bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Hosea 4
Hosea 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 5 →
1
ພຣະເຈົ້າຢາເວມີຄະດີກ່າວຟ້ອງຕໍ່ສູ້ປະຊາຊົນ ທີ່ອາໄສຢູ່ໃນດິນແດນນີ້. ຊາວອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວ: “ຄວາມສັດຊື່ຫລືຄວາມຮັກບໍ່ມີຢູ່ໃນດິນແດນນີ້ ແລະບໍ່ມີຄວາມຮັບຮູ້ພຣະເຈົ້າ.
2
ພວກເຂົາເຮັດຄຳສັນຍາແລະລະເມີດຄຳສັນຍານັ້ນ. ພວກເຂົາຂີ້ຕົວະ, ເປັນຄາດຕະກອນ, ຂີ້ລັກ ແລະຫລີ້ນຊູ້ສູ່ຜົວເມຍຄົນອື່ນ. ອາຊະຍາກຳມີເພີ່ມຂຶ້ນ ແລະການຂ້າຟັນກັນກໍມີຢູ່ທຸກມື້ທຸກເວັນ.
3
ສະນັ້ນ ດິນແດນຈະແຫ້ງແລ້ງ ທຸກສິ່ງທີ່ມີຊີວິດຢູ່ໃນນັ້ນຈະຕາຍໄປໝົດ. ສັດແລະນົກທັງປວງແມ່ນແຕ່ປາກໍຈະຕາຍດ້ວຍ.”
4
“ຢ່າໃຫ້ຜູ້ໃດກ່າວໂທດ ຫລືຕິຕຽນປະຊາຊົນ ເພາະຄຳຈົ່ມຂອງເຮົາແມ່ນຕໍ່ສູ້ພວກເຈົ້າ ຜູ້ເປັນປະໂຣຫິດ.
5
ພວກເຈົ້າເຮັດຜິດທັງກາງເວັນແລະກາງຄືນ ພວກຜູ້ທຳນວາຍກໍບໍ່ດີລື່ນໄປກວ່າພວກເຈົ້າ. ເຮົາກຳລັງຈະທຳລາຍແມ່ຂອງພວກເຈົ້າ.
6
ປະຊາຊົນຂອງເຮົາໄດ້ຖືກທຳລາຍ ເພາະພວກເຂົາຂາດຄວາມຮູ້. ພວກເຈົ້າຜູ້ເປັນປະໂຣຫິດບໍ່ຍອມຮັບຮູ້ເຮົາ ແລະໄດ້ປະຖິ້ມຄຳສັ່ງສອນຂອງເຮົາ; ດັ່ງນັ້ນ ເຮົາຈຶ່ງບໍ່ຍອມຮັບຮູ້ພວກເຈົ້າ ແລະບໍ່ຍອມຮັບຮູ້ລູກຊາຍຂອງພວກເຈົ້າວ່າ ເປັນປະໂຣຫິດຂອງເຮົາ.
7
ພວກເຈົ້າຜູ້ເປັນປະໂຣຫິດມີຈຳນວນຫລາຍຂຶ້ນເທົ່າໃດ ພວກເຈົ້າກໍຍິ່ງເຮັດບາບຕໍ່ສູ້ເຮົາຫລາຍຂຶ້ນເທົ່ານັ້ນ ເຮົາຈະໃຫ້ກຽດຕິຍົດຂອງພວກເຈົ້າກາຍເປັນຄວາມອັບອາຍ.
8
ພວກເຈົ້າຮັ່ງມີຂຶ້ນ ຍ້ອນປະຊາຊົນຂອງເຮົາເຮັດບາບ; ດັ່ງນັ້ນ ພວກເຈົ້າຈຶ່ງຢາກໃຫ້ປະຊາຊົນຂອງເຮົາ ເຮັດບາບຫລາຍຂຶ້ນຕື່ມ.
9
ພວກເຈົ້າຈະໄດ້ຮັບໂທດຢ່າງທໍລະມານ ເໝືອນກັນກັບປະຊາຊົນ. ເຮົາຈະລົງໂທດພວກເຈົ້າ ແລະເຮັດໃຫ້ໃຊ້ໜີ້ກຳແຫ່ງການຊົ່ວທີ່ພວກເຈົ້າໄດ້ເຮັດນັ້ນ.
10
ພວກເຈົ້າຈະກິນສ່ວນແບ່ງເຄື່ອງບູຊາທີ່ເປັນຂອງພວກເຈົ້າ; ແຕ່ກໍຍັງຈະຫິວຢູ່. ພວກເຈົ້າຈະຂາບໄຫວ້ບັນດາພະທີ່ໃຫ້ເກີດຄວາມອຸດົມສົມບູນ; ແຕ່ກໍຍັງບໍ່ມີລູກ ເພາະພວກເຈົ້າໜີຈາກພຣະເຈົ້າຢາເວໄປບົວລະບັດຮັບໃຊ້ພະອື່ນ.”
11
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຫຼົ້າອະງຸ່ນທັງເກົ່າແລະໃໝ່ ກຳລັງເຮັດໃຫ້ປະຊາຊົນຂອງເຮົາເສຍຄົນ.
12
ພວກເຂົາຂໍຮ້ອງໃຫ້ສິ່ງທີ່ເຮັດດ້ວຍໄມ້ ເປີດເຜີຍເລື່ອງຕ່າງໆໃຫ້ພວກຕົນຮູ້ ທ່ອນໄມ້ບອກພວກເຂົາ ຕາມທີ່ພວກເຂົາຢາກຮູ້ ພວກເຂົາໄດ້ປະຖິ້ມເຮົາ. ດັ່ງຍິງຜູ້ໜຶ່ງທີ່ກາຍເປັນໂສເພນີ ພວກເຂົາຖວາຍຕົນເອງແກ່ພະອື່ນ.
13
ພວກເຂົາຖວາຍເຄື່ອງເຜົາບູຊາທີ່ສະຖານສັກສິດຢູ່ເທິງຈອມພູ ແລະເຜົາເຄື່ອງຫອມບູຊາຢູ່ເທິງເນີນພູແລະຢູ່ໃຕ້ຕົ້ນໄມ້ສູງ ຄືຕົ້ນໄມ້ທີ່ແຜ່ງ່າອອກເພາະມັນມີຮົ່ມເຢັນດີ. ຜົນທີ່ຕາມມາກໍຄືວ່າ ພວກລູກສາວຂອງພວກເຈົ້າພາກັນເປັນໂສເພນີ ແລະພວກລູກໃພ້ຂອງພວກເຈົ້າກໍພາກັນຫລີ້ນຊູ້.
14
ແຕ່ເຖິງຢ່າງໃດກໍຕາມ ເຮົາຈະບໍ່ລົງໂທດພວກເຂົາເພາະເຮັດດັ່ງນັ້ນ ຍ້ອນພວກເຈົ້າເອງກໍໄປກັບໂສເພນີປະຈຳວິຫານ ແລະເຜົາເຄື່ອງບູຊາຖວາຍແກ່ພະຕ່າງຊາດຮ່ວມກັບພວກເຂົາ. ດັ່ງສຸພາສິດກ່າວວ່າ ຄົນທີ່ຂາດປັນຍາກໍຈະເຖິງແກ່ຄວາມພິນາດ.
15
ເຖິງແມ່ນວ່າ ປະຊາຊົນອິດສະຣາເອນຂອງເຮົາບໍ່ສັດຊື່ຕໍ່ເຮົາກໍຕາມ ກໍຢ່າໃຫ້ປະຊາຊົນຢູດາເຮັດຜິດໃນລັກສະນະດຽວກັນ. ຢ່າໄປຂາບໄຫວ້ໃນເມືອງກິນການ ຫລືເບັດອາເວນ ຫລືສັນຍາຢູ່ທີ່ນັ້ນວ່າ ‘ພຣະເຈົ້າຢາເວອົງຊົງພຣະຊົນຢູ່.’
16
ປະຊາຊົນອິດສະຣາເອນນັ້ນດື້ດຶງດັ່ງລໍ. ພຣະເຈົ້າຢາເວຈະລ້ຽງພວກເຂົາດັ່ງແກະທີ່ຢູ່ໃນທົ່ງຫຍ້າໄດ້ຢ່າງໃດ?
17
ປະຊາຊົນອິດສະຣາເອນຢູ່ໃຕ້ອຳນາດຂອງຮູບເຄົາຣົບທັງຫລາຍ. ຈົ່ງປ່ອຍໃຫ້ພວກເຂົາໄປຕາມທາງຂອງພວກເຂົາເອງ.
18
ຫລັງຈາກດື່ມເຫຼົ້າອະງຸ່ນຢ່າງໜັກແລ້ວ ພວກເຂົາກໍຍິນດີໄປກັບພວກໂສເພນີ ແລະມັກເຮັດໃຫ້ເສຍຊື່ສຽງຫລາຍກວ່າໄດ້ຊື່ສຽງ.
19
ພວກເຂົາຈະຖືກກວາດໄປດັ່ງລົມພະຍຸພັດ ແລະພວກເຂົາກໍຈະອັບອາຍໃນການຖວາຍບູຊາຕ່າງໆແກ່ພະຕ່າງຊາດ.”
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14