bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Hosea 14
Hosea 14
Lao Bible 2012 (ພຣະຄຳພີສັກສິ)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
1
ປະຊາຊົນອິດສະຣາເອນເອີຍ ຈົ່ງກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສາ. ບາບຂອງພວກເຈົ້າໄດ້ເຮັດໃຫ້ພວກເຈົ້າຊູນສະດຸດແລະລົ້ມລົງ.
2
ຈົ່ງກັບຄືນມາຫາພຣະເຈົ້າຢາເວສາ ແລະພາວັນນາອະທິຖານຫາພຣະອົງດັ່ງນີ້: “ຂໍໂຜດອະໄພການບາບທຸກຢ່າງຂອງພວກຂ້ານ້ອຍ ແລະຮັບເອົາຄຳພາວັນນາອະທິຖານຂອງພວກຂ້ານ້ອຍດ້ວຍ ແລ້ວພວກຂ້ານ້ອຍກໍຈະສັນລະເສີນພຣະອົງຕາມທີ່ໄດ້ສັນຍາໄວ້.
3
ອັດຊີເຣຍບໍ່ເຄີຍຊ່ວຍພວກຂ້ານ້ອຍໃຫ້ພົ້ນ ມ້າເສິກໃຫ້ຄວາມຄຸ້ມຄອງແກ່ພວກຂ້ານ້ອຍກໍບໍ່ໄດ້. ພວກຂ້ານ້ອຍຈະບໍ່ກ່າວຕໍ່ຮູບເຄົາຣົບຂອງພວກຂ້ານ້ອຍອີກວ່າ ພວກມັນເປັນພຣະເຈົ້າຂອງພວກຂ້ານ້ອຍ. ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ ຂໍໂຜດສຳແດງຄວາມເມດຕາຕໍ່ພວກຂ້ານ້ອຍ ທີ່ຂາດຜູ້ເພິ່ງພາອາໄສດ້ວຍເຖີດ.”
4
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຈະນຳປະຊາຊົນຂອງເຮົາຄືນມາ ເຮົາຈະຮັກພວກເຂົາດ້ວຍສຸດໃຈແລະເຊົາໂກດຮ້າຍ.
5
ເຮົາຈະເຮັດຕໍ່ຊາດອິດສະຣາເອນດັ່ງສາຍຝົນ ທີ່ຕົກລິນມາໃນດິນແດນທີ່ແຫ້ງແລ້ງ. ພວກເຂົາຈະເບີກບານເໝືອນໝູ່ມວນມາລີ ຢັ່ງຮາກໝັ້ນຄົງດັ່ງຕົ້ນໄມ້ທີ່ເລບານອນນັ້ນ.
6
ພວກເຂົາຈະມີຊີວິດຈະເລີນແບບໃໝ່ຂຶ້ນມາ ຈະສວຍງາມດັ່ງກົກໝາກກອກເທດ. ພວກເຂົາຈະມີກິ່ນຫອມຫວນຊວນໃຈ ດັ່ງຕົ້ນສົນສີດາໃນເລບານອນພຸ້ນ.
7
ໃນອີກເທື່ອໜຶ່ງ ພວກເຂົາຈະມີຊີວິດຢູ່ໃດ ຄືມີຊີວິດຢູ່ໃຕ້ການຄຸ້ມຄອງຂອງເຮົານັ້ນ. ພວກເຂົາຈະປູກເຂົ້າ ແລະຮັບຜົນຫລາຍດັ່ງສວນອະງຸ່ນ ພວກເຂົາຈະມີຊື່ສຽງດັ່ງເຫຼົ້າອະງຸ່ນທີ່ເລບານອນນັ້ນ.
8
ເອຟຣາອິມເອີຍ ເຮົາຈະບໍ່ກ່ຽວກັບຮູບເຄົາຣົບຕໍ່ໄປ; ເຮົາຈະຕອບຄຳພາວັນນາອະທິຖານແລະດູແລພວກເຂົາ; ເຮົາຈະເປັນທີ່ເພິ່ງໃຫ້ພວກເຂົາ ດັ່ງຕົ້ນໄມ້ໃບຂຽວສົດ ເຮົາເປັນບໍ່ເກີດແຫ່ງພຣະພອນຂອງພວກເຂົາທັງສິ້ນ.”
9
ຂໍໃຫ້ພວກທີ່ມີປັນຍາ ຈົ່ງເຂົ້າໃຈເອົາສິ່ງທີ່ມີຂຽນໄວ້ນີ້; ຂໍໃຫ້ພວກເຂົາຈຳໃສ່ໃຈໄວ້. ທາງຂອງພຣະເຈົ້າຢາເວຖືກຕ້ອງ ແລະບັນດາຜູ້ຊອບທຳຍ່ອມດຳເນີນຕາມທາງນີ້, ແຕ່ບັນດາຄົນບາບຈະຕຳສະດຸດ ແລະລົ້ມລົງເພາະລະເລີຍທາງນີ້.
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
All chapters:
1
2
3
4
5
6
7
8
9
10
11
12
13
14