bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Hosea 13
Hosea 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 14 →
1
ໃນອະດີດ ເມື່ອເຜົ່າເອຟຣາອິມເວົ້າວ່າ ເຜົ່າອື່ນໆກໍຢ້ານຢຳ; ພວກເຂົາໃຫ້ຄວາມເຄົາຣົບນັບຖືແກ່ເອຟຣາອິມ. ແຕ່ປະຊາຊົນໄດ້ເຮັດບາບຍ້ອນຂາບໄຫວ້ພະບາອານ ແລະຍ້ອນການປະພຶດເຊັ່ນນີ້ ພວກເຂົາຈະຕາຍ.
2
ພວກເຂົາຍັງສືບຕໍ່ເຮັດບາບ ໂດຍຫລໍ່ຮູບດ້ວຍໂລຫະໄວ້ຂາບໄຫວ້ ຄືຫລໍ່ຮູບເຄົາຣົບເປັນເງິນ ອອກແບບຕາມຄວາມຄິດຂອງມະນຸດ ແລະເຮັດຂຶ້ນດ້ວຍສີມືຂອງມະນຸດ. ແລ້ວພວກເຂົາກໍເວົ້າວ່າ, “ຈົ່ງຖວາຍເຄື່ອງເຜົາບູຊາແກ່ຮູບເຫຼົ່ານີ້.” ຄົນຈະຈູບຮູບນັ້ນໄດ້ບໍ? ເພາະມັນເປັນຮູບງົວເຖິກ.
3
ເພາະສະນັ້ນ ປະຊາຊົນເຫຼົ່ານີ້ຈຶ່ງຈະດັບສູນໄປ ດັ່ງນໍ້າໝອກແລະນໍ້າຄ້າງໃນຕອນເຊົ້າ ພວກເຂົາຈະເປັນດັ່ງແກບທີ່ລົມພັດຈາກລານຟາດເຂົ້າ ແລະດັ່ງຄວັນໄຟຈາກທໍ່ເຕົາໄຟ.
4
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ແຕ່ເຮົາເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ. ພວກເຈົ້າບໍ່ມີພຣະເຈົ້າອົງອື່ນນອກຈາກເຮົາ. ເຮົາເປັນພຣະຜູ້ຊ່ວຍໃຫ້ພົ້ນອົງດຽວຂອງພວກເຈົ້າ.
5
ເຮົາໄດ້ລ້ຽງພວກເຈົ້າໃນບ່ອນແຫ້ງແລ້ງ ແລະໃນຖິ່ນແຫ້ງແລ້ງກັນດານ.
6
ແຕ່ເມື່ອພວກເຈົ້າໄດ້ເຂົ້າໄປຢູ່ໃນດິນແດນອັນອຸດົມສົມບູນແລະຮັ່ງມີ ພວກເຈົ້າໄດ້ກິນອີ່ມໜຳສຳລານ ແລ້ວພວກເຈົ້າກໍຈອງຫອງ ແລະລືມໄລເຮົາ.
7
ສະນັ້ນ ເຮົາຈຶ່ງຈະໂດດກັດພວກເຈົ້າເໝືອນສິງ. ເຮົາຈະເປັນດັ່ງເສືອດາວທີ່ນອນຄອຍຢູ່ຕາມທາງຂອງພວກເຈົ້າ.
8
ເຮົາຈະຄຸບກັດພວກເຈົ້າເໝືອນໝີທີ່ສູນເສຍລູກຂອງມັນ; ເຮົາຈະຈີກພວກເຈົ້າອອກ. ເຮົາຈະເປັນດັ່ງສິງທີ່ຈີກພວກເຈົ້າກິນຄາບ່ອນ ແລະຈະເປັນດັ່ງສັດປ່າທີ່ຈີກພວກເຈົ້າອອກເປັນຕ່ອນໆ.
9
ປະຊາຊົນອິດສະຣາເອນເອີຍ ເຮົາຈະທຳລາຍພວກເຈົ້າ. ແລ້ວຜູ້ໃດແດ່ຈະຊ່ວຍພວກເຈົ້າໄດ້?
10
ພວກເຈົ້າໄດ້ຮ້ອງຂໍເອົາກະສັດແລະບັນດາຜູ້ນຳ; ແຕ່ພວກເຂົາຈະຊ່ວຍປະເທດໃຫ້ພົ້ນໄພໄດ້ຢ່າງໃດ?
11
ດ້ວຍຄວາມໂກດຮ້າຍ ເຮົາໄດ້ໃຫ້ພວກເຈົ້າມີກະສັດ ແລະດ້ວຍຄວາມກິ້ວໂກດ ເຮົາໄດ້ເອົາພວກເຂົາໜີໄປ.
12
ຄວາມບາບແລະຄວາມຜິດຂອງເອຟຣາອິມໄດ້ບັນທຶກໄວ້ແລ້ວ ແລະບັນທຶກນີ້ກໍໄດ້ເກັບໄວ້ຢ່າງປອດໄພດີ.
13
ຊາວອິດສະຣາເອນມີໂອກາດທີ່ຈະມີຊີວິດຢູ່, ແຕ່ພວກເຂົາປະໂອກາດນັ້ນໄປ ເພາະຄວາມໂງ່ຈ້າດັ່ງເດັກນ້ອຍທີ່ກຳລັງຈະເກີດ ແຕ່ບໍ່ຍອມອອກມາຈາກທ້ອງແມ່.
14
ເຮົາຈະບໍ່ຊ່ວຍປະຊາຊົນນີ້ໃຫ້ພົ້ນຈາກພິພົບຄົນຕາຍ ຫລືຊ່ວຍກູ້ເອົາພວກເຂົາໃຫ້ພົ້ນຈາກອຳນາດຂອງຄວາມຕາຍ. ໂອ ຄວາມຕາຍເອີຍ ຈົ່ງມາພ້ອມ ກັບໄພພິບັດຂອງເຈົ້າ. ເຮົາຈະບໍ່ສົງສານປະຊາຊົນນີ້ຕໍ່ໄປອີກແລ້ວ.
15
ເຖິງແມ່ນຊາດອິດສະຣາເອນອອກດອກ ຮຸ່ງເຮືອງຂຶ້ນດັ່ງຕົ້ນຫຍ້າ ເຮົາກໍຈະສົ່ງລົມຮ້ອນຈາກທິດຕາເວັນອອກ ພັດມາຈາກຖິ່ນແຫ້ງແລ້ງກັນດານ; ລົມນີ້ຈະເຮັດໃຫ້ນໍ້າພຸແລະນໍ້າສ້າງຂອງພວກເຂົາແຫ້ງລົງ. ມັນຈະພັດເອົາທຸກສິ່ງທີ່ມີຄ່າໄປ.
16
ຊາມາເຣຍຕ້ອງຮັບໂທດ ຍ້ອນເປັນກະບົດຕໍ່ສູ້ເຮົາ. ຊາວຊາມາເຣຍຈະຕາຍໃນສົງຄາມ; ພວກແອນ້ອຍຈະຖືກໂຍນລົງດິນ ແລະພວກແມ່ມານກໍຈະຖືກຂ້າດ້ວຍການແຫກທ້ອງ.”
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14