bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Revelation 10
Revelation 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 11 →
1
ແລ້ວຂ້າພະເຈົ້າໄດ້ເຫັນເທວະດາ ຜູ້ມີອຳນາດອີກຕົນໜຶ່ງ ລົງມາຈາກສະຫວັນ ມີເມກປົກຄຸມຕົວໄວ້ ແລະມີຮຸ້ງກິນນໍ້າຢູ່ເທິງອ້ອມຫົວ, ໜ້າຂອງເພິ່ນເໝືອນດັ່ງຕາເວັນ ແລະຂາເໝືອນດັ່ງເຕົາໄຟ.
2
ເພິ່ນຖືໜັງສືມ້ວນນ້ອຍທີ່ພືຢູ່ໃນມື, ເພິ່ນເອົາຕີນຂວາຢຽບນໍ້າທະເລ ແລະເອົາຕີນຊ້າຍຢຽບເທິງບົກ,
3
ເພິ່ນຮ້ອງສຽງດັງເໝືອນໂຕສິງຮ້ອງຄຳຣາມ ຫລັງຈາກເພິ່ນຮ້ອງແລ້ວ ສຽງຟ້າຮ້ອງທັງເຈັດກໍດັງຂຶ້ນ.
4
ພໍສຽງເຫຼົ່ານັ້ນດັງອອກມາ ຂ້າພະເຈົ້າເກືອບຈະລົງມືຂຽນ, ແຕ່ຂ້າພະເຈົ້າໄດ້ຍິນສຽງກ່າວມາຈາກສະຫວັນວ່າ, “ຈົ່ງປົກປິດຖ້ອຍຄຳທີ່ຟ້າຮ້ອງທັງເຈັດໄດ້ກ່າວນັ້ນ ເປັນຄວາມລັບ ຢ່າຂຽນລົງໄປ.”
5
ແລ້ວເທວະດາທີ່ຂ້າພະເຈົ້າໄດ້ເຫັນຢືນຢູ່ເທິງທະເລແລະເທິງບົກນັ້ນ ກໍຍົກມືຂວາຂຶ້ນສູ່ສະຫວັນ
6
ແລະສາບານໃນພຣະນາມຂອງພຣະເຈົ້າ ອົງຊົງຊີວິດຢູ່ນິຣັນດອນ ຜູ້ທີ່ໄດ້ສ້າງສະຫວັນ ແຜ່ນດິນໂລກ ແລະທະເລ ກັບສັບພະທຸກສິ່ງທີ່ມີຢູ່ໃນບ່ອນເຫຼົ່ານັ້ນ ວ່າ, “ຈະບໍ່ມີການຊັກຊ້າອີກຕໍ່ໄປ.”
7
ແຕ່ເມື່ອເທວະດາຕົນທີເຈັດອອກສຽງ ຄືເປົ່າແກຂອງເພິ່ນນັ້ນ, ແຜນການອັນເລິກລັບຂອງພຣະເຈົ້າກໍສຳເລັດຜົນ ເໝືອນດັ່ງທີ່ພຣະອົງໄດ້ປະກາດເປັນຂ່າວປະເສີດແກ່ພວກຜູ້ຮັບໃຊ້ຂອງພຣະອົງ ຄືພວກຜູ້ທຳນວາຍ.
8
ແລ້ວສຽງທີ່ຂ້າພະເຈົ້າໄດ້ຍິນຈາກສະຫວັນນັ້ນ ກໍໄດ້ກ່າວແກ່ຂ້າພະເຈົ້າອີກວ່າ, “ຈົ່ງໄປຮັບເອົາໜັງສືມ້ວນ ທີ່ພືຢູ່ໃນມືຂອງເທວະດາຕົນທີ່ຢືນຢູ່ເທິງທະເລແລະເທິງບົກນັ້ນ.”
9
ຂ້າພະເຈົ້າຈຶ່ງໄປຫາເທວະດາຕົນນັ້ນ ແລະຂໍເອົາໜັງສືມ້ວນນ້ອຍນັ້ນ. ເພິ່ນໄດ້ຕອບຂ້າພະເຈົ້າວ່າ, “ເອົາໄປກິນສາ ມັນຈະເຮັດໃຫ້ທ້ອງຂອງເຈົ້າຂົມ, ແຕ່ໃນປາກຂອງເຈົ້າຈະຫວານດັ່ງນໍ້າເຜີ້ງ.”
10
ຂ້າພະເຈົ້າໄດ້ຈັບເອົາໜັງສືມ້ວນນ້ອຍ ຈາກມືຂອງເທວະດາ ແລ້ວເອົາມາກິນ ໃນປາກຂອງຂ້າພະເຈົ້າ ມັນກໍຫວານດັ່ງນໍ້າເຜີ້ງ, ເມື່ອຂ້າພະເຈົ້າກິນລົງໄປແລ້ວ ທ້ອງຂອງຂ້າພະເຈົ້າກໍຂົມ.
11
ແລ້ວຂ້າພະເຈົ້າກໍໄດ້ຮັບຄຳສັ່ງວ່າ, “ເຈົ້າຕ້ອງປະກາດຖ້ອຍຄຳຂອງພຣະເຈົ້າອີກເທື່ອໜຶ່ງ ກ່ຽວກັບບັນດາຊົນຊາດທັງຫລາຍ, ບັນດາປະຊາຊາດ, ພາສາ ແລະກະສັດທັງຫລາຍ.”
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22