bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Revelation 17
Revelation 17
Lao Bible 2012 (ພຣະຄຳພີສັກສິ)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 18 →
1
ແລ້ວເທວະດາຕົນໜຶ່ງໃນເຈັດຕົນ ທີ່ຖືຂັນທັງເຈັດໜ່ວຍນັ້ນ ໄດ້ມາຫາຂ້າພະເຈົ້າ ແລະກ່າວວ່າ, “ເຊີນມາທີ່ນີ້ເທີ້ນ ເຮົາຈະໃຫ້ທ່ານເຫັນການຊົງພິພາກສາລົງໂທດ ຍິງໂສເພນີຄົນສຳຄັນ ທີ່ນັ່ງຢູ່ເທິງແມ່ນໍ້າອັນຫລວງຫລາຍ.
2
ຄືຍິງນັ້ນທີ່ບັນດາກະສັດທົ່ວໂລກ ໄດ້ຫລີ້ນຜິດສິນທຳທາງເພດກັບມັນ ແລະຊາວໂລກທັງຫລາຍໄດ້ມົວເມົາດ້ວຍເຫລົ້າແວງ ແຫ່ງການຜິດສິນທຳທາງເພດຂອງມັນນັ້ນ.”
3
ເທວະດາຕົນນັ້ນໄດ້ຍົກຂ້າພະເຈົ້າເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ໂດຍພຣະວິນຍານ. ໃນທີ່ນັ້ນ ຂ້າພະເຈົ້າໄດ້ເຫັນແມ່ຍິງຄົນໜຶ່ງ ນັ່ງຢູ່ເທິງຫລັງສັດຮ້າຍສີແດງເຂັ້ມໂຕໜຶ່ງ ຊຶ່ງມີຫລາຍຊື່ທີ່ເປັນຄຳໝິ່ນປະໝາດເຕັມໄປທັງຕົວ, ມັນມີເຈັດຫົວ ແລະສິບເຂົາ.
4
ຍິງຜູ້ນັ້ນ ນຸ່ງເຄື່ອງສີມ່ວງອ່ອນແລະສີແດງເຂັ້ມ ແລະປະດັບຕົວດ້ວຍເຄື່ອງຄຳ, ເພັດພອຍ ແລະໄຂ່ມຸກ. ໃນມືຂອງນາງມີຈອກຄຳ ທີ່ເຕັມແຕ່ມົນທິນອັນໜ້າຂີ້ດຽດ ເປັນຜົນແຫ່ງການຜິດສິນທຳທາງເພດຂອງນາງ.
5
ທີ່ໜ້າຜາກມີຊື່ຂຽນໄວ້ເປັນຄວາມເລິກລັບວ່າ, “ບາບີໂລນມະຫານະຄອນ ແມ່ຂອງໂສເພນີທັງຫລາຍ ແລະແມ່ຂອງສິ່ງທັງປວງທີ່ໜ້າກຽດໜ້າຊັງໃນແຜ່ນດິນໂລກ.”
6
ແລະຂ້າພະເຈົ້າໄດ້ເຫັນຍິງຄົນນັ້ນ ເມົາດ້ວຍເລືອດໄພ່ພົນຂອງພຣະເຈົ້າ ແລະດ້ວຍເລືອດຂອງບັນດາຜູ້ທີ່ຍອມສະຫລະຊີວິດ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ. ເມື່ອຂ້າພະເຈົ້າເຫັນຍິງຄົນນັ້ນແລ້ວ ກໍອັດສະຈັນໃຈຫລາຍ.
7
ເທວະດາຕົນນັ້ນຖາມຂ້າພະເຈົ້າວ່າ, “ເປັນຫຍັງທ່ານຈຶ່ງປະຫລາດໃຈ? ເຮົາຈະບອກໃຫ້ທ່ານຮູ້ຄວາມໝາຍອັນເລິກລັບຂອງຍິງຄົນນີ້ ແລະສັດຮ້າຍທີ່ມີເຈັດຫົວແລະສິບເຂົາ ຊຶ່ງເປັນພາຫານະຂອງຍິງນັ້ນ.
8
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ມັນກຳລັງຈະຂຶ້ນມາຈາກເຫວເລິກ ເພື່ອໄປສູ່ຄວາມຈິບຫາຍ ບັນດາຊາວໂລກທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກນັ້ນ ກໍຈະປະຫລາດໃຈ ເມື່ອພວກເຂົາເຫັນສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ແລະກຳລັງຈະມາປາກົດອີກ.”
9
“ກ່ຽວກັບເລື່ອງນີ້ແມ່ນໃຫ້ໃຊ້ສະຕິປັນຍາແລະຄວາມເຂົ້າໃຈ. ຫົວທັງເຈັດນັ້ນໄດ້ແກ່ພູນ້ອຍເຈັດໜ່ວຍທີ່ຍິງນັ້ນນັ່ງຢູ່. ມັນຍັງໝາຍເຖິງກະສັດເຈັດອົງ
10
ຊຶ່ງຫ້າອົງໄດ້ລ່ວງໄປແລ້ວ ອົງໜຶ່ງຊົງກຳລັງເປັນຢູ່ ແລະອີກອົງໜຶ່ງຍັງບໍ່ໄດ້ສະເດັດມາ. ເມື່ອສະເດັດມາແລ້ວຈະຕ້ອງດຳລົງຢູ່ຊົ່ວຂະນະໜຶ່ງ.
11
ສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ນັ້ນ ກໍເປັນອົງທີແປດ ແຕ່ຍັງເປັນອົງໜຶ່ງໃນເຈັດອົງນັ້ນ ແລະຈະໄປສູ່ຄວາມຈິບຫາຍ.
12
ເຂົາທັງສິບທີ່ທ່ານໄດ້ເຫັນນັ້ນ ໄດ້ແກ່ກະສັດສິບອົງ ທີ່ຍັງບໍ່ໄດ້ສະເຫວີຍຣາຊສົມບັດ ແຕ່ຈະໄດ້ຮັບອຳນາດເໝືອນກະສັດດ້ວຍກັນກັບສັດຮ້າຍນັ້ນໜຶ່ງຊົ່ວໂມງ.
13
ກະສັດທັງສິບອົງນີ້ມີຈິດໃຈຢ່າງດຽວກັນ ແລະພວກເຂົາມອບຣິດເດດ ແລະຣິດອຳນາດຂອງຕົນໃຫ້ແກ່ສັດຮ້າຍນັ້ນ.
14
ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.”
15
ເທວະດາຕົນນັ້ນ ຍັງເວົ້າຕໍ່ຂ້າພະເຈົ້າອີກວ່າ, “ແມ່ນໍ້າທັງຫລາຍທີ່ທ່ານໄດ້ເຫັນ ຊຶ່ງເປັນບ່ອນທີ່ຍິງໂສເພນີນັ່ງຢູ່ນັ້ນ ໄດ້ແກ່ບັນດາຊົນຊາດ ປະຊາຊົນທັງຫລາຍ ບັນດາປະຊາຊາດ ແລະພາສາຕ່າງໆ.
16
ເຂົາທັງສິບກັບສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຈະພາກັນກຽດຊັງຍິງໂສເພນີ ຈະເຮັດໃຫ້ມັນຂາດມິດສະຫາຍແລະເປືອຍກາຍ ຈະກັດກິນຊີ້ນແລະຈະເອົາໄຟເຜົາມັນເສຍ.
17
ດ້ວຍວ່າ ພຣະເຈົ້າໄດ້ດົນໃຈໃຫ້ພວກເຂົາປະຕິບັດຕາມພຣະປະສົງຂອງພຣະອົງ ໂດຍໃຫ້ພວກເຂົາມີຄວາມຄິດຢ່າງດຽວກັນ ແລະໄດ້ມອບອານາຈັກຂອງພວກເຂົາໃຫ້ແກ່ສັດຮ້າຍນັ້ນ ເພື່ອປົກຄອງຈົນກວ່າຈະສຳເລັດ ຕາມພຣະທຳຂອງພຣະເຈົ້າ.
18
ຍິງທີ່ທ່ານເຫັນນັ້ນ ໄດ້ແກ່ມະຫານະຄອນທີ່ມີອຳນາດເໜືອບັນດາກະສັດທັງຫລາຍ ທົ່ວແຜ່ນດິນໂລກ.”
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22