bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Hosea 12
Hosea 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 13 →
1
ທຸກສິ່ງທີ່ປະຊາຊົນເອຟຣາອິມໄດ້ປະພຶດ ຕັ້ງແຕ່ເຊົ້າຈົນຄໍ່ານັ້ນ ລ້ວນແຕ່ບໍ່ມີປະໂຫຍດ ແລະສູນເສຍໄປທັງນັ້ນ. ການຫັກຫລັງແລະການກະທຳອັນຮຸນແຮງ ມີເພີ່ມຂຶ້ນໃນທ່າມກາງພວກເຂົາ. ພວກເຂົາເຮັດຂໍ້ຕົກລົງກັບອັດຊີເຣຍ ແລະເຮັດທຸລະກິດກັບປະເທດເອຢິບ.
2
ພຣະເຈົ້າຢາເວມີຄຳກ່າວຟ້ອງປະຊາຊົນຢູດາ; ພຣະອົງຍັງຈະລົງໂທດຊາດອິດສະຣາເອນ ຍ້ອນວິທີປະພຶດຂອງປະຊາຊົນ. ພຣະອົງຈະໃຫ້ຜົນກຳນຳສະໜອງພວກເຂົາ.
3
ຢາໂຄບ ບັນພະບຸລຸດຂອງພວກເຂົາ ໄດ້ຕໍ່ສູ້ກັບເອຊາວອ້າຍແຝດຂອງຕົນ ໃນຂະນະທີ່ທັງສອງຍັງຢູ່ໃນທ້ອງແມ່; ເມື່ອຢາໂຄບໃຫຍ່ຂຶ້ນມາ ລາວກໍໄດ້ຕໍ່ສູ້ພຣະເຈົ້າ
4
ຄືລາວໄດ້ຕໍ່ສູ້ກັບເທວະດາຈົນຊະນະ. ລາວໄດ້ຮ້ອງໄຫ້ແລະຂໍພອນ. ທີ່ເບັດເອນ ພຣະເຈົ້າໄດ້ລົງມາຫາຢາໂຄບຜູ້ເປັນບັນພະບຸລຸດຂອງພວກເຮົາ ແລະຢູ່ທີ່ນັ້ນພຣະອົງໄດ້ກ່າວແກ່ລາວ.
5
ນີ້ແມ່ນພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຢາເວແມ່ນນາມຂອງພຣະອົງ.
6
ດ້ວຍເຫດນີ້ ເຊື້ອສາຍຂອງຢາໂຄບເອີຍ ຈົ່ງໄວ້ວາງໃຈໃນພຣະເຈົ້າຂອງພວກເຈົ້າ ແລະກັບຄືນໄປຫາພຣະອົງເທີ້ນ. ຈົ່ງສັດຊື່ແລະທ່ຽງທຳ ແລະຈົ່ງຄອຍຖ້າພຣະເຈົ້າຂອງພວກເຈົ້າ ດຳເນີນການດ້ວຍຄວາມອົດທົນ.
7
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນເອຟຣາອິມບໍ່ສັດຊື່ດັ່ງຊາວການາອານ; ພວກເຂົາມັກໃຊ້ຕາຊັ່ງຕາຊິງສໍ້ໂກງລູກຄ້າຂອງຕົນ.
8
ພວກເຂົາເວົ້າວ່າ, ‘ພວກເຮົາຮັ່ງມີ ພວກເຮົາມີຊັບສົມບັດຫລາຍ. ບໍ່ມີຜູ້ໃດຟ້ອງຮ້ອງພວກເຮົາວ່າ ຮັ່ງມີຍ້ອນຄວາມບໍ່ສັດຊື່ໄດ້ດອກ.’
9
ແຕ່ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ພຣະອົງໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ເຮົາຈະເຮັດໃຫ້ພວກເຈົ້າອາໄສຢູ່ໃນຜ້າເຕັນອີກດັ່ງພວກເຈົ້າເຄີຍອາໄສຢູ່ ຄາວທີ່ເຮົາມາຫາພວກເຈົ້າໃນຖິ່ນແຫ້ງແລ້ງກັນດານນັ້ນ.
10
ເຮົາໄດ້ກ່າວແກ່ພວກຜູ້ທຳນວາຍ ແລະໃຫ້ພວກເຂົາເຫັນນິມິດຫລາຍຢ່າງ ແລະເຮົາໄດ້ເຕືອນປະຊາຊົນຂອງເຮົາ ຜ່ານທາງຜູ້ທຳນວາຍເຫຼົ່ານັ້ນ.
11
ແຕ່ການຂາບໄຫວ້ຮູບເຄົາຣົບໃນກີເລອາດຍັງມີຢູ່ ແລະພວກທີ່ຂາບໄຫວ້ຮູບເຄົາຣົບເຫຼົ່ານັ້ນກໍຈະຕາຍ. ການເຜົາບູຊາງົວເຖິກໃນກິນການຍັງມີຢູ່ ແລະແທ່ນບູຊາທັງຫລາຍຢູ່ໃນທີ່ນັ້ນກໍຈະກາຍເປັນກອງຫີນຢູ່ກາງທົ່ງນາ.”
12
ຢາໂຄບ ບັນພະບຸລຸດຂອງພວກເຮົາຕ້ອງໜີໄປເມໂຊໂປຕາເມຍ ບ່ອນທີ່ລາວໄດ້ເຮັດວຽກໃຫ້ຊາຍຄົນໜຶ່ງ ຄືລ້ຽງແກະໃຫ້ເຂົາເພື່ອຈະໄດ້ເມຍ.
13
ພຣະເຈົ້າຢາເວໄດ້ໃຊ້ຜູ້ທຳນວາຍຄົນໜຶ່ງ ມາຊ່ວຍກູ້ເອົາຊາວອິດສະຣາເອນອອກຈາກການເປັນທາດຮັບໃຊ້ໃນປະເທດເອຢິບ ແລະເພື່ອດູແລພວກເຂົາ.
14
ແຕ່ເອຟຣາອິມໄດ້ເຮັດໃຫ້ພຣະອົງໂກດຮ້າຍຢ່າງຂົມຂື່ນ; ພວກເຂົາສົມຄວນຕາຍ ຍ້ອນການປະພຶດຊົ່ວນັ້ນ. ອົງພຣະຜູ້ເປັນເຈົ້າຈະລົງໂທດພວກເຂົາ ທີ່ໄດ້ເຮັດໃຫ້ພຣະອົງຕ້ອງອັບອາຍຂາຍໜ້າ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14