bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Hosea 8
Hosea 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 9 →
1
“ຈົ່ງເປົ່າແກສັນຍານເຕືອນໄພ ພວກສັດຕູເໝືອນນົກອິນຊີກຳລັງຢູ່ເໜືອວິຫານຂອງພຣະເຈົ້າຢາເວ; ປະຊາຊົນຂອງເຮົາໄດ້ລະເມີດພັນທະສັນຍາທີ່ເຮົາໄດ້ໃຫ້ໄວ້ກັບພວກເຂົາ ແລະທັງໄດ້ກະບົດຕໍ່ສູ້ກົດບັນຍັດຂອງເຮົາ.
2
ເຖິງແມ່ນພວກເຂົາເອີ້ນເຮົາວ່າເປັນພຣະເຈົ້າຂອງພວກເຂົາ ແລະອ້າງວ່າພວກເຂົາເປັນປະຊາຊົນຂອງເຮົາ ແລະຮູ້ຈັກເຮົາກໍຕາມ
3
ພວກເຂົາກໍໄດ້ປະຖິ້ມສິ່ງດີງາມ. ດ້ວຍເຫດນີ້ ສັດຕູຈຶ່ງຈະໄລ່ຕິດຕາມພວກເຂົາ.
4
ປະຊາຊົນຂອງເຮົາໄດ້ເລືອກເອົາກະສັດ ແຕ່ພວກເຂົາເຮັດໄປໂດຍຕົນເອງ. ພວກເຂົາແຕ່ງຕັ້ງເອົາພວກຜູ້ນຳໂດຍທີ່ເຮົາບໍ່ເຫັນດີນຳ. ພວກເຂົາເອົາເງິນແລະຄຳຂອງພວກເຂົາສ້າງຮູບເຄົາຣົບ ທີ່ຈະເປັນເຫດໃຫ້ພວກເຂົາຖືກທຳລາຍ.
5
ເຮົາກຽດຊັງຮູບງົວຄຳທີ່ຊາວເມືອງຊາມາເຣຍຂາບໄຫວ້. ເຮົາຄຽດແຄ້ນພວກເຂົາ. ຍັງເຫິງປານໃດນໍ ພວກເຂົາຈຶ່ງຈະປະຖິ້ມການຂາບໄຫວ້ຮູບເຄົາຣົບນີ້?
6
ນາຍຊ່າງຊາວອິດສະຣາເອນໄດ້ສ້າງຮູບເຄົາຣົບ ຮູບນັ້ນບໍ່ແມ່ນພຣະເຈົ້າ ງົວຄຳທີ່ຊາວຊາມາເຣຍຂາບໄຫວ້ຈະຖືກທຳລາຍໃຫ້ໝຸ່ນທະລາຍໄປ.
7
ເມື່ອພວກເຂົາຫວ່ານລົມ ພວກເຂົາກໍຈະໄດ້ເກັບກ່ຽວລົມພະຍຸ ກົກເຂົ້າທີ່ບໍ່ເກີດຮວງ ໃຫ້ແປ້ງຫລືເຂົ້າຈີ່ກໍບໍ່ຫ່ອນເປັນ, ແຕ່ຖ້າວ່າມັນສຸກ ຊາວຕ່າງປະເທດກໍຈະກິນໝົດເສຍ.
8
ຊາວອິດສະຣາເອນເປັນດັ່ງຊົນຊາດອື່ນໆ ແລະບໍ່ມີປະໂຫຍດດັ່ງໄຫແຕກ.
9
ດື້ດ້ານດັ່ງລໍປ່າ ປະຊາຊົນອິດສະຣາເອນປະພຶດຕາມທາງຂອງຕົນເອງ. ພວກເຂົາໄປຂໍຄວາມຊ່ວຍເຫລືອຈາກອັດຊີເຣຍ ແລະຈ້າງໃຫ້ຊາດອື່ນມາຄຸ້ມຄອງພວກຕົນ.
10
ບັດນີ້ ເຮົາຈະລວບລວມເອົາພວກເຂົາມາລົງໂທດ. ອີກບໍ່ດົນ ພວກເຂົາຈະຊັກດີ້ນດ້ວຍຄວາມເຈັບປວດ ເມື່ອຖືກກະສັດແຫ່ງອັດຊີເຣຍກົດຂີ່.
11
ຊາວອິດສະຣາເອນມີແທ່ນບູຊາ ສຳລັບຊຳລະລ້າງບາບຕື່ມຂຶ້ນເທົ່າໃດ ສະຖານທີ່ເຮັດບາບຈະມີຕື່ມຂຶ້ນຫລາຍເທົ່ານັ້ນ.
12
ເຮົາໄດ້ຂຽນຄຳສັ່ງສອນຫລາຍຂໍ້ໄວ້ ຈົນນັບບໍ່ຖ້ວນສຳລັບປະຊາຊົນ; ແຕ່ພວກເຂົາບໍ່ຍອມຮັບໂດຍຖືວ່າຄຳສັ່ງສອນນັ້ນເປັນຂອງແປກ ແລະຂອງຕ່າງຊາດ.
13
ພວກເຂົາເຜົາຖວາຍບູຊາແກ່ເຮົາ ແລະກິນຊີ້ນທີ່ໄດ້ບູຊານັ້ນ. ແຕ່ພຣະເຈົ້າຢາເວບໍ່ພໍໃຈກັບພວກເຂົາ; ມາບັດນີ້ ເຮົາຈະຈົດຈຳການບາບຂອງພວກເຂົາ ແລະລົງໂທດພວກເຂົາຍ້ອນການບາບນັ້ນ; ເຮົາຈະສົ່ງພວກເຂົາກັບຄືນໄປປະເທດເອຢິບ.
14
ປະຊາຊົນອິດສະຣາເອນໄດ້ສ້າງວັງໄວ້ຫລາຍແຫ່ງ, ແຕ່ພວກເຂົາລືມຜູ້ທີ່ສ້າງພວກເຂົາ. ປະຊາຊົນຢູດາສ້າງເມືອງທີ່ມີປ້ອມປ້ອງກັນໄວ້ຫລາຍແຫ່ງ; ແຕ່ເຮົາກໍຈະສົ່ງໄຟມາເຜົາຜານເມືອງ ແລະທຳລາຍວັງຂອງພວກເຂົາຖິ້ມ.”
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13
14