bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Revelation 22
Revelation 22
Lao Bible 2012 (ພຣະຄຳພີສັກສິ)
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
1
ແລ້ວເທວະດາຕົນນັ້ນ ກໍໄດ້ຊີ້ໃຫ້ຂ້າພະເຈົ້າເຫັນແມ່ນໍ້າແຫ່ງຊີວິດ ທີ່ໃສເໝືອນແກ້ວ ໄຫຼອອກມາຈາກພຣະບັນລັງຂອງພຣະເຈົ້າ ແລະຈາກພຣະເມສານ້ອຍ.
2
ນໍ້ານັ້ນໄຫລລົງຜ່ານກາງຖະໜົນຂອງນະຄອນ ແຕ່ລະແຄມທັງສອງຟາກຂ້າງຂອງແມ່ນໍ້ານັ້ນ ມີຕົ້ນໄມ້ແຫ່ງຊີວິດ ຊຶ່ງເກີດຜົນສິບສອງຊະນິດ, ເກີດຜົນທຸກເດືອນ ແລະໃບຂອງຕົ້ນນັ້ນ ໃຊ້ສຳລັບປິ່ນປົວບັນດາປະຊາຊາດທັງຫລາຍໃຫ້ດີ.
3
ຢູ່ໃນນະຄອນນັ້ນ ບໍ່ມີສິ່ງໃດທີ່ຕົກຢູ່ໃນຄຳສາບແຊ່ງຂອງພຣະເຈົ້າອີກຕໍ່ໄປ. ພຣະບັນລັງຂອງພຣະເຈົ້າ ແລະຂອງພຣະເມສານ້ອຍ ຈະຕັ້ງຢູ່ໃນນະຄອນນັ້ນ ແລະພວກຜູ້ຮັບໃຊ້ຂອງພຣະອົງຈະບົວລະບັດຮັບໃຊ້ພຣະອົງ.
4
ພວກເຂົາຈະເຫັນພຣະເຈົ້າໜ້າຕໍ່ໜ້າ ແລະພຣະນາມຂອງພຣະອົງຈະຊົງປະທັບຕາໃສ່ໜ້າຜາກຂອງພວກເຂົາໄວ້.
5
ກາງຄືນຈະບໍ່ມີອີກຕໍ່ໄປ ແລະພວກເຂົາຈະບໍ່ຕ້ອງການແສງໂຄມໄຟ ຫລືແສງຕາເວັນ, ເພາະວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະເປັນແສງສະຫວ່າງຂອງພວກເຂົາ ແລະພວກເຂົາຈະປົກຄອງຢູ່ຕະຫລອດນິຣັນດອນ.
6
ເທວະດາຕົນນັ້ນໄດ້ບອກຂ້າພະເຈົ້າວ່າ, “ຖ້ອຍຄຳເຫຼົ່ານີ້ແມ່ນສັດຊື່ແລະທ່ຽງແທ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງດວງວິນຍານຂອງບັນດາຜູ້ທຳນວາຍ ໄດ້ຊົງໃຫ້ເທວະດາຂອງພຣະອົງ ສຳແດງແກ່ບັນດາຜູ້ຮັບໃຊ້ຂອງພຣະອົງ ເພື່ອໃຫ້ຮູ້ວ່າເຫດການຫຍັງທີ່ຕ້ອງເກີດຂຶ້ນໃນໄວໆນີ້.”
7
“ແລະເບິ່ງແມ! ເຮົາຈະມາໃນໄວໆນີ້ ຄວາມສຸກເປັນຂອງຜູ້ທີ່ຖືຮັກສາຄຳທຳນວາຍໃນໜັງສືມ້ວນນີ້.”
8
ຂ້າພະເຈົ້າ ຄືໂຢຮັນ ເປັນຜູ້ທີ່ໄດ້ຍິນແລະໄດ້ເຫັນເຫດການທັງໝົດນີ້. ເມື່ອຂ້າພະເຈົ້າໄດ້ຍິນແລະໄດ້ເຫັນແລ້ວ ກໍນ້ອມຕົວລົງຈະນະມັດສະການໃກ້ຕີນຂອງເທວະດາ ຕົນທີ່ໄດ້ສຳແດງເຫດການທັງໝົດນີ້ໃຫ້ແກ່ຂ້າພະເຈົ້າ.
9
ແຕ່ເທວະດາຕົນນັ້ນ ໄດ້ບອກຂ້າພະເຈົ້າວ່າ, “ຈົ່ງລະວັງ ຢ່າກົ້ມຂາບເຮົາເລີຍ, ເຮົາເອງກໍເປັນເພື່ອນຜູ້ຮັບໃຊ້ເໝືອນກັບທ່ານ ແລະກັບພວກພີ່ນ້ອງຂອງທ່ານຊຶ່ງເປັນຜູ້ປະກາດພຣະທຳ ແລະທຸກຄົນທີ່ຖືຮັກສາຖ້ອຍຄຳໃນໜັງສືມ້ວນນີ້ ຈົ່ງນະມັດສະການພຣະເຈົ້າເທີ້ນ.”
10
ແລ້ວເພິ່ນໄດ້ບອກຂ້າພະເຈົ້າວ່າ, “ຢ່າປົກປິດຖ້ອຍຄຳທຳນວາຍ ໃນໜັງສືມ້ວນນີ້ໄວ້ເປັນຄວາມລັບ ເພາະເວລາທີ່ເຫດການຈະເກີດຂຶ້ນນັ້ນ ກໍໃກ້ເຂົ້າມາແລ້ວ.
11
ຜູ້ໃດທີ່ເຮັດຊົ່ວ ກໍໃຫ້ເຮັດຊົ່ວຕໍ່ໄປ, ຜູ້ໃດທີ່ເປັນຄົນຊົ່ວຊ້າ ກໍໃຫ້ເປັນຄົນຊົ່ວຊ້າຕໍ່ໄປ, ຜູ້ໃດທີ່ເປັນຄົນຊອບທຳ ກໍໃຫ້ເຮັດການຊອບທຳຕໍ່ໄປ ແລະຜູ້ໃດທີ່ເປັນຄົນບໍຣິສຸດ ກໍໃຫ້ເປັນຄົນບໍຣິສຸດຕໍ່ໄປ.”
12
“ເບິ່ງແມ! ເຮົາຈະມາໃນໄວໆນີ້ ເຮົາຈະເອົາບຳເໜັດຂອງເຮົາມານຳ ເພື່ອຕອບແທນຕາມການປະຕິບັດຂອງແຕ່ລະຄົນ.
13
ເຮົາ ຄືອາລະຟາແລະໂອເມຄາ ເປັນຜູ້ກົກແລະເປັນຜູ້ສຸດທ້າຍ ເປັນເບື້ອງຕົ້ນແລະເປັນເບື້ອງປາຍ.”
14
ຄວາມສຸກເປັນຂອງຜູ້ທີ່ຊຳລະລ້າງເສື້ອຜ້າຂອງຕົນໃຫ້ສະອາດ ເພື່ອພວກເຂົາຈະມີສິດຢ່າງຖືກຕ້ອງເຂົ້າໄປເຖິງຕົ້ນໄມ້ແຫ່ງຊີວິດ ແລະເຂົ້າໄປໃນນະຄອນນັ້ນຜ່ານທາງປະຕູ.
15
ສ່ວນຝູງໝາກັບຄົນໃຊ້ເວດມົນຄາຖາ, ຄົນລ່ວງຜິດສິນທຳທາງເພດ, ຄົນຄາດຕະກອນ, ຄົນຂາບໄຫວ້ຮູບເຄົາຣົບ ແລະຄົນຂີ້ຕົວະຈະຢູ່ພາຍນອກ.
16
“ຝ່າຍເຮົາ ຄື ເຢຊູ ເຮົາໄດ້ໃຊ້ເທວະດາຂອງເຮົາໄປເປັນພະຍານ ເພື່ອສຳແດງເຫດການເຫຼົ່ານີ້ແກ່ພວກເຈົ້າ ສຳລັບຄຣິສຕະຈັກທັງຫລາຍ ເຮົານີ້ເປັນຮາກເຄົ້າ ແລະໜໍ່ເຊື້ອຂອງດາວິດ ເປັນດາວເພັກດວງໃສຮຸ່ງເຮືອງ.”
17
ຝ່າຍພຣະວິນຍານ ແລະເຈົ້າສາວຊົງກ່າວວ່າ, “ເຊີນມາ.” ໃຫ້ຜູ້ໄດ້ຍິນນັ້ນກ່າວວ່າ, “ເຊີນມາ.” ໃຫ້ຜູ້ຫິວນໍ້າເຂົ້າມາ ຜູ້ໃດມີໃຈປາຖະໜາ ກໍໃຫ້ຜູ້ນັ້ນມາຮັບນໍ້າສຳລັບຊີວິດ ໂດຍບໍ່ຕ້ອງເສຍຄ່າ.
18
ຝ່າຍຂ້າພະເຈົ້າຂໍເຕືອນທຸກຄົນ ທີ່ໄດ້ຍິນຄຳທຳນວາຍທັງຫຼາຍໃນໜັງສືມ້ວນນີ້ວ່າ, “ຖ້າຜູ້ໃດຈະເພີ່ມຕື່ມຂໍ້ຄວາມໃດໆໃສ່ໃນໜັງສືມ້ວນນີ້ ພຣະເຈົ້າຈະເອົາໄພພິບັດທີ່ຂຽນໄວ້ໃນໜັງສືມ້ວນນີ້ ເພີ່ມຕື່ມໃຫ້ແກ່ຜູ້ນັ້ນ.
19
ຖ້າຜູ້ໃດຕັດຂໍ້ຄວາມໃດໜຶ່ງ ອອກຈາກຄຳທຳນວາຍໃນໜັງສືມ້ວນນີ້ ພຣະເຈົ້າຈະຊົງຕັດສ່ວນແບ່ງຂອງຜູ້ນັ້ນ ອອກຈາກຕົ້ນໄມ້ແຫ່ງຊີວິດ ແລະແຫ່ງນະຄອນສັກສິດ ຊຶ່ງໄດ້ຂຽນໄວ້ໃນໜັງສືມ້ວນນີ້.”
20
ພຣະອົງຜູ້ຊົງເປັນພະຍານເຖິງເຫດການເຫຼົ່ານີ້ ຊົງກ່າວວ່າ, “ແນ່ນອນ ເຮົາຈະມາໃນໄວໆນີ້.” ອາແມນ ອົງພຣະເຢຊູເຈົ້າເຊີນສະເດັດມາເທີ້ນ!
21
ຂໍໃຫ້ພຣະຄຸນຂອງອົງພຣະເຢຊູເຈົ້າ ຈົ່ງສະຖິດຢູ່ນຳໄພ່ພົນຂອງພຣະເຈົ້າທຸກຄົນເທີ້ນ ອາແມນ.
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
Recommended Reading
Commentary
Revelation Commentaries
→
Devotional
Revelation Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→