bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Hosea 11
Hosea 11
Lao Bible 2012 (ພຣະຄຳພີສັກສິ)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 12 →
1
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຄາວທີ່ຊາດອິດສະຣາເອນຍັງເປັນ ເດັກນ້ອຍຢູ່ນັ້ນ ເຮົາຮັກລາວແລະເອີ້ນລາວໃຫ້ອອກ ມາຈາກປະເທດເອຢິບໃນຖານະເປັນລູກຊາຍ.
2
ແຕ່ເຮົາໄດ້ເອີ້ນເອົາລາວຫລາຍເທົ່າໃດ ລາວກໍຍິ່ງຫັນໜີຈາກເຮົາ ໄປຫລາຍເທົ່ານັ້ນ. ປະຊາຊົນຂອງເຮົາໄດ້ຖວາຍສັດບູຊາແກ່ພະບາອານ ແລະໄດ້ເຜົາເຄື່ອງຫອມບູຊາຖວາຍແກ່ຮູບເຄົາຣົບ.
3
ແຕ່ແມ່ນເຮົານີ້ແຫຼະ ທີ່ເປັນຜູ້ໄດ້ສັ່ງສອນ ໃຫ້ຊາດອິດສະຣາເອນຍ່າງໄປມາໄດ້. ເຮົາໄດ້ອູ້ມປະຊາຊົນຂອງເຮົາໄວ້ໃນອ້ອມແຂນ ແຕ່ພວກເຂົາບໍ່ຮັບຮູ້ເຮົາວ່າເປັນຜູ້ດູແລພວກເຂົາເຈົ້າ.
4
ເຮົາໄດ້ໃຊ້ທັງຄວາມຮັກ ແລະຄວາມອ່ອນຫວານ ເປັນເຄື່ອງຊັກຈູງໃຈໃຫ້ພວກເຂົາກັບມາຫາເຮົາອີກ. ເຮົາໄດ້ໂຊມພວກເຂົາລຸກຂຶ້ນທັງແນບໃສ່ແກ້ມເຮົາ ແລະກົ້ມລົງລ້ຽງດູແລພວກເຂົາໄວ້.
5
ແຕ່ພວກເຂົາບໍ່ຍອມກັບຄືນມາຫາເຮົາ; ສະນັ້ນ ພວກເຂົາຈຶ່ງຕ້ອງກັບຄືນໄປປະເທດເອຢິບ ແລະກະສັດແຫ່ງອັດຊີເຣຍຈະປົກຄອງພວກເຂົາ.
6
ສົງຄາມຈະທຳລາຍເມືອງຂອງພວກເຂົາ ແລະທຳລາຍປະຕູເມືອງໃຫ້ເພພັງໄປ. ມັນຈະທຳລາຍປະຊາຊົນຂອງເຮົາ ເພາະພວກເຂົາເຮັດຕາມທີ່ພວກເຂົາເຫັນຊອບ.
7
ພວກເຂົາຂືນໜີໄປຈາກເຮົາ. ພວກເຂົາຈະຮ້ອງໄຫ້ຍ້ອນແບກແອກ ແລະຈະບໍ່ມີຜູ້ໃດປົດແອກອອກໃຫ້ພວກເຂົາໄດ້.
8
ເອຟຣາອິມເອີຍ ເຮົາຈະເຊົາກ່ຽວຂ້ອງກັບເຈົ້າໄດ້ຢ່າງໃດ? ຊາດອິດສະຣາເອນເອີຍ ເຮົາຈະປະຖິ້ມເຈົ້າໄປໄດ້ຢ່າງໃດ? ເຮົາຈະທຳລາຍເຈົ້າດັ່ງທຳລາຍອັດມາກໍບໍ່ໄດ້ ຫລືເຮັດຕໍ່ເຈົ້າດັ່ງທີ່ເຮັດຕໍ່ເຊບົວອິມນັ້ນ? ຈິດໃຈເຮົາບໍ່ຍອມໃຫ້ເຮົາເຮັດດັ່ງນັ້ນເລີຍ ຄວາມຮັກທີ່ເຮົາມີກໍແຮງທີ່ສຸດສຳລັບເຈົ້າ.
9
ເຮົາຈະບໍ່ລົງໂທດເຈົ້າຢ່າງຄຽດແຄ້ນໜັກດອກ ເຮົາຈະບໍ່ທຳລາຍເອຟຣາອິມຕໍ່ໄປອີກ. ເພາະເຮົາເປັນພຣະເຈົ້າແລະບໍ່ແມ່ນມະນຸດ ເຮົາຜູ້ບໍຣິສຸດຢູ່ນຳເຈົ້າຈະມາຫາແລະອີດູເຈົ້າ.
10
ພວກເຂົາຈະຕິດຕາມພຣະເຈົ້າຢາເວໄປ ເມື່ອເຮົາຮ້ອງຄຳຣາມເໝືອນສິງ ໃສ່ສັດຕູຂອງພວກເຂົາ. ພວກເຂົາຈະຟ້າວມາຫາເຮົາຈາກທິດຕາເວັນຕົກ.
11
ພວກເຂົາຈະມາຈາກປະເທດເອຢິບຢ່າງວ່ອງໄວເໝືອນນົກ ແລະມາຈາກອັດຊີເຣຍເໝືອນນົກເຂົາ. ເຮົາຈະນຳພວກເຂົາກັບຄືນມາສູ່ບ້ານເຮືອນຂອງພວກເຂົາອີກ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
12
ປະຊາຊົນເອຟຣາອິມອ້ອມຮອບເຮົາໄວ້ ດ້ວຍການຕົວະແລະການຫລອກລວງ ແລະປະຊາຊົນຢູດາກໍຍັງເປັນກະບົດຕໍ່ສູ້ເຮົາຢູ່ ຄືຕໍ່ສູ້ພຣະເຈົ້າອົງສັດຊື່ແລະບໍຣິສຸດ.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14