົນໄປ. ວັນຂອງພວກເຂົາກໍຖືກນັບໄວ້ແລ້ວແຕ່ພວກເຂົາບໍ່ຮູ້ຈັກ.
10
ຄວາມຈອງຫອງຂອງປະຊາຊົນອິດສະຣາເອນຟ້ອງຮ້ອງພວກເຂົາ. ເຖິງແມ່ນວ່າມີເຫດຫລາຍປະການໄດ້ເກີດຂຶ້ນກໍຕາມ ພວກເຂົາກໍບໍ່ໄດ້ກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຫລືສະແຫວງຫາພຣະອົງ.
11
ຊາດອິດສະຣາເອນວົນວຽນໄປມາດັ່ງນົກກາງແກທີ່ໂງ່ງ່າວ; ປະຊາຊົນຂອງຕົນຮ້ອງຂໍຄວາມຊ່ວຍເຫລືອຈາກປະເທດເອຢິບກ່ອນ ແລ້ວກໍແລ່ນໄປຫາອັດຊີເຣຍ
12
ແຕ່ເຮົາຈະກາງຕາໜ່າງອອກເພື່ອຄຸບເອົາພວກເຂົາ ດັ່ງຄຸບເອົານົກທີ່ບິນໃນອາກາດ. ເຮົາຈະລົງໂທດພວກເຂົາຍ້ອນການຊົ່ວຮ້າຍທີ່ພວກເຂົາໄດ້ເຮັດນັ້ນ.
13
ເຄາະກຳມາເຖິງພວກເຂົາແລ້ວ ພວກເຂົາໄດ້ປະຖິ້ມເຮົາໄປ ແລະກະບົດຕໍ່ສູ້ເຮົາ. ພວກເຂົາຈະຖືກທຳລາຍ. ເຮົາຢາກໄຖ່ພວກເຂົາໃຫ້ພົ້ນ ແຕ່ພວກເຂົາກ່າວຄຳຕົວະຕໍ່ສູ້ເຮົາ.
14
ພວກເຂົາບໍ່ໄດ້ພາວັນນາອະທິຖານຫາເຮົາດ້ວຍຄວາມຈິງໃຈ; ແຕ່ໄດ້ນອນລົງແລະຮ້ອງໄຫ້ຄໍ່າຄວນດັ່ງຄົນບໍ່ນັບຖືພຣະເຈົ້າ. ເມື່ອພາວັນນາອະທິຖານຂໍເຂົ້າສາລີແລະເຫຼົ້າອະງຸ່ນນັ້ນ ພວກເຂົາກໍປາດເນື້ອເຖືອໜັງຕົນເອງ ຄືກັບຄົນບໍ່ນັບຖື. ພວກເຂົາເປັນກະບົດຕໍ່ເຮົາ.
15
ເຖິງແມ່ນວ່າ ເຮົາເອງເປັນຜູ້ລ້ຽງພວກເຂົາຂຶ້ນມາໃຫ້ແຂງແຮງກໍຕາມ ແຕ່ພວກເຂົາກໍຍັງວາງແຜນກະບົດຕໍ່ສູ້ເຮົາຢູ່.
16
ພວກເຂົາສືບຕໍ່ຫັນໜີຈາກເຮົາໄປຫາພະອື່ນທີ່ບໍ່ມີຣິດອຳນາດ. ພວກເຂົາເປັນຜູ້ທີ່ວາງໃຈບໍ່ໄດ້ເລີຍເໝືອນໜ້າທະນູຄົດ. ເພາະພວກຜູ້ນຳຂອງພວກເຂົາເວົ້າອວດຢ່າງຈອງຫອງ ພວກເຂົາຈະຕາຍຢ່າງທາລຸນ ແລະຊາວເອຢິບກໍຈະຫົວຂວັນພວກເຂົາ.”
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14