bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Revelation 19
Revelation 19
Lao Bible 2012 (ພຣະຄຳພີສັກສິ)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 20 →
1
ຫລັງຈາກນັ້ນ ຂ້າພະເຈົ້າໄດ້ຍິນເໝືອນສຽງດັງຂອງປະຊາຊົນຈຳນວນຫລາຍໃນສະຫວັນ ກຳລັງຮ້ອງວ່າ, “ຮາເລລູຢາ ຄວາມພົ້ນ ສະຫງ່າຣາສີ ແລະຣິດອຳນາດ ເປັນຂອງພຣະເຈົ້າຂອງພວກເຮົາທັງຫລາຍ.
2
ດ້ວຍວ່າ, ການຕັດສິນຂອງພຣະອົງ ກໍຖືກຕ້ອງແລະຍຸດຕິທຳ ພຣະອົງໄດ້ຕັດສິນລົງໂທດຍິງໂສເພນີຄົນສຳຄັນ ຜູ້ທີ່ໄດ້ເຮັດໃຫ້ໂລກຊົ່ວຊ້າໄປດ້ວຍການຜິດສິນທຳທາງເພດຂອງຕົນ ພຣະເຈົ້າໄດ້ລົງໂທດນາງ ຍ້ອນນາງໄດ້ຂ້າພວກຜູ້ຮັບໃຊ້ຂອງພຣະອົງ.”
3
ແລ້ວຄົນເຫຼົ່ານັ້ນກໍໄດ້ຮ້ອງຂຶ້ນເປັນເທື່ອທີສອງວ່າ, “ຮາເລລູຢາ.” ຄວັນຈາກແປວໄຟທີ່ເຜົາໄໝ້ນາງ ນັ້ນ ກໍພຸ່ງຂຶ້ນຢູ່ຕະຫລອດນິຣັນດອນ.
4
ພວກຜູ້ອາວຸໂສຊາວສີ່ທ່ານ ແລະສິ່ງທີ່ມີຊີວິດທັງສີ່ໄດ້ຂາບລົງ ແລະນະມັດສະການພຣະເຈົ້າຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນ ພວກເພິ່ນກ່າວວ່າ, “ອາແມນ ຮາເລລູຢາ.”
5
ແລະມີສຽງດັງອອກມາຈາກພຣະຣາຊບັນລັງວ່າ, “ເຈົ້າທັງຫລາຍຜູ້ເປັນຜູ້ຮັບໃຊ້ຂອງພຣະອົງ ທີ່ຢຳເກງພຣະອົງ ທັງຜູ້ໃຫຍ່ແລະຜູ້ນ້ອຍ ຈົ່ງຖວາຍສັນລະເສີນແດ່ພຣະເຈົ້າຂອງເຮົາທັງຫລາຍ.”
6
ແລ້ວຂ້າພະເຈົ້າໄດ້ຍິນເໝືອນສຽງຄົນຈຳນວນຫລວງຫລາຍ ເໝືອນສຽງນໍ້ານອງຕົກຕາດ ແລະເໝືອນຟ້າຮ້ອງສຽງແຮງກ້າວ່າ, “ຮາເລລູຢາ ເພາະວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ຜູ້ຊົງຣິດທານຸພາບອັນສູງສຸດ ໄດ້ຊົງຂຶ້ນສະເຫວີຍຣາດແລ້ວ.
7
ໃຫ້ເຮົາທັງຫລາຍຊົມຊື່ນແລະປິຕິຍິນດີ ພາກັນຖວາຍພຣະກຽດແດ່ພຣະອົງ ເພາະເຖິງເວລາແຫ່ງການສົມຣົດຂອງພຣະເມສານ້ອຍແລ້ວ ແລະເຈົ້າສາວຂອງພຣະອົງໄດ້ຕຽມພ້ອມແລ້ວ.
8
ແລະຊົງໂຜດໃຫ້ເຈົ້າສາວນັ້ນ ນຸ່ງຫົ່ມຜ້າປ່ານເນື້ອລະອຽດເສາະໃສແລະບໍຣິສຸດ.” (ເພາະຜ້າປ່ານເນື້ອດີນັ້ນ ໄດ້ແກ່ການປະຕິບັດອັນຊອບທຳແຫ່ງພວກໄພ່ພົນຂອງພຣະເຈົ້າ.)
9
ເທວະດາຕົນນັ້ນ ໄດ້ບອກຂ້າພະເຈົ້າວ່າ, “ຈົ່ງຂຽນໄວ້ວ່າ, ຄວາມສຸກມີແກ່ຄົນທັງຫລາຍ ທີ່ໄດ້ຮັບເຊີນມາໃນງານລ້ຽງສົມຣົດຂອງພຣະເມສານ້ອຍນັ້ນ” ແລະເພິ່ນໄດ້ບອກຂ້າພະເຈົ້າວ່າ, “ຖ້ອຍຄຳເຫຼົ່ານີ້ ເປັນພຣະທຳທ່ຽງແທ້ຂອງພຣະເຈົ້າ.”
10
ແລ້ວຂ້າພະເຈົ້າໄດ້ກົ້ມຕົວລົງໃກ້ຕີນພວກເທວະດາ ເພື່ອຈະຂາບໄຫວ້ເພິ່ນ ແຕ່ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ, “ລະວັງ ຢ່າເຮັດຢ່າງນັ້ນ ເຮົາເປັນເພື່ອນຜູ້ຮັບໃຊ້ຮ່ວມກັນກັບທ່ານ ແລະຮ່ວມກັບພີ່ນ້ອງຂອງທ່ານ ທີ່ຢຶດຖືຄຳພະຍານຝ່າຍພຣະເຢຊູເຈົ້າ ຈົ່ງນະມັດສະການພຣະເຈົ້າເທີ້ນ. ເພາະວ່າເນື້ອຄວາມຂອງການປະກາດພຣະທຳ ກໍເປັນຄຳພະຍານຝ່າຍພຣະເຢຊູເຈົ້າ.”
11
ແລ້ວຂ້າພະເຈົ້າກໍໄດ້ເຫັນສະຫວັນໄຂອອກດັ່ງນີ້ ມີມ້າຂາວໂຕໜຶ່ງ ພຣະອົງຜູ້ປະທັບເທິງຫລັງມ້ານັ້ນ ຊົງພຣະນາມວ່າ, “ສັດຊື່.” ແລະ “ທ່ຽງແທ້.” ພຣະອົງຜູ້ຊົງພິພາກສາ ແລະສູ້ຮົບດ້ວຍຄວາມຍຸດຕິທຳ.
12
ດວງຕາຂອງພຣະອົງເປັນເໝືອນດັ່ງແປວໄຟ ແລະມີມົງກຸດຫລາຍອັນເທິງຫົວຂອງພຣະອົງ ທີ່ເທິງຫົວຂອງພຣະອົງມີຊື່ໜຶ່ງຂຽນໄວ້ ແຕ່ບໍ່ມີຜູ້ໃດຮູ້ຈັກ ນອກຈາກພຣະອົງເອງ.
13
ເສື້ອຄຸມທີ່ພຣະອົງຊົງຫົ່ມນັ້ນ ກໍຈຸ່ມແລ້ວໃນເລືອດ. ພຣະນາມຂອງພຣະອົງເອີ້ນວ່າ, “ພຣະຄຳຂອງພຣະເຈົ້າ.”
14
ຝູງກອງທັບໃນສະຫວັນນຸ່ງຜ້າປ່ານເນື້ອລະອຽດສີຂາວ ແລະຂີ່ມ້າຂາວໄດ້ແຫ່ຕິດຕາມພຣະອົງໄປ.
15
ມີດາບຄົມດວງໜຶ່ງອອກມາຈາກປາກຂອງພຣະອົງ ເພື່ອພຣະອົງຈະເອົາຊະນະຊົນຊາດທັງຫລາຍດ້ວຍດາບນັ້ນ. “ພຣະອົງຈະປົກຄອງພວກເຂົາດ້ວຍຄ້ອນເຫລັກທີ່ມີອຳນາດ ແລະພຣະອົງຈະຢຽບເອົານໍ້າອະງຸ່ນ ໃນອ່າງແຫ່ງຄວາມໂກດຮ້າຍອັນແຮງກ້າຂອງພຣະເຈົ້າ ອົງຊົງຣິດທານຸພາບສູງສຸດ.”
16
ຕາມເສື້ອຄຸມແລະຕາມກົກຂາຂອງພຣະອົງ ໄດ້ມີຊື່ຂຽນໄວ້ວ່າ, “ຈອມກະສັດ.” ແລະ “ຈອມເຈົ້ານາຍ.”
17
ແລ້ວຂ້າພະເຈົ້າກໍໄດ້ເຫັນເທວະດາຕົນໜຶ່ງຢືນຢູ່ເທິງຕາເວັນ. ເພິ່ນຮ້ອງສຽງດັງໃສ່ຝູງນົກທີ່ບິນໄປມາຢູ່ກາງອາກາດວ່າ, “ຈົ່ງມາໂຮມກັນໃນງານກິນລ້ຽງອັນໃຫຍ່ຂອງພຣະເຈົ້າ.
18
ເພື່ອຈະໄດ້ມາກິນຊີ້ນຂອງບັນດາກະສັດ, ຊີ້ນບັນດາແມ່ທັບ ແລະບັນດາທະຫານ, ຊີ້ນຂອງມ້າກັບຊີ້ນຂອງທະຫານມ້າ, ຊີ້ນຂອງປະຊາຊົນທັງຫລາຍ, ບໍ່ວ່າເປັນຂ້ອຍໃຊ້ ຫລືເປັນອິດສະຫລະ, ທັງຜູ້ໃຫຍ່ແລະຜູ້ນ້ອຍ.”
19
ຕໍ່ມາ ຂ້າພະເຈົ້າໄດ້ເຫັນສັດຮ້າຍ ແລະບັນດາກະສັດທັງຫລາຍແຫ່ງແຜ່ນດິນໂລກ ພ້ອມທັງກອງທັບຂອງກະສັດເຫຼົ່ານັ້ນ ໄດ້ມາໂຮມກັນເພື່ອສູ້ຮົບກັບພຣະອົງ ຜູ້ທີ່ນັ່ງເທິງຫລັງມ້າ ແລະຕໍ່ສູ້ກອງທັບຂອງພຣະອົງ.
20
ສັດຮ້າຍໄດ້ຖືກຈັບພ້ອມດ້ວຍຄົນທີ່ປອມຕົວເປັນຜູ້ປະກາດພຣະທຳ ທີ່ໄດ້ເຮັດໝາຍສຳຄັນຕໍ່ໜ້າສັດຮ້າຍນັ້ນ ແລະໃຊ້ໝາຍສຳຄັນນັ້ນ ຫລອກລວງຄົນທັງຫລາຍທີ່ຮັບເຄື່ອງໝາຍຂອງສັດຮ້າຍແລະບູຊາຮູບຂອງມັນ ພວກເຂົາທັງສອງໄດ້ຖືກຖິ້ມລົງທັງເປັນ ໃນບຶງໄຟທີ່ໄໝ້ຢູ່ດ້ວຍມາດ.
21
ສ່ວນກອງທັບຂອງພວກເຂົາທີ່ຍັງເຫລືອຢູ່ນັ້ນ ກໍຖືກຂ້າດ້ວຍດາບທີ່ອອກມາຈາກປາກຂອງພຣະອົງ ຜູ້ຊົງນັ່ງເທິງຫລັງມ້ານັ້ນ ແລະຝູງນົກທັງປວງກໍໄດ້ກິນຊີ້ນຂອງຄົນເຫຼົ່ານັ້ນຈົນອີ່ມ.
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22